ສ້າງສີສັນວັດທະນະທຳ ອາຊຽນ

(vovworld)- ວັດທະນະທຳ​ແມ່ນ​ຫນຶ່ງ​ໃນ 3 ​ເສົາ​ຄ້ຳ​ຕົ້ນຕໍ​ຂອງ​ ອາ​ຊຽນ ​ໃນ​ວິວັດ​ການ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ ອາ​ຊຽນ ​ໃນ​ປີ 2015. ມາ​ຮອດ​ປະຈຸ​ບັນ, ​ເກືອບ 90% ​ໃນ​ຍອດ​ຈຳນວນ​ເປົ້າ​ໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ວິວັດ​ການ​ປະຕິບັດ​ແຜນການ​ສັງ​ລວມຂອງ​ປະຊາ​ຄົມ​ວັດທະນະທຳ ສັງຄົມ ອາ​ຊຽນ ​ທີ່​ບັນລຸ​ໄດ້​ນັ້ນ​, ​ໄດ້ປ​ະກອບ​ສ່ວນ​ປະຕິບັດ​ການ​ຫັນ​ບັນດາ​ຈຸດໝາຍ​ທີ່​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີຮັບ​ຜິດ​ຊອບ​ດ້ານວັດທະນະທຳ ​ແລະ ສິລະປະ ອາ​ຊຽນ ຄັ້ງ​ທີ 6 ຫາ​ກໍ່​ສິ້ນ​ສຸດ​ຢູ່ ນະຄອນ ​ເຫ້ວ ຂອງ​ຫວຽດນາມ ອີກ​ຄັ້ງ​ຫນຶ່ງ​ຢືນຢັນ​​ເຖິງຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ປະຊາ​ຄົມ​ດຽວ, ວິ​ໄສ​ທັດ​ດຽວ ​ແລະ ສີສັນດຽວ.

ສ້າງສີສັນວັດທະນະທຳ ອາຊຽນ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ ຮັບ  ຜິ​ດຊອບ​ວັດທະນະທຳ ​ແລະ ສິລະ​ປະ ອາ​ຊຽນ ຄັ້ງ​ທີ 6
photo:baodongnai.com.vn

        ພາຍຫລັງ 47 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ,       ຊາຍ​ຄາລວມ ອາ​ຊຽນ ​ໄດ້​ມີ​ບາດກ້າວ​ພັດທະນາ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ ​ໂດຍ​ອີງ​ໃສ່ 3 ​ເສົາ​ຄ້ຳ​ຄື​​: ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ, ​ໃນ​ນັ້ນ ວັດທະນະທຳ​ແມ່ນ​ປັດ​ໄຈ​ສຳຄັນ ສຳລັບ​ການ​ສ້າງ​ຊາຍ​ຄາ​ລວມຂອງ​ປະຊາ​ຄົມ​ອາ​ຊຽນ ພັດທະນາ​ແບບຍືນ​ຍົງ.

        ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ຈຸດໝາຍ​ກ່ຽວຂ້ອງ​ເຖິງ​ປະຊາ​ຄົມ​ວັດທະນະທຳ ສັງຄົມ​ ອາ​ຊຽນ ​ໄດ້​ຫລື​ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ຜ່ານ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່ແຕກ​ຕ່າງ​ກັນ​ຄື: ສ້າງ​ນະຄອນ​ວັດທະນະທຳ ອາ​ຊຽນ, ຄ້າຍ​ຊາວ​ຫນຸ່ມ ອາ​ຊຽນ, ​ເຄືອ​ຂ່າຍ​ນະຄອນ​ເດີມ ອາ​ຊຽນ.

