ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ

(VOVWORLD) -ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມ ການພົບປະລະຫວ່າງບັນດາການນໍາ ອາຊຽນ (ALG) ເນື່ອງໃນໂອກາດ ກອງປະຊຸມປະຈໍາປີ ກອງທຶນເງິນຕາສາກົນ (IMF)  - ທະນາຄານໂລກ (WB) ເຊິ່ງໄດ້ຈັດຂຶ້ນຢູ່ ບາລີ, ອິນໂດເນເຊຍ ແລະ ມີການຢ້ຽມຢາມ, ເຮັດວຽກ ຢູ່ ອິນໂດເນເຊຍ ແຕ່ວັນທີ 11 12 ຕຸລາ. ການຢ້ຽມຢາມຄັ້ງນີ້ ໄດ້ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບບັນດາປະເທດ ອາຊຽນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ກວ່າອີກ.

        ດ້ວຍຫົວຂໍ້ “ຍາດແຍ່ງຄວາມບຸກທະລຸຂອງເຕັກໂນໂລຢີ ເພື່ອ ສ້າງບັນດາພື້ນຖານເສດຖະກິດກວມລວມຂອງອະນາຄົດໃຫ້ເປັນຮູບປະທໍາ”, ກອງປະຊຸມປະຈໍາປີ ກອງທຶນເງິນຕາສາກົນ-ທະນາຄານໂລກ ປີ 2018 ໄດ້ປຶກສາຫາລືບັນດາການກໍານົດທິດນະໂຍບາຍ, ມາດຕະການຍາດແຍ່ງການພັດທະນາຢ່າງແຮງຂອງເຕັກໂນໂລຢີ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ.

        ໃນຂອບເຂດເຫດການດັ່ງກ່າວ, ກອງປະຊຸມພົບປະລະຫວ່າງບັນດາການນໍາ ອາຊຽນ ໄດ້ໄຂຂຶ້ນໃນວັນທີ 11 ຕຸລາ 2018, ດ້ວຍຫົວຂໍ້ວ່າ: “ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັດແຄບຊ່ອງຫວ່າງໃນການພັດທະນາ ຜ່ານບັນດາການເຄື່ອນໄຫວສົມທົບກັນ ໃນລະດັບພາກພື້ນ ແລະ ທົ່ວໂລກ”.

        ສະມາຊິກທີ່ມີຄວາມຮັບຜິດຊອບຂອງອາຊຽນ

        ການເຂົ້າຮ່ວມການພົບປະລະຫວ່າງບັນດາການນໍາ ອາຊຽນ ເນື່ອງໃນໂອກາດ ກອງປະຊຸມປະຈໍາປີ ກອງທຶນເງິນຕາສາກົນ-ທະນາຄານໂລກ ເພື່ອແນໃສ່ຢັ້ງຢືນບົດບາດຂອງສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ໃນ ອາຊຽນ. ສິ່ງດັ່ງກ່າວ ກໍສະແດງໃຫ້ເຫັນວ່າຫວຽດນາມຖືບັນດາອົງການຫຼາຍຝ່າຍທົ່ວໂລກເປັນສໍາຄັນ, ຜ່ານນັ້ນເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ.

ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ:TTXVN)

ໃນຂອບເຂດຂອງເຫດການ, ບັນດາການນໍາໄດ້ປຶກສາຫາລືແນວຄວາມຄິດ, ການກໍານົດທິດ ແລະ ມາດຕະການເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ, ກອງທຶນເງິນຕາສາກົນ, ທະນາຄານໂລກ ໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງຫວ່າງໃນການພັດທະນາ, ຊຸກຍູ້ການເຕີບໂຕເສດຖະກິດ ແລະການເຊື່ອມໂຍງເຂົ້າກັບພາກພື້ນ.  ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍບັນດາການນໍາ ອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບສະພາບການ ແລະ ແງ່ຫວັງເສດຖະກິດ ອາຊຽນ ແລະ ບັນດາສິ່ງທ້າທາຍທີ່ວາງອອກໃນສະພາບການເສດຖະກິດຂອງພາກພື້ນ ແລະ ທົ່ວໂລກໃນປັດຈຸບັນ; ເຈາະຈີ້ມການກໍານົດທິດ, ວິທີການແກ້ໄຂໃຫ້ແກ່ ອາຊຽນ ສໍາລັບບັນດາບັນຫາເສດຖະກິດ, ການພັດທະນາ,ການແລກປ່ຽນທັດສະນະ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ເຊິ່ງເປັນສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງອາຊຽນ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາເນື້ອໃນປຶກສາຫາລືຂອງການພົບປະ, ສົມທົບກັບບັນດາປະເທດ ສະມາຊິກ ອາຊຽນ ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ກັບກອງທຶນເງິນຕາສາກົນ, ທະນາຄານໂລກ ແລະ ສະຫະປະຊາຊາດ; ສ້າງກໍາລັງໜູນຊຸກຍູ້ວິວັດທະນາການສ້າງ ປະຊາຄົມ ອາຊຽນ.

