ຫວຽດນາມ ດ້ວຍ​ບັນດາ​ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ຢູ່ ກອງ​ປະຊຸມ Shangri – La 2019

(VOVWORLD) - ກອງປະຊຸມ Shangri  La 2019, ເຊິ່ງເປັນເວທີປາໄສຄວາມໝັ້ນຄົງສໍາຄັນຂອງພາກພື້ນນັ້ນ ໄດ້ອັດລົງ ພາຍຫຼັງການໂຮມປະຊຸມມາເປັນເວລາ 3 ວັນ ຢູ່ສິງກະໂປ. ຕາມປົກກະຕິແລ້ວ, ເວທີປາໄສຄວາມໝັ້ນຄົງໃຫຍ່ທີ່ສຸດຂອງພາກພື້ນ ອາຊີ - ປາຊີຟິກນີ້ ຈະແມ່ນໂອກາດເພື່ອໃຫ້ຜູ້ແທນສະແດງທັດສະນະ ແລະ ທ່າທີຂອງບັນດາຝ່າຍ ກ່ຽວກັບບັນດາບັນຫາທີ່ຮ້ອນເຮັ່ງໃນປັດຈຸບັນ ຄື ຄວາມເປັນລະບຽບຮຽບຮ້ອຍທາງດ້ານຄວາມໝັ້ນຄົງທີ່ພວມຜັນປ່ຽນຢູ່ ອາຊີ, ການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ຄວາມໝັ້ນຄົງໃນການເດີນທະເລ. ແລະອີກຄັ້ງໜຶ່ງ, ທີ່ເວທີປາໄສຄັ້ງນີ້, ຫວຽດນາມ ໄດ້ມີບັນດາການປະກອບສ່ວນຕັ້ງໜ້າ, ຖືເປັນສໍາຄັນບັນດາຫຼັກການສັນຕິພາບ ກໍຄືບັນດາທັດສະນະຈະແຈ້ງເພື່ອແກ້ໄຂການຂັດແຍ້ງກັນ.

 ອາດຈະເຫັນໄດ້ວ່າ  ກອງປະຊຸມ Shangri – La ປີນີ້ ແມ່ນຄັ້ງທໍາອິດທີ່ໄດ້ເຫັນປະຈັກຕາການເຂົ້າຮ່ວມທີ່ບັນລຸລະດັບສະຖິຕິຂອງບັນດາຜູ້ແທນຂັ້ນລັດຖະບານຈາກ 56 ປະເທດ ແລະ ເຂດແຄວ້ນໃນໂລກ, ໃນນັ້ນ ມີເຈົ້າໜ້າທີ່ຂັ້ນລັດຖະມົນຕີ 28 ທ່ານ ພ້ອມດ້ວຍບັນດານັກຊ່ຽວຊານ ແລະ ນັກຮຽນຮູ້ແຖວໜ້າອີກດ້ວຍ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມສົນໃຈຢ່າງສູງຕໍ່ບັນຫາສັນຕິພາບ, ສະຖຽນລະພາບຄວາມໝັ້ນຄົງຂອງພາກພື້ນຂອງບັນດາປະເທດ ແມ່ນຫຼາຍທີ່ສຸດ.

ຫວຽດນາມ ດ້ວຍ​ບັນດາ​ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ຢູ່ ກອງ​ປະຊຸມ Shangri – La 2019 - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ (ພາບ: TTXVN)

ສິ່ງທ້າທາຍຫຼາຍຢ່າງພວມຕ້ອງປະເຊີນໜ້າ

        ເມື່ອເບິ່ງສະພາບການໂດຍລວມຂອງຄວາມໝັ້ນຄົງໃນໂລກ ແລະ ພາກພື້ນ ອາຊີ - ປາຊີຟິກ ໃນໄລຍະມໍ່ໆມານີ້ ອາດເຫັນໄດ້ວ່າ ມີສິ່ງທ້າທາຍທີ່ສັບສົນຫຼາຍຢ່າງພວມເກີດຂຶ້ນ. ການແກ້ງແຍ້ງຖືກຢູ່ໃນລະດັບສູງກວ່າເກົ່າ ທັງຢູ່ທົ່ວໂລກ ແລະ ພາກພື້ນ. ປັດຈຸບັນ, ການຂັດແຍ້ງກັນກໍມີຫຼາຍຮູບຫຼາຍແບບ ແລະ ຂະຫຍາຍກວ້າງອອກໄປຫຼາຍຂົງເຂດ, ນັບທັງດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ, ອະທິປະໄຕຜືນແຜນດິນ, ທະເລ, ໝູ່ເກາະ, ເຄືອຂ່າຍອິນເຕີເນັດ;ຕະຫຼອດຮອດບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.

