ຫວຽດນາມ ວາງອອກຄາດໝາຍເຕີບໂຕ 6,6 – 6,8% ໃນປີ 2019

(VOVWORLD) -ເຖິງວ່າຍັງມີສິ່ງຈຳກັດ, ຫຍຸ້ງຍາກ ແລະ ໃນສະພາບການໂລກ, ພາກພື້ນມີການຫັນປ່ຽນຫຼາຍຢ່າງກໍ່ຕາມ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ.

ພ້ອມກັນນັ້ນ, ຫວຽດນາມ ໄດ້ຮູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສຸມໃສ່ຊີ້ນຳການພັດທະນາບັນດາຂະແໜງການ, ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງ, ນຳໃຊ້ເຕັກໂນໂລຊີທັນສະໄໝ, ສ້າງກຳລັງໜູນໃໝ່ເພື່ອຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ, ພ້ອມທັງວາງອອກຄາດໝາຍໃໝ່ໃຫ້ແກ່ການເຕີບໂຕຂອງປະເທດຊາດໃນປີ 2019.

ຫວຽດນາມ ວາງອອກຄາດໝາຍເຕີບໂຕ 6,6 – 6,8% ໃນປີ 2019 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: vtcnew)

ບົດລາຍງານກ່ຽວກັບສະພາບເສດຖະກິດ, ສັງຄົມປີ 2018 ແລະ ແຜນການພັດທະນາເສດຖະກິດ, ສັງຄົມປີ 2019 (ໃນນັ້ນລວມທັງການຕີລາຄາກາງສະໄໝການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ 5 ປີໄລຍະ 2016 – 2020), ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳສະເໜີທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຢືນຢັນວ່າ: ການເຕີບໂຕ GDP ປີ 2018 ຈະບັນລຸລະດັບກວ່າ 6,7%. ພ້ອມທັງລະດັບການເຕີບໂຕຂອງຫວຽດນາມ ບັນລຸໄດ້ສູງກວ່າໄລຍະ 2010 – 2015, ຄຸນນະພາບການເຕີບໂຕໄດ້ຮັບການຍົກສູງຂຶ້ນ, ໝັ້ນຄົງກວ່າ; ຂອບຂະໜາດຂອງພື້ນຖານເສດຖະກິດໄດ້ຮັບການເພີ່ມຂຶ້ນຢ່າງແຮງ.

ການເຕີບໂຕດ້ານເສດຖະກິດຂອງຫວຽດນາມໃນປີ 2018 ບັນລຸກວ່າ 6,7%

        ໂດຍສືບຕໍ່ທ່າພັດທະນາ, ສະພາບເສດຖະກິດ, ສັງຄົມຂອງຫວຽດນາມ ໃນ 9 ເດືອນຕົ້ນປີ 2018 ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ການເຕີບໂຕ GDP ໃນ 9 ເດືອນ ບັນລຸ 6,98%, ສູງທີ່ສຸດນັບແຕ່ປີ 2011 ມາຮອດປະຈຸບັນ, ບັນດາຂົງເຂດອຸດສາຫະກຳ, ກະສິກຳ, ການບໍລິການ, ຂາອອກຂາເຂົ້າ... ເພີ່ມຂຶ້ນສູງຫຼາຍພໍສົມຄວນ. ປີ 2018, GDP ຫວຽດນາມ ຈະບັນລຸລະດັບກວ່າ 6,7%, ພ້ອມທັງ 12 ຄາດໝາຍແຜນການທີ່ໄດ້ວາງອອກ, ໃນນັ້ນມີ 8 ຄາດໝາຍໄດ້ລື່ນກາຍຄາດໝາຍທີ່ໄດ້ວາງອອກ; ຂອບຂະໜາດພື້ນຖານເສດຖະກິດເພີ່ມທົບ 1,3 ເທົ່າ, GDP ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 440 USD ເມື່ອທຽບໃສ່ຕົ້ນອາຍຸການ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງເທື່ອລະກ້າວ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ຄາດວ່າຫວຽດນາມ ຈະບັນລຸໄດ້ບັນດາຄາດໝາຍໃນແຜນການ 5 ປີໄລຍະ 2016 – 2020 ເຊິ່ງມະຕິກອງປະຊຸມໃຫຍ່ຊຸດທີ 12 ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດໄດ້ວາງອອກ, ໃນນັ້ນ, ມາຮອດປະຈຸບັນ ມີ 11 ຄາດໝາຍໄດ້ບັນລຸ ແລະ ລື່ນກາຍຕົວເລກຄາດໝາຍທີ່ໄດ້ວາງອອກ. ທ່ານ ຫງວຽນຊວນຟຸກ, ກ່າວວ່າ.

