ຫວຽດນາມ ມານະພະຍາຍາມຫລຸດຜ່ອນຄວາມບໍ່ສະເຫມີພາບໃນສັງຄົມ

(vovworld)- ຮູບ​ແບບ​ເສດ​ຖະ​ກິດຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ພາຍ​ຫລັງ​ການ​ປ່ຽນ​ແປງ​ໃຫມ່ (1986) ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ກາ​ນ​ສ້າງ​ລະ​ດັບ​ເຕີບ​ໂຕ​ສູງ, ໃນ​ຂະ​ນະ​ຍັງ​ຄົງ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສ່ວນ​ຫລາຍຫລຸດ​ຜົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ມີ​ຊີ​ວິດ​ອີ່ມ​ໜຳ​ສຳ​ລານ​​ສົມ​ບູນພູນ​ສຸກກວ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ຈຸ​ບັນ  ​ຄວາມ​ບໍ່ສະ​ເຫມີ​ພາບ​ໃນ​ສັງ​ຄົມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ແລະ ພວມ​ແມ່ນ​ບັນ​ຫາ​​ທີ່​ຄວນເອົາ​ໃຈ​ໃສ່​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ທີ່​ມີ​ຫົວ​ຂໍ້​ວ່າ: ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມບໍ່​ສະ​ເຫມີ​ພາບ​ໃນ​ສັງ​ຄົມ.

ຫວຽດນາມ ມານະພະຍາຍາມຫລຸດຜ່ອນຄວາມບໍ່ສະເຫມີພາບໃນສັງຄົມ - ảnh 1
ຄວາມ​ຜິດ​ໂຕນ​ລະ​ຫວ່າງ​ຜູ້​ຮັ່ງ​ມີ​ແລະ ຜູ້​ທຸກ​ຍາກ​ຍັງ​ມີ​ສັນ​ຍານ​ເພີ່ມ​ຂຶ້​ນ
ພາບປະ​ກອບ

       ລາຍ​ຮັບ​ສະ​ເລ່ຍ​​ໃສ່​ຫົວ​ຄົນຂອງ​ຊາວ​ຫວຽດ​ນາມ​ໃນ​ສອງ​ສາມ​ທົດ​ສະ​ວັດ​ມານີ້​ແມ່ນ​ເພີ່ມ​ຂຶ້ນ​ຫລາຍ​ສົມ​ຄວນ, ຈາກ 100 USD ໃນ​ປີ 1990 ຂຶ້ນ​ເຖິງ 2.300 USD ໃນ​ປີ 2015. ມີ​ປະ​ຊາ​ຊົນ​ກວ່າ 30 ລ້ານ​ຄົນ​ລື່ນ​ກາຍ​ມາດ​ຖານ​ທຸກ​ຍາກ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສະ​ເລ່ຍ​ບັນ​ລຸ 5-6%/ປີ. ພັກ, ລັດ ແລະ ລັດ​ຖະ​ບານ ມີ​ຫລາຍ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມຢ່າງ​ຕັ້ງ​ຫນ້າ ແຕ່​ຄວາມ​ຜິດ​ໂຕນ​ລະ​ຫວ່າງ​ຜູ້​ຮັ່ງ​ມີ​ແລະ ຜູ້​ທຸກ​ຍາກ​ຍັງ​ມີ​ສັນ​ຍານ​ເພີ່ມ​ຂຶ້​ນ.

ຫລຸດ​ຜ່ອນ​ຄວາມບໍ່​ສະ​ເຫມີ​ພາບ​ລົງ​ຈາກ​ນະ​ໂຍ​ບາຍ​ຕະ​ຫລອດ​ຮອດ​ການ​ປະ​ຕິ​ບັດ

        ການ​ແກ້​ໄຂ​ຄວາມບໍ່​ສະ​ເຫມີ​ພາບ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ ເພື່ອ​ກ້າວ​ໄປ​ເຖິງ​ສັງ​ຄົມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ. ການ​ແກ້​ໄຂ​ຄວາມບໍ່​ສະ​ເຫມີ​ພາບ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢູ່​ລະ​ບອ​ບ​ລະ​ບຽບ​ການ, ນະ​ໂຍ​ບາຍ, ມາດ​ຕະ​ການ ແລະ ການ​ປະ​ຕິ​ບັດ. ທ່ານ ໂງ​ເຈື່ອງ​ທີ, ຫົວ​ຫນ້າ​ກົມ, ຫົວ​ຫນ້າ​ຫ້ອງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ (ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ) ຍົກ​ຄຳ​ເຫັນ​ວ່າ:

