ສ້າງບາດກ້າວບຸກທະລຸກ່ຽວກັບກົນໄກນະໂຍບາຍເພື່ອພັດທະນາເສດຖະກິດພາກເອກະຊົນ

(VOVWORLD) -ຕາມບົດລາຍງານຕີລາຄາເພີ່ມເຕີ່ມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານຂອງລັດປີ 2017; ສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2018 ທີ່ສະເໜີຕໍ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ພື້ນຖານເສດຖະກິດຫວຽດນາມ ບັນລຸໄດ້ຜົນງານທີ່ຕັ້ງໜ້າຫຼາຍຢ່າງ. ເພື່ອໃຫ້ເສດຖະກິດຂອງປະເທດຊາດພັດທະນາແບບຍືນຍົງໃນໄລຍະຈະມາເຖິງນັ້ນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຖືວ່າ ລັດຖະບານຄວນມີບາດກ້າວບຸກທະລຸກ່ຽວກັບກົນໄກນະໂຍບາຍ, ພ້ອມທັງສ້າງເງື່ອນໄຂເພື່ອພັດທະນາເສດຖະກິດພາກເອກະຊົນ, ຊຸກຍູ້ວິສາຫະກິດຢູ່ພາຍໃນປະເທດໃຫ້ພັດທະນາ.
ສ້າງບາດກ້າວບຸກທະລຸກ່ຽວກັບກົນໄກນະໂຍບາຍເພື່ອພັດທະນາເສດຖະກິດພາກເອກະຊົນ - ảnh 1 (ພາບປະກອບອີນເຕີແນັດ)

ບົດບາດ, ທີ່ຕັ້ງຂອງເສດຖະກິດພາກເອກະຊົນ ນັບມື້ນັບໄດ້ຮັບການຮັບຮູ້ຢ່າງຈະແຈ້ງກວ່າ ແລະ ໄດ້ຮັບການຕີລາຄາຢ່າງຖືກຕ້ອງກວ່າ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນມະຕິສູນກາງພັກເທື່ອທີ 5 ຊຸດທີ 12 ເມື່ອເນັ້ນໜັກວ່າ “ເສດຖະກິດພາກເອກະຊົນແມ່ນກຳລັງໜູນສຳຄັນໃນການພັດທະນາເສດຖະກິດ”. ບັນດາການປະກອບສ່ວນຂອງເສດຖະກິດພາກເອກະຊົນໄດ້ຮັບການຕີລາຄາວ່າແມ່ນມີຄວາມໝາຍສຳຄັນທີ່ສຸດໃນການພັດທະນາປະເທດຊາດ, ນັບແຕ່ການປະກອບເຂົ້າງົບປະມານ ຕະຫຼອດເຖິງການສ້າງວຽກເຮັດງານທຳ. ໃນໂຄງປະກອບ GDP, ເສດຖະກິດພາກເອກະຊົນໄດ້ປະກອບສ່ວນຫຼາຍທີ່ສຸດໃນຫຼາຍປີຜ່ານມາ.

ລົບລ້າງຮົ້ວກີດຂວາງເພື່ອໃຫ້ວິສາຫະກິດພາກເອກະຊົນພັດທະນາ

        ຕາມບົດລາຍງານສຳຫຼວດກ່ຽວກັບດັດຊະນີຄວາມໄວ້ເນື້ອເຊື່ອໃຈນັກທຸລະກິດປີ 2017 ໂດຍເວທີປາໄສເສດຖະກິດພາກເອກະຊົນດຳເນີນນັ້ນ, ບັນດາວິສາຫະກິດຍັງປະສົບກັບຮົ້ວກີດຂວາງກ່ຽວກັບໃບອະນຸຍາດຍ່ອຍ, ການເລີ່ມທຸລະກິດຍັງປະສົບກັບຄວາມຫຍຸ້ງຍາກຢູ່. ການປຶກສາຫາລືທີ່ກອງປະຊຸມເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ມີສະມາຊິກສະພາແຫ່ງຊາດບາງທ່ານໃດ້ໃຫ້ຂໍສັງເກດວ່າ: ລັດຖະບານໄດ້ມີຄວາມກົງໄປກົງມາຍົກອອກບັນດາສິ່ງຈຳກັດຄວນໄດ້ຮັບການແກ້ໄຂໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ເພື່ອແກ້ໄຂບັນດາສິ່ງຈຳກັດດັ່ງກ່າວຄວນມີກົນໄກຕິດຕາມກວດກາບົດບາດຂອງບັນດາຜູ້ນຳໜ້າຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານສະມາຊິກສະພາແຫ່ງຊາດ ລຶວບິ່ງເຍື້ອງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ເບັ໋ນແຈ, ຖືວ່າ.

