ຫລຸດຜ່ອນຄວາມເຄັ່ງຄຶງໃນແຫຼມ ເກົາຫຼີ ອາດຈະປະກົດຜົນເປັນຈິງຫຼືບໍ

(VOVWORLD) - ລັດຖະບານ ສ.ເກົາຫຼີ ຄາດຄະເນວ່າ ຈະຍົກອອກຂໍ້ສະເໜີການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ໃນອາທິດນີ້ ພາຍຫລັງບັນດາເຫດທົດລອງຍິງລູກສອນໄຟຂອງ ພຽງຢາງ. ນີ້ແມ່ນຄຳສະເໜີຢ່າງເປັນທາງການທຳອິດຈາກອຳນາດການປົກຄອງປະທານາທິບໍດີ Moon Jae-in ນັບແຕ່ເມື່ອທ່ານຂຶ້ນກຳອຳນາດ (ເດືອນ ພຶດສະພາ) ແລະ ໃຫ້ຄຳໝັ້ນສັນຍາແກ້ໄຂບັນຫາເຄັ່ງຕຶງໃນແຫຼມ ເກົາຫຼີ ໂດຍຜ່ານການເຈລະຈາ

ຂໍ້ສະເໜີເຈລະຈາແມ່ນສັນຍານສະແດງໃຫ້ເຫັນເຈດຕະນາດີຂອງ ສ.ເກົາຫຼີ ໃນການຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ແຕ່ອາດຈະ ເຈລະຈາໄດ້ຫຼືບໍ ຈະແມ່ນສິ່ງທີ່ບໍ່ງ່າຍດາຍ.

ຫລຸດຜ່ອນຄວາມເຄັ່ງຄຶງໃນແຫຼມ ເກົາຫຼີ ອາດຈະປະກົດຜົນເປັນຈິງຫຼືບໍ - ảnh 1 ທ່ານ Suh Choo-suk ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ  (ພາບ: AP)

        ຕາມທ່ານ Suh Choo-suk ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລ້ວ,  ສ.ເກົາຫຼີ ຈະສະເໜີການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ໃນວັນທີ 21 ກໍລະກົດ, ທີ່ Tongilgak ເພື່ອແນໃສ່ສະກັດກັ້ນບັນດາການກະທຳທີ່ເປັນປໍລະປັກ ເຮັດໃຫ້ຄວາມເຄັ່ງຕຶງດ້ານການທະຫານປີນຂັ້ນໄດຢູ່ເສັ້ນຂີດຂັ້ນທາງທະຫານຂອງ 2 ປະເທດ.

        ເຊີອູນ ສະເໜີ ພຽງຢາງ ໃຫ້ຄຳຕອບຕໍ່ຂໍ້ສະເໜີທີ່ຫາກໍ່ຮັບຮອງເອົາຜ່ານສາຍຕິດຕໍ່ສື່ສານທາງທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແຕ່ບໍ່ຊີ້ແຈ້ງໂຄງການດຳເນີນງານຂອງການເຈລະຈາ.

        ກ່ອນໜ້ານັ້ນ, ສປປ.ເກົາຫຼີ ຍາມໃດກໍ່ກ່າວປະນາມບັນດາການຊ້ອມຮົບຮ່ວມປະຈຳປີລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ແລະ ຖະແຫຼງວ່າຈະໂຕ້ຕອບຢ່າງແຮງ. ເດືອນ ມີນາ 2017, ຈີນ ສະເໜີ ອາເມລິກາ ແລະ ສ.ເກົາຫຼີ ຢຸດຕິບັນດາການຊ້ອມຮົບໂດຍສັນນິຖານ ແນໃສ່ເປົ້າໝາຍ ສປປ.ເກົາຫຼີ ເພື່ອແລກເອົາເລື່ອງ ພຽງຢາງ ຢຸດຕິໂຄງການນິວເຄຼຍ. ເຖິງຢ່າງໃດກໍ່ຕາມ, ວໍຊິງຕັນ ໄດ້ປະຕິເສດ ແລະ ຮຽກຮ້ອງ ພຽງຢາງ ຄວນປ່ຽນແປງທ່າທີກ່ອນ.

