ຫວຽດນາມ ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ

(VOVWORLD) - ໃນລະຫວ່າງວັນທີ 27 28 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳ 10 ປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32, ເຊິ່ງຈັດຕັ້ງຢູ່ສິງກະໂປ.
ຫວຽດນາມ ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ - ảnh 1 ພາບປະກອບ

 ດ້ວຍຫົວຂໍ້ວ່າ “ສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາການນຳ ອາຊຽນ ຈະແລກປ່ຽນຫຼາຍມາດຕະການຍູ້ແຮງການຮ່ວມມື ແລະ ເພີ່ມທະວີການເຊື່ອມຕໍ່ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ພ້ອມທັງຊຸກຍູ້ພັດທະນາບົນພື້ນຖານໝູນໃຊ້ບັນດາກາລະໂອກາດໃໝ່ຂອງການປະຕິວັດອຸດສາຫະກຳ  4.0, ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ພັດທະນາແບບຍືນຍົງ.

        ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32 ແມ່ນກອງປະຊຸມສຸດຍອດຄັ້ງທຳອິດໃນປີ 2018 ໃນອາຍຸການປະທານ ອາຊຽນ ຂອງ ສິງກະໂປ, ເຊິ່ງເປັນໜຶ່ງໃນບັນດາປະເທດພັດທະນາແຖວໜ້າຢູ່ ພາກພື້ນ. ດ້ວຍຫົວຂໍ້ວ່າ “ສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”, ສິງກະໂປ ມຸ່ງໄປເຖິງຄາດໝາຍຊຸກຍູ້ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍພາກພື້ນໂດຍອີງໃສ່ກົດລະບຽບເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງພວມພົ້ນເດັ່ນເປັນຢ່າງດີ, ຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດ ແລະ ເພີ່ມທະວີການເຊື່ອມຕໍ່ກັບພາກພື້ນ. ບັນດາບຸລິມະສິດນີ້ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ອາຊຽນ, ຍ້ອນວ່ານີ້ກໍ່ແມ່ນຄວາມມຸ່ງມາດປາດຖະໜາເໝາະສົມກັບລະດັບ ກໍ່ຄືຄວາມຮຽກຮ້ອງຕ້ອງການພັດທະນາຂອງ ອາຊຽນ.

ສາມັກຄີຢູ່ພາຍໃນ, ກຳລັງປະດິດຄິດສ້າງຂອງປະຊາຄົມ:ເນື້ອໃນຫຼັກແຫຼ່ງຂອງການຮ່ວມມື ອາຊຽນ 2018

       ໂດຍສືບຕໍ່ບັນດາໝາກຜົນຈາກກອງປະຊຸມສຸດຍອດຄັ້ງທີ 31 ແລະ ຜົນງານຂອງໄລຍະທາງເຄິ່ງສະຕະວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ປະເທດປະທານ ອາຊຽນ ປີ 2018 ຢາກສ້າງຂີດໝາຍໃໝ່ໃນປະຫວັດສາດຂອງສະມາຄົມ. ຂີດໝາຍບໍ່ພຽງແຕ່ມີລັກສະນະຈຸດເວລາເທົ່ານັ້ນ ຫາກຍັງມີລັກສະນະບາດລ້ຽວ ເມື່ອ ສິງກະໂປ ໄດ້ສ້າງບັນດາລາຍການດຳເນີນງານທີ່ມັກໃຫຍ່ໄຝ່ສູງ, ມຸ່ງໄປເຖິງຄາດໝາຍສ້າງຄວາມສາມາດຟື້ນຟູຂອງ ອາຊຽນ, ຂຸດຄົ້ນກາລະໂອກາດຈາກເຕັກໂນໂລຊີ ເພື່ອປ່ຽນແປງໃໝ່ ແລະ ເຮັດໃຫ້ປະຊາຄົມ ອາຊຽນ ກາຍເປັນພາກພື້ນມີລັກສະນະແກ່ງແຍ້ງກ່ວາ.

        ຍ້ອນເຫດນັ້ນ, ບົນເນື້ອໃນຈິດໃຈຫົວຂໍ້ “ສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”, ກອງປະຊຸມສຸດຍອດອາຊຽນ 32 ສຸມໃສ່ແລກປ່ຽນກ່ຽວກັບທິດທາງ ແລະ ມາດຕະການຍູ້ແຮງຍົກສູງກຳລັງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ຮັບມືກັບບັນດາສິ່ງທ້າທາຍທີ່ວາງອອກ, ພ້ອມທັງຊຸກຍູ້ການພັດທະນາໂດຍອີງໃສ່ຫົວຄິດປະດິດຄິດສ້າງບົນພື້ນຖານໝູນໃຊ້ບັນດາກາລະໂອກາດໃໝ່ຂອງການປະຕິວັດ 4.0 ນຳມາໃຫ້ຢ່າງສຸດຂີດ. ກໍ່ບົນຈິດໃຈນັ້ນ, ການນຳບັນດາປະເທດ ອາຊຽນ ໄດ້ກວດກາຄືນວິວັດທະນາການສ້າງປະຊາຄົມ ອາຊຽນ ແລະ ວາງອອກບັນດາມາດຕະການເພີ່ມເຕີມໃຫ້ແກ່ວິວັດທະນາການນີ້.