        ຄວາມຈິງແລ້ວ, ການຂັດແຍ້ງກັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ປິ່ນອ້ອມບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ, ບັນດາສິ່ງທ້າທາຍທາງດ້ານຄວາມໝັ້ນຄົງຢູ່ທະເລຕາເວັນອອກ... ແມ່ນບັນດາຫົວຂໍ້ທີ່ສ້າງ“ຄວາມຮ້ອນ” ໃຫ້ແກ່ບັນຍາກາດຂອງ ກອງປະຊຸມ Shangri – La ປີນີ້. ເຖິງຢ່າງໃດກໍຕາມ, ມີຈຸດໜຶ່ງທີ່ສາມາດຮັບຮູ້ໄດ້ຢ່າງງ່າຍດາຍທີ່ກອງປະຊຸມປີນີ້ແມ່ນ ເຖິງວ່າຈະມີບັນດາຄໍາເວົ້າທີ່ແຂງກະດ້າງກໍຕາມ ແຕ່ໃນບັນດາວາລະປຶກສາຫາລື, ເຂົາເຈົ້າລ້ວນແຕ່ໄດ້ເຫັນປະຈັກຕາເລື່ອງບັນດາຝ່າຍລ້ວນແຕ່ຍອມຮັບວ່າ ການສະກັດກັ້ນການປະທະກັນ ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດໃຫ້ບັນດາຝ່າຍເທົ່ານັ້ນ ຫາກຍັງນັບທັງພາກພື້ນ ແລະ ໃນໂລກອີກດ້ວຍ. ຕົວຢ່າງຄື ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ຈີນ, ໃນວາລະປຶກສາຫາລືດ້ວຍຫົວຂໍ້ວ່າ “ແກ້ໄຂການຂັດແຍ້ງກັນໃນບັນຍາກາດສັນຕິພາບ, ບົນເນື້ອໃນຈິດໃຈເປັນຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບລວມຂອງປະຊາຄົມ”, ທ່ານ ຢວາຍເຟີ້ງເຂືອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມສໍາຄັນຂອງການຮັກສາການຕິດຕໍ່ພົວພັນ ແລະ ພັດທະນາການພົວພັນດ້ານການທະຫານ ທີ່ມີລັກສະນະສ້າງສັນ ກັບ ອາເມລິກາ. ທ່ານ Patrick Shanahan ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກໍໄດ້ເນັ້ນໜັກເຖິງຄວາມຈໍາເປັນຂອງການສົນທະນາ, ການປັບປຸງການພົວພັນກັບ ຈີນ ອີງໃສ່ຄວາມເຄົາລົບອະທິປະໄຕ ແລະ ເອກະລາດຂອງທຸຸກໆປະເທດ.

        ນອກຈາກນັ້ນ, ບັນດາບົດປະກອບຄໍາເຫັນຂອງຜູ້ແທນຫຼາຍທ່ານທີ່ໄດ້ຍົກອອກໃນກອງປະຊຸມ Shangri – La ຄັ້ງນີ້ ລ້ວນແຕ່ຢັ້ງຢືນວ່າ: ການປະພຶຶດ, ການກະທໍາຂອງບັນດາປະເທດໃຫຍ່ ແມ່ນສວມບົດບາດສໍາຄັນ, ຖ້າຫາກເກີດການປະທະກັນ ຈະພາໄປເຖິງບັນດາຜົນຮ້າຍຢ້ອນຫຼັງທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້, ບໍ່ພຽງແຕ່ສົ່ງຜົນສະທ້ອນໂດຍກົງເຖິງບັນດາປະເທດທີ່ກ່ຽວຂ້ອງເທົ່ານັ້ນ ຫາກຍັງກະທົບເຖິງທັງພາກພື້ນ ແລະ ໂລກອີກດ້ວຍ. ເພາະສະນັ້ນ, ຕ້ອງແກ້ໄຂການຂັດແຍ້ງກັນໃນບັນຍາກາດແຫ່ງສັນຕິພາບ ແລະ ຜ່ານການເຈລະຈາ.

ສານຂອງຫວຽດນາມ: ເຊີດຊູຈິດໃຈສົນທະນາໂດຍສັນຕິພາບ

        ບົນເນື້ອໃນຈິດໃຈນັ້ນ, ເມື່ອເຂົ້າຮ່ວມ ກອງປະຊຸມ Shangri – La 2019, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ໄດ້ສົ່ງສານຂອງຫວຽດນາມຢ່າງແຮງ. ນັ້ນແມ່ນເວທີປາໄສ ຕ້ອງແມ່ນບ່ອນສ້າງບັນຍາກາດການສົນທະນາ ດ້ວຍຄວາມຮັບຜິດຊອບລວມ ແລະ ຕ້ອງຢຶດໝັ້ນຕໍ່ຈິດໃຈຄູ່ຮ່ວມເຈລະຈາ ຈິ່ງສາມາດແກ້ໄຂການຂັດແຍ້ງກັນໄດ້.

