ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ

(VOVWORLD) - ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ ແມ່ນເນື້ອໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດຕົ້ນປີ 2019. ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເໜີເນື້ອໃນການຕອບສຳພາດຂອງການນຳ ຫວຽດນາມ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈກ່ຽວກັບບັນດາໝາກຜົນສຳຄັນ, ຮອບດ້ານ ເຊິ່ງປະເທດຊາດບັນລຸໄດ້ໃນປີ 2018 ແລະ ທ່ານຖືວ່າ: ບັນດາໝາກຜົນນັ້ນ ບໍ່ພຽງແຕ່ຊີ້ໃຫ້ເຫັນບັນດາບົດຮຽນອັນລ້ຳຄ່າໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງພື້ນຖານໝັ້ນຄົງໃຫ້ປະເທດສືບຕໍ່ພັດທະນາ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນປະສົບຜົນສຳເລັດອີກດ້ວຍ.

ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ - ảnh 1 ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ (ພາບປະກອບ)

ການເຄື່ອນເໜັງຄົບຊຸດ, ພັດທະນາຮອບດ້ານໃນບັນດາຂົງເຂດເສດຖະກິດ-ສັງຄົມ

       ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ, ປີ 2018, ຫວຽດນາມ ສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ຮອບດ້ານພໍສົມຄວນໃນບັນດາຂົງເຂດເກືອບທັງໝົດ. ການເຕີບໂຕ GDP ບັນລຸລະດັບສູງກ່ວາ 7%, ຂອບຂະໜາດ GDP ບັນລຸກ່ວາ 245 ຕື້ USD, ສະເລ່ຍໃສ່ຫົວຄົນປະມານ 2.580 USD/ຄົນ. ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ. ການສົ່ງອອກສືບຕໍ່ເພີ່ມຂຶ້ນ ແລະ ມູນຄ່າການສົ່ງອອກເກີນດຸນບັນລຸລະດັບສະຖິຕິ, ກ່ວາ 7 ຕື້ USD. ຂະບວນການເລີ່ມຕົ້ນທຸລະກິດ (Start up), ປ່ຽນແປງໃໝ່ຫົວຄິດປະດິດສ້າງໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍ, ຊຸກຍູ້, ດ້ວຍວິສາຫະກິດສ້າງຕັ້ງໃໝ່ກ່ວາ 132.000 ແຫ່ງ. ຂະແໜງທ່ອງທ່ຽວຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 15,5 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 80 ລ້ານເທື່ອຄົນ, ເຊິ່ງໄດ້ຮັບການພັດທະນາກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດ.

        ໃນຂົງເຂດວັດທະນະທຳ, ສັງຄົມ, ບັນດາໝາກຜົນທີ່ບັນລຸໄດ້ແມ່ນສຳຄັນທີ່ສຸດ, ປະກອບສ່ວນຕັ້ງໜ້າຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ, ສ້າງສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ການເຄື່ອນໄຫວຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ປະກອບສ່ວນປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບັນດາຜົນປະໂຫຍດຍຸດທະສາດຂອງປະເທດໄວ້ໃຫ້ໝັ້ນຄົງເຂັ້ມແຂງ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ການພັດທະນາ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ, ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຢ່າງຕັ້ງໜ້າຂອງ ຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ວຽກງານກໍ່ສ້າງພັກໄດ້ຮັບຄວາມເອົາໃຈໃສ່

       ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລ້ວ, ປີ 2019 ແລະ ຊຸມປີຕໍ່ໄປ, ຫວຽດນາມ ຈະສືບຕໍ່ປັບປຸງພື້ນຖານເສດຖະກິດມະຫາພາກ, ຮັກສາທ່າເຕີບໂຕພ້ອມທັງຍົກສູງຄຸນນະພາບການເຕີບໂຕ, ຍູ້ແຮງການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ມີວຽກງານຫລາຍຢ່າງຕ້ອງສືບຕໍ່ປະຕິບັດ ແລະ ປະຕິບັດໃຫ້ດີກ່ວາ, ແຕ່ໃນສະເພາະໜ້າ ຕ້ອງສ້າງການຫັນປ່ຽນຢ່າງຈະແຈ້ງກ່ວາໃນການປະຕິຮູບດ້ານບໍລິຫານ, ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ, ຮົ້ວກີດຂວາງສຳລັບການເຄື່ອນໄຫວລົງທຶນ, ຜະລິດ, ດຳເນີນທຸລະກິດຢ່າງແທດຈິງ, ປຸກລະດົມທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ. ພ້ອມທັງ, ຕ້ອງເອົາໃຈໃສ່ກ່ວາອີກເຖິງວຽກງານກໍ່ສ້າງ ແລະ ພັດທະນາວັດທະນະທຳ, ສັງຄົມ, ກໍ່ສ້າງມະນຸດ, ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມໃນແຕ່ລະບາດກ້າວເດີນ, ແຕ່ລະນະໂຍບາຍພັດທະນາໃນທັນທີ. ແລະ ໜ້າທີ່ຍາມໃດກໍ່ໄດ້ຖືເປັນສຳຄັນພິເສດ, ມີຄວາມໝາຍ “ແກ່ນສານ”, ນັ້ນແມ່ນ ຕ້ອງປະຕິບັດວຽກງານກໍ່ສ້າງພັກໃຫ້ມີຄວາມປອດໄພຢ່າງແທ້ຈິງ, ກໍ່ສ້າງລະບົບການເມືອງໃຫ້ມີຄວາມໝັ້ນຄົງເຂັ້ມແຂງດີກ່ວາອີກ, ເຄື່ອນໄຫວໃຫ້ມີປະສິດທິພາບ, ປະສິດທິຜົນ. ຕ້ອງເລືອກເຟັ້ນ, ແຕ່ງຕັ້ງບັນດາພະນັກງານທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ສັດຊື່ບໍລິສຸດ, ມີຄວາມສຸດອົກສຸດໃຈ, ເພື່ອປະເທດຊາດ, ເພື່ອປະຊາຊົນຢ່າງແທ້ຈິງ  ເຂົ້າໃນຕຳແໜ່ງເປັນການນຳຂອງກົງຈັກລັດ. ຮັດແໜ້ນກົດລະບຽບວິໄນ, ສ້າງການຫັນປ່ຽນຢ່າງແຮງໃນການປະຕິບັດວຽກງານທາງລັດຖະການ, ຍົກສູງຄຸນສົມບັດ, ວັດທະນະທຳ, ລັກສະນະອາຊີບທີ່ສຸດ ແລະ ຈິດໃຈຮັບໃຊ້ປະຊາຊົນຂອງພະນັກງານ, ລັດຖະກອນ, ພາລະກອນ; ເດັດດ່ຽວຕໍ່ສູ່ຍູ້ຖອຍໄພສໍ້ລາດບັງຫລວງ, ໄພຫຍໍ້ທໍ້, ການຟຸມເຟືອຍ.

