ຫວຽດນາມ ສືບຕໍ່ປະກອບສຽງເວົ້າຢູ່ເວທີໄສຫລາຍຝ່າຍ

(VOVWORLD) - ວາລະປະຊຸມປຶກສາຫາລືຮ່ວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ໄດ້ດຳເນີນແຕ່ວັນທີ 25 ກັນຍາ - ວັນທີ 01 ຕຸລາ, ຢູ່ນິວຢອກ ປະເທດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ, ສືບຕໍ່ຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ,

ນັ້ນແມ່ນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫລາຍ  ຮູບ ຫລາຍແບບ ຫລາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍບົດບາດຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືຫລາຍຝ່າຍ.

 ຫວຽດນາມ ສືບຕໍ່ປະກອບສຽງເວົ້າຢູ່ເວທີໄສຫລາຍຝ່າຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

 ຫົວເລື່ອງປຶກສາຫາລືທີ່ກອງປະຊຸມໃນປີນີ້ແມ່ນ: “ສ້າງສະຫະປະຊາຊາດ ເປັນທ່ສະໜິດຕິດແທດກັບທຸກຄົນກ່ວາ: ການຊີ້ນຳນຳພາທົ່ວໂລກ ແລະ ແບ່ງປັນຄວາມຮັບຜິດຊອບເພື່ອສັງຄົມສັນຕິພາບ, ຍຸຕິທຳ ແລະ ຍືນຍົງ”.

ວາລະປຶກສາຫາລືຮ່ວມຂັ້ນສູງແມ່ນກາລະໂອກາດເພື່ອໃຫ້ບັນດາການນຳໃນທົ່ວໂລກເຕົ້າໂຮມກັນຢູ່ສຳນັກງານຂອງສະຫະປະຊາຊາດ, ປຶກສາຫາລືກ່ຽວກັບບັນດາບັນຫາທົ່ວໂລກ. ພິເສດແມ່ນ ເນັ້ນໜັກເຖິງບົດບາດສຳຄັນຂອງສະຫະປະຊາຊາດ ໃນການຮັບມືຕໍ່ບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ເປັນຕົ້ນແມ່ນໃນສະພາບການຂອງໂລກໃນປີຜ່ານມາ ໄດ້ເກີດການປະທະກັນເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ຄວາມບໍ່ສະເໝີພາບເພີ່ມຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ…

ຫວຽດນາມ ເນັ້ນໜັກເຖິງສານເພີ່ມທະວີຄູ່ຮ່ວມມືທົ່ວໂລກ

        ເຂົ້າຮ່ວມວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີບົດກ່າວປາໄສທີ່ເນັ້ນໜັກເຖິງສານຂອງ ຫວຽດນາມ. ນັ້ນແມ່ນ ເພີ່ມທະວີຄູ່ຮ່ວມມືທົ່ວໂລກ ເພືຶ່ອໂລກແຫ່ງສັນຕິພາບ, ຍຸຕິທຳ ແລະ ພັດທະນາແບບຍືນຍົງໃຫ້ແກ່ທຸກຄົນ, ໃນນັ້ນ ຍົກສູງເລື່ອງປະຕິບັດຕາມກົດໝາຍສາກົນ, ການສະກັດກັ້ນ ແລະ ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ການນຳໃຊ້ກຳລັງອາວຸດ. ຫວຽດນາມ ກໍ່ເນັ້ນໜັກເຖິງຄວາມຈຳເປັນ ໃນການຊຸກຍູ້ລັດທິຫລາຍຝ່າຍ, ເພີ່ມທະວີການພົວພັນຄູ່ຮ່ວມມືທົ່ວໂລກ ແບ່ງປັນຄວາມຮັບຜິດຊອບ; ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິຮູບ ເພື່ອໃຫ້ສະຫະປະຊາຊາດກາຍເປັນອົງການທີ່ເຂັ້ມແຂງ, ປະຊາທິປະໄຕ, ມີປະສິດທິຜົນກ່ວາ, ພ້ອມທັງຮັບປະກັນແຫຼ່ງກຳລັງຢ່າງພຽງພໍໃຫ້ແກ່ບັນດາການເຄື່ອນໄຫວຂອງສະຫະປະຊາຊາດ, ເປັນຕົ້ນແມ່ນໜູນຊ່ວຍບັນດາປະເທດທີ່ພວມພັດທະນາ.

        ເລື່ອງ ຫວຽດນາມ ເຂົ້າຮ່ວມວາລະປະຊຸມສຳຄັນນີ້ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ອີກຄັ້ງໜຶ່ງອີກ ໄດ້ຢັ້ງຢືນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ນັ້ນແມ່ນ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫລາຍຮູບຫລາຍແບບຫລາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍບົດບາດຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືຫລາຍຝ່າຍ.

