ສະຫະປະຊາຊາດໃນຄວາມມານະພະຍາຍາມປະຕິຮູບພາຍຫຼັງການເຄື່ອນໄຫວມາເປັນເວລາ 72 ປີ

(VOVWORLD) - ກອງປະຊຸມກ່ຽວກັບການປະຕິຮູບຂອງ ສະຫະປະຊາຊາດ (ສປຊ) ທີ່ຈັດຕັ້ງໃນວັນທີ 18 ກັນຍາ ໄດ້ເປັນການເປີດສາກໃຫ້ສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 72, ທີ່ດຳເນີນຢູ່ ນິວຢອກ, ປະເທດ ອາເມລິກາ. ມີຫຼາຍກ່ວາ 120 ປະເທດ ໄດ້ລົງນາມໃນຖະແຫຼງການການເມືອງ ທີ່ສະໜັບສະໜູນຄວາມມານະພະຍາຍາມປະຕິຮູບ ສປຊ ຂອງທ່ານເລຂາທິການໃຫຍ່ Antonio Guterres.

ສິ່ງດັ່ງກ່າວສະແດງໃຫ້ເຫັນບັນຫາປະຕິຮູບຢູ່ອົງການຈັດຕັ້ງສາກົນຫຼາຍຝ່າຍໃຫຍ່ທີ່ສຸດຢູ່ໃນໂລກນີ້ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງສະຫະປະຊາຊາດເອງ, ກໍ່ຄືຂອງປະຊາຄົມສາກົນ.

ສະຫະປະຊາຊາດໃນຄວາມມານະພະຍາຍາມປະຕິຮູບພາຍຫຼັງການເຄື່ອນໄຫວມາເປັນເວລາ 72 ປີ - ảnh 1ກອງປະຊຸມຄັ້ງທີ 72 ຂອງສະມັດຊາໃຫຍ່ ສປຊ 

        ກອງປະຊຸມກ່ຽວກັບການປະຕິຮູບສະຫະປະຊາຊາດມີການເຂົ້າຮ່ວມຂອງຜູ້ຕາງໜ້າ 193 ປະເທດສະມາຊິກຂອງສະມັດຊາໃຫຍ່ ສປຊ. ນີ້ແມ່ນໜຶ່ງໃນບັນດາຫົວຂໍ້ສາກົນທີ່ຮ້ອນເຮັ່ງຖືກນຳມາປຶກສາຫາລື ໃນຂອບເຂດກອງປະຊຸມຄັ້ງທີ 72 ຂອງສະມັດຊາໃຫຍ່ ສປຊ, ພ້ອມກັບສະພາບຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ, ສະພາບການປ່ຽນແປງຂອງດິນຟ້າອາກາດ ຫຼື ບັ້ນຮົບຕ້ານການກໍ່ການຮ້າຍ.

ການປະຕິຮູບສະຫະປະຊາຊາດ: ບໍ່ແມ່ນເລື່ອງໃໝ່

       ບັນຫາປະຕິຮູບ ສປຊ ໄດ້ວາງອອກມາແຕ່ດົນນາມແລ້ວ. ເຖິງຢ່າງໃດກໍ່ຕາມ, ພາລະກິດແຫ່ງການປະຕິຮູບໄດ້ດຳເນີນໄປຢ່າງຊັກຊ້າ ດ້ວຍບັນດາບາດກ້າວທີ່ລະມັດລະວັງ. ໃນເດືອນກັນຍາ ປີ 2000, ສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸດຍອດ ສະຫັດສະຫວັດ ແລະ ຮັບຮອງເອົາຖະແຫຼງການສະຫັດສະຫວັດ, ໃນນັ້ນໄດ້ວາງອອກບັນດາຈຸດໝາຍບຸລິມະສິດຂອງ ສປຊ ໃນສະຕະວັດໃໝ່, ນັບທັງບັນດາຄາດໝາຍກ່ຽວກັບການປະຕິຮູບ ເພື່ອແນໃສ່ ເພີ່ມທະວີບົດບາດ, ປະສິດທິຜົນ ແລະ ຫັນ ສປຊ ເປັນປະຊາທິປະໄຕ. ພາຍຫຼັງ 3 ປີ, ໃນບົດລາຍງານກ່ຽວກັບການປະຕິບັດຖະແຫຼງການສະຫັດສະຫວັດນັ້ນ, ທ່ານເລຂາທິການໃຫຍ່ ສປຊ Kofi Annan ໃນຄາວນັ້ນ ໄດ້ຕົກລົງສ້າງຕັ້ງກຸ່ມຄົ້ນຄ້ວາ ແລະ ສະເໜີແນະບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍ ກ່ຽວກັບສັນຕິພາບ - ຄວາມໝັ້ນຄົງ, ກໍ່ຄືການປະຕິຮູບ ສປຊ. ຈາກນັ້ນ, ໃນສານລົງວັນທີ 26 ພຶດສະພາ 2005, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ສປຊ, ທ່ານ Kofi Annan ໄດ້ຮຽກຮ້ອງ ການນຳ ບັນດາປະເທດສະມາຊິກມີການຕົກລົງຢ່າງເຂັ້ມງວດ, ແຂງແຮງເພື່ອປະຕິຮູບອົງການຈັດຕັ້ງສາກົນຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກນີ້. ຫຼັງຈາກນັ້ນ, ຜູ້ສືບທອດທ່ານ Kofi Annan ແມ່ນທ່ານເລຂາທິການໃຫຍ່ ສປຊ Ban Ki – moon ກໍ່ກຳນົດວ່າການປະຕິຮູບ ສປຊ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ແລະ ເປັນສິ່ງທ້າທາຍໃຫຍ່ຫຼວງທີ່ສຸດໃນອາຍຸການຂອງຕົນ. ໃນບົດປາໄສເມື່ອຕົ້ນປີ 2017, ໃນຖານະຕຳແໜ່ງໃໝ່, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ: “ ສປຊ ຕ້ອງປະຕິຮູບ ເພື່ອປົກປ້ອງບັນດາຄຸນຄ່າຂອງຕົນ”. ຕາມທ່ານ Guterres ແລ້ວ, ສປຊ ຕ້ອງເອົາໃຈໃສ່ຫຼາຍກ່ວາເຖິງວິວັດທະນາການປະຕິບັດ ແລະ ຫລຸດຜ່ອນເວລາສ້າງແຜນການລົງ, ເອົາໃຈໃສ່ຫຼາຍກ່ວາເຖິງມະນຸດ ແລະ ຫລຸດຜ່ອນບັນດາລະບຽບການທີ່ຫຍໍ້ທໍ້.

