ສ້າງທິດທາງພັດທະນາໃຫ້ຂະແໜງທ່ອງທ່ຽວຫວຽດນາມ

(vovworld) - ໃນ​ຊຸມ​ປີ​ຜ່ານ​ມາ, ​ຂະ​ແໜງທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຈະ​ແຈ້ງ ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ສຳ​ຄັນເປັນໜ້າ​ສົ່ງ​ເສີມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເມື່ອ​ທຽບ​ໃສ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ, ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ຍັງ​ບໍ່​ທັນ​ນ​ຳ​ໃຊ້​ບັນ​ດາ​ທ່າ​ແຮງ​ຂອງ​ຕົນ​ໄດ້​ໝົດ​ເທື່ອ ເພື່ອ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​​ມີ​ການ​ປະ​ກອບ​​ສ່ວນ​ຢ່າງ​ໃຫຍ່​ຫຼວງເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ຫວ່າງ​ແລ້ວນີ້, ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 08, ລົງວັນ​ທີ 16/01 ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽ​ວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ, ໄດ້​ເປີດ​ທິດ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ຂະ​ແໜງທ່ອງ​ທ່ຽວ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ນັກ​ຂ່າ​ວ ຢ້ຽວ​ລິງ.


ສ້າງທິດທາງພັດທະນາໃຫ້ຂະແໜງທ່ອງທ່ຽວຫວຽດນາມ - ảnh 1
(​ເຂດ​ທ່ອງ​ທ່ຽວຊາ​ປາ)

15 ປີ​ຜ່ານ​ມາ (2001 - 2016), ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ​ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ຍູ້​ແຮງວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງກັບ​ສາ​ກົນ, ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ເພາະ​ສະ​ນັ້ນ, ມະ​ຕິ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ວາງ​ຄາດ​ໝາຍ​ນຳ​ການ​ທ່​ອງ​ທ່ຽວ​ຫວຽດ​ນາມ ມຸ່ງ​ໄປ​ເຖິງ​​ຂະ​ແໜງ​ອາ​ຊ​ີບ​ເທື່ອ​ລະ​ກ້າວ, ມີ​ລະ​ບົບ​ພື້ນ​ຖານ​ດ້ານ​ເຕັກ​ນິກ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ; ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ມີ​ຄຸນ​ນະ​ພາບ​ສູງ, ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ເຄື່ອງ​ໝາຍ​ການ​ຄ້າ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​​ຂອງຊາດ, ​ສາ​ມາດແກ່ງ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ໄດ​້.

ປີ 2020, ຂະ​ແໜງ​ທ​່ອງ​ທ່ຽວ​ຫວຽດ​ນາມ ວາງ​ອອກ​ຄາດ​ໝາຍ​ບັນ​ລຸ​ລາຍ​ຮັບ 30 ຕື້ USD.

        ຄາດໝາຍ​ລະ​ອ​ຽດ​ຂອງ​ຫວຽດ​ນາມ ແມ່​ນ​ຮອດ​ປີ 2020, ດຶງ​ດູດ​ນ​ັກ​ທ່ອງ​ທ່ຽວ​ສາ​ກົນ​ໃຫ້​ໄດ້​ແຕ່ 17 – 20 ລ້ານ​ເ​ທື່ອ​ຄົນ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 82 ລ້ານ​ເທື່ອ​ຄົນ, ປະ​ກອບ​ເຂົ້າ GDP ໄດ້​ກ່​ວາ 10%; ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນ​ລຸ​ແມ່ນ 35 ຕື້ USD; ມູນ​ຄ່າ​ສົ່ງ​ອອກ​ຜ່ານ​ການ​ທ່ອງ​ທ່ຽ​ວ​ບັນ​ລຸ 20 ຕື້ USD; ສ້າງວຽກ​ເຮັດ​ງານ​ທຳ​ໃຫ​້ 4 ລ້ານ​ຄົນ, ໃນ​ນັ້ນ​ມີ 1,6 ລ້ານ​ຄົນ​ເຮັດ​ວຽກ​ໂດຍ​ກົງ. ສູ້​ຊົນ​ຮອດ​ປີ 2030, ຂະ​ແໜງ​ທ່ອ​ງ​ທ່ຽວ​​ຈະ​ກາຍ​ເປັນ​​ຂະ​ແໜ​ງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຢ່າງ​ແທ​້​ຈິງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ອື່ນໆ​ຢ່າງ​ແຮງ, ນຳ​ຫວຽດ​ນາມ ​ເຂົ້​າ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ຂະ​ແໜງ​ເສດ​ຖະ​ກິດ​ຂຽວ​ພັດ​ທະ​ນາ​ແຖວ​ໜ້າ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ, ໃຫ້​ຮູ້​ວ່າ.