ການຮ່ວມມືລະຫວ່າງ ຫວຽດນາມ - ສະຫະປະຊາຊາດແມ່ນການຮ່ວມມືແບບຢ່າງ

        ຫວຽດນາມ ໄດ້ເຂົ້າເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການແຕ່ວັນທີ 20/09/1977. ໃນ 41 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດນັບມື້ນັບພັດທະນາ, ໄດ້ຮັບການຕີລາຄາແມ່ນແບບຢ່າງດີເດັ່ນກ່ຽວກັບການຮ່ວມມືພັດທະນາລະຫວ່າງບັນດາປະເທດສະມາຊິກສະຫະປະຊາຊາດ, ກໍ່ຄືບົດບາດຂອງສະຫະປະຊາຊາດໃນເລື່ອງຊຸກຍູ້ການຮ່ວມມືສາກົນ ແນໃສ່ແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ມະນຸດສະທຳ. ທ່ານ ຮ່າກິມງອັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

“ນັບແຕ່ເມື່ອເຂົ້າເປັນສະມາຊິກ, ຍາມໃດ ຫວຽດນາມ ກໍ່ກຳນົດການພົວພັນກັບ ສປຊ ແມ່ນຈຸດສຸມໃນນະໂຍບາຍການຕ່າງປະເທດ, ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວລວມຂອງ ສປຊ, ໂດຍເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ, ສະໜັບສະໜູນບັນດາເປົ້າໝາຍ, ຫຼັກການຂອງກົດບັດ ສປຊ ແລະ ບົດບາດໃຈກາງຂອງ ສປຊ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ສາກົນ, ຊຸກຍູ້ການຮ່ວມມືພັດທະນາ ແລະ ແກ້ໄຂບັນດາບັນຫາທົ່ວໂລກ ຢ່າງແຮງ.”

ໃນເດືອນພຶດສະພາຜ່ານມາ, ທີ່ກອງປະຊຸມຂອງກຸ່ມ ອາຊີ - ປາຊີຟິກ ຢູ່ສະຫະປະຊາຊາດ, ບັນດາປະເທດໄດ້ເຫັນດີເປັນເອກະພາບຮັບຮອງເອົາການສະເໜີ ຫວຽດນາມ ເປັນຜູ້ສະໝັກຮັບເລືອກຕັ້ງໜຶ່ງດຽວຂອງກຸ່ມ ເຂົ້າດຳລົງຕຳແໜ່ງເປັນຄະນະກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ (ອາຍຸການ 2020 – 2021) ທີ່ການເລືອກຕັ້ງເຊິ່ງຈະຈັດຕັ້ງໃນເດືອນ ມິຖຸນາ 2019. ຖ້າຫາກໄດ້ຮັບການເລືອກຕັ້ງນັ້ນ, ນີ້ຈະເປັນຄັ້ງທີສອງ ຫວຽດນາມ ເຂົ້າຮ່ວມອົງການສຳຄັນຂອງ ສປຊ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງສາກົນ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ແມ່ນປະເທດນຳໜ້າໃນຂໍ້ລິເລີ່ມເອກະພາບການກະທຳ - ສປຊ ເປັນຊາຍຄາລວມ, ໄດ້ຫັນເປັນຮູບປະທຳດ້ວຍການສ້າງຊາຍຄາຂຽວລວມ ສປຊ ຢູ່ຮ່າໂນ້ຍ. ມາຮອດປະຈຸບັນ, ຫວຽດນາມ ແລະ ສປຊ ໄດ້ລົງນາມໃນຂຽວແຜນການຍຸດທະສາດລວມຄັ້ງໃໝ່ໃຫ້ແກ່ໄລຍະແຕ່ປີ 2017 ຮອດປີ 2021 ລະຫວ່າງລັດຖະບານ ຫວຽດນາມ ແລະ 18 ອົງການຂອງ ສປຊ. ນີ້ແມ່ນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນຄຳໝັ້ນສັນຍາທີ່ເຂັ້ມແຂງຂອງ ສປຊ ແລະ ລັດຖະບານ ຫວຽດນາມ ໃນໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບການປະຕິບັດໂຄງການດຳເນີນງານເພື່ອການພັດທະນາແບບຍືນຍົງຮອດປີ 2030. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ໃຫ້ຮູ້ວ່າ:

        “ການເຄື່ອນໄຫວຂອງ ຫວຽດນາມ ທີ່ສປຊ ຍາມໃດກໍ່ສະແດງໃຫ້ເຫັນລັກສະນະສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນສາກົນ, ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງບັນດາປະເທດ. ຜ່ານຂົວເຊື່ອມຕໍ່ ສປຊ, ຫວຽດນາມ ມີເງື່ອນໄຂເພື່ອອອກໄປຫາໂລກ ແລະ ນຳໂລກເຂົ້າສູ່ ຫວຽດນາມ”

        ໃນສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73, ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ເປັນເຈົ້າການປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມໃນການຊຸກຍູ້ ສປຊ ເສີມຂະຫຍາຍບົດບາດເປັນລະບອບຫຼາຍຝ່າຍທົ່ວໂລກທີ່ມີຄວາມຍຸຕິທຳ, ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