        “ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສືບຕໍ່ໄດ້ຮັບການປັບປຸງ. ການປະຕິບັດແຜນນະໂຍບາຍຫຼຸດຜ່ອນລະບຽບການບໍລິຫານໃຫ້ໄດ້ຢ່າງໜ້ອຍສຸດ 50%, ໃນນັ້ນຫຼຸດຜ່ອນ, ຫັນເປັນງ່າຍດາຍເງື່ອນໄຂດຳເນີນທຸລະກິດໃຫ້ໄດ້ 61% ແລະ ລະບຽບການກວດກາວິຊາສະເພາະສິນຂະແໜງຄ້າສົ່ງອອກ, ນຳເຂົ້າໄດ້ 60%; ກວດກາ, ຫຼຸດຜ່ອນລາຍຈ່າຍໃນການດຳເນີນທຸລະກິດ, ໂດຍສະເພາະແມ່ນລາຍຈ່າຍດ້ານທຶນຮອນ, ລາຍຈ່າຍດ້ານລະບຽບການບໍລິຫານ ຕິດພັນກັບການຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍພັດທະນາວິສາຫະກິດຢ່າງມີປະສິດທິຜົນ. ຫວຽດນາມ ໄດ້ຮັບຕີລາຄາວ່າແມ່ນນອນໃນກຸ່ມ 10 ປະເທດທີ່ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງ, ໂດຍສະເພາະແມ່ນການປະຕິຮູບດ້ານພາສີອາກອນ. ທັງປີ 2018, ມີວິສາຫະກິດປະມານ 130.000 ແຫ່ງຈົດທະບຽນໃໝ່; ຈຳນວນສະຫະກອນໃໝ່ເພີ່ມຂຶ້ນຢ່າງແຮງ, ລາຍຮັບຂອງຜູ້ອອກແຮງງານໄດ້ຮັບການປັບປຸງ. ບັນດາມາດຕະການແກ້ໄຂຍຸດທະສາດ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໄດ້ຮັບການສຸມໃສ່ຊີ້ນຳ, ບັນລຸຜົນງານຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ; ຕັ້ງໜ້າຜັນຂະຫຍາຍບັນດາມະຕິສູນກາງພັກ ກ່ຽວກັບການສ້າງພື້ນຖານເສດຖະກິດການຕະຫຼາດໃຫ້ສົມບູນແບບ ຕາມກຳນົດທິດສັງຄົມນິຍົມ; ສ້າງໂຄງປະກອບພື້ນຖານວິສາຫະກິດຂອງລັດຄືນໃໝ່, ພັດທະນາເສດຖະກິດພາກເອກະສົນ.”

        ລັດຖະບານໄດ້ວາງຄາດໝາຍການເຕີບໂຕຍອດຜະລິດຕະພັນພາຍໃນປະເທດແມ່ນ 6,6 – 6,8% ໃນປີ2019. ໃນນັ້ນລະດັບການເພີ່ມຂຶ້ນລາຄາບໍລິໂພກ (CPI) ສະເລ່ຍປະມານ 4%; ຍອດວົງເງິນສົ່ງອອກໄດ້ຮັບການເຕີບໂຕແຕ່ 7 – 8%; ອັດຕານຳເຂົ້າເກີນດູນເມື່ອທຽບໃສ່ຍອດວົງເງິນສົ່ງອອກແມ່ນຕ່ຳກວ່າ 3%; ຍອດເງິນລົງທຶນພັດທະນາທົ່ວສັງຄົມແມ່ນປະມານ 33 – 34% GDP.