        ທີ່ກອງປະຊຸມສຸດຍອດຄັ້ງນີ້, ໄປຄຽງຄູ່ກັບຖະແຫຼງການຂອງປະທານກອງປະຊຸມຕາມທຳນຽມແລ້ວ, ຄາດວ່າ, ການນຳບັນດາປະເທດ ອາຊຽນ ຈະຮັບຮອງເອົາຖະແຫຼງການວິໄສທັດການນຳ ອາຊຽນ ກ່ຽວກັບ ອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ, ເອກະສານນິຍາມສ້າງຕັ້ງເຄືອຂ່າຍບັນດານະຄອນສະຫຼາດ ອາຊຽນ ແລະ ຖະແຫຼງການການນຳ ອາຊຽນ ກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ.

        ເພື່ອແນໃສ່ຊຸກຍູ້ວິວັດທະນາການສ້າງປະຊາຄົມກ່ວາອີກ, ການນຳຂັ້ນສູງກໍ່ໄດ້ປະກອບຄຳເຫັນກ່ຽວກັບບັນດາມາດຕະການຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກຮ່ວມມື ອາຊຽນ, ໃນນັ້ນ ມີການຍູ້ແຮງການຮ່ວມສຳພັນ ແລະ ການເຊື່ອມຕໍ່ກັບພາກພື້ນ, ຜັນຂະຫຍາຍບັນດາເນື້ອໃນລະຫວ່າງຂົງເຂດ, ລະຫວ່າງເສົາຄ້ຳ ແລະ ທິດທາງການພົວພັນກັບບັນດາຄູ່ຮ່ວມມືຢູ່ພາຍນອກຢ່າງມີປະສິດທິຜົນ.

ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນເນື້ອໃນການດຳເນີນງານ

        ນັບແຕ່ໄລຍະຕົ້ນ, ຫວຽດນາມ ໄດ້ສະໜັບສະໜູນ ສິງກະໂປ ຮັບຜິດຊອບບົດບາດເປັນປະທານ ອາຊຽນ 2018 ໃຫ້ສຳເລັດຜົນ ແລະ ເຫັນດີເປັນເອກະພາບຢ່າງສູງຕໍ່ຫົວຂໍ້ “ສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ” ໂດຍສິງກະໂປ ສະເໜີ. ຫວຽດນາມ ເນັ້ນໜັກເຖິງຄວາມຈຳເປັນຕ້ອງໃຫ້ບຸລິມະສິດສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ສ້າງຕັ້ງໂຄງປະກອບການເຄື່ອນໄຫວໃນພາກພື້ນໂດຍອີງໃສ່ບັນດາກົດລະບຽບ. ບັນດາປະເທດສະມາຊິກ ມີໜ້າທີ່ຊຸກຍູ້ຜົນປະໂຫຍດລວມຂອງປະຊາຄົມ. ອາຊຽນ ຄວນຊຸກຍູ້ການເຈລະຈາ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ.

ທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 32, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນບັນດາກອງປະຊຸມຄົບຄະນະ ແລະກອງປະຊຸມວົງແຄບ. ສ່ວນຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບບັນດາການນຳອາຊຽນ ເປັນຕົ້ນແມ່ນ ການນຳຟິລິບປິນ, ອິນໂດເນເຊຍ…

        ກ່ອນໜ້ານັ້ນ, ທີ່ກອງປະຊຸມປຶກສາຫາລືລວມອາຊຽນ ເພື່ອກວດກາຄືນເນື້ອໃນທັງໝົດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 , ຜູ້ຕາງໜ້າຂອງຫວຽດນາມກໍໄດ້ເຕື້ອງເຖິງຄຳໝັ້ນສັນຍາເປັນເຈົ້າຕົນເອງ, ຕັ້ງໜ້າ ແລະ ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນການກໍ່ສ້າງປະຊາຄົມອາຊຽນ. ຫວຽດນາມສະໜັບສະໜູນ ແລະ ຈະຕັ້ງໜ້າສົມທົບກັບສິງກະໂປພ້ອມກັບບັນດາປະເທດອາຊຽນອື່ນ ຊຸກຍູ້ບັນດາບຸລິມະສິດ, ຂໍ້ລິເລີ່ມຂອງອາຊຽນປີ 2018, ເພື່ອບັນລຸໄດ້ບັນດາໝາກຜົນດີທີ່ສຸດ, ບັນດາບາດກ້າວໄກກວ່າໃນວິວັດທະນາການສ້າງປະຊາຄົມລວມ. ຫວຽດນາມກໍຕັ້ງໜ້າຮ່ຳຮຽນເອົາບົດຮຽນຂອງສິງກະໂປ ເພື່ອກະກຽມໃຫ້ແກ່ການດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020.

        ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ໄດ້ຮັບການຕີລາຄາວ່າຈະມີຄວາມຟົດຟື້ນ ເພາະວ່າ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ມີລັກສະນະພາກພື້ນ ກໍຄືໃນຂອບຂະໜາດທົ່ວໂລກ. ຍ້ອນໄດ້ຮັບການການກະກຽມຢ່າງລອບຄອບຖີ່ຖ້ວນຈາກປະເທດເຈົ້າພາບສິງກະໂປກໍຄືການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກ, ໃນນັ້ນລວມມີຫວຽດນາມ, ໝາກຜົນຂອງກອງປະຊຸມຈະປະກອບສ່ວນສ້າງປະຊາຄົມອາຊຽນກາຍເປັນປະຊາຄົມສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