ຫວຽດນາມ ຍູ້ແຮງການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດ ອາຊຽນ

(vovworld)- ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48 ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 3/8 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ​ລາວ. ໂດຍ​ໄດ້​ດຳ​ເນີນ​ເປັນ​ຄັ້ງ​ທຳ​ອິດ​ພາຍ​ຫລັງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ກອງ​ປະ​ຊຸມ​ຄັ້ງ​ນີ້ ສືບ​ຕໍ່​ສຸມ​ໃສ່​ບັນ​ດາ​ເນື້ອ​ໃນ​ບຸ​ລິ​ມະ​ສິດ​ຂອງ​ເສົາ​ຄ້ຳ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ແຜນ​ການ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ​ຮອດ​ປີ 2025. ຫວຽດ​ນາມ ໃນ​ຖາ​ນະ​ແມ່ນ​ປະ​ເທດ​ສະ​ມາ​ຊິກຫນຶ່ງ, ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ແທ້​ຈິງ​ໃຫ້​ແກ່​ວິ​ວັດ​ການນີ້.
ຫວຽດນາມ ຍູ້ແຮງການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດ ອາຊຽນ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລາວ ​ທອງ​ລຸນ ສີ​ສຸ​ລິດ ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ

         ວັນ​ທີ 31/12/2015 ເປັ​ນ​ຂີດ​ໝາຍແຫ່ງ​ບາດ​ລ້ຽວ​ປະ​ຫວັດ​ສາດ​ໃນ​ໄລ​ຍະ​ທາງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ຂອງ​ອາ​ຊຽນ ເມື່ອ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ (AEC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ ດ້ວຍ​ຈຸດ​ໝາຍ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ອາ​ຊຽນ ມ​ີສະ​ຖຽນ​ລະ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ມີ​ຄວາມ​ແກ່ງ​ແຍ້ງ​ສູງ. ບັນ​ດາ​ປະ​ເທດ​ໄດ້​ວາງ​ຄາດ​ໝາ​ຍ​​ແມ່ນ​ສ້າງ​ຄວາມ​ກົມ​ກ່ຽວ ລະ​ຫວ່າງ​ຍຸດ​ທະ​ສາດ​ເສດ​ຖະ​ກິດ, ທາບ​ທາມ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ການ​ເງິນຢ່າງ​ແຫນ້ນ​ແຟ້ນກວ່າ ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ…

        AEC ສ້າງ​ກຳ​ລັງ​ຫນູນ​ພັດ​ທະ​ນາ

        ໃນ 3 ເສົາ​ຄ້ຳ, AEC ໄດ້​ຮັບ​ຖື​ວ່າ ແມ່​ນ​ສ​ຳ​ຄັນ​ທີ່​ສຸດ. ການ​ພັດ​ທະ​ນາ​ຂອງ AEC ແມ່ນ​ປະ​ຖົມ​ປັດ​ໄຈ​ຊຸກ​ຍູ້​ການ​ປະ​ຕິ​ບັດ 2 ເສົາ​ຄ້ຳ​ທີ່​ຍັງ​ເຫລືອ. ຈຸດ​ໝາຍ​ຂອງ AEC ລວມ​ມີ  ​ສ້າງ​ເປັນຕະ​ຫລາດ​ຫນຶ່ງ ແລະ ມີພື້ນ​ຖານ​ການ​ຜະ​ລິດ​ເປັນ​ເອ​ກະ​ພາບ, ເຂດ​ເສດ​ຖະ​ກິດ​ແກ່ງ​ແຍ້ງ, ເຂດ​ພັດ​ທະ​ນາ​ຢ່າງ​ສະ​ຫມ່ຳ​ສະ​ເຫມີ ແລະ ​ມີ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ໃນ 7 ເດືອນ​ຜ່ານ​ມາ ນັບ​ແຕ່​ເມື່ອ AEC ໄດ້​ຮັບ​ການ​ສ້າງ​ຕັ້ງ, ບັນ​ດາ​ປະ​ເທດ ອາ​ຊຽນ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ປະ​ຕິ​ບັດ​ຫັນ 3 ຂົງ​ເຂດ​ໃຫຍ່​ເປັນ​ເສ​ລີ ນັ້ນ​ແມ່ນ ​ຫັນການ​ຄ້າ​ສິນ​ຄ້າ​ເປັນເສ​ລີ, ຫັນ​ການ​ຄ້າ​ການ​ບໍ​ລິ​ການ​ເປັນ​ເສ​ລີ, ຫັນ​ການ​ລົງ​ທຶນ​, ການ​ເງິນ ແລະ ແຮງ​ງານເປັນ​ເສ​ລີ. ລະ​ອຽດ​ຄື: ບັນ​ດາ​ປະ​ເທດ ອາ​ຊຽນ ຍູ້​ໄວ​ວິ​ວັດ​ການ​ປະ​ຕິ​ບັດ​ການ​ຫລຸດ​ຜ່ອນ​ພາ​ສີ​ອາ​ກອນ, ປະ​ຕິ​ຮູບ​ລະ​ບຽບ​ການ​ພາ​ສີ ແລະ ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ອື່ນ.