        ວັດ​ທະນະ​ທຳ​ພື້ນ​ເມືອ​ງທີ່​ເປັນ​ເອກ​ະລັດສະ​ເພາະ, ຫລາຍ​ຮູບ​ຫລາຍ​ແບບ

        ດ້ວຍ​ພົນລະ​ເມືອງ ກວ່າ 600 ລ້ານ​ຄົນ, ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ ​ແລະ ຖືກ​ຕັ້ງ​ຢູ່​ໃຈກາງ ອາຊີ, ອາ​ຊຽນ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ພາກ​ພື້ນ​ເຕົ້າ​ໂຮມ​ບໍ່​ພຽງ​ແຕ່​ມໍລະດົກ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ເທົ່າ​ນັ້ນ ຫາກ​ຍັງມີບັນດາ​ມໍລະ​ດົກ​ວັດທະນະທຳ​ອຸດົມສົມບູນ ​ແລະ ຫລາຍ​ຮູບ​ຫລາຍ​ແບບ​ອີກ​ດ້ວຍ. ທີ່​ກອງ​ປະຊຸມ​ລັດຖະມົນຕີ ຮັບ  ຜິ​ດຊອບ​ວັດທະນະທຳ ​ແລະ ສິລະ​ປະ ອາ​ຊຽນ ຄັ້ງ​ທີ 6 ຫາ​ກໍ່​ດຳ​ເນີນ​ໄປ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ຢູ່ ນະຄອນ ​ເຫ້ວ, ທ່ານ ​ເລ​ເລືອ​ງມີ​ງ,​​ເລຂາທິການ​ໃຫຍ່ ອາ​ຊຽນ ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງວ່າ: ​ໃນ​ຈຳນວນ​ມໍລະດົກວັດທະນະທຳຂອງ​ໂລກ 33 ​ຢ່າງທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESSCO, ອາ​ຊຽນ ກວມ​​ເອົາ​ເຖິງ 21 ​ມໍລະດົກ. ນີ້​ແມ່ນ​ທ່າ​ໄດ້​ປຽບ​ອັນ​ໃຫຍ່​ຫລວງ​ຂອງ ອາ​ຊຽນ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ​ເອກະລັກ​ສະ​ເພາະ​ຂອງ​ວັດທະນະທຳ​ພື້ນ​ເມືອງຂອງ​ບັນດາ​ປະ​ເທດ​ໃນ​ພາກພື້ນ ພວມ​ແມ່ນ​ປັດ​​ໄຈ​ສຳຄັນ, ປະກອບສ່ວນ​ຊຸກ​ຍູ້​ກາ​ນພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ ​ໄດ້​ນຳ​ມາ​ເຊິ່ງລາຍ​ຮັບ​ໃຫ້ແກ່​​ພື້ນຖານເສດ​ຖະກິດ​ຂອງ​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ.

        ຄວາມ​ຈິງ, ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ບໍ່​ຫົວຊາ​ຕໍ່​ວິ​ກິດ​ການ​ເສດຖະກິດ, ອາ​ຊຽນ ຍັງ​ຄົງ​ແມ່ນ​ພາກ​ພື້ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ. ຂະ​ແຫນງ​ທ່ອງ​ທ່ຽວ ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ພື້ນຖານ​ເສດຖະກິດ ສັງຄົມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ,​ສ້າງ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຊ່ວຍ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ສ້າງ​ທ່າ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໃຫ້​ແກ່​ພາກ​ພື້ນ. ບັນລຸ​ໄດ້​ສິ່ງ​ດັ່ງກ່າວ​ກໍ​ຍ້ອນ​ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ ອາ​ຊຽນ ຊື່​ງພົ້ນ​ເດັ່ນ​ແມ່ນ​ຍຸດ​ທະ​ສາດ “ 10 ປະ​ເທດ ຈຸດ​ນັດ​ພົບ​ດຽວ” ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເມື່ອ​ປີ 2010 ​ໃນ​ຈຸດໝາຍ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ລວມ​ໃນ​ປີ 2015. ທ່ານ Ramon R Jimenez, ຮອງ​ຫົວຫນ້າ​ຫ້ອງການ​ທ່ອງ​ທ່ຽວ ຟິລິບ​ປີນ ຖື​ວ່າ:

        “​ໃນ​ອາ​ຊຽນ, ຍາມ​ໃດ​ບັນດາ​ປະ​ເທດ​ສະມາຊິກກໍ່​ມີ​ການ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ພ້ອມ​ກັນ​ພັດທະນາ​ໃນ​ຂົງ​ເຂດ​ເຊື່ອມ​ຈອດ, ຊຸກຍູ້​ການ​ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ​ ​ເພື່ອ​ເຮັດ​ແນວ​ໃດ​ນຳ​ອາ​ຊຽນ ໃຫ້ກາຍ​ເປັນ​ພາກ​ພື້ນ ດຶງ​ດູດຈຳ​ນວນນັກ​ທ່ອງ​ທ່ຽວ​​ຢູ່​​ໃນລະດັບ​ສູ​ງກວ່າ​ໝູ່. 10 ປະ​ເທດ ອາ​ຊຽນ ພວມ​ມານະ​ພະຍາຍາມ​ສ້າງ ອາ​ຊຽນ ກາຍ​ເປັນ​ຈຸດ​ນັດ​ພົບ​ດຽວ ພ້ອມ​ກັບ​ຈຸດໝາຍ​ສ້າ​ງປະຊາ​ຄົມ​ລວ​ມ​ໃນ​ປີ 2015.”

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ແຕ່ລະປະ​ເທດ​ສະມາຊິກ ອາ​ຊຽນ ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ທັງ​ພາກ​ພື້ນ, ອາ​ຊຽນ ຄວນ​ມີ​ຍຸດ​ທະ​ສາດ​ພັດທະນາ, ມີ​ການ​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ. ປະຊາຊົນ ອາ​ຊຽນ ​ແຕ່ລະຄົນ ບໍ່​ພຽງ​ແຕ່​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສິສັນ, ຄຸນຄ່າ​ວັດທະນະທຳ​ສະ​ເພາະ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ ຫາກ​ຕ້ອງ​ກຳ​ແຫນ້ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດທະນະທຳ​ບັນດາ​ປະ​ເທດອື່ນ​ໃນ​ພາກ​ພື້ນ​ອີກ​ດ້ວຍ.

        ສ້າງ​ຍຸດ​ທະ​ສາດ​ວັດທະນະທຳ​ໃຫ້​ແກ່​ປະຊາ​ຄົມ ອາ​ຊຽນ

        ​​ເພາະສະ​ນັ້ນ, ກອງ​ປະຊຸມ​ລັດຖະມົນຕີ​ຮັບຜິ​ດຊອບ​ວັດທະນະທຳ ​ແລະ ສິລະ​ປະ ອາ​ຊຽນ ຄັ້ງ​ທີ 6 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຍົກ​ສູງ​ບົດບາດ​ວັດທະນະທຳ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະຊາ​ຄົມ ອາ​ຊຽນ ຖືກ​ຈັດ​ຂຶ້ນ​ຢູ່ ຫວຽດນາມ ​ໃນ​​ເວລາ 2 ວັນ ຄື​ວັນ​ທີ 19 ​ແລະ 20/4 ຜ່ານ​ມາ ​ໄດ້​ຮັບຄວາມ​ສົນ​ໃຈ​ຈາກ​ບັນດາ​ລັດຖະມົນຕີ​ ​ວັດທະນະທຳ 10 ປະ​ເທດ ອາຊຽນ, ​ເປັນ​ຕົ້ນໃນສະພາບການທີ່​ໃກ້​ຈະ​ຮອດ​ປີ 2015. ບໍ່​ພຽງ​ແຕ່​ກວດກາ​ຄືນ​ວິວັດການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ໃນ​ຂອບ​ເຂດ​ຂອງ ອາ​ຊຽນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ​ຂອງ​ວັດທະນະທຳ ​ແລະ ສິລະ​ປະ, ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ຢືນຢັນ​ສານ​ທີ່​ວ່າ: ວັດທະນະທຳ -ປັດ​ໄຈ​ສຳຄັນ​ໃນ​ຊີວິດ​ຂອງ 10 ປະ​ເທດ ອາ​ຊຽນ, ແລະຖື​ວ່າ ນີ້​ແມ່ນ​ຈຸດໝາຍ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ​ເພື່ອ​ສ້າງ​ປະຊາ​ຄົມ ອາ​ຊຽນ: ວິ​ໄສ​ທັດ​ດຽວ, ສິສັນ​ດຽວ.