ຄຳສະເໜີຖືກກັບຈຸດເວລາ

        ຕາມທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລ້ວ, ເລື່ອງເຈລະຈາກັບ ສປປ. ເກົາຫຼີ ພວມກາຍເປັນຮີບດ່ວນກ່ວາເວລາໃດໝົດ ແນໃສ່ສະກັດກັ້ນຄວາມມັກໃຫຍ່ໃຝ່ສູງດ້ານນິວເຄຼຍ ແລະ ພັດທະນາໂຄງການລູກສອນໄຟຂອງ ພຽງຢາງ. ຂໍ້ສັງເກດຂອງປະທານາທິບໍດີ ສ.ເກົາຫຼີ ເລີ່ມມາຈາກເລື່ອງ ເມື່ອວັນທີ 04 ກໍລະກົດ, ພຽງຢ່າງ ໄດ້ຍິງສຳເລັດລູກສອນໄຟນຳວິຖີຂ້າມທະວີບ (ICBM) ຄັ້ງທຳອິດ ແລະ ຖະແຫຼງວ່າ ປະເທດນີ້ ສາມາດເປັນເຈົ້າທາງດ້ານເຕັກໂນໂລຊີຕິດຕັ້ງລູກສອນໄຟຕິດຫົວນິວເຄຼຍ ແລະ ສືບຕໍ່ໂຄງການພັດທະນາລູກສອນໄຟຂອງຕົນ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກສະຫະປະຊາຊາດ. ຕາມສຳນັກຂ່າວສານ Yopnhap ແລ້ວ ສ.ເກົາຫຼີ ສາມາດຈະສະເໜີ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢຸດຕິບັນດາລາຍການກະຈາຍສຽງໂຄສະນາຕ້ານຢັນຕໍ່ກັນຢູ່ເຂດຊາຍແດນ, ສ່ວນ ສປປ.ເກົາຫຼີ ສາມາດຮຽກຮ້ອງ ເຊອູນ ສະກັດກັ້ນບັນດາການເຄື່ອນໄຫວ ສ.ເກົາຫຼີ ແຈກຢາຍໃບປີວ ດ້ວຍເນື້ອໃນຕ້ານພຽງຢາງ.

        ວົງການນັກສັງເກດຄາດວ່າ ອາດຈະແນ່ວ່າ ສປປ.ເກົາຫຼີ ຈະເຫັນດີຕໍ່ຂໍ້ສະເໜີຂອງ ສ.ເກົາຫຼີ ຍ້ອນວ່າ ເມື່ອກ່າວຄຳເຫັນທີ່ກອງປະຊຸມໃຫຍ່ພັກແຮງງານ ສປປ.ເກົາຫຼີ ເມື່ອເດືອນ ພຶດສະພາ 2016, ການນຳ Kim Jong-un ເຄີຍມີຄວາມຫວັງ ກ່ຽວກັບການເຈລະຈາດ້ານການທະຫານກັບ ສ.ເກົາຫຼີ ແນໃສ່ຫລຸດຜ່ອນຄວາມສ່ຽງເກີດການປະທະກັນດ້ານການທະຫານຢູ່ເຂດຊາຍແດນ ແລະ ຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ປະເທດ. ສິ່ງທີ່ເປັນໜ້າສົນໃຈກ່ວາ, ວັນທີ 17 ກໍລະກົດ ອຳນາດການປົກຄອງ ເຊີອູນ ປະກາດຂໍ້ມູນຂ່າວສະເໜີການເຈລະຈາດ້ານການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ໜັງສືພິມ Rodong Simmun ສຽງຂອງພັກແຮງງານ ສປປ.ເກົາຫຼີ ກໍ່ຄັດສະເໜີບົດນຳມີເຈດຈຳນົງຈັດວາງເງື່ອນໄຂເຈລະຈາກັບ ສ.ເກົາຫຼີ. ບົດນຳຂອງໜັງສືພິມ Rodong Sinmun ເນັ້ນໜັກວ່າ  “ ຄືດັ່ງຄຳເວົ້າຂອງປະທານາທິບໍດີ ສ. ເກົາຫຼີທີ່ວ່າ ບາດກ້າວລິເລີ່ມທີ່ສອດຄ່ອງ ແມ່ນສິ່ງທີ່ສຳຄັນສຳລັບທຸກຢ່າງ. ເພື່ອບັນລຸສັນຕິພາບ ແລະ ທ້ອນໂຮມແຫຼມເກົາຫຼີເປັນເອກະພາບຄືນໃໝ່ນັ້ນ, ຈຳເປັນຕ້ອງມີບາດກ້າວລິເລີ່ມທີ່ສົມບູນ. ສິ່ງທີ່ຕ້ອງເຮັດໃນປະຈຸບັນ ແມ່ນແກ້ໄຂບັນດາບັນຫາທີ່ຕ້ອງການທີ່ສຸດໃນທັນທີ່ ແລະ ຊັບຊ້ອນບັນຫາພື້ນຖານນັ້ນນັບແຕ່ຈຸດລິເລີ່ມ. ”

    ສິ່ງກີດຂວາງໃນສະເພາະໜ້າ.

