ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ວາຕີກັງ

(vovworld)- ສ​ືບ​ຕໍ່​ການ​ຢ້ຽມ​ຢາມ​ປະ​ເທດ​ເອີ​ລົບ ຈຳ​ນວນ​ຫນຶ່ງ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 18/10, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ຈະ​ໄປ​ຢ້ຽມ​ຢາມ ສຳ​ນັກ​ ວາ​ຕີ​ກັງ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ ສັນ​ຕະ​ປາ​ປາ Francis. ບົນ​ພື້ນ​ຖານ​ການ​ພົວ​ພັນ​ອັນ​ດ​ີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ຢ້ຽມ​ຢາມ ສຳ​ນັກ​ ວາ​ຕີ​ກັງ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ຄັ້ງ​ນີ້ ຈະ​ສ້າງພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ ໃຫ້​ໝັ້ັ້ນ​ແກ່ນກວ່າ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.

         ​ແຈ້ງ​ການ​ຂອງ​ສຳ​ນັກ​ ວາ​ຕີ​ກັງ ກ່ອນ​ການ​ຢ້ຽມ​ຢາມ ໄດ້​ເນັ້ນ​ຫນັກ​ວ່າ: ສັນ​ຕະ​ປາ​ປາ Francis ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຈະ​ມີ​ການພົບ​ປະ​ ​ໃນ​ວັນ​ທີ 18/10, ແລກ​ປ່ຽນ​ຫລາຍ​ມາດ​ຕະ​ກາ​ນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ກໍ​ຄື​ບັນ​ດາ​ບັນ​ຫາ​ສາ​ກົນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ພົບ​ປະ​ຄັ້ງ​ນີ້ ພ້ອມ​ກັບ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ຕ່າງໆ​ໃນ​ຊຸມ​ປີ​ມໍ່ໆ​ມານີ້ ແນ່ນອນ​ວ່າ ຈະ​ສ້າງ​ພື້ນ​ຖານ​ອັນ​ໝັັ້ນ​ຄົງ​ໃຫ້​ແກ່​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ.

ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ວາຕີກັງ - ảnh 1
 ທ່ານ Federico Lombardi, ໂຄ​ສ​ົກ​ສຳ​ນັກ​ ວາ​ຕີ​ກັງ
ພາບ:hanoimoi.com.vn

        ການ​ເຈ​ລະ​ຈາແມ່ນ​ພື້ນ​ຖານ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ວາ​ຕີ​ກັງ

        ຫວນ​ຄືນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ ນັບ​ແຕ່​ເມື່ອ​ປີ 1990 ຂອງ​ສັດ​ຕະ​ວັດ​ທີ XX ມາ​ຮອດ​ປະ​ຈຸ​ບັນ ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ​ວິ​ວັດ​ການ​ເຈ​ລະ​ຈາ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ການ​ພົ​ວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ ເທື່​ອ​ລະ​ກ້າວ. ການ​ເຈ​ລະ​ຈາ​ບົນ​ພື້ນ​ຖານ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ມີ​ລັກ​ສະ​ນະຫລັກ​ການ ຊື່ງ​ສອງ​ຝ່າຍ​​ຖື​ເປັນ​ສຳ​ຄັນ ໄດ້​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ​ຈາກນັ້ນ ສອງ​ຝ່າຍຊອກ​ໄດ້​ບັນ​ດາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ພ້ອມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ເພື່ອ​ຜົນ​ປະ​ໂຫຍດ​ລວມກໍ​ຄື​ຂອງ​ແຕ່​ລະ​ຝ່າຍ.

