ສ້າງ​ກຳ​ລັງ​ໜູນ ແລະ ພື້ນ​ຖານ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ອົດ​ສະ​ຕາ​ລີ

(VOVWORLD) -  ວັນທີ 22 ສິງຫາ, ທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ ໄດ້ເລີ່ມຕົ້ນການມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Scott Morrison ນັບແຕ່ເມື່ອທ່ານຂຶ້ນກຳອຳນາດໃນເດືອນພຶດສະພາປີ 2019. ການຢ້ຽມຢາມຫວຽດນາມ ຂອງທ່ານາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນໄປພາຍຫຼັງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມມືຍຸດທະສາດ ຈະສ້າງກຳລັງໜູນ ແລະ ພື້ນຖານໃໝ່ໃຫ້ແກ່ກ່ານພົວພັນລະຫວ່າງສອງປະເທດ.

 

ສ້າງ​ກຳ​ລັງ​ໜູນ ແລະ ພື້ນ​ຖານ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ອົດ​ສະ​ຕາ​ລີ - ảnh 1

ພາບປະກອບ: TTXVN

    ການພົວພັນຄູ່ຮ່ວມມມືຍຸດທະສາດ ຫວຽດນາມ-ອົດສະຕາລີ ໄດ້ຮັບການສ້າງຂຶ້ນໃນການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ເມື່ອເດືອນມີນາປີ 2018. ໃນໄລຍະຜ່ານມາ, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍທຸກໆເສົາຄ້ຳຮ່ວມມືທີ່ໄດ້ວາງອອກໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ນຳມາເຊິ່ງບັນດາການຫັນປ່ຽນທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນຍົກສູງການພົວພັນລະຫວ່າງສອງປະເທດ.

  ຜົນປະໂຫຍດຄ້າຍຄືກັນ ແລະ ຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ

  ຈຸດທີ່ພົ້ນເດັ່ນໃນການພົວພັນສອງປະເທດ ແມ່ນການເພີ່ມທະວີຜົນປະໂຫຍດທີ່ຄ້າຍຄືກັນ ແລະ ຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ, ສະແດງໃຫ້ເຫັນຜ່ານບັນດາການພົບປະຢ້ຽມຢາມຢູ່ຂັ້ນຕ່າງໆ, ນັບທັງຂັ້ນສູງລະຫວ່າງສອງປະເທດ. ພິເສດ, ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງ.

 ການພົວພັນດ້ານເສດຖະກິດ-ການຄ້າສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດດ້ວຍຍອດວົງເງິນການຄ້າສອງສົ້ນປີ 2018 ບັນລຸເກືອບ 7 ຕື້ USD. ສະເພາະໃນ 6 ເດືອນຕົ້ນປີ 2019 ບັນລຸກ່ວາ 3.2 ຕື້ USD, ເພີ່ມຂຶ້ນ 8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ປະຈຸບັນ, ອົດສະຕາລີ ແມ່ນນັກລົງທຶນຕ່າງປະເທດໃຫ່ຍອັນດັບທີ 19 ຂອງຫວຽດນາມ ດ້ວຍຈຳນວນທຶນກ່ວາ 1.9 ຕື້ USD.

   ເຖິງວ່າໄດ້ມີການພັດທະນາຢ່າງກ້າວກະໂດດຂັ້ນໃນປີຜ່ານມາກໍ່ຕາມ, ແຕ່ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນຍັງໃຫ່ຍຫຼວງຢູ່. ຕາມທ່ານ Richard Yetsenga ນັກເສດຖະກິດ, ຜູ້ນຳໜ້າພາກສ່ວນຄົ້ນຄ້ວາຂອງທະນາຄານ ANZ (Chief Economist and Heand of Research at ANZ) ແລ້ວ, ບັນດາວິສາຫະກິດອົດສະຕາລີ ນັບມື້ນັບມີຄວາມສົນໃຈຫຼາຍກ່ວາຕໍ່ຫວຽດນາມ ເໝືອນດັ່ງຈຸດນັດພົບແຫ່ງການລົງທຶນທີ່ດູດດື່ມໃຈ. ທ່ານ Richard Yetsenga ເວົ້າວ່າ:

   ຫວຽດນາມ ພວມເຊື້ອເຊີນຫຼາຍໂອກາດທີ່ດູດດື່ມໃຈຄື: ຜູ້ອອກແຮງງານມີທັກສະ, ການບໍລິການ logistic ເໝາະສົມກັບຜູ້ມີລາຍຮັບປານກາງ. ພື້ນຖານເສດຖະກິດຫວຽດນາມ ກໍ່ມີໂອກາດເຊື່ອມຕໍ່ກັບບັນດາຕະຫຼາດໃຫ່ຍຍ້ອນການເຂົ້າຮ່ວມຂໍ້ຕົກລົງການຄ້າເສລີກ່ວາ 100 ສະບັບກັບຫຼາຍປະເທດ.