        “ມີສິ່ງຈຳກັດບາງຢ່າງທີ່ສາມາດແກ້ໄຂໄດ້, ສິ່ງສຳຄັນທີ່ສຸດແມ່ນລັດຖະບານ ຕ້ອງລະດົມໃຈແກ່ປະຊາຊົນ, ສົມທົບກັບບັນດາອົງການແຫ່ງລັດອື່ນ ເພີ່ມທະວີການຄວບຄຸມສິດອຳນາດ. ນອກຈາກນັ້ນ, ສະພາແຫ່ງຊາດກໍ່ຄວນຍົກສູງການຕິດຕາມກວດກາຂອງຕົນກໍ່ກັບລັດຖະບານ, ອົງການແຫ່ງລັດ ເພື່ອຫຼຸດຜ່ອນບັນດາສິ່ງຈຳກັດ, ບັນດາຄວາມຫຍຸ້ງຍາກທີ່ຍັງຕິດຂັດ”.

ສ້າງບາດກ້າວບຸກທະລຸກ່ຽວກັບກົນໄກ, ນະໂຍບາຍ

        ບັນດາການປະກອບສ່ວນຂອງເສດຖະກິດພາກເອກະຊົນໄດ້ຮັບການຕີລາຄາວ່າແມ່ນມີຄວາມໝາຍສຳຄັນທີ່ສຸດໃນການພັດທະນາປະເທດຊາດ, ນັບແຕ່ການປະກອບເຂົ້າງົບປະມານຕະຫຼອດເຖິງການສ້າງວຽກເຮັດງານທຳ. ໄລ່ແຕ່ປີ 2010 ມາຮອດປະຈຸບັນ, ການປະກອບສ່ວນຂອງຂົງເຂດນີ້ໃນ GDP ລ້ວນແຕ່ຢູ່ໃນລະດັບກວ່າ 43%. ຖ້າຫາກວ່າ ບັນດາເງື່ອນໄຂດຳເນີນທຸລະກິດໄດ້ເປີດກວ້າງກວ່ານັ້ນ, ລະດັບເຕີບໂຕຂອງກຸ່ມວິສາຫະກິດພາກເອກະຊົນຫວຽດນາມ ຈະສູງກວ່າແຕ່ 15 – 50%/ປີ. ເພື່ອບັນລຸໄດ້ລະດັບເຕີບໂຕດັ່ງກ່າວ, ວິສາຫະກິດພາກເອກະຊົນປາດຖະໜາຢາກມີຄວາມສະເໝີພາບໃນການສຳພັດກັບບັນດາແຫຼ່ງກຳລັງ. ລັດຖະບານຫວຽດນາມ ຢືນຢັນຈະມານະພະຍາຍາມລົບລ້າງທຸກຮົ້ວກີດຂວາງ, ອະຄະຕິ, ສ້າງທຸກເງື່ອນໄຂສະດວກເພື່ອພັດທະນາເສດຖະກິດພາກເອກະຊົນພັດທະນາຢ່າງປອດໄສ, ຖືກຕາມກຳນົດທິດ. ທ່ານ ເລກົງເຍື່ອງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງດິ້ງ ຖືວ່າ, ຄວນລົງທຶນກຳລັງບົ່ມຊ້ອນໃຫ້ບັນດາຈຸດທີ່ຍັງຕິດຂັດຂອງພື້ນຖານເສດຖະກິດຄື: logicstic, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນຳໃຊ້ແຫຼ່ງທຶນຢ່າງມີປະສິດທິຜົນ, ເພີ່ມສະມັດຕະພາບແຮງງານ, ຮຽກຮ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາເສດຖະກິດ.

