ຫງວຽດນາມສະເໝີຕົ້ນສະເໝີປາຍໃນການພັດທະນາໄວ ແລະ ຍືນຍົງ

(VOVWORLD) -ເວທີປາໄສເສດຖະກິດຫວຽດນາມ ປີ 2019 ໂດຍລັດຖະບານ ແລະ ຄະນະເສດຖະກິດສູນກາງຈັດຕັ້ງ ໃນລະຫວ່າງວັນທີ 16 – 17 ມັງກອນ 2019, ຄືດັ່ງຄຳເຕົ້າໂຮມກຳລັງແຮງສັງລວມເພື່ອແກ້ໄຂບັນຫາບຸກທະລຸເພື່ອພັດທະນາໄວ ແລະ ຍືນຍົງຂອງຫວຽດນາມ ໃນປີ 2019.
ຫງວຽດນາມສະເໝີຕົ້ນສະເໝີປາຍໃນການພັດທະນາໄວ ແລະ ຍືນຍົງ - ảnh 1 (ພາບປະກອບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີບັນດາຄຳຢືນຢັນກ່ຽວກັບການຊຸກຍູ້ການປະຕິຮູບເສດຖະກິດ, ສ້າງແຫຼ່ງບັນດານໃຈຢ່າງແຮງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈໃນການພັດທະນາຂອງປະເທດຫວຽດນາມ.

        ປີ 2018, ເປັນຄັ້ງທຳອິດພາຍຫຼັງ 11 ປີທີ່ຫວຽດນາມ ບັນລຸລະດັບເຕີບໂຕເສດຖະກິດກວ່າ 7% ແລະ ພວມມານະພະຍາຍາມກັບຄືນສູ່ວົງຈອນການເຕີບໂຕຢູ່ໃນລະດັບດັ່ງກ່າວ, ເຖິງວ່າ ນັ້ນຍັງບໍ່ທັນແມ່ນຕົວເລກທີ່ໜ້າປະທັບໃຈ ເມື່ອທຽບໃສ່ກັບການເຕີບໂຕຂອງຫວຽດນາມ ໃນຊຸມປີ 2003 – 2005 ແລະ ທຽບໃສ່ກັບລະດັບເຕີບໂຕກວ່າ 10% ຂອງບັນດາປະເທດອາຊີ ໃນໄລຍະກ້າວຂຶ້ນ. ເພາະສະນັ້ນ, ຫວຽດນາມ ຄວນມີຄວາມຕັດສິນໃຈ ກໍ່ຄືຄວາມຫວັງໃໝ່ຫຼາຍຢ່າງຈຶ່ງສາມາດສືບຕໍ່ຊຸກຍູ້ທ່າເຕີບໂຕດັ່ງກ່າວ.

ຫວຽດນາມ ໃຫ້ບຸລິມະສິດປະຕິຮູບລະບອບລະບຽບການ

        ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ປະຈຸບັນ ຫວຽດນາມ ບັນລຸໄດ້ລະດັບພັດທະນາເສດຖະກິດ ເພື່ອສືບຕໍ່ກ້າວຂຶ້ນໃຫ້ກາຍເປັນປະເທດມີລາຍຮັບສູງກວ່າ, ຕ້ອງມີບາດກ້າວບຸກທະລຸໃນນະໂຍບາຍ, ໃນນັ້ນນະໂຍບາຍການເງິນຕ້ອງມີໄຫວພິບ. ແລະ ຫວຽດນາມ ຕ້ອງເພີ່ມທະວີການປະຕິຮູບລະບອບລະບຽບການເພື່ອບັນລຸໄດ້ເປົ້າໝາຍ “ເຕີບໂຕແບບຍືນຍົງ” ໃຫ້ມີຄວາມໝັ້ນຄົງກວ່າ. ກ່ຽວກັບສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ບັນດາການປະກອບສ່ວນຂອງບັນດານັກຊ່ຽວຊານຊ່ວຍລັດຖະບານ ກຳນົດນະໂຍບາຍ ແລະ ຍຸດທະສາດພັດທະນາປະເທດຊາດ, ບໍ່ພຽງແຕ່ສຳລັບໄລຍະ 5 ປີ, 10 ປີຈະມາເຖິງເທົ່ານັ້ນ, ຫາກຍັງສຳລັບໄລຍະຍາວກວ່າຕື່ອອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ເນັ້ນໜັກເຖິງບັນດາບຸລິມະສິດໃນການປະຕິຮູບລະບອບລະບຽບການຂອງຫວຽດນາມ. ທ່ານກ່າວວ່າ.

