ສາກົນຕີລາຄາສູງເລື່ອງ ຫວຽດນາມ ກະກຽມກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) - ວັນທີ 27 ກຸມພາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ເລີ່ມຕົ້ນດຳເນີນຢູ່ ຮ່າໂນ້ຍ. ໃນຊຸມວັນຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພກໍ່ຄືວຽກງານພະລາທິການຢ່າງຄົບຊຸດ ເພື່ອໃຫ້ເຫນການດັ່ງກ່າວດຳເນີນໄປຢ່າງດີງາມ. 

ບັນດາຄວາມມານະພະຍາຍາມນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງເລື່ອງການນຳ ຫວຽດນາມ ຖືການຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ເປັນສຳຄັນພິເສດເທົ່ານັ້ນ ຫາກຍັງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນອີກດ້ວຍ.

ສາກົນຕີລາຄາສູງເລື່ອງ ຫວຽດນາມ ກະກຽມກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ - ảnh 1 ສາກົນຕີລາຄາສູງເລື່ອງ ຫວຽດນາມ ກະກຽມກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

       ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ດຳເນີນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ກຸມພາ. ມາຮອດວັນເວລານີ້, ວຽກງານພະລາທິການກະກຽມໃຫ້ເຫດການດັ່ງກ່າວ ໂດຍ ຫວຽດນາມ ໄດ້ປະຕິບັດສຳເລັດໃນໄລຍະສັ້ນ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຄະນະກວດກາຄວາມຮຽບຮ້ອຍຂອງ ອາເມລິກາ ແລະ ສປປ.ເກົາຫຼີ ລ້ວນແຕ່ຕີລາຄາສູງການກະກຽມຂອງ ຫວຽດນາມ.

ການຊີ້ນຳ ແລະ ຜັນຂະຫຍາຍຢ່າງຂ້ຽວຂາດ

        ການນຳ ຫວຽດນາມ ໃຫ້ກຳນົດວ່າ ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ກໍດຳເນີນຢູ່ ຮ່າໂນ້ຍ ແມ່ນເຫດການການເມືອງການຕ່າງປະເທດສຳຄັນທີ່ສຸດໃນປີ 2019. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊີ້ນຳ ກ່ຽວກັບວຽກງານກະກຽມຢ່າງລະອຽດເຂັ້ມງວດ, ໃນນັ້ນ ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ ແລະ ບັນດາທ້ອງຖິ່ນທີ່ກ່ຽວຂ້ອງ. ໃນບັນດາກອງປະຊຸມກະກຽມວຽກງານພະລາທິການໃຫ້ແກ່ເຫດການ, ທ່ານນາຍົກລັດຖະມົນຕີຍາມໃດກໍ່ເນັ້ນໜັກວ່າ ຕ້ອງຍົກສູງຄຸນນະພາບການຮັບໃຊ້, ຮັບປະກັນຄວາມສະຫງົບປອດໄພຢ່າງເຄັ່ງຂັດ, ຍົກສູງພາບພົດຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ຈາກການຊີ້ນຳນັ້ນ, ໃນໄລຍະເວລາສັ້ນໆ (ບໍ່ຮອດ 2 ອາທິດ), ວຽກງານທຸກຢ່າງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດຢູ່ໃນລະດັບສູງສຸດ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຮັກສາການຍາມເປັນປະຈຳ ເພື່ອແກ້ໄຂວຽກງານດັ່ງກ່າວ ຕ້ອງມີຄວາມຕັ້ງໃຈທີ່ສຸດ ບໍ່ປະໃຫ້ມີຄວາມບົກຜ່ອງ, ພ້ອມທັງກະກຽມວິທີການຮັບມືຕໍ່ຄວາມຮຽກຮ້ອງຕ້ອງການໃໝ່ຢ່າງມີໄຫວພິບ. ຫລາຍຫົວໜ່ວຍໄດ້ລະດົມບັນດາພະນັກງານ, ພາລະກອນທັງໝົດຍາມຕະຫລອດ 24/24 ຊົ່ວໂມງ, ຮັບປະກັນການສື່ສານໄດ້ລຸລ່ວງ, ຕອບສະໜອງການສະເໜີຂອງບັນດາຝ່າຍກ່ຽວຂ້ອງໃຫ້ດີທີ່ສຸດ, ນັບທັງບັນດາບັນຫາທີ່ເກີດຂຶ້ນເພີ່ມກ່ຽວກັບການຕ້ອນຮັບ, ພະລາທິການ, ສື່ສານໂຄສະນາ. ບັນດາຄວາມມານະພະຍາຍາມທັງໝົດນີ້ ໄດ້ສະແດງໃຫ້ເຫັນຈິດໃຈທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ ເພື່ອພື້ນຖານສັນຕິພາບໃນໂລກ, ພ້ອມທັງແນໃສ່ໂຄສະນາເຜີຍແຜ່ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ຕໍ່ໂລກ. ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        ຫວຽດນາມ ປາດຖະໜາຢາກປະກອບສ່ວນໂດຍກົງເຂົ້າໃນວິວັດແຫ່ງການເຈລະຈາ, ສັນຕິພາບ, ແກ້ໄຂບັນດາການຂັດແຍັງສາກົນ ດ້ວຍສັນຕິວິທີ ແລະ ການເຈລະຈາສາກົນເປັນຢ່າງຍິ່ງ. ເນື່ອງໃນໂອກາດນີ້, ຫວຽດນາມ ປາດຖະໜາຢາກເພີ່ມທະວີບົດບາດ ບໍ່ພຽງແຕ່ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂອງປະຊາຄົມ ອາຊຽນ ໃນຊີວິດການເປັນຢູ່ສາກົນປັດຈຸບັນອີກດ້ວຍ.