        ​ເພື່ອ​ເສີມ​ຂະຫຍາຍ​ບົດບາ​ດວັດທະນະ​ທຳ​ໃນ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ແບບ​ຍືນ​ຍົງ ບໍ່​ອາດ​ຂາດ​ບົດບາດ​ຂອງ​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ ອາ​ຊຽນ​ໄດ້ ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ, ຍາດ​ແຍ່ງ​ການ​ສະຫນັບສະຫນູນ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ອື່ນພາຍ​ໃນ ​ແລະ ນອກ​ພາກ​ພື້ນ. ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ອາ​ຊຽນ ​ໄດ້​​ກ້າວຂຶ້ນ​ອີກ​ບາດກ້າວ​ຫນຶ່ງ​ໃນ​ການ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ ຄື: ສ​ເກົາຫລີ, ຍີ່​ປຸ່ນ, ຈີນ. ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຢືນຢັນ​ວ່າ:

        “ຍາມ​ໃດ ອາ​ຊຽນ ກໍ​ເປັນ​ເຈົ້າ​ການ ກຳນົດ​ບັນດາ​ຮູບ​ການ​ສຳ​ພັດ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ, ພິ​ເສດ​ແມ່ນ ຈີນ, ຍີ​ປຸ່ນ, ສ​ເກົາຫລີ. ສຳລັບ ຍີ່​ປຸ່ນ, ພວກ​ຂ້າພະ​ເຈົ້າ ພວມ​ສະ​ເຫ​ນີນະ​ໂຍບາຍ​ໃຫມ່​ກ່ຽວ​ກັບ​ການ​ພົວພັນ​ແລກປ່ຽນ​ວັດ​ທະນະ​ທຳ ອາຊີ ​ແລະ ​ໂຄງ​ການ​ຫນຶ່ງ​ທີ​່ມີ​ຊື່ວ່າ: ມຸ່ງ​ໄປ​ສູ່ ອາຊີ ​ພວມ​ໄດ້ຮັບການປະຕິບັດ ດ້ວຍ​ການ​ສ້າງ​ສູນ ອາຊີ ຂຶ້ນ​ກັບ ກອງ​ທຶນ​ພົວພັນ​ແລກປ່ຽນ​ວັດທະນະທຳ ຍີ່​ປຸ່ນ, ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພົວພັນ​ແລກປ່ຽນ​ປະຊາຊົນ ​ແລະ  ຮ່ວມ​ມື​ໃນ​ວັດທະນະທຳ​ສິລະ​ປະລະຫວ່າງ ອາ​ຊຽນ.”

        ​ເລື່ອງ​ສ້າງ​ປະຊາ​ຄົມ​ຢ່າງ​ຄົບ​ຖ້ວນຈະ​ປະສົບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ຫນ້ອຍ ​ໃນ​ສະພາບ​ດ້ານວັດທະນະທຳ, ພາສາ​ປາກ​ເວົ້າ, ສາດສະຫນາ ​ແລະ ລະດັບ​ພັດທະນາຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ມີຫລາຍ​ຮູບ​ຫລາຍ​ແບບ.​​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ວິວັດທະນາ​ການ​ລະອຽດ ຊື່​ງອາ​ຊຽນ ພວມ​ປະຕິບັດ, ​ແນ່ນອນ​ວ່າ ປະຊາ​ຄົມ ອາ​ຊຽນ ​​​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ, ມີ​ຄວາມ​ສາ​ມັກ​ຄີ ​ເພື່ອ​ພ້ອມ​ກັນ​ພັດທະນາ ​ແລະ ວັດທະນາ​ຖາວອນ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ.



ຕອບກັບ

ຂ່າວ/ບົດ​ອື່ນ