ສ້າງທິດທາງພັດທະນາໃຫ້ຂະແໜງທ່ອງທ່ຽວຫວຽດນາມ - ảnh 2
(ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ)

“ມະ​ຕິ​ເລກ​ທີ 08 ແມ່ນ​ເອ​ກະ​ສານ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ. ນີ້​ແມ່ນ​ຂີດ​ໝາຍ​ພິ​ເສດ​ໃນ​ປະ​ຫວັດ​ສາດການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ທ່​ອງ​ທ່ຽວ​ຫວຽດ​ນາມ ຍ້ອນນີ້​ເປັ​ນ​ຄັ້ງ​ທຳ​ອິດ​ຂະ​ແໜງ​ທ່ອງ​ທ່ຽ​ວ​ມີ​ມະ​ຕິ​ຂອງກ​ົມ​ການ​ເມືອງ. ດ້ວຍທັດ​ສະ​ນ​ະ​​ທີ່​ເຂັ້ມ​ແຂງ, ບັນ​ດາ​ເນື້ອ​ໃນ ແລະ ຄາດ​ໝາຍ​ໃຫຍ່ ພ້ອ​ມ​ກັບ​ລະ​ບົບ​ບັນ​ດາ​ມາດ​ຕະ​ການ​ແກ​້​ໄຂ​ຢ່າງ​​ຮອບ​ດ້ານ, ຄົບ​ຖ້ວ​ນ, ມະ​ຕິ​ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ ບົນ​ເສັ້ນ​ທາງ​ກາຍ​ເປັນ​ຂະ​ແໜງ​ເສດ​ຖ​ະ​ກິດ​ປາຍ​ແຫຼມ​.”

​ເຮັດ​ໃຫ້​ບັນ​ດາ​ນະ​ໂຍ​ບາຍປະ​ກົດ​ຜົນ​ເປັນ​ຈິງໃນຊີ​ວິດ​ການ​ເປັນ​ຢູ່​.

        ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ເມື່ອ​ຖືກ​​​ຈັດອັນ​ດັບ​ທີ 21/141 ​ ​ປະ​​ເທດ, ແຕ່ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ພັດ​ຢືນ​ອັນ​ດັບ​ທີ 75/141 ພື້ນ​ຖານ​ເສດ​ຖະ​ກິດ ກ່ຽວ​ກັບ​ກຳ​ລັງຄວາມ​ສາ​ມາດ​ແກ​່ງ​ແຍ​້ງ​ທ່ອງ​ທ່ຽວ​​ໃນ​​ທົ່ວໂລ​ກ. ເພາະ​​ສະນັ້ນ, ແຜນ​ນະ​ໂຍ​ບາຍ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ໄດ​້​ຮັບ​ຖື​ວ່າ​ແມ່ນ “​ກຳ​ຫຼັງ​ໜ​ູນ”​ ອ​ັນໃຫຍ່​ຫຼວງ​ໃຫ້​ແກ່​ຂົງ​ເຂດນີ້, ພ້ອມ​ທັງ​ວາງ​ອອກ​​ບາງ​ໜ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ ຄື: ປ່ຽນ​ໃໝ່​​ຄວາມ​ຮັບ​ຮູ້ ແລະ ຈິນ​ຕະ​ນ​າ​ການ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ; ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ທ່ອງ​ທ່ຽວ​ຄືນ​ໃໝ່ຮັບ​ປະ​ກັນ​​​ລັກ​ສະ​ນະ​ອາ​ຊີບ, ທັນ​ສະ​ໄໝ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕາມ​ກົດ​ເກນຂອງ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ແລະ ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ໃນ​ນັ້ນ​, ​ສຸ​ມ​ໃສ່​​ປັບ​ປຸງ​ລະ​ບອບ, ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ກາ​ນ​ທ່ອງ​ທ່ຽວ; ພັດ​ທະ​ນາ​ພື້​ນ​ຖານ​ໂຄງ​ລ່າງ ແລະ ພື້ນ​ຖານ​ວັດ​ຖ​ຸ​ເຕັກ​ນິກ; ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ; ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ໃຫ້​ວ​ິ​ສາ​ຫະ​ກິດ ແລະ ປະ​ຊາ​​ຄົມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິ​ງ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ການ​ທ່ອງ​ທ່ຽວ… ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ, ໃຫ້​ຮູ້​ຕື່ມ​ອີກວ່າ.