        “ກຳນົດທິດທີ 1 ແມ່ນ ພວກຂ້າພະເຈົ້າສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດ, ກຳນົດທິດສັງຄົມນິຍົມ ໃນນັ້ນມີການສ້າງລະບອບລະບຽບການສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ. ລະບອບລະບຽບການນັ້ນລວມທັງການພັດທະນາກວມລວມ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ກຳນົດທິດທີ 2 ໃນການສ້າງລະບອບລະບຽບການຈະມາເຖິງແມ່ນ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ພິເສດແມ່ນຍົກສູງປະສິດທິຜົນການຄຸ້ມຄອງຂອງລັດ ໃນພື້ນຖານເສດຖະກິດການຕະຫຼາດ, ກຳນົດທິດສັງຄົມນິຍົມໃຫ້ມີປະສິດທິຜົນກວ່າ, ໃກ້ຊິດກັບປະຊາຊົນກວ່າ, ຮັບໃຊ້ປະຊາຊົນ. ກຳນົດທິດທີ 3, ມີຄວາມສຳຄັນພິເສດ ໃນການສ້າງລະບອບລະບຽບການຂອງພວກຂ້າພະເຈົ້າ ນັ້ນແມ່ນ, ສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກກວ່າອີກ, ປົດປ່ອຍກຳລັງຜະລິດ ເພື່ອໃຫ້ປະຊາຊົນທຸກຄົນ, ວິສາຫະກິດທຸກແຫ່ງ, ເສດຖະກິດທຸກພາກສ່ວນພັດທະນາຢ່າງສະດວກ ແລະ ພັດທະນາແບບຍືນຍົງ”.

ຫວຽດນາມມີຄວາມສະເໝີຕົ້ນສະເໝີປາຍໃນເປົ້າໝາຍພັດທະນາໄວ ແລະ ຍືນຍົງ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ “ພັດທະນາໄວ ແລະ ຍືນຍົງ” ແມ່ນຄຳປະໂຫຍກສຳຄັນແຖວໜ້າ, ແມ່ນການຄັດເລືອກຍຸດທະສາດ ແລະ ການກະທຳສະເໝີຕົ້ນສະເໝີປາຍ, ລຸລວງຂອງລັດຖະບານຫວຽດນາມ. ນັ້ນກໍ່ແມ່ນຫຼັກການພື້ນຖານຂອງພື້ນຖານເສດຖະກິດການຕະຫຼາດ, ກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ແນໃສ່ພັດທະນາເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ລັດຖະບານ ຈະຕີລາຄາຄືນສະພາບການໃນປະຈຸບັນທັງໝົດ ແລະ ຄວາມສາມາດບົ່ມຊ້ອນທີ່ແທ້ຈິງຂອງບັນດາຂະແໜງເສດຖະກິດ ທີ່ມີລັກສະນະເປັນປາຍແຫຼມ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາ, ໃນນັ້ນເສດຖະກິດດີຈີຕອນສວມບົດບາດເປັນກຳລັງໜູນ, ແມ່ນກົນຈັກນຳໜ້າໃຫ້ແກ່ເປົ້າໝາຍພັດທະນາໄວ ແລະ ຍືນຍົງຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັ້ກວ່າ.

        “ທີ່ເວທີປາໄສນີ້, ລັດຖະບານຫວຽດນາມ ໄດ້ຢືນຢັນອີກຄັ້ງໜຶ່ງວ່າ ພວກເຮົາສາມາດພັດທະນາເສດຖະກິດໃຫ້ເຕີບໂຕໄວ ແລະ ຍືນຍົງກວ່າ, ບໍ່ຈຳເປັນຕ້ອງມີການແລກເອົາສິ່ງອື່ນ ຫຼື ຄັດເລືອກລະຫວ່າງຄຸນນະພາບການເຕີບໂຕ ແລະ ລະດັບຄວາມໄວໃນການເຕີບໂຕ. ສິ່ງດັ່ງກ່າວບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ຫາກຍັງໄດ້ກາຍເປັນຄວາມຕັດສິນໃຈໃນການກະທຳຂອງຫວຽດນາມ ອີກດ້ວຍ, ຍ້ອນຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຍັງໃຫຍ່ຫຼວງຢູ່ ແລະ ສິ່ງສຳຄັນທີ່ສຸດນັ້ນແມ່ນປະຊາຊົນຫວຽດນາມ ເກືອບ 100 ລ້ານຄົນ, ລວມທັງຢູ່ພາຍໃນປະເທດ ກໍ່ຄືອາໄສຢູ່ຕ່າງປະເທດ ຍາມໃດກໍ່ມີຄວາມຫວັງຢ່າງແຮງກ້າເພື່ອກາຍເປັນປະເທດເອກະລາດ - ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຢືນຢັນວ່າ, ບັນດາຈຸດສຸມເຊິ່ງລັດຖະບານຫວຽດນາມ ຈະປະຕິບັດໃນປີ 2019 ແລະ ໃນຊຸມປີຕໍ່ໆໄປ ນັ້ນແມ່ນ: ຕັດສິນໃຈຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ ແລະ ປັບປຸງພື້ນຖານເສດຖະກິດມະຫາພາກ ແລະ ຈຸລະພາກໃຫ້ໝັ້ນຄົງໜັກແໜ້ນ, ເພື່ອແນໃສ່ເພີ່ມທະວີທ່າໄດ້ປຽບໂດດເດັ່ນຂອງຫວຽດນາມ ໃນສະພາບເສດຖະກິດ, ການເມືອງຂອງໂລກເຕັມໄປດ້ວຍຄວາມຂາດສະຖຽນລະພາບຫຼາຍຢ່າງຄືໃນປະຈຸບັນ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ການສ້າງໂຄງປະກອບ, ຍົກສູງຄຸນນະພາບລະບອບກົດໝາຍ ແລະ ກຳລັງຄວາມສາມາດໃນການບໍລິຫານລັດຢ່າງແຮງ ເພື່ອປັບປຸງການເຕີບໂຕຈາກລະດັບ 7% ຂຶ້ນໄປໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