        ບັນຫາການປະຕິຮູບ ສປຊ ໄດ້ເລີ່ມມາຈາກສະພາບການຕົວຈິງວ່າ ສປຊ ຈາກ 51 ປະເທດສະມາຊິກໃນເບື້ອງຕົ້ນ ປະຈຸບັນໄດ້ມີ 193 ປະເທດສະມາຊິກ ພ້ອມກັນຮ່ວມມື ແລະ ແກ່ງແຍ້ງ. ນອກຈາກເລື່ອງປະຊາກອນເພີ່ມຂຶ້ນທົບ 3 ເທົ່າ, ໃນສະຕະວັດທີ 21 ນີ້, ໂລກຍັງຕ້ອງເຫັນປະຈັກຕາກຳລັງແຮງລະຫວ່າງບັນດາປະເທດມີການປ່ຽນແປງພໍສົມຄວນ, ມີຫຼາຍສູນແຫ່ງສິດອຳນາດຫາກໍ່ປະກົດຂຶ້ນ, ບັນດາພື້ນຖານເສດຖະກິດໃໝ່ດ້ວຍລະບົບຫຼາຍຂົ້ວ ເລີ່ມປະກົດຂຶ້ນ. ໃນຂະນະນັ້ນ, ບັນດາໄພນາບຂູ່ຂ້າມຊາດຄື ການກໍ່ການຮ້າຍ ແລະ ອາດຊະຍາກຳທາງເຄືອຂ່າຍ ອິນເຕີເນັດພວມລື່ນກາຍຄວາມສາມາດຮັບມືຂອງແຕ່ລະປະເທດ, ຈຳນວນການປະທະກັນດ້ວຍກຳລັງອາວຸດໃນທົ່ວໂລກນັບມື້ນັບເພີ່ມຂຶ້ນ… ໃນຊຸມປີມໍ່ໆມານີ້, ສປຊ ບໍ່ທັນຜັນຂະຫຍາຍຄວາມສາມາດບົ່ມຊ້ອນຍ້ອນສະພາບອາດຍາສິດ ແລະ ຄວາມອ່ອນດ້ອຍໃນການຄຸ້ມຄອງ. ງົບປະມານປະຈຳປີຂອງ ສປຊ ເພີ່ມຂຶ້ນ 140%, ຈຳນວນພາລະກອນກໍ່ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2000 ແຕ່ປະສິດທິຜົນແຫ່ງການເຄື່ອນໄຫວພັດບໍ່ເໝາະສົມ.