        “ໜຶ່ງ​ໃນ​ບັນ​ດາ​ທັດສະ​ນະ​​ບຸກ​ທະ​ລຸຢ່າງ​ແຮງຂອງ​ແຜນ​ນະ​ໂຍ​ບາຍນີ້ ນັ້ນ​ແມ່ນ​ຂະ​ແໜງ​ທ່ອງ​ທ່ຽວ​​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ສັງ​ລວມ, ເຊື່ອມ​ຕໍ່​​ລະ​ຫວ່າງຂ​ະ​ແໜງ, ​​ລະ​ຫວ່າງ​ເຂດ ແລະ ​ຫັນ​ເປັນ​ສັງ​ຄົມ​ສູງ, ມີ​ເນ​ື້ອ​ໃນ​ວັດ​ທະ​ນະ​ທຳ​ຢ່າງ​ເລິກ​ເຊິ່ງ. ສະ​ນັ້ນ, ພັດ​ທະ​ນາ​ການ​ທ່ອງ​ທ່ຽ​ວ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ລະ​ບົບ​ການ​ເມືອງ, ຂອ​ງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ຂອງ​ທົ່ວ​ສັງ​ຄົມ, ໃນ​ນັ້ນ, ບົດ​ບາດ​ຂອງ​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ ແລະ ປະ​ຊາ​​ຄົມຊຸມ​ຊົນ​ທ້ອງ​ຖິ່ນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ນຳ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ ແລະ ຢາກ​ນຳ​ເຂົ້າ​ຊີ​ວິດ​​ການ​ເປ​ັນ​ຢູ່​ໃຫ້​ໄດ້ນັ້ນ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຕ້ອງ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ລະ​ດັບ​ສູງ​ສຸດ”.

        ຄາດ​ວ່າ, ໃນ​ເດືອນ 04 ຈະ​ມາ​ເຖິງ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ​ຈະ​ສ້າງ​ຮ່າງ​​ໂຄງ​ການ​​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​​ສຳ​ເລັດ, ເພື່ອ​ຍື່ນ​ສະ​ເໜີ​ຕໍ​່​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ພິ​ຈ​າ​ລະ​ນາ ແລະ ປະ​ກາດ​ໃຊ້. ໂຄງ​ການ​​ດຳ​ເນີນ​ງານ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ໜ້າ​ທີ່, ຫັນ​​ແນວ​ທາງ​ເປັນ​ລະ​ອຽ​ດ, ນອກ​ນັ້ນ​ຈະ​ອີງ​ໃສ່​ສະ​ພາບ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ຄະ​ນະ, ຂະ​ແໜງ​ການ ເພື່ອມອບ​ໜ້າ​ທີ່​ລະ​ອຽດ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ “ປ່ຽນ​ໃໝ່​​ຄວາມ​ຮັບ​ຮູ້ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ກ​ານ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ”, ຍູ້​ແຮງວ​ຽກ​ງານ​ໂຄ​ສະ​ນາ, ຍົກ​ສູ​ງ​ຄວາມ​ຮັບ​ຮູ້​ຂອງ​ສັງ​ຄົມ, ປະ​ຊາ​ຊົນ​ກ່ຽວ​ກັບການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