ຫວຽດນາມ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ

(VOVWORLD) - ການປັບປຸງ ແລະ ສ້າງການຫັນປ່ຽນຢ່າງແຮງບັນດາຕົວເລກຄາດໝາຍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດໂດຍພື້ນຖານ ແມ່ນໜຶ່ງໃນບັນດາມາດຕະການຂອງລັດຖະບານ ຫວຽດນາມ ເພື່ອປະຕິບັດສຳເລັດຄາດໝາຍ, ໜ້າທີ່ຂອງແຜນການພັດທະນາເສດຖະກິດ - ສັງຄົມ 2018.

ຈາກການກຳນົດທິດນີ້, ບັນດາມາດຕະການຈະຖືກຂະຫຍາຍປະຕິບັດໃນໄລຍະຈະມາເຖິງ. ປະຊາຄົມສາກົນກໍ່ຮັບຮູ້ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິຮູບ, ສ້າງບັນດາປັດໄຈການເຕີບໂຕໄລຍະຍາວ. ເຖິງຢ່າງໃດກໍ່ຕາມ, ຍັງມີບັນຫາທີ່ຍັງຄົງຄ້າງເພື່ອຮັບປະກັບການພັດທະນາຢ່າງຕໍ່ເນື່ອງ ແລະ ຍືນຍົງ.

 ຫວຽດນາມ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ - ảnh 1  ທ່ານ Justin Wood ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງ WEF (ພາບ: ອິນເຕີແນັດ)

       ເວທີປາໄສເສດຖະກິດໂລກ (WEF) ຕີລາຄາວ່າ ຫວຽດນາມ ມີຄວາມຄືບໜ້າດີພໍສົມຄວນໃນຂົງເຂດເຕັກໂນໂລຊີ ແລະ ຕະຫລາດແຮງງານມີປະສິດທິຜົນ. ໃນຂະນະນັ້ນ, ນັກຊ່ຽວຊານຫລາຍຄົນໄດ້ຮັບຮູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພວມຕັ້ງໜ້າປະຕິບັດບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ.

ບັນດາການກະທົບຕອບຢ່າງຕັ້ງໜ້າ

      ຫ້ອງການການຄ້າ ເອີຣົບ ປະຈຳ ຫວຽດນາມ (EuroCham) ໄດ້ຕີລາຄາສູງບົດບາດຂອງລັດຖະບານ ຫວຽດນາມ ໃນການສ້າງບັນດາການຫັນປ່ຽນຢ່າງຕັ້ງໜ້າ ແລະ ເຫັນໄດ້ຊັດໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. EuroCham ໄດ້ຮັບຮູ້ວິທີການສຳພັດທີ່ມີລັກສະນະສ້າງສັນ ແລະ ເປີດອົກເປີດໃຈຂອງລັດຖະບານ ເມື່ອຍົກສູງບົດບາດຈຳເປັນຂອງວິສາຫະກິດ ແລະ ຖືວິສາຫະກິດເປັນຄູ່ຮ່ວມມືໃນການຊຸກຍູ້ດ້ານການຄ້າ, ການລົງທຶນ ແລະ ພັດທະນາເສດຖະກິດແຫ່ງຊາດ. ອຳນາດການປົກຄອງທ້ອງຖິ່ນໄດ້ປະຕິບັດບັນດາການປະຕິຮູບ, ສ້າງກາລະໂອກາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍເຂົ້າຮ່ວມຕະຫລາດ. ບັນດາກະຊວງທີ່ກ່ຽວຂ້ອງຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສືບຕໍ່ປັບປຸງເງື່ອນໄຂລະບຽບການບໍລິຫານ ແລະ ລົບລ້າງເງື່ອນໄຂດຳເນີນທຸລະກິດຕາມກົດໝາຍວ່າດ້ວຍການລົງທຶນ. ທ່ານ Nicolas Audire ປະທານຮ່ວມຫ້ອງການການຄ້າ ເອີຣົບ ປະຈຳ ຫວຽດນາມ ກ່າວວ່າ:

       ສຳລັບສະພາບແວດລ້ອມແຫ່ງການລົງທຶນບຸລິມະສິດນັ້ນ ແລະ ການແກ່ງແຍ້ງໃນຄ່າໃຊ້ຈ່າຍໃນການຜະລິດ ກໍ່ຄືແງ່ຫວັງກ່ຽວກັບດ້ານເສດຖະກິດຂອງ ຫວຽດນາມ, ຄົນຊັ້ນກາງໃນສັງຄົມພັດທະນາ, ແຮງງານນັບມື້ນັບມີລະດັບຄວາມຮູ້ ແລະ ມີທີ່ຕັ້ງທີ່ດີຢູ່ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ແມ່ນຈຸດນັດພົບທີ່ດູດດື່ມໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.

