ຫວຽດນາມ ມານະພະຍາຍາມເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ

(VOVWORLD) - ໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ວຽກງານການຕ່າງປະເທດຂອງຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີຈຸດສຸມ, ມີປະສິດທິຜົນ, ຮັບໃຊ້ຄາດໝາຍພົວພັນກັບຕ່າງເທດ “ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດຊາດ ແລະ ຊົນຊາດ”. ບໍ່ພຽງແຕ່ສະໜິດຕິດພັນນັບມື້ນັບເລິກເຊິ່ງກັບໂລກກວ່າອີກເທົ່ານັ້ນ, ຫາກວຽກງານການຕ່າງປະເທດຍັງປະກອບສ່ວນນຳທີ່ຕັ້ງຂອງຫວຽດນາມນັບມື້ນັບສູງກວ່າໃນເວທີສາກົນອີກດ້ວຍ.

ຫວຽດນາມ ມານະພະຍາຍາມເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ - ảnh 1(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ

ຢ້ຽມຢາມທາງລັດຖະກິດເຖິງມຽນມາ)

ອາດສາມາດຢືດຢັນໄດ້ວ່າ, ບໍ່ມີປີໃດທີ່ບັນດາການພົວພັນກັບຕ່າງປະເທດຂອງຫວຽດນາມ ມີຫຼາຍ ແລະ ໄດ້ຮັບການຜັນຂະຫຍາຍຢ່າງແຮງຄືໃນປີ 2017. ຄຽງຂ້າງບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດ 2 ຝ່າຍ, ຫຼາຍຝ່າຍ, ເລື່ອງເປັນເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC 2017) ກໍນຳມາໃຫ້ຫວຽດນາມ ກາລະໂອກາດໂຄສະນາເຖິງເພື່ອນມິດສາກົນກ່ຽວກັບປະເທດແຫ່ງການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ພວມບົນເສັ້ນທາງເຊື່ອມໂຍງຢ່າງຮອບດ້ານທ່າອ່ຽງໃໝ່.

ການເຄື່ອນໄຫວພົວພັນຕ່າງປະເທດດຳເນີນຢ່າງຟົດຟື້ນ ແລະ ສຳເລັດຜົນ

        ນັບແຕ່ຕົ້ນປີ 2017 ມາຮອດປະຈຸບັນ, ຫວຽດນາມ ໄດ້ຕ້ອນຮັບປະມຸກລັດເກືອບ 20 ທ່ານທີ່ມາຈາກຫຼາຍປະເທດມາຢ້ຽມຢາມຫວຽດນາມ ແລະ ຫວຽດນາມ ກໍປະຕິບັດການຢ້ຽມຢາມຕ່າງປະເທດ 16 ເທື່ອ, ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ. ໃນນັ້ນ, ຫວຽດນາມ ໄດ້ສະຫງວນບຸລິມະສິດສູງໃຫ້ບັນດາປະເທດໃຫຍ່, ປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ໃນນັ້ນຕ້ອງເວົ້າເຖິງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈີນດ້າຍກວາງ ຢູ່ ຈີນ ແລະ ການຢ້ຽມຢາມ ລັດເຊຍຂອງທ່ານປະທານປະເທດ ເຈີນດ້າຍກວາງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມອາເມລິກາ, ຍີ່ປຸ່ນ, ອີຢູ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມບາງປະເທດເອີລົບ… ຜ່ານບັນດາການຢ້ຽມຢາມຂັ້ນສູງດັ່ງກ່າວ, ຫວຽດນາມ ທັງຍາດແຍ່ງແຫຼ່ງກຳລັງເພື່ອພັດທະນາປະເທດຊາດໄດ້, ທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັກສາໄດ້ທ່າຮົບພົວພັນຕ່າງປະເທດຢ່າງໝັ້ນຄົງ, ທີ່ຕັ້ງຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ຢືນຢັນວ່າ:

        “ທິດທາງຂອງພວກເຮົາແມ່ນຍັງຄົງຢືດໝັ້ນແນວທາງ “ເປັນເພື່ອນມິດກັບທຸກໆປະເທດ”, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ບົນພື້ນຖານເປັນເອກະລາດ, ເປັນເຈົ້າຕົນເອງຂອງພວກເຮົາ, ບົນພື້ນຖານຂອງກົດໝາຍສາກົນ. ຈຸດປະສົງແມ່ນ ສ້າງຜົນປະໂຫຍດລວມກັບບັນດາປະເທດ, ຮັກສາສັນຕິພາບ, ສະຖຽນລະພາບ, ໂດຍສະເພາະແມ່ນສັນຕິພາບ ສະຖຽນລະພາບຂອງພວກເຮົາ, ສືບຕໍ່ເຮັດໃຫ້ການພົວພັນກັບບັນດາປະເທດໃນຂອບເຂດຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ່າ, ພິເສດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່ທີ່ສຳຄັນ”.

        ພ້ອມກັບບັນດາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງນັບມື້ນັບສະໜິດຕິດພັນ, ເມື່ອຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືກັບລາວ ຢ່າງສົມກຽດ, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບກຳປູເຈຍ, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ. ພ້ອມກັບບັນດາປະເທດສະມາຊິກອາຊຽນ, ຫວຽດນາມ ໄດ້ຍົກສູງຄັນທຸງສາມັກຄີໃນອາຊຽນ, ຍົກສູງບົດບາດທີ່ຕັ້ງຂອງອາຊຽນ, ປົກປ້ອງບັນດາຜົນປະໂຫຍດທີ່ໃກ້ຄຽງຂອງປະເທດຊາດ. ດ້ວຍພະຍານຫຼັກຖານທີ່ວ່າ ອາຊຽນ ແລະ ຈີນ ໄດ້ຮັບຮອງເອົາຮ່າງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງເປັນທາງການ. ພາຍຫຼັງເຈລະຈາມາເປັນເວລາຫຼາຍປີ. ທ່ານ ວໍວັນຟວງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຢືນຢັນວ່າ.

