ຫວຽດນາມ ມີຄວາມໝັ້ນຄົງຕ້ອນຮັບກາລະໂອກາດໃໝ່

(vovworld) – ລະ​ດູ​ບານ​ໃໝ່ປີ​ລະ​ກາ 2017 ໄດ້​ວຽນ​ມາ​ແລ້ວ, ໃນ​​ທ່າມ​ກາງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ຟົດ​ຟື້ນ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ທີ່​ປະ​ທັບ​ໃຈ​ຂອງ​ປະ​ເທດ​ ຫວຽດ​ນາມ ໃນ​ປີ​ຜ່ານ​ມາ, ພ້ອມ​ກັບ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ຄວາມ​ມຸ່ງ​ມາດປາດ​ຖະ​ໜາ​ກ່ຽວ​ກັບ​ປີ​ໃໝ່​ປະ​ສົບ​ຜົນ​ສຳ​ເລັດ.

ຫວຽດນາມ ມີຄວາມໝັ້ນຄົງຕ້ອນຮັບກາລະໂອກາດໃໝ່ - ảnh 1

        ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຂອງ​ປີ 2016 ເພື່ອ​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ, ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ໃນ​ປີ 2016, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂ​ອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຫັນ​ເປັນ​ລະ​ອຽດ​ດ້ວຍ​ການ​ກະ​ທຳ​ຢ່​າງວ່ອງ​ໄວ. ຈາກ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ຕະຫຼອດ​ຮອດ​ບັນ​ດາ​ຂັ້ນ, ຂະ​ແໜງ​ການ, ລ້ວນ​ແຕ່​ປ່ຽນ​ໃໝ່​ແບບ​ວິ​ທີ​ການ​ບໍ​ລິ​ຫານ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ. ຄວາມ​ມຸ່ງ​ຫວັງ​ປະ​ຕິ​ບັດ​ລັດ​ຖະ​ບານ “ແຫ່ງ​ການ​ສ້າງ​ສາ, ປ​ອດ​ໄສ, ຮັບ​ໃຊ້ ແລະ ກະ​ທຳ” ໄດ້​ແຜ່​ຂະ​ຫຍາຍ​ຢ່າງ​ແທ​້​ຈິງ, ມັນ​ໄດ້​ດຶງ​ດູດ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ທົ່ວ​ສັງ​ຄົມ​ເຂົ້າ​ຮ່ວມ, ດ້ວຍ​ຄວາ​ມ​ເຊື່ອ​ໝັ້ນ ແລະ ຄວາມ​ຕັດ​ສິນ​ໃຈ​ສູງ. ມ​ີຫຼາຍ​ແຜນ​ນະ​ໂຍ​ບາຍ, ລັດ​ຖະ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃຫຍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ມີ​ຜົນ​ສະ​ທ້ອນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂດຍ​ກົງ​ເຖິງ​ພື້ນ​ຖານ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ລະ​ດັບ​ການ​ເຕີບ​ໂຕ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ໃນ​ປີ 2016 ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 6,21%, ເຊິ່ງ​ແມ່ນ​ລະ​ດັບ​ເຕີບ​ໂຕ​ສູງ​ໃນ​ພາກ​ພື້ນ. ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຊ່ວຍ​ໃຫ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ ​ເພີ່ມ​ຂຶ້ນ 9 ຂັ້ນ​ໃນ​ຕາ​ຕະ​ລາງ​ຈັດ​ລະ​ດັບ​ຂອງ​ທະ​ນາ​ຄານ​ໂລກ.