    ຄຳສະເໜີຂອງລັດຖະບານເກົາຫຼີກ່ຽວກັບການຈັດຕັ້ງການເຈລະຈາລະຫວ່າງ 2 ພາກເກົາຫຼີໄດ້ຮັບປະຕິກິລີຍາທີ່ແຕກຕ່າງກັນຈາກບັນດາພັກການເມືອງຢູ່ ສ. ເກົາຫຼີ. ພັກ ສ.ເກົາຫຼີເສລີຝ່າຍຄ້ານ ໄດ້ເອີ້ນຂໍ້ສະເໜີທີ່ຍົກອອກມາກ່ອນນັ້ນໃນວັນດຽວກັນ ແມ່ນການກະທຳພຽງລຳພັງຝ່າຍດຽວໃນສະພາບທີ່ພຽງຢາງຍັງຄົງດຳເນີນບັນດາການກະທຳເກາະຜິດເປັນປະຈຳ. ແຕ່ວ່າ ພັກນີ້ພັດເຫັນດີທາງດ້ານຫຼັກການສຳລັບວິທີການແກ້ໄຂໂດຍສັນຕິພາບໃຫ້ແກ່ບັນຫານິວເຄຼຍຂອງ ສ.ເກົາຫຼີ. ໃນຂະນະນັ້ນ, ພັກປະຊາທິປະໄຕກຳອຳນາດໄດ້ຊົມເຊີຍຂໍ້ສະເໜີດັ່ງກ່າວ ແມ່ນບາດກ້າວເດີນຢ່າງທັນການເພື່ອໃຫ້ສ.ເກົາຫຼີ ສວມບົດບາດພາທາງໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ, ພ້ອມທັງຖືວ່າ ບໍ່ຄວນມີການຈຳແນກກ່ຽວກັບແນວຄິດຫຼືພັກຝ່າຍ ໃນຄວາມມານະພະຍາຍາມເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ພາກເກົາຫຼີ ແລະ ຊຸກຍູ້ການເຈລະຈາ 2 ຝ່າຍ.

    ໃນຂະນະນັ້ນ, ວັນທີ 17 ກໍລະກົດ, ທຳທຽບຂາວໄດ້ສະແດງທ່າທີບໍ່ເຫັນດີກັບຂໍ້ສະເໜີຂອງ ສ.ເກົາຫຼີກ່ຽວກັບການເຈລະຈາທາງດ້ານການທະການລະຫວ່າງ 2 ພາກເກົາຫຼີ ແລະ ຖືວ່າ ບັນດາເງື່ອນໄຂໃນປະຈຸບັນ ແມ່ນຫ່າງໄກສຳລັບບັນດາບຸກຄົນຫວັງຢາກເຊື່ອມຕໍ່ການເຈລະຈາກັບພຽງຢາງຄືນໃໝ່.

   ຂໍ້ສະເໜີກ່ຽວກັບການເຈລະຈາທາງດ້ານການທະການຂອງ ສ.ເກົາຫຼີ ຖ້າຫາກໄດ້ຮັບການຕອບສະໜອງຈາກ ສ.ປ.ປ. ເກົາຫຼີນັ້ນ ຈະແມ່ນການເຈລະຈາທາງດ້ານການທະການລະຫວ່າງ 2 ພາກເກົາຫຼີີຄັ້ງທຳອິດໃນເກືອບ 3 ປີທີ່ຜ່ານມາ. ຫາງສຽງພວມລໍຄອຍປະຕິກິລີຍາຢ່າງເປັນທາງການຈາກພຽງຢາງ ແລະ ປາດຖະໜາວ່າ 2 ຝ່າຍຄວນຍາດແຍ່ງເອົາໂອກາດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ./. 

ຕອບກັບ

ຂ່າວ/ບົດ​ອື່ນ