ຫວຽດນາມ​ ມານະ​ພະຍາຍາມ​ ວາງ​ອອກບັນດາໜ້າທີ່ລະອຽດ ​ເພື່ອ​​ດໍາ​ລົງ​ຕໍາ​ແໜ່ງ​ໃໝ່ຢູ່ ສະພາ​ຄວາມໝັ້ນຄົງ ສປຊ

(VOVWORLD) -    ເລື່ອງຫວຽດນາມ ກາຍເປັນສະມາຊິກ ບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແມ່ນຄວາມເປັນກຽດອັນສູງສົ່ງ, ອັນໄດ້ຢັ້ງຢືນໃຫ້ເຫັນແນວທາງນະໂຍບາຍການຕ່າງປະເທດອັນຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ, ແຕ່ກໍແມ່ນໜ້າທີ່ອັນໜັກໜ່ວງທີ່ສຸດ ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດສໍາເລັດໜ້າທີ່ອັນສໍາຄັນ ເຊິ່ງປະຊາຄົມສາກົນມອບໝາຍໃຫ້. ນອກຈາກການສືບຕໍ່ປະຕິບັດແນວທາງການຕ່າງປະເທດ, ເອກະລາດ, ເປັນເຈົ້າຕົນເອງ ຢ່າງສະເໝີຕົ້ນສະເໝີປາຍແລ້ວ, ຫວຽດນາມ ຍັງມານະພະຍາຍາມວາງອອກບັນດາໜ້າທີ່ລະອຽດ ເພື່ອດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃຫ້ເປັນຢ່າງດີທີ່ສຸດ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນທີ່ໄດ້ມອບໝາຍໃຫ້.

ນີ້ເປັນຄັ້ງທີ 2 ເຊິ່ງຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ເລື່ອງເປັນຄັ້ງທີ 2 ໃນຮອບເວລາ 10 ປີ, ທີ່ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງອົງການທີ່ມີບົດບາດສໍາຄັນແຖວໜ້າຂອງ ສປຊ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນນັ້ນ ບໍ່ພຽງແຕ່ແມ່ນຄວາມຮັບຮູ້ຂອງປະຊາຄົມສາກົນສໍາລັບທີ່ຕັ້ງຂອງຫວຽດນາມໃນການປ່ຽນແປງໃໝ່ ແລະ ເຊື່ອມໂຍງເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ການຝາກຄວາມຫວັງຕໍ່ການປະກອບສ່ວນປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນໃນຊຸມປີຈະມາເຖິງອີກດ້ວຍ.

ຫວຽດນາມ​ ມານະ​ພະຍາຍາມ​ ວາງ​ອອກບັນດາໜ້າທີ່ລະອຽດ ​ເພື່ອ​​ດໍາ​ລົງ​ຕໍາ​ແໜ່ງ​ໃໝ່ຢູ່ ສະພາ​ຄວາມໝັ້ນຄົງ ສປຊ - ảnh 1ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບການປັບປຸງແບບວິທີການເຄື່ອນໄຫວ ໃນວັນທີ 6/6/2019 ຢູ່ນິວຢອກ (ພາບ: THX/ TTXVN)

ພ້ອມແລ້ວທີ່ຈະເຂົ້າຮ່ວມການຊຸກຍູ້ການແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງສາກົນ

        ການເຂົ້າຮ່ວມວຽກງານຂອງ ສະພາຄວາມໝັ້ນຄົງ ເປັນຄັ້ງທໍາອິດໃນອາຍຸການ 2008 – 2009, ຫວຽດນາມ ໄດ້ມານະພະຍາຍາມຢ່າງສູງ ແລະ ໄດ້ຮັບການຮ່ວມມື, ການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ ແລະ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງສໍາເລັດຜົນ, ປະກອບສ່ວນຍົກສູງຈິດໃຈປະຕິບັດບັນດາຫຼັກການຂອງກົດໝາຍສາກົນ ແລະ ກົດບັດ ສປຊ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຊຸກຍູ້ການຮ່ວມມື, ໜູນຊ່ວຍແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້້ນຄົງຢູ່ຫຼາຍພາກພື້ນໃນໂລກ, ພ້ອມທັງມີບັນດາຂໍ້ລິເລີ່ມລະອຽດ, ແທດຈິງກ່ຽວກັບດ້ານເນື້ອໃນ ກໍຄືຊ່ວຍປັບປຸງແບບວິທີການເຄື່ອນໄຫວຂອງ ສະພາຄວາມໝັ້ນຄົງ ສປຊ.