        “ໃນ​ນະ​ໂຍ​ບາຍທັງ​ໝົດ, ພັກ, ສະ​ພາ​ແຫ່ງ​ຊາດ​ ແລະ ລັດ​ຖະ​ບານ ກໍ​ພ​ວມ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ແກ້​ໄຂ​ຄວາມບໍ່​ສະ​ເໝີ​ພາບ​ດ້ວຍ​ກົນ​ໄກ, ນະ​ໂຍ​ບາຍ, ມາດ​ຕະ​ການ, ພິ​ເສດ ໃນ​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ນະ​ໂຍ​ບາຍ​ໃຫ້​ຄົນ​ທຸກ​ຍາກ. ຄວາມ​ພະ​ຍາ​ຍາມ​ພວມ​​ໄປຕາມ​ທິດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ເປົ້າ​ໝາຍ​ຊົມ​ໃຊ້, ເສີມ​ຂະ​ຫຍາຍ​ກຳ​ລັ​ງ​ແຮງ​ພາຍ​ໃນ​ຂອງ​ປະ​ຊາ​ຄົມ. ພວກ​ເຮົາ​ເຄີຍ​ເວົ້າ​ເຖິ​ງ​ບັນ​ດາ​ບັນ​ຫາ​ຊົນ​ເຜົ່​າ​ສ່ວນ​ຫນ້ອຍ, ພາ​ສາ​ເວົ້າ​ຂອງ​ຊາວ​ຊົນ​ເຜົ່າ, ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ. ນັ້ນ​ແມ່ນ ພວກ​ເຮົາ​ພວມມອບ​ສິດ​ໃຫ້​ເຂົາ​ເຈົ້າ, ຊ່ວຍ​ເຫລືອ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຢັ້ງ​ຢືນ​ຕົນ​ເອງ. ຂ້າ​ພະ​ເຈົ້າ​ຖື​ວ່າ ເມື່ອ​ພວກ​ເຮົາ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຈະ​ດີກວ່າ, ຮັດ​ແຄບ​ໄດ້​ຊ່ອງ​ຫວ່າງ ແລະ​ ຮັບ​ປະ​ກັນ​ຄວາມ​ສະ​ເຫມີ​ພາບນັບ​ທັງ​ທີ່​ຕັ້ງ​ບົດ​ບາດ ແລະ ພ​າ​ສາ​​ກ​ານ​ປາກເວົ້າ.”

        ໃນ​ຂະ​ນະ​ນັ້ນ, ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ ແລະ ທ້ອງ​ຖິ່ນ ຕັ້ງ​ຫນ້າ​ຫລຸດ​ຜ່ອນ​ຄວາມບໍ່​ສະ​ເຫມີ​ພາບ​ໃນ​ສັງ​ຄົມ ຜ່ານ​ຫລາຍ​ໂຄງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ໝາກ​ຜົນ​ຂອງ​ໂຄງ​ການ​ຫນູນ​ຊ່ວຍ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ໄລ​ຍະ 2012-2015 ໂດຍ​​ອົງການ​​ ສ​ປ​ຊ ເພື່ອ​ການພັດ​ທະ​ນາ (UNDP), ສະ​ຖານ​ທູດ ໄອ​ແລນ ປະ​ຈຳ​ຫວຽດ​ນາມ ຫນູນ​ຊ່ວຍ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະ ຄະ​ນະ​ກຳ​ມ​ການ​ຊົນ​ເຜົ່າ ຜັນ​ຂະ​ຫຍາຍ ຢູ່ 8 ແຂວງ​ຄື: ກາວ​ບັ່ງ, ຮ່າ​ຢາງ, ດຽນ​ບຽນ, ບັກ​ກ້ານ, ແທງ​ຮ​ວາ, ກວ໋າງ​ຫງາຍ, ກອນ​ຕູມ ແລະ ຈາ​ວີງ. ​ໃນ 8 ແຂວງ​ດັ່ງ​ກ່າວ, ໂຄງ​ການ​ໂຄ​ສະ​ນາ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ຜູ້​ທຸກ​ຍາກ; ທະ​ວີ​ຄູນ​ບັນ​ດາ​ຮູບ​ແບບ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ປະ​ຊາ​ຄົມ, ຄວາມ​ເພີ່ງ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ​ເມື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທ່ານ ຟ້າມ​ເຈື່ອງ​ທໍ້, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວ໋າງ​ຫງາຍ ຕີ​ລາ​ຄາ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ໃຫ້​ແກ່​ຜູ້​ທຸກ​ຍາກ. ສິ່ງ​ໃຫມ່​ອ່ຽມ​ຢູ່​ທີ່ນີ້ ນັ້ນ​ແມ່ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ຄວາມ​ເປັນ​ເຈົ້າ​​ການຈາກ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນຮາກ​ຖານ ແລະ ກຸ່ມ​ຄອບ​ຄົວ​ທຸກ​ຍາກ. ຜ່ານ​ການ​ຜັນ​ຂະ​ຫຍາຍ, ປະ​ຊາ​ຊົນ​ໄດ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ປະ​ຕິ​ບັດ​ຮູບ​ແບບນີ້​ເປັນ​ຢ່າງ​ດີ.”

