ຫວນຄືນໄລຍະ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4, ຊຸດທີ 10 ວ່າດ້ວຍ “ຍຸດທະສາດກ່ຽວກັບທະເລຫວຽດນາມ”

(VOVWORLD) -ພາຍຫຼັງເວລາກວ່າ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ວ່າດ້ວຍ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ຮອດປີ 2020 ບັນລຸໄດ້ບັນດາໝາກຜົນດີສົມຄວນ. ເຖິງຢ່າງໃດກໍ່ຕາມ, ເມື່ອທຽບໃສ່ກັບເປົ້າໝາຍທີ່ໄດ້ວາງອອກໃນປີ 2020, ບັນດາໝາກຜົນນັ້ນຍັງຈຳກັດຢູ່.
ຫວນຄືນໄລຍະ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4, ຊຸດທີ 10 ວ່າດ້ວຍ “ຍຸດທະສາດກ່ຽວກັບທະເລຫວຽດນາມ” - ảnh 1 (ພາບປະກອບ)

ກອງປະຊຸມໃຫຍ່ຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ເຊິ່ງໄຂຂຶ້ນໃນວັນທີ 02 ຕຸລາ ຢູ່ຮ່າໂນ້ຍ, ໄດ້ສະຫງວນເວລາດຳເນີນງານເພື່ອວາງແຜນປະຕິບັດມະຕິດັ່ງກ່າວຢ່າງມີປະສິດທິຜົນ. ບົດຂຽນຂອງເລບິ່ງ “ຫວນຄືນໄລຍະ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4, ຊຸດທີ 10 ວ່າດ້ວຍ “ຍຸດທະສາດກ່ຽວກັບທະເລຫວຽດນາມ”

        ພາຍຫຼັງກວ່າ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4, ຊຸດທີ 10 ວ່າດ້ວຍ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ຮອດປີ 2020, ສະພາແຫ່ງຊາດໄດ້ປະກາດໃຊ້ເອກະສານດ້ານກົດໝາຍຫຼາຍສະບັບທີ່ກ່ຽວຂ້ອງ, ລັດຖະບານກໍ່ຕັ້ງໜ້າຫັນບັນດາເນື້ອໃນເຊິ່ງມະຕິສູນກາງພັກໄດ້ວາງອອກໃນ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ໃຫ້ປະກົດຜົນເປັນຈິງ, ຜ່ານນັ້ນເຮັດໃຫ້ພື້ນຖານເສດຖະກິດທາງທະເລຫວຽດນາມ ມີການປ່ຽນແປງໂດຍພື້ນຖານ.

ໝາກຜົນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ

        ບັນດາເຂດເສດຖະກິດເຂດແຄມທະເລຂອງຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ, ບັນດາເຂດຕົວເມືອງຢູ່ເຂດແຄມທະເລກໍ່ໄດ້ຮັບການລົງທຶນພັດທະນາ, ລະບົບພື້ນຖານໂຄງລ່າງຄົມມະນາຄົມໄດ້ຮັບການກໍ່ສ້າງ, ບັນດາຂະແໜງຄື: ການເດີນທະເລ, ຂຸດຄົ້ນສິນໃນນ້ຳນັບມື້ນັບທັນສະໄໝ, ຂະແໜງຂຸດຄົ້ນນ້ຳມັນສືບຕໍ່ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດ; ວຽກງານປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະໄດ້ຮັບການຮັກສາຢ່າງໝັ້ນຄົງ, ມີຫຼາຍອຸປະກອນປ້ອງກັນຊາດໃໝ່, ທັນສະໄໝໄດ້ຮັບການລົງທຶນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະໃນສະພາບການໃໝ່… ເຖິງຢ່າງໃດກໍ່ຕາມ, ຕາມທ່ານຮອງສາດສະດາຈານ, ປະລິຍາເອກ ຫງວຽນຈູໂຮຍ, ອະດີດຮອງຫົວໜ້າກົມໃຫຍ່ທະເລ ແລະ ໝູ່ເກາະຫວຽດນາມ ແລ້ວ, ບັນດາໝາກຜົນນັ້ນຍັງບໍ່ທັນເໝາະສົມກັບຄວາມມຸ່ງຫວັງເທື່ອ. ທ່ານ ຫງວຽນຈູໂຮຍ ຖືວ່າ.