        ເພື່ອ​ບັນ​ລຸ​ຈຸດ​ໝາຍ​ສ້າງ​ເຂດ​ເສດ​ຖະ​ກິດ​ແກ່ງ​ແຍ້ງ, ໃນ​ໄລ​ຍະຜ່ານ​ມາ AEC ສຸມ​ໃສ່​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ 4 ປະ​ການ​ຄື: ນະ​ໂຍ​ບາຍ​ແກ່ງ​ແຍ້ງ, ປົກ​ປ້ອງ​ຜູ້​ໃຊ້​ສອຍ, ປົກ​ປ້ອງ​​ສິດຊັບ​ສິນ​ທາງ​ປັນ​ຍາ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ. ຄຽງ​ຄູ່​ກັນ​ນັ້ນ ເພື່ອ​ສ້າງ​ພາກ​ພື້ນ ອາ​ຊຽນ ໃຫ້​ພັດ​ທະ​ນາ​ຢ່າງ​ສະ​ຫມ່ຳ​ສະ​ເຫມີ, ອາ​ຊຽນ ໄດ້​ພິ​ຈາ​ລະ​ນາ ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ສ້າງ​ກອບໂຄງ​ການ​ລວມ​ໃຫ້​ແກ່​ບັນ​ດາ​ນັກ​ທຸ​ລະ​ກິດ ອາ​ຊຽນ ແລະ ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ເຊື່ອມ​ໂຍງ ອາ​ຊຽນ. ອາ​ຊຽນ ກ​ໍ​ເຫັນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ, ເຂົ້າ​ຮ່ວມ​ຢ່າງ​ແຮງ​ເຂົ້າ​ໃນ​ລະ​ບົບ​ສະ​ຫນອງ​ທົ່ວ​ໂລກ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢ່າງ​ແຮງ.

       AEC ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫ​ຍ່​ໃຫ້​ແກ່​ຫວຽດ​ນາມ

       ເລື່ອງ AEC ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ເປັນ​ຂີດ​ໝາຍ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ ອາ​ຊຽນ. ການ​ເຕີບ​​ໃຫຍ່​ຂອງ ອາ​ຊຽນ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຂອງ​ທັງ​ພາກ​ພື້ນ ໃນ​ນັ້ນ ມີ​ຫວຽດ​ນາມ. AEC ສ້າງ​ໃຫ້​ຫວຽດ​ນາມ ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ຕະ​ຫລາດ​ທີ່​ກວ້າງ​ໃຫຍ່ກວ່າ. ບໍ່​ພຽງ​ແຕ່​ສະ​ເພາະ​ຕະ​ຫລາດ​ໃນ​ອາ​ຊຽນ ເທົ່າ​ນັ້ນ ຫາກ​ຍັງ​ເປີດກວ້າງ​ອອກ​ສູ່​ບັນ​ດາ​ປະ​ເທດນອກ​ພາກ​ພື້ນ ອາ​ຊຽນ ອີກ​ດ້ວຍ, ເພາະ ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຸ​ບັນ ລ້ວນ​ແຕ່​ມີ​ບັນ​ດາ​ສັນ​ຍາ​ຮ່ວມ​ມື, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ສັນ​ຍາ​ກ່ຽວ​ກັບ​ການ​ຄ້າ​ເສ​ລີ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ໃນ​ໂລກ. ແລະ ຜ່ານ AEC ໄດ້​ສ້າງ​ເງື່ອນ​ໄຂ​ເພີ່ມ​ຄວາມ​ດູດ​ດື່ມ​ໃຫ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ. ຮອງ​ສາດ​ສະ​ດາ​ຈານ, ປ​ອ ຈີ້ງ​ທິ​ທູ​ເຮືອງ, ຮອງ​ຫົວ​ຫນ້າ​ພະ​ແນກ​ເສດ​ຖະ​ກິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ​ຕ່າງ​ປ​ະ​ເທດ  ຮ່າ​ໂນ້ຍ ຖື​ວ່າ:

        “​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ກາ​ລະ​ໂອ​ກາດ​ກ່ຽວ​ກັບ​ຕະ​ຫລາດ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ. ນັ້ນ​ແມ່ນ​ຕະ​ຫລາດ​ມີ​ພົນ​ລະ​ເມືອງກວ່າ 600 ລ້ານ​ຄົນ, ໃຫຍ່​ອັນ​ດັບ​ທີ 3 ໃນ​ໂລກ. ແລະ ຕະ​ຫລາດນີ້​ແມ່ນ​ຢູ່​ໃກ້​ກັບ​ພວກ​ເຮົາ, ໝາຍ​ຄວາມ​ວ່າ ​ດ້ານ​ພູມ​ສາດ​ລະ​ຫວ່າງ ຫວຽດ​ນາມ ​ກັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ບໍ່​ຫ່າງ​ໄກ​ ​ຄື ຫວຽດ​ນາມ ກັບ​ ອີ​ຢູ, ອາ​ເມ​ລິ​ກາ ຫລື ຍີ່​ປຸ່ນ. ສະ​ນັ້ນ ວິ​ສາ​ຫະ​ກິດ​ຕ້ອງ​ເຫັນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ສິ່ງ​ດັ່ງ​ກ່າວ.”

       ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ໂຍງ​ຮອບ​ດ້ານ​ໃນ​ອາ​ຊຽນ

        ໂດຍ​ຮັບ​ຮູ້​ໄດ້​ບັນ​ດາ​ກາ​ລະ​ໂອ​ກາດ​ຊື່ງ AEC  ນຳ​ມາ​ໃຫ້, ກ່ອນ​ທີ່ AEC ໄດ້​ຮັບ​ການ​ສ້າງ​ຕັ້ງ ຫວຽດ​ນາມ ໄດ້​ມີ​ການ​ກະ​ກຽມ​ໃຫ້​ແກ່​ວິ​ວັດ​ການ​ເຊື່ອມ​ໂຍງຢ່າງ​ລະ​ອຽດ​. ຄຽງ​ຄູ່​ກັບ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຫວຽດ​ນາມ ຍັງ​ຍົກ​ອອກ​ບັນ​ດາ​ນະ​ໂຍ​ບາຍ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້ງ​ຢ່າງ​ທັນ​ການ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ ຫງວຽນ​ກວາງວີງ, ​ຫົວ​ຫນ້າ​ຫ້ອງການວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ເນັ້ນ​ຫນ​ັກ​ວ່າ:

        “ຕົວ​ຢ່າງ ໄລ​ຍະ​ຜ່ານ​ມາ ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 19 ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແກ່ງ​ແຍ້ງ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ລັດ​ຖະ​ບານ.  ນີ້​ອາດ​ຈະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ກະ​ຕຸກ​ຊຸກ​ຍູ້​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ຫລຸດ​ຜ່ອນ​ເລ​ລາ​ເສຍ​ພາ​ສີ, ​ເວ​ລາ​ພັກ​ສິນ​ຄ້າ​ຢູ່​ດ່ານ​ຊາຍ​ແດນ.”

        ພ້ອມ​ກັບ​ ອາ​ຊຽນ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ໂຍງ, ປັບ​ປຸງ, ສ້າງ​​ສຳ​ເລັດ ລະ​ບອບ​ເສດ​ຖະ​ກິດໃຫ້​ສະ​ດວກກວ່າ, ສອດ​ຄ​ອ່ງ​ກັບ​ທຳ​ນຽມ​ສາ​ກົນ. AEC ເຊື່ອມ​ຮອບ​ດ້ານ ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດບໍ່​ແມ່ນ​ຫນ້ອຍ​ໃຫ້​ແກ່​ຫວຽດ​ນາມ, ເຖິງ​ຢ່າງ​ໃດ​ກໍ​ຕາມ ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ສະ​ນັ້ນ ເມື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້, ຫວຽດ​ນາມ ສືບ​ຕໍ່​ເປັນ​ເຈົ້າ​ການໃນ​ການ​ສ​ະ​ເຫນີ, ປະ​ກອບ​ຂໍ້​ລິ​ເລີ່ມ​ພ້ອມ​ກັບ ອາ​ຊຽນ ຊຸກ​ຍູ້​ການ​ປະ​ຕິ​ບັດ​ແຜນ​ການ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