        ເມື່ອຕີລາຄາກ່ຽວກັບການເຂົ້າຮ່ວມຂອງຫວຽດນາມ ໃນປະຊາຄົມ ອາຊຽນ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ:

        “ໃນຕະຫຼອດຊຸມປີຜ່ານມາ ນັບແຕ່ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ມາຮອດປັດຈຸບັນ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາຄວາມສາມັກຄີີ, ເປັນເອກະພາບ, ຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ, ບໍ່ພຽງແຕ່ຢູ່ໃນພາກພື້ນເທົ່ານັ້ນ ຫາກຍັງໃນການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດອີກດ້ວຍ. ໄລຍະຈະມາເຖິງ ພວກເຮົາຕ້ອງຍົກລະດັບການເຄື່ອນໄຫວ ຢູ່ບັນດາເວທີປາໄສຫຼາຍຝ່າຍທັງໝົດ, ແຕ່ໃນນັ້ນ ພວກເຮົາຕ້ອງກໍານົດວ່າ ອາຊຽນ ແມ່ນພາກພື້ນສໍາຄັນທີ່ສຸດ”.

ຖືການພົວພັນກັບ ອິນໂດເນເຊຍ ເປັນສໍາຄັນ

        ການພົວພັນຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2013 ແລະ ສືບຕໍ່ບັນດາບາດກ້າວເດີນຕັ້ງໜ້າ. ການຢ້ຽມຢາມ ແລະ ເຮັດວຽກຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄັ້ງນີ້ ໄດ້ດໍາເນີນ ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພຽງ 1 ເດືອນ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງ ຫວຽດນາມ ຕໍ່ບົດບາດ ແລະ ທີ່ຕັ້ງຂອງ ອິນໂດເນເຊຍ ຢູ່ພາກພື້ນ ແລະ ໃນໂລກ, ສະແດງໃຫ້ເຫັນຄວາມປາດຖະໜາຂອງຫວຽດນາມ ຢາກສົມທົບກັບ ອິນໂດເນເຊຍ ແລະ ບັນດາປະເທດອື່ນຢ່າງແໜ້ນແຟ້ນໃນການສ້າງພາກພື້ນ ອາຊີຕາເວັນອອກ ສັນຕິພາບ, ສະຖຽນລະພາບ, ສາມັກຄີ, ພັດທະນາ, ວັດທະນາຖາວອນ ແລະ ເຕີບໃຫຍ່ຢ່າງໝັ້ນຄົງເຂັ້ມແຂງ.

        ຫວ່າງມໍ່ໆມານີ້, ສອງຝ່າຍໄດ້ລົງນາມ ໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2019 – 2023 ( ກັນຍາ 2018). ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍມາດຕະການຕື່ມອີກ ເພື່ອເພີ່ມທະວີການຄ້າສອງຝ່າຍ, ລວມທັງການລົບລ້າງບັນດາຮົ້ວກີດຂວາງ ແລະ ມາດຕະການການຄ້າທີ່ບໍ່ຈໍາເປັນ ແລະບໍ່ເໝາະສົມ; ສູ້ຊົນນໍາວົງເງິນການຄ້າສອງສົ້ນໃຫ້ບັນລຸຄາດໝາຍ 10 ຕື້ USD ໃນໄລຍະຈະມາເຖິງ.

        ການເຂົ້າຮ່ວມການພົບປະ ລະຫວ່າງບັນດາການນໍາອາຊຽນ ເນື່ອງໃນໂອກາດ ກອງປະຊຸມປະຈໍາປີ ກອງທຶນເງິນຕາສາກົນ-ທະນາຄານໂລກ, ຢ້ຽມຢາມ ແລະ ເຮັດວຽກຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການເພີ່ມທະວີນໍໍ້າໃຈສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ແທດຈິງກວ່າເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