        “ເພື່ອພັດທະນາ, ຂ້າພະເຈົ້າຖືວ່າ ຄວນສືບຕໍ່ປັບປຸງເຂດແຄມທະເລເຊິ່ງໄດ້ຮັບຖືວ່າແມ່ນເຂດເສດຖະກິດເປັນກຳລັງໜູນ ແລະ ເຊື່ອມຕໍ່ບັນດາເຂດແຄມທະເລກັບເຂດໝູ່ເກາະໂດຍໄວ. ຍ້ອນວ່າ ລະບົບເກາະແມ່ນການຈັດແບ່ງຜືນແຜ່ນດິນທຳມະຊາດ ຈະສ້າງໃຫ້ພວກເຮົາມີທ່າ ແລະ ກຳລັງໃໝ່ ຖ້າຫາກພວກເຮົາຍາດແຍ່ງໄດ້ສິ່ງນັ້ນ. ຂ້າພະເຈົ້າຖືວ່າ, ພ້ອມກັບລະບົບເຂດຕົວເມືອງຢູ່ເຂດແຄມທະເລແລ້ວ, ພວກເຮົາຄວນສ້າງບັນດາເຂດຕົວເມືອງຢູ່ເກາະ, ມັນຈະສ້າງບັນດາເຂດພັດທະນາເພື່ອດຶງດູດ, ພ້ອມທັງເຊື່ອມຕໍ່ກັບເຂດດິນຕໍ່ແຜ່ນ, ເພີ່ມກຳລັງແຮງຂອງຫວຽດນາມ ບົນທະເລ ແລະ ເປີດກວ້າງຂອບເຂດຜົນສະທ້ອນອອກສູ່ບັນດາເຂດທະເລທີ່ຍັງເຫຼືອຂອງປະເທດຊາດ.”

        ເປົ້າໝາຍລະອຽດຂອງ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ຮອດປີ 2020 ນັ້ນແມ່ນ ກໍ່ສ້າງ ແລະ ພັດທະນາບັນດາຂົງເຂດເສດຖະກິດ, ສັງຄົມ, ວິທະຍາສາດ - ເຕັກໂນໂລຊີ, ເພີ່ມທະວີການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງຮອບດ້ານ; ສູ້ຊົນພັດທະນາເສດຖະກິດບົນທະເລ ແລະ ເຂດແຄມທະເລປະກອບສ່ວນເຂົ້າໃນ GDP ຂອງທົ່ວປະເທດໄດ້ປະມານ 53 – 55%. ພ້ອມກັບການແກ້ໄຂບັນດາບັນຫາສັງຄົມໃຫ້ເປັນຢ່າງດີແລ້ວ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດທະເລ ແລະ ເຂດແຄມທະເລກໍ່ຫຼາຍພໍສົມຄວນ, ສ້າງລາຍຮັບສະເລ່ຍຕໍ່ຫົວຄົນສູງທົບ 2 ເທົ່າເມື່ອທຽບໃສ່ລາຍຮັບສະເລ່ຍລວມໃນທົ່ວປະເທດ, ຫວຽດນາມ ໄດ້ກໍ່ສ້າງທ່າກ່ຳປັ່ນສາກົນທີ່ມີລະດັບພາກພື້ນຈຳນວນໜຶ່ງ, ສ້າງຕັ້ງບາງກຸ່ມບໍລິສັດເສດຖະກິດທີ່ເຂັ້ມແຂງ, ກໍ່ສ້າງບາງເຂດເສດຖະກິດທີ່ມີທ່າແຮງຢູ່ເຂດແຄມທະເລ; ສ້າງອົງການຄຸ້ມຄອງສັງລວມເປັນເອກະພາບກ່ຽວກັບທະເລຢ່າງມີປະສິດທິຜົນ, ເປີດກວ້າງການຮ່ວມມືສາກົນໃນບັນດາຂົງເຂດກ່ຽວກັບທະເລ.