ສືບຕໍ່ປະຕິບັດບັນດາໜ້າທີ່, ຄາດໝາຍທີ່ໄດ້ວາງງອກຢ່າງຂ້ຽວຂາດ, ຄົບຊຸດ ແລະມີປະສິດທິຜົນ

        ນອກຈາກບັນດາຜົນງານແລ້ວ, ບົດລາຍງານກໍ່ຊີ້ອອກຢ່າງກົງໄປກົງມາກ່ຽວກັບລະດັບການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ກໍ່ຍັງມີສິ່ງຈຳກັດບາງຢ່າງ ຍ້ອນຫຼາຍສາຍເຫດພາວະວີໄສ ແລະ ອັດຕະວິໄສ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເວລາທີ່ຍັງເຫຼືອຂອງປີ 2018, ຈະສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີປະສິດທິຜົນ; ຕິດຕາມການຜັນແປຂອງສະພາບການສາກົນ, ພາຍໃນປະເທດຢ່າງໃກ້ຊິດ ເພື່ອມີແຜນຮັບມືໃຫ້ເໝາະສົມ, ທັນການ; ເດັດດ່ຽວປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກກວ່າອີກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ; ປະຕິບັດວຽກງານປ້ອງກັນ ຕ້ານໄຟທຳມະຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ເປັນຢ່າງດີ; ຍູ້ແຮງວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ; ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ… ສູ້ຊົນປະຕິບັດແຜນການປີ 2018 ແລະ ຊຸມປີທ້າຍອາຍຸການຢ່າງມີໄຊ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຕື່ມອີກວ່າ.

        “ສືບຕໍ່ປັບປຸງພື້ນຖານມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງກຳລັງພາຍໃນ ແລະ ລັກສະນະຄວາມເປັນເຈົ້າຂອງພື້ນຖານເສດຖະກິດ. ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດ. ຍູ້ແຮງການສ້າງການຫັນປ່ຽນຢ່າງແທດຈິງກວ່າ ໃນການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ; ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງປະເທດຊາດ. ເດັດດ່ຽວປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນ. ເອົາໃຈໃສ່ພັດທະນາວັດທະນະທຳ, ສັງຄົມ, ຮັບປະກັນການໜູນຊ່ວຍຊີວິດສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ; ເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ສິ່ງແວດລ້ອມ; ເປັນເຈົ້າການໃນການປ້ອງກັນຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຮຽກຮ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍຸຕິທຳ, ຫັນກົງຈັກລັດໃຫ້ກະທັດລັດ; ປັບປຸງລະບຽບການບໍລິຫານຢ່າງແຮງ; ເດັດດຽວປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ. ພ້ອມກັນນັ້ນກໍ່ເພີ່ມກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ໃນສະພາບການສາກົນ ແລະ ພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງນັ້ນ, ໜ້າທີ່ທີ່ໄດ້ວາງອອກແມ່ນໜັກໜ່ວງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານສຸມໃສ່ຊີ້ນຳບັນດາຂັ້ນ, ບັນດາຂະແໜງການ ສືບຕໍ່ມີການກະທຳຢ່າງຂ້ຽວຂາດ; ພະຍາຍາມແກ້ໄຂຂໍ້ຈຳກັດ, ອ່ອນດ້ອຍ; ມານະພະຍາຍາມສູ້ຊົນບັນລຸບັນດາຄາດໝາຍ, ໜ້າທີ່ຂອງປີ 2019 ໃຫ້ສູງທີ່ສຸດ, ປະກອບສ່ວນປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ 5 ປີໄລຍະ 2016 – 2020 ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