        ຂີດ​ໝາຍ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ ແມ່ນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກັບ​ສັນ​ຕະ​ປາ​ປາ Benedicto XVI ໃນ​ວັນ​ທີ 25/1/2007 ທີ່​ ສຳ​ນັກ ວາ​ຕີ​ກັງ. ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ອັນ​ຖືກ​ຕ້ອງ ແລະ ຈະ​ແຈ້ງ​ຂອງ​ລັດ​ຫວຽດ​ນາມ, ເປັນ​ຂີດ​ໝາຍ​ໝາກ​ຜົນ​ຂອງວິ​ທີ​ການ​ເຈ​ລະ​ຈາ ຊ​ື່ງ​ທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ ນັບ​ແຕ່​​ປີ 1990 ໃນ​ການ​ພົບ​ປະ​ຄັັ້ງ​ທຳ​ອິດ ແລະ ການ​ຫັນ​ປ່ຽນ​ກ່ຽວ​ກັບ​ການ​ພ​ົວ​ພັນ, ເຮັ​ດ​ໃຫ້​ສອງ​ຝ່າຍ​ຫຍັບ​ມ​ໍ່​ໃກ້​ກັນ​ກວ່າ. ທີ່​ການ​ພົບ​ປະ​ຄັ້ງ​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ຢືນ​ຢັນ: “ລັດ​ຖະ​ບານ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ກັບ ສຳ​ນັກ​ວາ​ຕີ​ກັງ​ເປັນ​ສຳ​ຄັນ. ລັດ​ຖະ​ບານ​ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ສຳ​ນັກ ວາ​ຕີ​ກັງ ບົນ​ພື້ນ​ຖານ​ບັນ​ດາ​ຫລັກ​ການ ຊື່ງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ ນັ້ັ້ັ້ນ​ແມ່ນ​ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ, ບໍ່ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ. ຫວຽດ​ນາມ ປາດ​ຖະ​ຫ​ນາ​ຢາກ ສຳ​ນັກ​ວາ​ຕີ​ກັງ ມີ​ສຽງ​ເວົ້າ​ສົ່ງ​ເສີມ​ປະ​ຊາ​ຄົມ​ກາ​ໂຕ​ລິກ ຫວຽດ​ນາມ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ປະ​ເທດ​ຊາດ, ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສຳ​ນັກ​ວາ​ຕີ​ກັງ”.

        ຕໍ່​ຈາກນັ້ນ, ວັນ​ທີ 11/12/2009, ອະ​ດີດ​​ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ມີງ​ຈຽດ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ສັນ​ຕະ​ປາ​ປາ Benedicto XVI ຢູ່ ວາ​ຕີ​ກັງ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາ​ງ​ສຽງ. ແຈ້ງ​ການ​ຫນັງ​ສື​ພິມ​ຂອງ​ສຳ​ນັກ​ວາ​ຕີ​ກັງ ຊີ້​ແຈ້ງວ່າ: “ສຳ​ນັກ​ວາ​ຕີ​ກັງ ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ຢ້ຽມ​ຢາມ. ນີ້​ແມ່ນ​ບາດ​ກ້າວ​ມີ​ຄວາມ​ໝາຍ​ສຳ​ລັບ​ການ​ພັດ​ທະ​ນາ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມກັບ ສຳ​ນັກ​ວາ​ຕີ​ກັງ.”

       ສ້າງ​ກົນ​ໄກ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ

        ພາຍ​ຫລັງ​ການ​ຢ້ຽມ​ຢາມ​ທີ່ມີ​ລັກ​ສະ​ນະ​ບາດ​ລ້ຽວ​ຂອງ​ອະ​ດີດ​ປະ​ທານ​ປະ​ເທດ ຫງວຽນ​ມີງ​ຈຽດ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ດ້ວຍ​ການ​ສ້າງ​ຕັ້ງ​ກ​ກຸ່ມ​ຜູ້​ຊ່ຽວ​ຊານ​ປະ​ສົມ​ຂອງ​ແຕ່​ລະ​ຝ່າຍ ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເປັນ​ຫົວ​ຫນ້າ​ຄະ​ນະ. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ການ​ເຈ​ລະ​ຈາ​ໝູນ​ວຽນ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ຢູ່​ແຕ່​ລະ​ຝ່າຍ​ປະ​ຈຳ​ປີ. ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ເປີ​ດ​ເຜີຍ, ບັນ​ດ​ການ​ເຈ​ລະ​ຈາ ໄດ້​ແກ້​ໄຂ​ຫລາຍ​ບັນ​ຫາ​ຄື: ແຕ່​ງ​ຕັ້ງ​ບຸກ​ຄະ​ລາ​ກອນ​ໃຫ້​ແກ່​ສຳ​ນັກ​ສັງ​ຄະ​ລາດ​ຢູ່​ຫວຽດ​ນາມ, ສ້າງ​ຕັ້ງ​ເຂດ​ຊາວ ຄຼິດ​ໃຫມ່, ການ​ໄປ​ຮຽນ​​ຂອງ​ນັກ​ບວດ, ຄູນ​ພໍ່​ຢູ່​ຕ່າງ​ປະ​ເທດ ແລະ ເລື່ອງ​ສະ​ມາ​ຄົມ​ຄິດ​ທະ​ສາ​ສະ​ຫນາ ຫວຽດ​ນາມ ເຊີນ​ອົງ​ການ​ຫລື​ສ່ວນ​ບຸກ​ຄົນ​ຊາວ​ຄິດ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ເພື່ອ​ເຄ​ື່ອນ​ໄຫ​ວ​ດ້ານ​ສາ​ສະ​ຫນາ. ບັນ​ດ​າ​ການ​ເຄື​່ອນ​ໄຫວ​ແລກ​ປ່ຽນ, ພົບ​ປະ​ລະ​ຫວ່າງ ຫວຽດ​ນາມ ແລະ ວາ​ຕີ​ກັງ ​ດຳ​ເນີນ​ໄປ​ເປັນ​ປະ​ຈຳ​ກວ່າ. ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຄັ້ງຕ່າງໆ​ນັ້ນ ຝ່າຍ​ວາ​ຕີ​ກັງ ໄດ​້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ຈາກ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ແຕ່​ຂັັ້ນ​ສູນ​ກາງ​ຕະ​ຫລອດ​ຮອດ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ກໍ​ຄື ບັນ​ດາຝ່າຍ​ສາ​ສະ​ນິ​ກະ​ຊົນ, ຍົດ​ຖາ​ບັນ​ດາ​ສັກ​. ຜ່ານນັ້ນ ວາ​ຕີ​ກັງ​ ​ມີ​ຄວາມເຂົ້າ​ໃຈກ່ຽວ​ກັບ​ສະ​ມາ​ຄົມ​ຄິດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ, ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ກວ່າ. ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສຳ​ນັກ​ວາ​ຕີ​ກັງ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ສະ​ນັ້​ນ​ຕ້ອງ​ມີ​ເຈດ​ຕະ​ນາ​ດີ​ໃນ​ການ​ເຈ​ລະ​ຈາ ແລະ ວຽກ​ງານ​ຕົວ​ຈິງ.

        ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫ​ມີ​ປາຍ​ກ່ຽວ​ກັບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ຂອງ​ຫວຽດ​ນາມ

        ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ, ຍາມ​ໃດ​ຫວຽດ​ນາມ ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ເຫ​ມີ​ຕົ້ນ​ສະ​ເຫມີ​ປາຍ​ໃນ​ການ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ກ​ການ​ເຊື່ອ​ຖື​, ການ​ເຫລື້ອມ​ໃສສາ​ສະ​ຫ​ນາ​ຂອງ​ປະ​ຊາ​ຊົນ. ນະ​ໂຍ​ບາຍ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນານັ້ນ ໄດ​້​ຮັບ​ການກວດຢັ້ງ​ຢືນ​ຈາກ​ຜູ້​ຕາງ​ຫນ້າ​ສຳ​ນັກ ວາ​ຕີ​ກັງ ເມື່ອ​ມາ​ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ຢູ່​ຫວຽດ​ນາມ ໃນ​ກວ່າ 20 ປີ​ຜ່ານ​ມາ. ທີ່​ກອງ​ປະ​ຊຸມຄັ້ງ​ທີ 5 ກຸ່ມ​ວຽກ​ງານ​ປະ​ສົມ ຫວຽດ​ນາມ - ສຳ​ນັກ​ວາ​ຕີ​ກັງ ດ​ຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ເມື່ອ​ເດືອນ 9 ຜ່ານ​ມາ, ທ່ານ Antoine Camilleri, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສຳ​ນັກ​ວາ​ຕີ​ກັງ​, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ ສຳ​ນັກ​ວາ​ຕີ​ກັງ ໄດ້​ເນັ້ນ​ຫນັກ​ວ່າ: ຄະ​ນະ​ເຫັນ​ໄດ້​ຄວາມ​ສະ​ນິດ​ສະ​ຫນົມ, ເປີ​ດ​ອົກ​ເປີດ​ໃຈ​ຂອງ​ຊາວ​ຫວຽດ​ນາມ ແລະ ຊີ​ວິດ​ດ້ານ​ຈິດວ​ິນ​ຍານ​ຂອ​ງ​ຫວຽດ​ນາມ​ແມ່ນ​ດີ​ທີ່​ສຸດ.

        ບົນ​ພື້ນ​ຖານ​ການ​ພົວ​ພັນ​ອັນ​ດີ​ງາມນັ້ນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຖິງ​ສຳ​ນັກ​ວາ​ຕີ​ກັງ ແລະ ການ​ພົບ​ປະ​ກັບ​ສັນ​ຕະ​ປາ​ປາ Francis ແນ່ນອນ​ວ່າ ຈະ​ແມ່ນ​ບາດ​ກ້າວ​ໃຫ​ມ່, ສ້າງ​ພື້​ນ​ຖານ​ອັນ​ໝັັ້ນ​ແກ່ນໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ວາ​ຕີ​ກັງ. ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ວາ​ຕີ​ກັງ ພັດ​ທະ​ນາບໍ່​ພຽງ​ແຕ່​ນຳ​ມາ​ເຊ​ີ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ຊາວ​ກາ​ໂຕ​ລິກ ຫວຽດ​ນາມ ກວ່າ 6 ລ້ານ​ຄົນ​ເທົ່າ​ນັ້ນ ຫາກຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ໃນໂລກ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