ການ​ປະ​ຕິ​ຮູບ​ຢ່າງ​ຄົບ​ຊຸດ​ເພື່ອ​ຫລຸດ​ຜ່ອນ​ຄວາມບໍ່​ສະ​ເຫມີ​ພາບ

​ທ່ານ​ນາງ Babeth ງອກ​ເຮີນ Lefur, ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດອົງ​ການ Oxfam ປະ​ຈຳ​ຫວຽດ​ນາມ ຖື​ວ່າ: ຮູບ​ແບບ​ເສດ​ຖະ​ກິດ ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​​ພາຍ​ຫລັງ​ການປ່ຽນ​ໃຫມ່ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ລະ​ດັບ​ເຕີບ​ໂຕ​ສູງ, ໃນ​ຂະ​ນະ​ຍັງ​ຄົງ​ຊ່ວຍ​ເຫລືອ​ປະ​ຊ​າ​ຊົນ​ສ່ວນ​ຫລາຍ​ໄດ້​ຫລຸດ​​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ມີ​ຊີ​ວິດ​ອີ່ມ​ໜຳ​ສຳ​ລານສົມ​ບູນ​ພູນ​ສຸກກວ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ຫລຸດ​ຜ່ອນ​ຄວາມ​ຜິດ​ໂຕນ​ລະ​ຫວ່າງ​ຄວາມ​ຮັ່ງ​ມີ ແລະ ທຸກ​ຍາກ ພວມ​ເພີ່ມ​ຂຶ້ນ​ໃນ​ປະ​ຈຸ​ບັນ, ຫວຽດ​ນາມ ຄວນ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ກ້າວ​ຫນ້າ​ກ່ຽວ​ກັບ​ການບ​ໍ​ລິ​ຫານ​ລັດ, ລະ​ບົບ​ພາ​ສີ, ລາຍ​ຈ່າຍ​ຂອງ​ລັດ, ສິດ​ຂອງ​ຄົນ​ງານ ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ມຸ​່ງ​ໄປ​ເຖິງ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​ລະ​ຫວ່າງ​ຜູ້​ຮັ່ງ​ມີ ແລະ ທຸກ​ຍາກ ຫາກບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ໂຄງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ກ່ຽວ​ກັບ​ບັນ​ຫານີ້, ທ່ານ ໂງ​ເຈື່ອງ​ທີ, ຫົວ​ຫນ້າ​ກົມ, ຫົວ​ຫນ້າ​ຫ້ອງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ກາ​ນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ຖື​ວ່າ​:

 “ພ​ັກ, ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ພວມ​ສຸມ​ໃສ່​ປະ​ຕິ​ບັດເພື່ອ​ປະ​ຕິ​ຮູບ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ເຮັດ​ແນວ​ໃດ​ຮັບ​ປະ​ກັນ​ຄວາມ​ໂປ່ງ​ໃສ, ເປີດ​ເຜີຍ, ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ພິ​ເສດ ໃນ​ຂົງ​ເຂດ​ການ​ລົງ​ທຶນ. ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເປັນ​ຢ່າງ​ດີ. ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຄວນ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ພວມ​ມີ​ຢູ່​ແລ້ວ​ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ຕາມ​ທິດ​ຕ້ອງມອບ​ສິດ, ຍູ້​ແຮງ​ການ​ແບ່ງ​ຂັ້ນ ແລະ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ.”

        ເຖິງວ່າ ຫວຽດ​ນາມ ໄດ້​ມີ​ຫລາຍ​ນະ​ໂຍ​ບາຍ​ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແຕ່​​ ​ພາກສ່ວນ​​ໄດ້ຊົມ​ໃຊ້ຂອງ​ກຸ່ມ​ຄົນ​ຖືກ​ຄວາມ​ສ່ຽງ​​ສູງກວ່າ​ເພື່ອນ ຈາກ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນ​ຫນ້ອຍກວ່າ​ເມື່ອ​ທຽບ​ໃສ່​​​ກັບຜູ້​ໄດ້ຊົມ​ໃຊ້ຈຳ​ນວນ​ຫນ້ອຍ​​ຊື່ງໄດ້​ຮັບ​ບຸ​ລິ​ມະ​ສິດ. ສະ​ນັ້ນ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່ພວມ​ດຳ​ເນີນ, ປ່ຽນ​ແປງວິ​ທີ​ຮັບ​ຮູ້​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມບໍ່​ສະ​ເຫມີ​ພາບ​ໃນ​ສັງ​ຄົມ, ຫວຽດ​ນາມ ພວມ​​ເຮັດໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ຢ່າງ​ເໝ​າ​ະສົມ​ກັບ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດເທື່ອ​ລະ​ກ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