        ພາຍຫຼັງການປ່ຽນແປງໃໝ່ມາເປັນເວລາຫຼາຍປີ, ຫວຽດນາມ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າກວ່າເຂົ້າໃນຊີວິດທາງດ້ານການເມືອງຂອງພາກພື້ນ ແລະ ໂລກ. ປັດຈຸບັນ, ໂລກພວມມີການປ່ຽນແປງຢ່າງໄວວາ, ການປະຕິວັດວິທະຍາສາດເຕັກໂນໂລຢີ ແລະ ການປະຕິວັດອຸດສາຫະກໍາ 4.0 ພວມແຜ່ຂະຫຍາຍໃນທົ່ວໂລກ ອັນໄດ້ເປັນສິ່ງທ້າທາຍໃໝ່ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງໃນການຮ່ວມມືຫຼາຍຝ່າຍ. ບັນດາການສະຫຼັບສັບປົນກ່ຽວກັບຜົນປະໂຫຍດ, ການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອໍານາດ ໄດ້ຄອບງໍາທຸກການເຄື່ອນໄຫວຂອງຊີວິດທາງດ້ານການເມືອງທົ່ວໂລກ. ໃນສະພາບການນັ້ນ, ສປຊ, ຊຶ່ງຮັບຜິດຊອບໂດຍກົງ ແມ່ນ ສະພາຄວາມໝັ້ນຄົງ, ດ້ວຍໜ້າທີ່ສະກັດກັ້ນສົງຄາມ, ການປະທະກັນ, ສ້າງສັນຕິພາບຄືນໃໝ່ ແລະ ຮັກສາສັນຕິພາບ ສືບຕໍ່ແມ່ນສູນກາງຮ່ວມມື, ປຸກລະດົມໄດ້ບັນດາປະເທດທັງໝົດ, ໂດຍສະເພາະແມ່່ນບັນດາປະເທດກາງ ແລະ ນ້ອຍ ເຂົ້າຮ່ວມ, ປະກອບແຫຼ່ງກໍາລັງ, ແບ່ງປັນປະສົບການຕົວຈິງຂອງຕົນໃນການຊອກຫາມາດຕະການ ອັນຍາວນານ ແລະ ຍືນຍົງ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ.

        ໂດຍເຄີຍໄດ້ຜ່ານປະຫວັດສາດອັນຍືດເຍື້ອຍາວນານ ແລະ ການເສຍສະຫຼະທຸກສິ່ງທຸກຢ່າງເພື່ອພາລະກິດແຫ່ງການປົດປ່ອຍຊາດ, ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ, ປະຊາຊົນຫວຽດນາມແມ່ນຜູ້ທີ່ເຂົ້າໃຈເໜືອກວ່າໃຜໝົດກ່ຽວກັບຄຸນຄ່າຂອງສັນຕິພາບ. ຫວຽດນາມ ມີບົດຮຽນ, ປະສົບການ, ມີຄວາມສາມາດ ແລະ ໄດ້ກຽມພ້ອມໃຫ້ແກ່ການເຂົ້າຮ່ວມການຊຸກຍູ້ການແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້້ນຄົງສາກົນ ໂດຍອີງໃສ່ຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ:

        “ພວກເຮົາຈະຕ້ອງຍົກອອກຫຼັກໝັ້ນ ແລະ ທັດສະນະລະອຽດ ສໍາລັບບັນດາບັນຫາລະອຽດຢູ່ ສະພາຄວາມໝັ້ນຄົງ. ເມື່ອຍົກອອກບັນດາທັດສະນະລະອຽດນັ້ນ ພວກເຮົາຕ້ອງຕີລາຄາໃນສະພາບການລວມ, ຜົນປະໂຫຍດຂອງແຕ່ລະປະເທດທີ່ມີສ່ວນກ່ຽວຂ້ອງເຖິງບັນຫານັ້ນ ເປັນຄືແນວໃດ. ເພາະວ່າ ປະມານ 70 80% ບັນດາບັນຫາຢູ່ ໃນສະພາຄວາມໝັ້ນຄົງ ແມ່ນບັນດາບັນຫາຂອງພາກພື້ນ, ມີສ່ວນກ່ຽວຂ້ອງໂດຍກົງເຖິງຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ, ພ້ອມທັງ ອີງໃສ່ບັນດາທັດສະນະຂອງພວກເຮົາ, ອີງໃສ່ຄວາມສົນໃຈຂອງປະຊາຄົມສາກົນ. ເມື່ອອອກສະໝັກເລືອກຕັ້ງ ພວກເຮົາໄດ້ໃຫ້ຄໍາໝັ້້ນສັນຍາວ່າ ຈະຄິດໄລ່ຊັ່ງຊາຜົນປະໂຫຍດຂອງເຂົາເຈົ້າ ກ່ອນທີ່ອອກຄໍາຕັດສິນ”.

