ສ້າງນະໂຍບາຍຢ່າງມີປະຊາທິປະໄຕ, ພາວະວິໄສ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຫາກໍ່ຕົກລົງ ເລື່ອນເວລາການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ໝາຍເຖິງເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ແນໃສ່ມີເວລາດັດປັບ, ເພີ່ມເຕີມຮ່າງກົດໝາຍຕື່ມອີກ.

ການຕົກລົງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ສະພາແຫ່ງຊາດ ແລະ ລັດຖະບານ ຮັບຟັງຄຳຄິດເຫັນຂອງບັນດາຜູ້ມີສິດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ ແລະ ປະຊາຊົນ, ມີປະຊາທິປະໄຕ, ພາວະວິໄສໃນການສ້າງນະໂຍບາຍ, ກົດໝາຍຢ່າງແທ້ຈິງ. ບົດຂຽນຂອງບັນນາທິການ ທູຮວາ “ສ້າງນະໂຍບາຍຢ່າງມີປະຊາທິປະໄຕ, ພາວະວິໄສ”.

ສ້າງນະໂຍບາຍຢ່າງມີປະຊາທິປະໄຕ, ພາວະວິໄສ - ảnh 1ເຂດເວີນດົນ ພາບ: Minh Nguyen/cafef.vn

        ເລື່ອງສ້າງຕັ້ງ 3 ເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ ມີຄວາມໝາຍຢ່າງໃຫຍ່ຫລວງ, ບໍ່ພຽງແຕ່ຂຸດຄົ້ນຄວາມສາມາດບົ່ມຊ້ອນເພື່ອພັດທະນາ 3 ເຂດນີ້ເທົ່ານັ້ນ ຫາກຍັງສ້າງກຳລັງໜູນແຜ່ຂະຫຍາຍໃຫ້ບັນດາເຂດພາກອື່ນໆອີກດ້ວຍ. ພ້ອມກັບການສ້າງຕັ້ງ 3 ເຂດເສດຖະກິດພິເສດນັ້ນ, ບັນດາກົນໄກ, ນະໂຍບາຍໃໝ່, ໃນນັ້ນ ມີລະບອບລະບຽບການຂອງກົງຈັກການຄຸ້ມຄອງໃຫ້ເຂດເສດຖະກິດພິເສດ ກໍ່ຄືຄວາມຈຳເປັນ ຕ້ອງກໍ່ສ້າງຢ່າງຄົບຊຸດ, ສົມບູນແບບ, ເໝາະສົມກັບທ່າອ່ຽງການພັດທະນາ.

        ລັດຖະນະໂຍບາຍເລີ່ມມາຈາກເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ

        ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງສ້າງຕັ້ງ 3 ເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ ມີຄວາມໝາຍຢ່າງໃຫຍ່ຫລວງ, ຕາມນັ້ນແລ້ວ ການຈັດແບ່ງຂັ້ນ, ແບ່ງສິດອຳນາດ ຈະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງມີປະສິດທິຜົນ, ມີຄຸນປະໂຫຍດຊຸກຍູ້ການພັດທະນາຂອງປະເທດ. ສະນັ້ນ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງມີຄວາມປາດຖະໜາຢາກໃຫ້ ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍໂດຍໄວທີ່ສຸດ ແນໃສ່ສ້າງກອບກົດໝາຍ ເພື່ອແກ້ໄຂບັນດາບັນຫາໃຫ້ແທດຈິງໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນຮ່າງກົດໝາຍໃໝ່, ສັບສົນ, ບໍ່ເຄີຍມີມາກ່ອນ; ບັນດາຂໍ້ກຳນົດກ່ຽວກັບກົນໄກ, ນະໂຍບາຍໃນຮ່າງກົດໝາຍ ່ມີລັກສະນະບຸກທະລຸທັງດ້ານການຈັດຕັ້ງກົງຈັກ ແລະ ທັດສະນະ, ການກຳນົດທິດພັດທະນາໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປສັບສົນຫລາຍຢ່າງ.

