ຫວຽດນາມ ສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາບຸລິມະສິດຂອງປີ APEC 2017

(VOVWORLD) - ການຄ້ຳປະກັນດ້ານສະບຽງອາຫານ, ສ້າງພື້ນຖານກະສິກຳແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພວມແມ່ນບັນຫາ “ຮ້ອນເຮັ່ງ” ໃນຂອບເຂດທົ່ວໂລກ, ໄດ້ຮັບຄວາມສົນໃຈຈາກຫຼາຍປະເທດໃນໂລກ. ນີ້ກໍ່ແມ່ນໜຶ່ງໃນ 4 ບຸລິມະສິດຂອງປະເທດເຈົ້າພາບ ຫວຽດນາມ ໃນປີ APEC 2017 ແລະ ເນື້ອໃນນີ້ໄດ້ນຳເຂົ້າໃນໂຄງການດຳເນີນງານຂອງກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທີ່ເລີ່ມດຳເນີນແຕ່ວັນທີ 18 – 30 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ.
ຫວຽດນາມ ສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາບຸລິມະສິດຂອງປີ APEC 2017 - ảnh 1

ກອງປະຊຸມ SOM 3 ມີຜູ້ແທນສາກົນ ແລະ ພາຍໃນປະເທດປະມານ 2.100 ທ່ານທີ່ຕາງໜ້າໃຫ້ 21 ພື້ນຖານເສດຖະກິດສະມາຊິກເຂົ້າຮ່ວມ. ໃນຂອບເຂດບັນດາການເຄື່ອນໄຫວຂອງ SOM3 ໄດ້ຈັດຕັ້ງສັບປະດາຄ້ຳປະກັນດ້ານສະບຽງອາຫານ ໃນນັ້ນ ຈຸດພົ້ນເດັ່ນແມ່ນການໂອ້ລົມສົນທະນານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຄ້ຳປະກັນດ້ານສະບຽບອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ: ຫົວຂໍ້ທີ່ຮ້ອນເຮັ່ງໃນຂອບເຂດທົ່ວໂລກ

       ອາຊີ - ປາຊີຟິກ ແມ່ນພາກພື້ນມີເນື້ອທີ່ກ້ວາງໃຫຍ່, ດ້ວຍຈຳນວນພົນລະເມືອງກວມເອົາ 3 ຕື້ຄົນ (ປະມານ 40% ພົນລະເມືອງໃນທົ່ວໂລກ). ໃນຊຸມປີມໍ່ໆມານີ້, ດ້ວຍບັນດາຄວາມກ້າວໜ້າດ້ານເຕັກນິກກໍ່ຄືຄວາມກ້າວໜ້າກ່ຽວກັບດ້ານເສດຖະກິດ ບັນດາປະເທດໃນໂລກເວົ້າລວມ, ໃນນັ້ນມີພາກພື້ນ ອາຊີ - ປາຊີຟິກ ໄດ້ບືນຕົວຂຶ້ນກຸ້ມຕົນເອງດ້ານສະບຽງອາຫານ, ທັນຍາຫານ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນເງື່ອນໄຂພັດທະນາເສດຖະກິດ, ວິທະຍາສາດເຕັກນິກ ກໍ່ຄືທີ່ຕັ້ງພູມສັນຖານທີ່ແຕກຕ່າງກັນ ດັ່ງນັ້ນຍັງເກີດມີສະພາບຄວາມທຸກຍາກ, ອຶດຫິວ, ເດັກນ້ອຍຂາດສານບຳລຸງ. ນອກນັ້ນ, ພາກພື້ນ ອາຊີ - ປາຊີຟິກ ຍັງແມ່ນເຂດຖືກຜົນກະທົບຈາກໄພພິບັດທຳມະຊາດຫຼາຍທີ່ສຸດໃນໂລກ. ບັນດາຄວາມຫຍຸ້ງຍາກນີ້ເຮັດໃຫ້ການຄ້ຳປະກັນດ້ານສະບຽງອາຫານ, ການຜະລິດກະສິກຳແບບຍືນຍົງກາຍເປັນບັນຫາທີ່ຮ້ອນເຮັ່ງ. ດັ່ງນັ້ນ, ເລື່ອງ ຫວຽດນາມ ເລືອກເຟັ້ນຫົວຂໍ້ຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຄັ້ງນີ້ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດສະມາຊິກ APEC. ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຖືວ່າ:

        “ທີ່ເວທີປາໄສຄັ້ງນີ້, ພວກເຮົາຫວັງວ່າຈະຮັບຮອງເອົາສານ 3 ສະບັບ. ທີໜຶ່ງແມ່ນ, ຮັບຮອງເອົາແຜນການແມ່ກ່ຽວກັບໂຄງການພັດທະນາຄຳ້ປະກັນດ້ານສະບຽງອາຫານ, ຕິດພັນກັບກະສິກຳພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທີສອງ, ໂຄງການແຜນການແມ່ກ່ຽວກັບການພັດທະນາຊົນນະບົດຕິດພັນກັບຕົວເມືອງຢ່າງກ  ົມກຽວ. ທີສາມ, ກຳນົດຢ່າງລະອຽດກ່ຽວກັບກອບທິດກຳນົດຮ່ວມ ກ່ຽວກັບການພັດທະນາກະສິກຳແບບຍືນຍົງໃນອະນາຄົດຢູ່ພາກພື້ນ ອາຊີ - ປາຊີຟິກ. ຜ່ານນັ້ນ, ປຸກລະດົມຂະບວນການ “ເລີ່ມທຸລະກິດ” ໃນຂົງເຂດກະສິກຳເພື່ອດຶງດູດບັນດາພາກສ່ວນເສດຖະກິດ, ບຸກຄົນ ແລະ ອົງການເລີ່ມທຸລະກິດ, ປະດິດຄິດສ້າງໃນຂົງເຂດກະສິກຳ.”