ໜ້າທີ່ສໍາຄັນອັນໜັກໜ່ວງ

        ຄວາມເປັນກຽດ ແລະ ເອກອ້າງທະນົງໃຈ ເມື່ອຫວຽດນາມ ພວກເຮົາ ໄດ້ຮັບຄວາມໄວ້ວາງໃຈຢ່າງສູງຈາກປະຊາຄົມສາກົນ ເພື່ອກາຍເປັນ ກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021. ເຖິງຢ່າງໃດກໍຕາມ, ນັບແຕ່ປີທໍາອິດຂອງອາຍຸການເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ, ຫວຽດນາມຈະຮັບທັງບົດບາດເປັນປະທານ ອາຊຽນ ປີ 2020. ນີ້ແມ່ນໜ້າທີ່ສໍາຄັນອັນໃຫຍ່ຫຼວງທີ່ສຸດ, ແມ່ນ “ໜ້າທີ່ຄູ່”, ເຊິ່ງຮຽກຮ້ອງຫວຽດນາມ ຕ້ອງມີການກະກຽມຢ່າງລອບຄອບຖີ່ຖ້ວນໃນທຸກດ້ານ. ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ:

        “ຕ້ອງກະກຽມນັບທັງດ້ານມະນຸດ, ກົງຈັກການຈັດຕັ້ງ ແລະ ກົນໄກ. ກ່ຽວກັບດ້ານຊັບພະຍາກອນມະນຸດ, ພວກເຮົາໄດ້ກະກຽມແຕ່ຫຼາຍປີມາແລ້ວ ແລະໄດ້ຮັບການບໍາລຸງສ້າງແລ້ວ, ແຕ່ດຽວນີ້ກ້າວເຂົ້າສູ່ປະຕິບັດບັນດາວຽກງານລະອຽດ ກໍຕ້ອງສືບຕໍ່ບໍາລຸງສ້າງ ເພື່ອຮັບປະກັນຄວາມໄວ ແລະ ທັນການ. ກົງຈັກ ແລະ ກົນໄກ ຕ້ອງເຮັດແນວໃດອອກຄໍາຕັດສິນໄວ, ຖືກຕ້ອງກັບກາລະເວລາ, ເພາະວ່າບັນດາວຽກງານຂອງ ສະພາຄວາມໝັ້ນຄົງ ຮຽກຮ້ອງຕ້ອງ ຕັດສິນໄວທີ່ສຸດ. ກ່ອນທີ່ດໍາເນີນການປ່ອນບັດແຕ່ລະຄັ້ງ, ພວກເຮົາພຽງແຕ່ມີເວລາໜ້ອຍກວ່າ 12 ຊົ່ວໂມງ ເພື່ອອອກຄໍາຕັດສິນເທົ່ານັ້ນ. ບັນຫາທີ 3 ແມ່ນຄົ້ນຄວ້າເພື່ອວາງອອກບັນດາແນວຄວາມຄິດ.”

        ດ້ວຍທ່າແຮງ ແລະ ກໍາລັງແຮງໃໝ່ຂອງປະເທດຊາດ, ດ້ວຍແນວທາງການຕ່າງປະເທດທີ່ເປີດກວ້າງ, ມີຫົວຄິດປະດິດສ້າງ ແລະ ຂະຫຍັນຂັນເຄື່ອນ, ດ້ວຍປະສົບການທີ່ຖອດຖອນມາໄດ້ໃນອາຍຸການ 2008 – 2009, ຫວຽດນາມ ພ້ອມແລ້ວທີ່ຈະດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ໂດຍເລີ່ມແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ. ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອໂລກແຫ່ງສັນຕິພາບ, ພັດທະນາ ແລະ ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