        “ຜ່ານບັນດາຊ່ອງການເມືອງ, ການທູດ 2 ຝ່າຍ ແລະ ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ, ພວກເຮົາໄດ້ສ່ອງແສງເຮັດແຈ້ງຫຼັກໝັ້ນຂອງຫວຽດນາມ ແມ່ນຢືດໝັ້ນ ແລະ ຕັດສິນໃຈໃນການຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຊຸກຍູ້ການຮ່ວມມືມິດຕະພາບ, ມານະພະຍາຍາມເຈລະຈາເພື່ອຊອກຫາມາດຕະການແກ້ໄຂໂດຍພື້ນຖານ, ຍາວນານໃຫ້ແກ່ບັນຫາທະເລຕາເວັນອອກ, ຮັກສາຄວາມສາມັກຄີໃນອາຊຽນ”.

ຕັ້ງໜ້າປະກອບສ່ວນຢູ່ບັນດາເວທີປາໄສຫຼາຍຝ່າຍ

        ການທູດຫຼາຍຝ່າຍຂອງຫວຽດນາມ ກໍໄດ້ມີການຫັນປ່ຽນຢ່າງແຮງ, ຈາກບົດບາດ “ເຂົ້າຮ່ວມ” ໄປສູ່ “ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ” ຢ່າງແທດຈິງເຂົ້າໃນວິວັດແຫ່ງການກໍ່ສ້າງ ແລະ ກຳນົດການເຄື່ອນໄຫວລວມໃນບັນດາອົງການຈັດຕັ້ງ, ເວທີປາໄສພາກພື້ນ ແລະ ສາກົນ. ນອກຈາກເຂົ້າຮ່ວມຢ່າງຕັ້ງໜ້າຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ເວທີປາໄສເສດຖະກິດໂລກ, ສະມັດຊາລັດຖະສະພາໂລກ, ເວທີປາໄສຄວາມໝັ້ນຄົງພາກພື້ນແລ້ວ, ຫວຽດນາມ ກໍຮັບໜ້າທີ່ບົດບາດເປັນສະມາຊິກຂອງບັນດາອົງການສຳຄັນຂອງສະຫະປະຊາຊາດເປັນຢ່າງດີຄື: ສະພາສິດທິມະນຸດ, ຄະນະກຳມະການມໍລະດົກໂລກ, ສະພາເສດຖະກິດ - ສັງຄົມສະຫະປະຊາຊາດ, ສະພາບໍລິຫານ UNESCO, ຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ. ພິເສດ, ປີ APEC 2017 ໄດ້ຮັບການກຳນົດວ່າແມ່ນຈຸດສຸມແຫ່ງການພົວພັນຕ່າງປະເທດຂອງຫວຽດນາມ ໃນປີນີ້. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ, ຢືນຢັນວ່າ.

        “ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງໃຫ້ເຫັນພື້ນຖານເສດຖະກິດຫວຽດນາມ ທີ່ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຮູບພາບຊາວ ຫວຽດນາມ ຮັກຫອມສັນຕິພາບ, ມີການພົວພັນຕ່າງປະເທດສັນຕິພາບ ແລະ ສະໜິດສະໜົມນຳກັນ,  ມີຈິດໃຈທ່ຽງທຳ, ສີວິໄລ. ປີ APEC 2017 ກໍ່ແມ່ນໂອກາດເພື່ອເພີ່ມທະວີນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມືກັບບັນດາປະເທດສະມາຊິກ APEC. ວິສາຫະກິດຫວຽດນາມ ມີເງື່ອນໄຂສ້າງຕັ້ງການພົວພັນດຳເນີນທຸລະກິດກັບບັນດາຄູ່ຮ່ວມມືແຖວໜ້າຂອງໂລກຕື່ມອີກ, ນຳມາເຊິ່ງກາລະໂອກາດພັດທະນາ, ພົວພັນແລກປ່ຽນກັບບັນດາເຂດພາກ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ”.

        ດ້ວຍທ່າແຮງ ແລະ ກຳລັງໜູນໃໝ່, ດ້ວຍເຄືອຂ່າຍຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານທີ່ໄດ້ສ້າງຕັ້ງນັ້ນ, ຫວຽດນາມ ໄດ້ ແລະ ພວມມີຄວາມເຊື່ອໝັ້ນຕົນເອງໃນການຮັກສາສະຖຽນລະພາບ, ທີ່ຕັ້ງສາກົນຂອງປະເທດຊາດ ຕໍ່ໜ້າບັນດາການຜັນແປຂອງສະພາບການ. ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ປະຕິບັດບົດບາດເປັນປະເທດເຈົ້າພາບ APEC ໃຫ້ສຳເລັດ ແລະ ຍາດແຍ່ງການເຄື່ອນໄຫວດັ່ງກ່າວຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນ 2 ຝ່າຍກັບບັນດາປະເທດ, ຫັນບັນດາການເຄື່ອນໄຫວຫຼາຍຝ່າຍ, ບັນດາການພົວພັນທາງການທູດຂັ້ນສູງ ເປັນກາລະໂອກາດປະຕິບັດບັນດາຜົນປະໂຫຍດເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