       ເມື່ອໄຈ້ແຍກກ່ຽວກັບບັນດາຈຸດດີຂອງ ຫວຽດນາມ, ທ່ານ Justin Wood ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງ WEF ໃຫ້ຮູ້ວ່າ:

       ຖ້າຫາກຕີລາຄາສະພາບຕົວຈິງໃນການດຳເນີນທຸລະກິດຢູ່ ຫວຽດນາມ, ພວກເຮົາຮັບຮູ້ໄດ້ຢ່າງງ່າຍດາຍວ່າ ບັນດາບາດກ້າວຜ່ານບັນດາຕົວເລກດັດຊະນີທີ່ໄດ້ວັດແທກໃນແຕ່ລະປີ. ບໍ່ພຽງແຕ່ WEF ຄົ້ນຄວ້າບັນດາຕົວເລກນີ້ເທົ່ານັ້ນ ຫາກທະນາຄານໂລກ (WB) ກໍ່ຍັງມີບັນດາບົດລາຍງານຮັບຮູ້ເຖິງຄວາມກ້າວໜ້າຂອງ ຫວຽດນາມ ໂດຍຜ່ານການສຳຫລວດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ອີກດ້ວຍ. ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງ ໃນການລົບລ້າງຮົ້ວກີດຂວາງທາງດ້ານລະບຽບການ ແລະ ຂໍ້ກຳນົດໃນຂົງເຂດພາສີອາກອນ, ການເຄື່ອນໄຫວນຳເຂົ້າ - ສົ່ງອອກ, ຈົດທະບຽນດຳເນີນທຸລະກິດ. ຍັງມີບັນຫາຫລາຍຢ່າງຕ້ອງໄດ້ຮັບການປັບປຸງ ແຕ່ເບິ່ງ ລວມແລ້ວ ແມ່ນພວມມີຄວາມກ້າວໜ້າ.

ຍັງມີບັນດາສິ່ງທ້າທາຍ

       ເຖິງວ່າກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກຂອງ ຫວຽດນາມ ພວມໄດ້ຮັບການປັບປຸງເທື່ອລະກ້າວ ແຕ່ເພື່ອພັດທະນາແບບຍືນຍົງ, ຫວຽດນາມ ຄວນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ກີດຂວາງເພື່ອໃຫ້ ຫວຽດນາມ ກ້າວໄປເຖິງທີ່ຕັ້ງສູງກ່ວາໃນລະບົບມູນຄ່າທົ່ວໂລກ. ນັ້ນແມ່ນກຳລັງຄວາມສາມາດປະດິດຄິດສ້າງຂອງພື້ນຖານເສດຖະກິດ ຫວຽດນາມ ຍັງຕ່ຳພໍສົມຄວນ. ດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງລວມມີບັນດາບ້ວງເງິນລົງທຶນໃຫ້ແກ່ການຄົ້ນຄວ້າພັດທະນາ (R&D), ຈຳນວນໃບຢັ້ງຢືນປະດິດສ້າງແມ່ນຍັງບໍ່ທັນມີຫລາຍ. ສິ່ງນີ້ ໄດ້ກີດຂວາງ ຫວຽດນາມ ກ້າວເຂົ້າເລິກກ່ວາໃນວິວັດທະນາການເຊື່ອມໂຍງ ແລະ ຫັນເປັນໂລກາພິວັດ, ພິເສດແມ່ນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພວມເຄື່ອນໄຫວຢ່າງວ່ອງໄວ.

       ຈຸດທີ່ຄວນເອົາໃຈໃສ່ໜຶ່ງອີກ ແມ່ນຄຸນນະພາບແຮງງານ ແລະ ໂຄງປະກອບຂອງກຳລັງແຮງງານຢູ່ ຫວຽດນາມ. ດັດຊະນີນີ້ ໄດ້ສ່ອງແສງເຖິງບັນດາຄວາມຫຍຸ້ງຍາກຂອງວິສາຫະກິດ ເມື່ອຢາກຊອກໄດ້ແຮງງານທີ່ເໝາະສົມ ແລະ ຄວາມສາມາດເຄື່ອນຍ້າຍຕາມວຽກງານຂອງຜູ້ອອກແຮງງານ. ສິ່ງນີ້ ໄດ້ກົດໜ່ວງທ່ວງດຶງຄວາມສາມາດໃນການຮັບມືຢ່າງແທດເໝາະ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ. ທ່ານ Tomaso Andreatta ປະທານຮ່ວມສະຫະພັນເວທີປາໄສວິສາຫະກິດ ຫວຽດນາມ (VBF) ເຈາະຈິ້ມວ່າ:

       ມາດຕະການໃຫ້ແກ່ບັນຫານີ້ ແມ່ນຕ້ອງຍົກສູງທັກສະຄວາມຮູ້ໃຫ້ແກ່ຊາວຜູ້ອອກແຮງງານ ເພື່ອອາດສາມາດນຳໃຊ້ເຕັກໂນໂລຊີອັດຕະໂນມັດໃນອຸດສາຫະກຳ 4.0. ຕ້ອງຊຸກຍູ້ທະວີຄູນບັນດາບໍລິສັດສອນວິຊາຊີບເອກະລາດ. ບັນດາປະເທດພັດທະນາ ລ້ວນແຕ່ມີລະບົບການສຶກສາທີ່ດີ ແລະ ຫວຽດນາມ ຕ້ອງສືບຕໍ່ປັບປຸງການສຶກສາ.

       ບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດໃນໄລຍະຜ່ານມາ ແມ່ນບໍ່ອາດປະຕິເສດໄດ້. ເຖິງຢ່າງໃດກໍ່ຕາມ, ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ ແມ່ນວຽກງານຄວນປະຕິບັດຢ່າງເປັນປະຈຳ ແລະ ຍາວນານ. ສິ່ງດັ່ງກ່າວ ຈະປະກອບສ່ວນຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ຄາດໝາຍການເຕີບໂຕ, ພັດທະນາແບບຍືນຍົງກ່ວາ./.

ຕອບກັບ

ຂ່າວ/ບົດ​ອື່ນ