        ໃນສະພາບທີ່ຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ພະນັກງານຜູ້ອາວຸໂສ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ຜູ້ມີສິດເລືອກຕັ້ງຍັງມີຄວາມແຕກຕ່າງກັນກ່ຽວກັບບາງເນື້ອໃນຂອງຮ່າງກົດໝາຍນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ໃນການຕອບສຳພາດຕໍ່ສື່ມວນຊົນໄດ້ຢືນຢັນວ່າ: ຈະຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ເພື່ອດັດປັບບັນດາຂໍ້ກຳນົດໃນຮ່າງກົດໝາຍໃຫ້ເໝາະສົມ. ຍ້ອນວ່າ ຫວຽດນາມ ຍັງບໍ່ເຄີຍມີເຂດພິເສດເທື່ອ ດັ່ງນັ້ນ ເມື່ອສ້າງນະໂບຍາຍ, ບັນດາອົງການທີ່ກ່ຽວຂ້ອງຕ້ອງທັງປະຕິບັດ, ທັງຖອດຖອນບົດຮຽນຈາກຄວາມສຳເລັດ ແລະ ການປະລາໄຊຂອງບັນດາປະເທດ ເພື່ອຮັບປະກັນການກໍ່ສ້າງເຂດພິເສດປະສົບຜົນສຳເລັດ, ນຳມາເຊິ່ງຜົນປະໂຫຍດໃຫຍ່ຫລວງທີ່ສຸດໃຫ້ປະເທດຊາດ, ໃຫ້ປະຊາຊົນ. ທ່ານນາຍົກລັດຖະມົນຕີກໍ່ຢືນຢັນວ່າ ເມື່ອສ້າງຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ, ພັກ, ລັດໄດ້ຊາບຊຶມທັດສະນະທີ່ວ່າ ຍາມໃດກໍ່ຖືຜົນປະໂຫຍດຂອງລັດ ແລະ ປະຊາຊົນເໜືອກ່ວາສິ່ງໃດໝົດ.

        ລັດຖະບານ ແລະ ສະພາແຫ່ງຊາດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຈິດໃຈເພື່ອປະຊາຊົນຮັບໃຊ້ໃນຈຸດເວລາສຳຄັນນີ້. ເລື່ອງສະເໜີລັດຖະບານ ແລະ ສະພາແຫ່ງຊາດຕົກລົງເຫັນດີເລື່ອນເວລາຮັບຮອງເອົາຮ່າງກົດໝາຍແມ່ນສິ່ງທີ່ເປັນໜ້າຊື່ນຊົມ, ສະແດງໃຫ້ເຫັນຄວາມຖືກຕ້ອງຕາມຈິດໃຈປະຊາທິປະໄຕ, ພາວະວິໄສ ແລະ ລັດຖະນະໂຍບາຍທີ່ເລີ່ມມາຈາກເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເລື່ອງເລື່ອນກຳນົດເວລາຮັບຮອງເອົາຮ່າງກົດໝາຍສະແດງໃຫ້ເຫັນວ່າ ລັດຖະບານ, ສະພາແຫ່ງຊາດໄດ້ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນດ້ວຍຈິດໃຈສ້າງສັນ ແລະ ເຄົາລົບນັບຖື, ເຊີດຊູບັນດາຄຳຄິດເຫັນທີ່ມີຄຸນຄ່າຂອງບັນດານັກຊ່ຽວຊານ, ນັກກົດໝາຍ. ດັ່ງນັ້ນ, ປະຊາຊົນບໍ່ມີເຫດຜົນໃດ ທີ່ບໍ່ເຊື່ອໝັ້ນ ແລະ ສ້າງຄວາມມຸ່ງຫວັງຫລາຍຢ່າງຕໍ່ບັນດາລັດຖະນະໂຍບາຍຂອງສະພາແຫ່ງຊາດ, ລັດຖະບານໃນໄລຍະຈະມາເຖິງ. ເມື່ອສະພາແຫ່ງຊາດຕົກລົງເລື່ອນກຳນົດເວລາຮັບຮອງເອົາຮ່າງກົດໝາຍສະບັບນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮຽກຮ້ອງປະຊາຊົນໃຫ້ໃຈເຢັນໆ, ເຊື່ອໝັ້ນຕໍ່ການຕັດສິນຂອງພັກ, ລັດ, ຍ້ອນວ່າ ເມື່ອສ້າງຮ່າງກົດໝາຍສະບັບຕ່າງໆ, ຍາມໃດສະພາແຫ່ງຊາດກໍ່ຮັບຟັງຄຳຄິດເຫັນຂອງປະຊາຊົນ.