ສ້າງຄວາມປະທັບໃຈຕໍ່ສື່ມວນຊົນສາສົນ

        ບັນດາຄວາມມານະພະຍາຍາມກະກຽມວຽກງານພະລາທິການໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຂອງ ຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມສາກົນ. ໜັງສືພິມ CBS ຂອງ ອາເມລິກາ ໃຫ້ຂ່າວວ່າ ນະຄອນຫລວງ ຮ່າໂນ້ຍ ພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມ. ຕາມຖະໜົນໃຫຍ່ສາຍຕ່າງໆຢູ່ນະຄອນຫລວງລ້ວນແຕ່ປັກທຸງຊາດຂອງ ອາເມລິກາ ແລະ ສປປ.ເກົາຫຼີ ແລະ ຕິດສັນຍາລັກຮູບຈັບມືມິດຕະພາບເພື່ອສັນຕິພາບ. ບັນດາແຖວຕົວໜັງສືຄຳຂວັນ ແລະ ປ້າຍໂຄສະນາກອງປະຊຸມສຸດຍອດກໍ່ໄດ້ຕິດປ້າຍໃນທົ່ວນະຄອນ. ນັກຂ່າວຂອງສຳນັກຂ່າວສານ CBS ໄດ້ມີການພົບປະກັບຊາວນະຄອນ ຮ່າໂນ້ຍ ແລະ ເຂົາເຈົ້າລ້ວນແຕ່ມີຄວາມປະທັບໃຈຕໍ່ຄວາມຮັກແຂກຄົນ ແລະ ຄວາມຫວັງຢາກມີສັນຕິພາບຂອງຊາວ ຫວຽດນາມ.

        ບົດຂຽນກ່ຽວກັບການກະກຽມຢ່າງລອບຄອບຖີ່ຖ້ວນຂອງ ຫວຽດນາມ ຕໍ່ກອງປະຊຸມສຸດຍອດຄັ້ງນີ້ ຂອງສຳນັກຂ່າວສານ Reuters (ອັງກິດ) ກໍ່ໃຫ້ຂ່າວກ່ຽວກັບເລື່ອງບັນດາຖະໜົນສາຍຕ່າງໆຢູ່ ຮ່າໂນ້ຍ ໄດ້ປະດັບປະດາດ້ວຍຕົ້ນໄມ້ ແລະ ດອກໄມ້ສົດ.  Reuters ກໍ່ໃຫ້ຂ່າວຫລາຍບົດກ່ຽວກັບຊາວນະຄອນ ຮ່າໂນ້ຍ ຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດດ້ວຍເສື້ອຄໍມົນທີ່ພິມຮູບທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un, ບັນດາຮ້ານອາຫານກໍ່ແນະນຳອາຫານຫລາຍເຍື່ອງທີ່ເຮັດຕາມແຜນຮັບໃຊ້ກອງປະຊຸມສຸດຍອດນີ້. ໃນຂະນະນັ້ນ, ຄວາມປະທັບໃຈຕໍ່ບັນດາມາດຕະການຮັບປະກັນຄວາມສະຫງົບຂອງ ຫວຽດນາມ, ນາງ Song Gumhan, ນັກຂ່າວຂອງສຳນັກຂ່າວສານ KBS ສ.ເກົາຫຼີ ຕີລາຄາວ່າ:

        ຂ້າພະເຈົ້າຄິດວ່າ ລັດຖະບານ ຫວຽດນາມ ໄດ້ເອົາໃຈໃສ່ເຖິງບັນດາບັນຫາຮັບປະກັນຄວາມສະຫງົບປອດໄພຂອງກອງປະຊຸມ. ເບິ່ງລວມແລ້ວ ຂ້າພະເຈົ້າເຫັນວ່າ ຫວຽດນາມ ແມ່ນສະຖານທີ່ທີ່ດີ ເພື່ອຈັດຕັ້ງກອງປະຊຸມສຸດຍອດຄັ້ງນີ້.

        ໃນຂະນະນັ້ນ, ທ່ານນາງເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Catherine Wong Siow Ping ມີຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຈັດຕັ້ງກອງປະຊຸມສຸດຍອດປະສົບຜົນສຳເລັດ ແລະ ສົ່ງຄຳອວຍພອນອັນດີງາມສຳລັບການກະກຽມຂອງ ຫວຽດນາມ.

        ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ດຳເນີນຢູ່ ຮ່າໂນ້ຍ. ເລື່ອງສະຖານທີ່, ວຽກງານພະລາທິການ, ຮັບປະກັນຄວາມສະຫງົບປອດໄພ…ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ ແນ່ນອນວ່າ ຈະປະກອບສ່ວນຮັບປະກັນໃຫ້ເຫດການພິເສດສຳຄັນນີ້ ດຳເນີນໄປຢ່າງດີງາມ. ຜ່ານນັ້ນ, ໂລກຈະເຂົ້າໃຈຫລາຍກ່ວາກ່ຽວກັບປະເທດ ຫວຽດນາມ ສະຫງົບສຸກ ແລະ ຮັກຫອມສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