        “ຕາມຂ້າພະເຈົ້າແລ້ວ, ໃນໄລຍະຈະມາເຖິງຄວນສຸມໃສ່ເຂົ້າໃນການບຸກທະລຸກ່ຽວກັບນະໂຍບາຍ, ກົນໄກ. ມະຕິສູນກາງພັກຄັ້ງທີ 6 ມີນະໂຍບາຍກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ສະນັ້ນ, ພວກເຮົາຄວນເປີດທິດທາງໃຫ້ວິສາຫະກິດພາກເອກະຊົນພັດທະນາ ຈາກນັ້ນປະກອບສ່ວນເຂົ້າ GDP ໃຫ້ແກ່ສັງຄົມ ແລະ ແກ້ໄຂວຽກເຮັດງານທຳໃຫ້ຄົນງານ. ເພີ່ມທະວີການລົງທຶນເຂົ້າກຳລັງບົ່ມຊ້ອນຕົ້ນຕໍໃຫ້ແກ່ບັນດາສິ່ງທີ່ຕິດຂັດຂອງພື້ນຖານເສດຖະກິດ”.

        ສ່ວນທ່ານສະມາຊິກສະພາແຫ່ງຊາດ ເຈີ່ນຮ່ວາງເງິນ, ຄະນະສະມາຊິກນະຄອນໂຮ່ຈິມິນ ຖືວ່າ, ຄວນມີບັນດານະໂຍບາຍທີ່ເໝາະສົມເພື່ອພັດທະນາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ. ໃນໄລຍະຜ່ານມາ, ລັດຖະບານໄດ້ປະກາດໃຊ້ຫຼາຍນະໂຍບາຍແລ້ວ, ເຖິງຢ່າງໃດກໍ່ຕາມ, ມີວິສາຫະກິດຫຼາຍແຫ່ງຍັງບໍ່ສາມາດສຳພັດໄດ້, ສະນັ້ນຄວນກວດກາຄືນບັນດານະໂຍບາຍນັ້ນໃຫ້ເໝາະສົມກັບສະພາບຕົວຈິງ. ທ່ານສະມາຊິກສະພາແຫ່ງຊາດ ເຈີ່ນຮ່ວາງເງິນ, ເນັ້ນໜັກວ່າ.

        “ປາດຖະໜາຢາກມີການກຳນົດທິດທີ່ມີການໜູນຊ່ວຍຂອງລັດຖະບານ ເພື່ອໃຫ້ວິສາຫະກິດຫວຽດນາມ, ເຄື່ອງໝາຍການຄ້າຫວຽດນາມ ນອນໃນບັນດາຂົງເຂດຜະລິດດຳເນີນທຸລະກິດ. ນັ້ນຈຶ່ງສະແດງໃຫ້ເຫັນຄວາມປອດໄພກ່ຽວກັບຄວາມໝັ້ນຄົງຂອງພື້ນຖານເສດຖະກິດແຫ່ງຊາດໄດ້. ສະເໜີຕໍ່ສະພາແຫ່ງຊາດອອກມະຕິ, ລັດຖະບານສ້າງແຜນການກະທຳກ່ຽວກັບການກວດການະໂຍບາຍຕາມ, ນະໂຍບາຍໄດ້ຮັບການປະກາດໃຊ້ແລ້ວຄວນ ກວດກາຄືນ, ກວດກາສະພາບຕົວຈິງຄືນ”.

        ເປົ້າໝາຍຂອງລັດຖະບານໃນປະຈຸບັນແມ່ນມີການກະທຳເພື່ອນຳເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນ, ເປັນຂໍ້ກຸ້ນແຈໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດ. ໃນໄລຍະຜ່ານມາ, ລັດຖະບານໄດ້ມີການສົ່ງເສີມການລົງທຶນ ແລະ ບັນເຫດການເຈລະຈາກັບວິສາຫະກິດເປັນຫຼາຍຄັ້ງ. ຈາກນັ້ນ ໄດ້ປະຕິຮູບນະໂຍບາຍເພື່ອການປະກາດໃຊ້, ບັນດາຮົ້ວກີດຂວາງທີ່ຍັງຄົງຄ້າງຂອງພື້ນຖານເສດຖະກິດສາມາດສັງເກດໄດ້ ຊ່ວຍສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໄດ້ຮັບການປົວແປງ.

ຕອບກັບ

ຂ່າວ/ບົດ​ອື່ນ