        ເຄົາລົບປະຊາທິປະໄຕ ແລະ ຮັກສາລະບຽບວິໄນ, ອຳນາດລັດ

        ເລື່ອງເລື່ອນກຳນົດເວລາຮັບຮອງເອົາຮ່າງກົດໝ່າຍວ່າດ້ວຍຫົວໜ່ວຍປົກຄອງ - ເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ ແມ່ນສະແດງໃຫ້ເຫັນຄວາມສະດຸງໄວ, ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງສະມາຊິກສະພາແຫ່ງຊາດ, ຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ ເພື່ອກວດກາຄືນ, ຕີລາຄາ ແລະ ຮັບປະກັນໃຫ້ບັນດານະໂຍບາຍຢ່າງແໜ້ນແຟ້ນ, ຄົບຊຸດ ແລະ ມີປະສິດທິຜົນ, ຄວາມເປັນໄປໄດ້ຂອງກົດໝາຍ ໄດ້ຮັບຮອງເອົາ. ເລື່ອງຍັງບໍ່ທັນຮັບຮອງເອົາຮ່າງກົດໝາຍກໍ່ແມ່ນສິ່ງຈຳເປັນ ເພື່ອຄົ້ນຄວ້າປັບປຸງໃຫ້ສົມບູນແບບຕື່ມອີກ ເພື່ອຮັບປະກັນລັກສະນະບຸກທະລຸຂອງນະໂຍບາຍ ແລະ ເມື່ອນຳໃຊ້ເຂົ້າໃນການປະຕິບັດຕົວຈິງຈະເສີມຂະຫຍາຍໄດ້ຄຸນປະໂຫຍດໃນທັນທີ, ບໍ່ຊ້ອນແຝງຄວາມສ່ຽງໃນນະໂຍບາຍ. ສິ່ງດັ່ງກ່າວ ຕ້ອງໄດ້ຮັບຮູ້ຢ່າງຈະແຈ້ງ, ສະແດງ

ໃຫ້ເຫັນຄວາມເຄົາລົບປະຊາທິປະໄຕ, ສິດທິມະນຸດຂອງພັກ, ລັດ ຫວຽດນາມ.

        ພ້ອມກັນກັບເລື່ອງເລື່ອນການກຳນົດເວລາຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງບໍລິຫານ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ, ສະພາແຫ່ງຊາດ, ລັດຖະບານກໍ່ຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນຄຸ້ມຄອງຢ່າງແໜ້ນແຟ້ນການນຳໃຊ້ທີ່ດິນຢູ່ບັນດາບໍລິເວນຄາດວ່າ ຈະສ້າງຕັ້ງເຂດພິເສດ, ຕັ້ງໜ້າຜັນຂະຫຍາຍບັນດາວຽກງານກະກຽມກ່ຽວກັບແຫຼ່ງກຳລັງ, ເງື່ອນໄຂຮັບປະກັນເພື່ອວ່າ ເມື່ອກົດໝາຍ, ບັນດາມະຕິໄດ້ຮັບຮອງເອົາອາດຈະປະຕິບັດໄດ້ໃນທັນທີ; ພ້ອມທັງ ເພີ່ມທະວີຂໍ້ມູນຂ່າວສານໂຄສະນາເຮັດແຈ້ງບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈເປັນຈຳນວນຫລວງຫລາຍ ເພື່ອສ້າງຄວາມເຫັນດີເຫັນພ້ອມຢ່າງສູງກັບບັນດາເນື້ອໃນຂອງຮ່າງກົດໝາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