ສືບຕໍ່ການເຊື່ອມໂຍງເສດຖະກິດເຂົ້າກັບສາກົນ

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ເລື່ອງຫວຽດນາມ ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນຂັ້ນຕອນຫັນນະໂຍບາຍຂອງພັກ, ລັດ ຫວຽດນາມ ເປັນລະອຽດໃນວິວັດທະນາການເຊື່ອມໂຍງເສດຖະກິດເຂົ້າກັບສາກົນ; ຢ້ັງຢືນທີ່ຕັ້ງບົດບາດ ທາງດ້ານພູມສາດ - ການເມືອງທີ່ສໍາຄັນຂອງຫວຽດນາມ ຢູ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີ - ປາຊີຟິກ ແລະ ໃນເວທີສາກົນ. ຜ່ານການເຂົ້າຮ່ວມ CPTPP, ຫວຽດນາມ ມີເງື່ອນໄຂສະດວກກວ່າ ເພື່ອແຊກຊຶມເຂົ້າກັບຕະຫຼາດອັນກວ້າງໃຫຍ່ ດ້ວຍຈໍານວນຜູ້ອຸປະໂພກບໍລິໂພກ ປະມານ 500 ລ້ານຄົນ, ກວມເອົາ 13, 5% GDP ທົ່ວໂລກ, ໃນນັ້ນລວມມີບັນດາພື້ນຖານເສດຖະກິດໃຫຍ່ ຄື ຍີ່ປຸ່ນ, ການາດາ, ອົດສະຕາລີ ... ເລື່ອງປະຕິບັດບັນດາຄໍາໝັ້ນສັນຍາໃນ CPTPP  ຈະປະກອບສ່ວນຊ່ວຍຫວຽດນາມ ຕັ້ງໜ້າປັບປຸງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ, ດຶງດູດເງິນລົງທຶນຈາກຕ່າງປະເທດ ແລະ ເຕັກໂນໂລຢີກ້າວໜ້າ. ເຂົ້າຮ່ວມສັນຍາ CPTPP  ຍັງຊ່ວຍໃຫ້ຫວຽດນາມ ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດກໍານົດທິດສັງຄົມນິຍົມໃຫ້ສົມບູນແບບ, ໜູນຊ່ວຍວິວັດທະນາການ ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຂອງຫວຽດນາມ ຄືນໃໝ່. ພ້ອມກັນນັ້ນ, ເລື່ອງຜັນຂະຫຍາຍສັນຍາ CPTPP  ຈະປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ບັນດາປະເທດ ສະມາຊິກ CPTPP ເລິກເຊິ່ງຂຶ້ນຕື່ມ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢັ້ງຢືນວ່າ ບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ຄວາມເຊື່ອໝັ້ນພວມແຜ່ຂະຫຍາຍໄປທົ່ວສັງຄົມ  ແລະ ໃນໝູ່ປປະຊາຊາຊົນໃນຊຸມວັນຕົ້ນປີ. ສິ່ງດັ່ງກ່າວ ແມ່ນມີຄວາມໝາຍທີ່ສຸດ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງແລ້ວ, ດ້ວຍບັນດາຜົນງານ ແລະ ບົດຮຽນທີ່ບັນລຸໄດ້ນັ້ນ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມ, ຄວາມໄວ້ເນື້ອເຊື່ອໃຈຂອງທົ່ວປວງຊົນ ແມ່ນແຫຼ່ງກໍາລັງໜູນອັນໃຫຍ່ຫຼວງ, ແມ່ນພື້ນຖານອັນໝັ້ນຄົງໜັກແໜ້ນໃຫ້ແກ່ການປະຕິບັດສໍາເລັດບັນດາເປົ້າໝາຍ, ໜ້າທີ່ຂອງປີ 2019 ແລະ ຊຸມປີຕໍ່ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