ສ້າງ​ກຳ​ລັງ​ໜູນ ແລະ ພື້ນ​ຖານ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ອົດ​ສະ​ຕາ​ລີ - ảnh 2

ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ພາບ: VGP/Nhật Bắc

   ຖ້າຫາກວ່າການພົວພັນດ້ານເສດຖະກິດ ການຄ້າແມ່ນຂົງເຂດທີ່ພົ້ນເດັ່ນ, ການພົວພັນດ້ານການເມືອງທີ່ແໜ້ນແຟ້ນລະຫວ່າງສອງຝ່າຍ ທັງແມ່ນພື້ນຖານເພື່ອຊຸກຍູ້ການຮ່ວມມືໃນຫຼາຍດ້ານ, ທັງຊ່ວຍສອງປະເທດປະກອບສ່ວນເຂົ້າໃນເປົ້າໝາຍລວມແມ່ນສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ. ທ່ານ Ben Bland ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ສັງກັດສະຖາບັນຄົ້ນຄ້ວາ Lowy (Research Fellow and Director of the Southeast Asia Project)- ອົດສະຕາລີ ໃຫ້ຂໍ້ສັງເກດວ່າ: ອົດສະຕາລີ ແລະ ຫວຽດນາມ ລ້ວນແຕ່ຕ້ອງຮ່ວມມືນຳກັນເພື່ອເພີ່ມທະວີຜົນສະທ້ອນ ແລະ ສຽງເວົ້າລວມໃນພາກພື້ນ. ທ່ານ Ben Bland ກ່າວວ່າ:

   ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຍ້ອນວ່າ ພວກເພື່ອນມີພື້ນຖານເສດຖະກິດພັດທະນາໄວ. ຂ້າພະເຈົ້າຄິດວ່າ, ຫວຽດນາມ ແລະ ອົດສະຕາລີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການພົວພັນ. ສຳລັບອົດສະຕາລີ, ຫວຽດນາມ ແມ່ນປະເທດຫຼັກແຫຼ່ງ ແລະ ແມ່ນຄູ່ຮ່ວມມືທີ່ມີບົດບາດເທົ່າທຽມກັນທາງຍຸດທະສາດໃນພາກພື້ນ.

ການຢ້ຽມຢາມສ້າງກຳລັງໜູນໃໝ່

   ຍ້ອນເຫດນັ້ນ, ຄຽງຂ້າງເປົ້າໝາຍຕົ້ນຕໍແມ່ນຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ, ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Scott Morrison ຍັງແມ່ນໂອກາດເພື່ອໃຫ້ການນຳສອງປະເທດປຶກສາຫາລືວິທີຊຸກຍູ້ການພົວພັນພັດທະນາຕາມລວງເລິກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເພື່ອພ້ອມກັນມຸ່ງໄປເຖິງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ອນທີ່ເດີນທາງມາຫວຽດນາມ, ທ່ານນາຍົກລັດຖະມົນຕີອົດສະຕາລີ ຢືນຢັນວ່າ: ການພົວພັນກັບຫວຽດນາມ ບໍ່ເຄີຍມີຄວາມສະດວກຄືໃນປະຈຸບັນ. ທ່ານປາດຖະໜາຢາກພົບປະກັບທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ຄືນໃໝ່ເພື່ອປຶກສາຫາລືກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ສ້າງຂຶ້ນແຕ່ປີ 2018. ອົດສະຕາລີ ແລະ ຫວຽດນາມ ພ້ອມກັນແບ່ງປັນວິໄສທັດພາກພື້ນ ແລະ ໂລກ. ໃນສະພາບການທີ່ສອງປະເທດພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຍ້ອນການກະທົບຂອງເສດຖະກິດທົ່ວໂລກນັ້ນ, ອົດສະຕາລີ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນກັບພາກພື້ນອາຊຽນ ແລະ ຫວຽດນາມ ຢ່າງແຮງ, ໂດຍສະເພາະແມ່ນໃນຂົງເຂດຮ່ວມມືດ້ານການຄ້າ ແລະ ການລົງທຶນ.

   ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ບັນດາບັນຫາປ້ອງກັນຄວາມສະຫງົບຍຸດທະສາດໃນພາກພື້ນ ແລະ ໃນໂລກ, ໃນນັ້ນມີບັນຫາຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ ແນ່ນອນວ່າ ຈະແມ່ນຄວາມສົນໃຈລວມຂອງການນຳຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ຍ້ອນວ່າ ອົດສະຕາລີ ແມ່ນປະເທດມີບົດບາດສຳຄັນ, ຍາມໃດກໍ່ປະກອບສ່ວນເຂົ້າໃນເປົ້າໝາຍສັນຕິພາບ, ສະຖຽນລະພາບໃນພາກພື້ນ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Scott Morrison ໄດ້ຮັບຄວາມມຸ່ງຫັວງວ່າ ຈະສ້າງກຳລັງໜູນ ແລະ ແງ່ຫວັງໝ່, ເປີດກ້ວາງ ແລະ ເຮັດໃຫ້ສາຍພົວພັນສອງຝ່າຍຫວຽດນາມ-ອົດສະຕາລີ ເລິກເຊິ່ງຂຶ້ນຕື່ມ.

 


ຕອບກັບ

ຂ່າວ/ບົດ​ອື່ນ