ການເຊື່ອມໂຍງ APEC ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ເສດຖະກິດ

       ເຂົ້າເປັນສະມາຊິກ APEC ເປັນເວລາເກືອບ 20 ປີແລ້ວ ແລະ ເປັນປະເທດເຈົ້າພາບຈັດຕັ້ງ APEC 2 ຄັ້ງ, ຫວຽດນາມ ມີໄດ້ມີການປະກອບສ່ວນຢ່າງລະອຽດ ພ້ອມທັງ ໄດ້ຮັບບັນດາຜົນງານຮ່ວມມືອັນໃຫຍ່ຫຼວງຈາກເວທີປາໄສນີ້. ສະເພາະກ່ຽວກັບຂົງເຂດກະສິກຳ, ຜົນງານທີ່ເຫັນແຈ້ງທີ່ສຸດນັ້ນແມ່ນຈາກປະເທດຂາດສະບຽງອາຫານ, ຫວຽດນາມ ໄດ້ກາຍເປັນພື້ນຖານກະສິກຳທີ່ມີກຳລັງແກ່ງແຍ້ງ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານໃຫ້ພົນລະເມືອງກ່ວາ 92 ລ້ານຄົນເທົ່ານັ້ນ ຫາກຍັງແມ່ນປະເທດສົ່ງອອກເຂົ້າສານໃຫຍ່ອັນດັບສອງໃນໂລກອີກດ້ວຍ. ນີ້ແມ່ນຜົນງານລວມຂອງທັງວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ການເຊື່ອມໂຍງເຂົ້າກັບ APEC ເວົ້າສະເພາະ.

ຫວຽດນາມ ສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາບຸລິມະສິດຂອງປີ APEC 2017 - ảnh 2 ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ

        ໂດຍແມ່ນປະເທດກະສິກຳ ແລະ ພວມຖືກຜົນກະທົບອັນໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດ, ຍາມໃດ ຫວຽດນາມ ກໍ່ກຳນົດວ່າ: ໜຶ່ງໃນບັນດາເສົາຄ້ຳພັດທະນາຂອງພື້ນຖານເສດຖະກິດຍືນຍົງ ແມ່ນຄ້ຳປະກັນດ້ານສະບຽງອາຫານ. ດັ່ງນັ້ນ, ຫວຽດນາມ ໄດ້ວາງອອກບັນດາຄາດໝາຍແຫ່ງການຮ່ວມມືຢູ່ເວທີປາໄສ APEC ເວົ້າລວມ, ສັບປະດາ APEC ກ່ຽວກັບກະສິກຳ ແລະ ການຄ້ຳປະກັນດ້ານສະບຽງອາຫານເວົ້າສະເພາະ. ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

        “ສະເພາະຫົວຂໍ້ກະສິກຳໄດ້ຮັບເລືອກເຟັ້ນເປັນສັບປະດາກ່ຽວກັບກະສິກຳນັ້ນ ບໍ່ພຽງແຕ່ເພື່ອແນະນຳບັນດາຄາດໝາຍ, ເຫດການ, ບັນດາການກະທຳທີ່ກ່ຽວຂ້ອງເຖິງຫົວຂໍ້ກະສິກຳເທົ່ານັ້ນ ເຊິ່ງລະອຽດກ່ວາແມ່ນບັນຫາການຄ້ຳປະກັນດ້ານສະບຽງອາຫານໃນສະພາບການພັດທະນາກະສິກຳແບບຍືນຍົງຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ”

        ສຳລັບ ຫວຽດນາມ ແລ້ວ, ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່, ປະເທດຊາດບັນລຸໄດ້ບັນດາຜົນງານສຳຄັນທີ່ສຸດ, ພິເສດແມ່ນໃນຂົງເຂດຄ້ຳປະກັນດ້ານສະບຽງອາຫານ. ໂດຍເປັນເຈົ້າພາບຈັດຕັ້ງ APEC ຄັ້ງທີ 2, ໃນສະພາບການພາກພື້ນ ແລະ ໂລກມີການຫັນປ່ຽນຢ່າງໃຫຍ່ຫຼວງ, ບົດບາດຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງພື້ນຖານເສດຖະກິດສະມາຊິກ, ອີກຄັ້ງໜຶ່ງ, ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍ. ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນບົດຮຽນ, ໝາກຜົນທີ່ບັນລຸໄດ້ໃນບັນຫາຄຳ້ປະກັນດ້ານສະບຽງອາຫານຂອງປະເທດຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນ, ສົ່ງເສີມການລົງທຶນ, ແລກປ່ຽນບົດຮຽນກັບບັນດາປະເທດສະມາຊິກ APEC. ຜ່ານນັ້ນ, ຫວຽດນາມ ດຶງດູດໄດ້ແຫຼ່ງກຳລັງບໍລິຫານ, ແຫຼ່ງການເງິນຕື່ມອີກໃຫ້ແກ່ກະສິກຳ, ຊຸກຍູ້ການຮ່ວມມືກະສິກຳພາຍໃນກຸ່ມເວົ້າລວມ, ເພື່ອແນໃສ່ສ້າງກຳລັງໜູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມໃນ APEC.

ຕອບກັບ

ຂ່າວ/ບົດ​ອື່ນ