ຍົກອອກບັນດາບາດກ້າວລະອຽດ

       ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມກ່ຽວກັບການປະຕິຮູບຂອງ ສປຊ, ວັນທີ 18 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນວ່າ: ຕ້ອງມຸ່ງໄປເຖິງ ສປຊ ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໃນທົ່ວໂລກ. ເພື່ອບັນລຸໄດ້ຄາດໝາຍນີ້, ສປຊ ຕ້ອງຈັດວາງຄວາມຮັບຜິດຊອບໃຫ້ທຸກຂັ້ນຄຸ້ມຄອງ, ປົກປ້ອງບັນດາຜູ້ກ້າກ່າວປະນາມ ການເຄື່ອນໄຫວຜິດພາດ ແລະ ສຸມໃສ່ຜົນງານຫາກບໍ່ແມ່ນຂັ້ນຕອນ. ໃນຂະນະນັ້ນ, ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລ້ວ, ເລື່ອງຫລຸດຜ່ອນລະບຽບການບໍລິຫານ, ສຸມໃສ່ເຂົ້າຜົນງານ ແລະ ຖືປະຊາຊົນເປັນໃຈກາງແມ່ນກຳນົດທິດປະຕິຮູບຂອງ ສປຊ. ຫົວໜ້າອົງການຈັດຕັ້ງສາກົນຫຼາຍຝ່າຍໃຫຍ່ສຸດຂອງໂລກ ເນັ້ນໜັກວ່າ: ສປຊ ຕ້ອງມີຄວາມສະດຸງໄວ, ມີໄຫວພິບ ແລະ ມີປະສິດທິຜົນ. ປະຈຸບັນ, ສປຊ ເລີ່ມດຳເນີນບັນດາແຜນການປະຕິຮູບໃນຂົງເຂດຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນກົງຈັກ ສປຊ; ປັບປຸງບັນດາກົນໄກຕ້ານກໍ່ການຮ້າຍ; ຢຸດຕິສະພາບການທະຫານປົກປັກຮັກສາສັນຕິພາບສວຍໃຊ້ທາງເພດສຳພັນ. ນອກຈາກນັ້ນ, ລະບົບພັດທະນາຂອງ ສປຊ ກໍ່ພວມໄດ້ຮັບການປັບປຸງ ເພື່ອມີລັກສະນະລວມສຸມກ່ວາ, ສົມທົບເປັນຢ່າງດີກ່ວາກັບບັນດາປະເທດຜ່ານໂຄງການດຳເນີນງານພັດທະນາແບບຍືນຍົງ ປີ 2020. ເຖິງຢ່າງໃດກໍ່ຕາມ, ເພື່ອຊຸກຍູ້ວິວັດການປະຕິຮູບກົນໄກການເຄື່ອນໄຫວຂອງ ສປຊ ນັ້ນ, ຖ້າມີພຽງຄວາມຕັດສິນໃຈທາງການເມືອງເທົ່ານັ້ນ ແມ່ນບໍ່ທັນພຽງພໍເທື່ອ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ Antonio Guterres ຈົ່ງຮຽກຮ້ອງບັນດາປະເທດພ້ອມກັນຊຸກຍູ້ໂຄງການປະຕິຮູບຮອບດ້ານ ແລະ ແຂງແຮງກ່ວາ ເພື່ອເພີ່ມທະວີປະສິດທິຜົນຂອງ ສປຊ.

        ໃນຂະນະນັ້ນ, ຕາມວົງການນັກໄຈ້ແຍກແລ້ວ, ຄວາມມານະພະຍາຍາມປະຕິຮູບຂອງ ສປຊ ກໍ່ຈະປະສົບກັບສິ່ງທ້າທາຍບໍ່ແມ່ນໜ້ອຍ ໃນຂະນະທີ່ສະພາບການແບ່ງແຍກຢ່າງເລິກເຊິ່ງໃນສະພາຄວາມໝັ້ນຄົງ ສປຊ ກໍ່ຄືກຳນົດເລື່ອງ ເລຂາທິການໃຫຍ່ ແລະ ຄະນະເລຂາ ສປຊ ບໍ່ມີບົດບາດສ້າງຕັ້ງນະໂຍບາຍເອກະລາດໃດ. ນອກນັ້ນ, ແມ່ນຫຍັງບໍ່ທັນໄດ້ເວົ້າເຖິງເລື່ອງ ສປຊ ອາດສາມາດຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກກ່ຽວກັບດ້ານການເງິນ ໃນຂະນະທີ່ ອາເມລິກາ, ເຊິ່ງແມ່ນນັກອູປະຖຳໃຫຍ່ສຸດຂອງ ສປຊ ໄດ້ຕຳນິຕິຕຽນ ສປຊ ເຄື່ອນໄຫວບໍ່ທັນໄດ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງອົງການຈັດຕັ້ງນີ້.

        ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1945, ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ກ່ວາ 70 ປີທີ່ຜ່ານມາ, ສປຊ ໄດ້ມີການອຸທິດສ່ວນຫຼາຍຢ່າງໃນການປະຕິບັດພາລະກຳຮັກສາສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງໃຫ້ມວນມະນຸດ. ແຕ່ຕໍ່ໜ້າບັນດາການຜັນແປທີ່ບໍ່ຢຸດຢັ້ງຂອງສະພາບການໂລກນີ້, ເພື່ອປະຕິບັດຈຸດປະສົງ, ຄະຕິທຳຂອງຕົນໃຫ້ມີປະສິດທິຜົນກ່ວາ, ສປຊ ຕ້ອງໄດ້ຮັບການປະຕິຮູບຢ່າງຮອບດ້ານ. ນີ້ແມ່ນຄວາມຮຽກຮ້ອງທີ່ຈຳເປັນຂອງ ສປຊ ເອງ, ກໍ່ຄືຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