        ປີ 2016, ກໍ່​ແມ່ນ​ປີ​ທີ່ບັນ​ດາ​ການ​ນຳ ຫວຽດ​ນາມ ມີ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຕ່າງໆ​ທີ່​ຟົດ​ຟື້ນ, ​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ເມື່ອ​ຢ້​ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ບາງ​ປະ​ເທດ​ໃຫຍ່​ຄື: ລັດ​ເຊຍ, ຈີນ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ສຳ​ຄັນຫຼ​າຍ​ຄັ້ງ​ຄື ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ - ເອີ​ລົບ, ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ, ກອງ​ປະ​ຊຸມ​ສຸດຍອດ ຈີ 7, ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ສະ​ມາ​ຊິ​ກ​ທີ່​ຕັ້ງ​ໜ້າ, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຄວາມ​ຮັບ​ຜິດ​ຊອບ,ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        ປີ 2016 ເປັນ​ຂີດ​ໝາຍ​ປະ​ເທດ ຫວຽດ​ນາມ ຜ່ານ​ຜ່າ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ແລະ ເຊື່ອມ​ໂຍງ​ດ້ວຍ​ບັນ​ດາ​ໄຊ​ຊະ​ນະ ແລະ ຜົນ​ງານ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ 187/193 ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ປະ​ຊາ​ຊາດ, ກໍ່​ສ້າງ​ເຄືອ​ຂ່​າຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 15 ປະ​ເທດ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບດ​້ານ​ກັບ 10 ປະ​ເທດ, ໃນ​ນັ້ນ ມີ​ທຸກໆ​ປະ​ເທດ​ໃຫຍ່ ແລະ 5 ປະ​ເທດ​ສະ​ມາ​ຊິກ​ຄະ​ນະປະ​ຈຳ​​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ຫວຽດ​ນາມ ໄດ້​ເປີດ​ກ້​ວາງ​ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ​ກັບກ່​ວາ 155 ປະ​ເທດ, ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ບັນ​ດາກ​ຸ່ມ​ບໍ​ລິ​ສັດ ແລະ ບໍ​ລິ​ສັດ​ຂຶ້ນ​ກັບ 70 ປະ​ເທດ ແລະ ເຂດ​ແຄ້ວນ. ຫວຽດ​ນາມ ກໍ່​ໄດ້​ເຊັນ​ສັນ​ຍາການ​ຄ້າ​ເສ​ລີ 2 ຝ່າຍ 88 ສະ​ບັບ, ເປີດ​ກ້​ວາງ​ການ​ພົວ​ພັນ​ການ​ຄ້າ, ການ​ສົ່ງ​ອອກ​ສິນ​ຄ້າ​ເຖິງ 220 ຕະຫຼາດ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ.

        ດ້ວຍ​ຈິດ​ໃຈ​ແຫ່ງ​ການ​ປ່ຽນ​ໃໝ່, ເຊື່ອມ​ໂຍງ​ໃນ​ປີ 2016 ແລະ ໃນ 30 ປີ​ຜ່ານ​ມາ, ກໍ່​ຈະ​ເພີ່ມ​ກຳ​ລັງ​ແຮງ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຮງ​ກ່​ວາ, ເດັດ​ຂາດ​ກ່​ວາ​ໃນ​ປີ 2017, ດ້ວຍ​ບັນ​ດາ​ໂຄງ​ການ, ການ​ເຄື່ອນ​ໄຫວຂອງ​ລັດ​ຖະ​ບານ, ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອຳ​ນາດ​ການ​ປົກ​ຄອງ​ທຸກ​​ຂັ້​ນ​ເພື່ອ​ການ​ເຊື່ອມ​ໂຍງ​ບັນ​ລຸ​ຜົນ​ສຳ​ເລັດ.

        ລະ​ດູ​ບານ​ໃໝ່​ໄດ້​ວຽນ​ມາ, ດ້ວຍ​ພະ​ລັງ​ຊີ​ວິດ​ຂອງ​ສັງ​ຄົມ​​ທີ່​ອຳ​ໜຳ​ສຳ​ລານ ແລະ ສົມ​ບູນ​ພຸນ​ສຸກ, ນຳ​ມາ​ເຊິ່ງ​ຄວາມ​ເຊື່ອ​ໝັ້ນ​ກ່ຽວ​ກັບ​ປະ​ເທດ​ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ, ວັດ​ທະ​ນາ​ຖາ​ວອນ.

ຂ່າວ/ບົດ​ອື່ນ