ປະຕິບັດບັນດາບາດກ້າວບຸກທະລຸໃນໄລຍະຈະມາເຖິງ

        ເພື່ອບັນລຸໄດ້ບັນດາເປົ້າໝາຍເຊິ່ງມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ວ່າດ້ວຍ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ຮອດປີ 2020, ຫວຽດນາມ ຄວນປະຕິບັດບັນດາຂອດບຸກທະລຸໃນໄລຍະຈະມາເຖິງ. ທ່ານເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ຖືວ່າ.

        “ບັນຫາທີ 1 ແມ່ນລະບອບລະບຽບການ, ຄວນສ້າງກອບກົດໝາຍໃຫ້ດີກວ່າເກົ່າ. ທີ 2 ແມ່ນວິທະຍາສາດເຕັກໂນໂລຊີ, ທີ 3 ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ສວມບົດບາດບຸກທະລຸ ແລະ ເຊື່ອມຕໍ່ຫາກບໍ່ແມ່ນອີງໃສ່ແຫຼ່ງຊັບພະຍາກອນທຳມະຊາດ. ນັ້ນແມ່ນ 3 ຂອດບຸກທະລຸເຊິ່ງພວກເຮົາຄວນສຸມໃສ່ຢ່າງແຮງ.”

        ສ່ວນຕາມທ່ານຮອງສາດສະດາຈານ, ປະລິຍາເອກ ບຸຍເຕີດທັງ, ຫົວໜ້າສະຖາບັນຍຸດທະສາດ ແລະ ລົງທຶນ, ກະຊວງແຜນການ ແລະ ການລົງທຶນ ແລ້ວ, ຫວຽດນາມ ຄວນປ່ຽນແປງວິທີການປະຕິບັດໃນແຕ່ລະຂົງເຂດລະອຽດ ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກໃນ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ຮອດປີ 2020.

        “ຂ້າພະເຈົ້າຖືວ່າ, ເວລາທີ່ຍັງເຫຼືອບໍ່ມີຫຼາຍ, ສະນັ້ນບໍ່ຕ້ອງປັບປຸງເປົ້າໝາຍ ຫຼື ວາງແຜນຜັງຄືນໃໝ່, ແຕ່ຂ້າພະເຈົ້າປາດຖະວ່າ ໃນຫຼາຍຂົງເຂດລະອຽດ ພວກເຮົາຄວນປ່ຽນແປງວິທີການປະຕິບັດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ 12 ກໍ່ ໄດ້ຊີ້ໃຫ້ເຫັນມີຫຼາຍວິທີ, ໃນນັ້ນແມ່ນມີຈິນຕະນາການຕະຫຼາດ, ລະດົມບັນດາແຫຼ່ງກຳລັງໃນສັງຄົມ. ປະຕິບັດຕາມວີທີໃໝ່ຫາກບໍ່ແມ່ນຄືກ່ອນນີ້ອີກ”.

        ພ້ອມກັບການສະຫຼຸບ 10 ປີແຫ່ງການປະຕິບັດ “ຍຸດທະສາດກ່ຽວກັບທະເລຫວຽດນາມ” ຮອດປີ 2020 ເພື່ອແນໃສ່ຕີລາຄາບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ຢ່າງຊັດເຈນ, ກອງປະຊຸມໃຫຍ່ຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໃນຊຸມມື້ຈະມາເຖິງ ຈະວາງແຜນບັນດາມາດຕະການແກ້ໄຂເພື່ອປະຕິບັດບັນດາເປົ້າໝາຍ ເຊິ່ງ “ຍຸດທະສາດທະເລຫວຽດນາມ” ຮອດປີ 2020 ໄດ້ວາງອອກໃຫ້ເປັນຢ່າງດີກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