        ຄວາມຈິງແລ້ວ, ບັນດາບົດກ່າວປາໄສ ແລະ ການປະກອບສ່ວນຂອງຫວຽດນາມ ຢູ່ ກອງປະຊຸມ Shangri – La ຄັ້ງນີ້ ແມ່ນບໍ່ໃໝ່ອ່ຽມ ເມື່ອທຽບໃສ່ບັນດາທັດສະນະພື້ນຖານຂອງຄະນະຜູ້ແທນຫວຽດນາມຕໍ່ບັນຫາຄວາມໝັ້້ນຄົງ ນັບແຕ່ກ່ອນມາຮອດປັດຈຸບັນ. ເຖິງຢ່າງໃດກໍຕາມ, ຫວຽດນາມ ໄດ້ຍົກອອກແບບວີທີອັນເໝາະສົມກັບສະພາບການທີ່ມີການຜັນແປຫຼາຍຢ່າງທີ່ສັບສົນຄືໃນປັດຈຸບັນ, ໂດຍສະເພາະແມ່ນສໍາລັບບັນດາສິ່ງທ້າທາຍທາງການປ້ອງກັນຄວາມໝັ້ນຄົງຢູ່ທະເລຕາເວັນອອກ. ນັ້ນແມ່ນ ເຖິງວ່າມີຄວາມແຕກໂຕນກັນກ່ຽວກັບຜົນປະໂຫຍດກໍຕາມ, ແຕ່ຖ້າຫາກວ່າ ທຸກປະເທດລ້ວນແຕ່ຖືຄວາມສັນຕິພາບ ແລະ ສະຖຽນລະພາບເໜືອກວ່າສິ່ງໃດໝົດນັ້ນ ທຸກຝ່າຍອາດຈະຮ່ວມມື, ຊອກຫາວິທີຮັດແຄບຄວາມແຕກໂຕນເຂົ້າກັນ, ແກ້ໄຂການຂັດແຍ້ງກັນໃນບັນຍາກາດແຫ່ງສັນຕິພາບ ແລະ ຕ້ອງພ້ອມກັນຄຸ້ມຄອງສະພາບຂາດສະຖຽນລະພາບ, ສະກັດກັ້ນໂດຍໄວບັນດາບັນຫາແກ້ງແຍ້ງ ທີ່ອາດຈະກໍ່ໃຫ້ເກີດການປະທະກັນ ແລະ ສົງຄາມ. ນັ້ນແມ່ນວິວັດການອັນຍາວນານ, ສັບສົນ, ຮຽກຮ້ອງຄວາມຕັດສິນໃຈດ້ານການເມືອງສູງ ແລະ ການຮ່ວມແຮງຮ່່ວມໃຈປະຕິບັດຂອງທຸກໆປະເທດ ຫາກບໍ່ອາດຢຶນຢູ່ໃນທ່າຮັບ ແລະນັ່ງລໍຄອຍໄດ້.

        ທີ່ກອງປະຊຸມ Shangri – La ຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ກໍໄດ້ເຕື້ອງເຖິງເລື່ອງ ຫວຽດນາມ ຈະຮັບດໍາລົງໜ້າທີ່ເປັນປະທານອາຊຽນ ໃນປີ 2020 ແລະ ສະເພາະດ້ານການທະຫານປ້ອງກັນຊາດ ແມ່ນມີການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນໃນຂອບເຂດລັດຖະມົນຕີກະຊວງປ້ອງກັນປະເທດ 10 ປະເທດ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື. ຫວຽດນາມ ຄາດວ່າຈະມີຖະແຫຼງການຮ່ວມ - ຖະແຫຼງການຮ່າໂນ້ຍ ຂອງ ລັດຖະມົນຕີກະຊວງປ້ອງກັນປະເທດ ກັບ ບັນດາປະເທດ ອາຊຽນ ກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືດ້ານປ້ອງກັນຊາດ ຂອງ 10 ປະເທດ ອາຊຽນ, ຍົກສູງນໍ້າໃຈຄວາມສາມັກຄີ ເປັນເອກະພາບໃນ ອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຄາດຄະເນວ່າຈະຍົກອອກວິໄສທັດຍຸດທະສາດ ອາຊີ - ປາຊີຟິກ ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ ອາຊຽນເປີດກວ້າງ, ໃນນັ້ນ ໄດ້ເຕື້ອງເຖິງບັນດາບັນຫາຄວາມໝັ້ນຄົງທັງໝົດໃນ ໄລຍະ 10 ປີ (2010 – 2020) ກໍຄື ໃຫ້ແກ່ໄລຍະ 10 ປີ ທີ່ຈະມາເຖິງ. ນີ້ອາດໄດ້ຮັບຖືວ່າ ແມ່ນບາດກ້າວເດີນຫັນເປັນລະອຽດ, ເຮັດໃຫ້ການຮ່ວມມືຢູ່ໂຕະເຈລະຈາຂອງ ກອງປະຊຸມ Shangri – La ຄັ້ງນີ້ ກາຍເປັນການຮ່ວມມືແທດຈິງ ຂອງພາກພື້ນໃນໄລຍະຈະມາເຖິງ./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