ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ກຳປູເຈຍ ສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ

(VOVWORLD) - ວັນທີ 29 ກໍລະກົດ ຈະມາເຖິງ, ຜູ້ມີສິດເລືອກຕັ້ງກ່ວາ 8 ລ້ານຄົນໃນຈຳນວນພົນລະເມືອງ ກຳປູເຈຍ ທັງມົດເກືອບ 16 ລ້ານຄົນນັ້ນ ຈະໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ເພື່ອຄັດເລືອກບັນດາສະມາຊິກສະພາແຫ່ງຊາດ, ສ້າງຕັ້ງລັດຖະບານລາດຊະວົງອາຍຸການໃໝ່ ເພືຶ່ອນຳພາປະເທດຊາດໃນໄລຍະ 5 ປີຈະມາເຖິງ.

ບົນພື້ນຖານການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”, ຫວຽດນາມ ປາດຖະໜາຢາກໃຫ້ ກຳປູເຈຍ ຈັດຕັ້ງການເລືອກຕັ້ງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນນຳປະເທດ ກຳປູເຈຍ ນັບມື້ນັບພັດທະນາ ແລະ ວັດທະນາຖາວອນ.

ການເລືອກຕັ້ງຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງສຳລັບປະເທດ ກຳປູເຈຍ. ຄາດວ່າ ມີພັກການເມືອງປະມານ 20 ພັກເຂົ້າຮ່ວມການຫາສຽງເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້. ພ້ອມກັບບັນດາພັກການເມືອງທີ່ມີການເຄື່ອນໄຫວມາແຕ່ດົນນານຄືພັກປະຊາຊົນ ກຳປູເຈຍ (CPP), ພັກ FUNCINPEC, ພັກສັນຊາດຂະແມແລ້ວ, ຍັງມີບັນດາພັກທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່ ກໍ່ໄດ້ເຂົ້າຮ່ວມການຫາສຽງເລືອກຕັ້ງ.

ພັກປະຊາຊົນ ກຳປູເຈຍ  ແລະ ເສັ້ນທາງພັດທະນາຈະເລີນຮຸງເຮືອງ

        ໃນອາຍຸການຊຸດທີ 5 ຂອງສະພາແຫ່ງຊາດ ກຳປູເຈຍ, ລັດຖະບານລາດຊະວົງ ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ (CPP) ນຳພາໄດ້ນຳປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄວ້ຢ່າງໝັ້ນຄົງໜັກແໜ້ນ.

        ຄວາມຈິງ, ໃນກ່ວາ 39 ປີຜ່ານມາ, ນັບແຕ່ເມື່ອໄດ້ກຳສິດອຳນາດນຳພາປະເທດຊາດ, ພັກປະຊາຊົນ ກຳປູເຈຍ ໄດ້ມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກ, ລຳບາກກາກກຳ ເພື່ອຍາດໄດ້ຜົນງານເປັນປະຫວັດສາດ, ນຳປະເທດຊາດຫລຸດພົ້ນອອກຈາກເງົາມືດຊົ່ວຮ້າຍທີ່ສຸດໃນອະດີດ ແລະ ກ້າວເຂົ້າສູ່ໄລຍະພັດທະນາທີ່ເປັນໜ້າເອກອ້າງທະນົງໃຈໃນທຸກຂົງເຂດຂອງສັນຕິພາບ, ເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງເຂັ້ມແຂງ ໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃນການພັດທະນາເສດຖະກິດ - ສັງຄົມ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ.

        ໃນ 6 ເດືອນຕົ້ນປີ 2018, ເສດຖະກິດ ກຳປູເຈຍ ສືບຕໍ່ພັດທະນາຕາມທ່າເຕີບໂຕຂອງໄຕມາດທີ 4 ປີ 2017, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ບັນດານະໂຍບາຍຮັບປະກັນຊີວິດສັງຄົມກໍ່ໄດ້ຮັບຄວາມເອົາໃຈໃສ່.

ການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ

ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງມີຄວາມຮັກແພງ, ມີສາຍພົວພັນທີ່ເປັນມູນເຊື້ອ, ມີຄວາມຜູກພັນຢ່າງສະໜິດແໜ້ນມາແຕ່ດົນ. ກ່ອນນີ້ກ່ວາ 50 ປີ, ບົນພື້ນຖານສາຍພົວພັນສາມັກຄີມິດຕະພາບລະຫວ່າງ 2 ປະເທດ, ຫວຽດນາມ ແລະ ກຳປູເຈຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຢືນຢັນວ່າ:

        “ນີ້ແມ່ນຂີດໝາຍສຳຄັນທີ່ສຸດໃນການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ຜ່ານຫລາຍໄລຍະປະຫວັດສາດ ແລະ ການປ່ຽນແປງຂອງຍຸກສະໄໝ, ການພົວພັນຂອງ 2 ປະເທດຍັງຄົງສືບຕໍ່ພັດທະນາຢ່າງສະໜິດແໜ້ນ. ນັ້ນແມ່ນ ຍ້ອນມີການປະກອບສ່ວນເພີ່ມພູນຄູນສ້າງຂອງການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດມາເປັນເວລາຫລາຍປີ, ນັບທັງກຳລັງເຫື່ອແຮງ ແລະ ເລືອດເນື້ອຂອງປະຊາຊົນ 2 ປະເທດ. ຍ້ອນຄວາມສະໜິດຕິດພັນນັ້ນ ກອງທັບ 2 ປະເທດຈຶ່ງໄດ້ພ້ອມກັນຮຽງບ່າຮຽງໄຫລ່ຕ້ານຄືນລະບອບດັບສູນເຊື້ອຊາດ ປອນປົດ, ນຳປະເທດ ກຳປູເຈຍ ຟື້ນຟູຄືນໃໝ່ ແລະ ພັດທະນາໃຫ້ຈະເລີນຮຸງເຮືອງຄືທຸດວັນນີ້

        ຫວຽດນາມ ໄດ້ຊ່ວຍເຫຼືອ ກຳປູເຈຍ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຊຶ່ງບໍ່ແມ່ນວ່າ ປະເທດໃດ ກໍ່ເຮັດໄດ້ຄືດັ່ງກ່າວ. ນັ້ນແມ່ນຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ປະທານພັກປະຊາຊົນ ກຳປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ. ກໍ່ແມ່ນທ່ານນາຍົກລັດຖະມົນຕີ Samdech Hun Sen ເອງທີ່ເນັ້ນໜັກວ່າ: “ປະເທດ ແລະ ປະຊາຊົນ ກຳປູເຈຍ ໄດ້ຈາລຶກໄວ້ໃນດວງໃຈຂອງຕົນ, ປະຫວັດສາດປະເທດ ກຳປູເຈຍ ຈະຈາລຶກຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດານັກຊ່ຽວຊານ, ພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໄດ້ປະຕິບັດສຳເລັດພັນທະສາກົນອັນສູງສົ່ງຢູ່ປະເທດ ກຳປູເຈຍ ຢ່າງມີໄຊ. ຍາກທີ່ຈະມີປະເທດໃດ ມີການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຄື ຫວຽດນາມ. ສິ່ງດັ່ງກ່າວໄດ້ຢັ້ງຢືນເຖິງຫຼັກສິນທຳທີ່ວ່າ: ເຖິງວ່າໂລກມີການຫັນປ່ຽນຫລາຍຢ່າງກໍ່ຕາມ ແຕ່ນ້ຳໃຈສາມັກຄີລະຫວ່າງ 2 ຊາດ ຫວຽດນາມ - ກຳປູເຈຍ ແມ່ນບໍ່ອາດຕັດແຍກອອກຈາກກັນໄດ້”.

        ໃນວັນນີ້, ດ້ວຍທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”, ການພົວພັນ ຫວຽດນາມ ແລະ ກຳປູເຈຍ ພວມພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ທ່ານ ຫວູໝາວ ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຢືນຢັນວ່າ:

        “ການພົວພັນ ຫວຽດນາມ - ກຳປູເຈຍ ແມ່ນການພົວພັນທີ່ເປັນເອກະລັກສະເພາະ. ໃນປະຫວັດສາດຂອງ 2 ປະເທດພວກເຮົາມີບັນດາບາດກ້າວຜັນແປ. ພວກເຮົາຕ້ອງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບນັບແຕ່ລຸ້ນໜຸ່ມ 2 ປະເທດ, ຂ້າພະເຈົ້າຖືວ່າ: ສິ່ງດັ່ງກ່າວສຳຄັນທີ່ສຸດ”.

ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ກຳປູເຈຍ ມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ

        ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ໃນວັນທີ 29 ກໍລະກົດ ຈະມາເຖິງ ແມ່ນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ນັບແຕ່ເມືື່ອ ກຳປູເຈຍ ດຳເນີນການເລືອກຕັ້ງຫລາຍພັກການເມືອງໃນປີ 1993. ພາຍໃຕ້ການນຳພາຢ່າງຖືກຕ້ອງ, ສະຫລາດສ່ອງໃສຂອງທ່ານນາຍົກລັດຖະມົນຕີ Hun Sen ແລະ ພັກ CPP, ໃນໄລຍະຜ່ານມາ ກຳປູເຈຍ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ນຳປະເທດ ກຳປູເຈຍ ຈາກປະເທດທີ່ຂາດສະຖຽນລະພາບກາຍເປັນປະທາດເສລີພາບ, ສັນຕິພາບ, ສະຖຽນລະພາບ.

        ໂດຍແມ່ນປະເທດຖານບ້ານໃກ້ເຮືອນຄຽງມີຄວາມຮັກແພງກັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຫວຽດນາມ ປາດຖະໜາຢາກໃຫ້ການເລືອກຕັ້ງສະພາແຫ່ງຊາດ ໃນວັນທີ 29 ກໍລະກົດ ຈະມາເຖິງປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ສ້າງທ່ວງທ່າໃຫ້ປະເທດ ກຳປູເຈຍ ພັດທະນາ, ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ./.

       

ຕອບກັບ

ຂ່າວ/ບົດ​ອື່ນ