ຫວຽດນາມ ແລະ ລາວ ພັດທະນາການພົວພັນທີ່ເປັນມູນເຊື້ອແບບພິເສດຢ່າງບໍ່ຢຸດຢັ້ງ

(vovworld)- ວັນ​ທີ 7/2, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ  ນຳ​ຫ​ນ້າ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ ລາວ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ຈະ​ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ ລັດ​ຖະ​ບານ ຫວຽດ​ນາມ ແລະ ລາວ ຊື່ງ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ໃນວັນ​ທີ 8/2. ເຫດ​ການນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ -ລາວ ຢ່າງບໍ່​ຢຸດຢັ້ງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ທູ​ຮ​ວາ ທີ່​ມີ​ຫົວ​ຂໍ້​ວ່າ: ຫວຽດ​ນາມ ແລະ ລາວ ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ຢ່າງ​ບໍ່​ຢຸດຢັ້ງ.

ຫວຽດນາມ ແລະ ລາວ ພັດທະນາການພົວພັນທີ່ເປັນມູນເຊື້ອແບບພິເສດຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ
ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ

        ຫວຽດ​ນາມ ແລະ ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ເພື່ອ​ແນ​ໃສ່​ສືບ​ຕໍ່​ຢັ້ງ​ຢືນ​​ບຸ​ລິ​ມະ​ສິດ​ການ​ຕ່າງ​ປະ​ເທດ​ຂອງ​ທັງ​ສອງ​ປະ​ເທດ​ແມ່ນ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ຫວຽດ​ນາມ ແລະ​ລາວ ຢ່າງບໍ່​ຢ​ຸດຢັ້ງ. ນີ້​ແມ່ນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ເປັນ​ຄັ້ງ​ທຳ​ອິດ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອ​ງ​ປະ​ເທດ​ເປັນ​ປະ​ທານ​ຮ່ວມ ເພື່ອ​ແນ​ໃສ່​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ທີ່​ບັນ​ລຸ​ໄດ້​ໃນ​ກອງ​ປະ​ຊຸມ​ລະ​ຫວ່າງ​ກົມ​ການ​ເມືອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເມື່ອ​ວັນ​ທີ 7/1/2017 ໄດ້​ເປັນ​ເອກ​ະ​ພາບ​ຕໍ່ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2017.

        ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ

         ໂດຍແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ສອງ​ຊາດ​ຫວຽດ​ນາມ ແລະ​ລາວ ມີ​ຄວາມ​ສະ​ຫ​ນິດ​ຕິດ​ພັນ​ມາ​ແຕ່​ດົນ​ນານ​ແລ້ວ. ຄວາມ​ສະ​ຫ​ນິດ​ຕິ​ດ​ພັນ​ ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ເປັນ​ແບບ​ຢ່າງ, ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ ການ​ພົວ​ພັນ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊ​າ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ປະ​ຊາ​ຊົນ​ສອງ​ປະ​ເທດ ໄດ້​ຮຽງ​ບ່າ​ຮຽງ​ໄລ່, ພ້ອມ​ແລ້ວ​ທີ່​ຈະ​ເສຍ​ສະ​ຫລະ​ເພື່ອ​ສອງ​ປະ​ເທດ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ ແລະ ຮັ​ກ​ສາ​ພື້​ນ​ຖານ​ເອ​ກະ​ລາດ, ເສ​ລີ​ພາບ. ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ ອິນ​ດູ​ຈີນ, ​ປະ​ຈຸ​ບັນ ແມ່ນພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ ໄດ້​ຮ່ວມ​ທຸກ​ຮ່ວມສຸກ​ນຳ​ກັນ​ເພື່​ອ​ຍາດ​ເອົາ​ໄຊ​ຊະ​ນະ​ສຸດ​ທ້າຍ​ໃນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ໂດຍ​ສືບ​ທອດ ແລະ ຜັນ​ຂະ​ຫ​ຍາຍ​ໝາກ​ຜົນ​ແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ ​ລະ​ຫວ່າງ ຫວຽດ​ນາມ ແລະ​ລາວ, ໃນ 30 ປີ​ຜ່ານ​ມາ, ເມ​ື່ອ​ສອງ​ປະ​ເທດ​ກ້າວ​ເຂົ້​າ​ສູ່​ໄລ​ຍະ​ດຳ​ເນີນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່,ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ ແລະ​ລາວ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຢ່າງບໍ່​ຢຸດຢັ້ງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ​ກໍ​ຄື​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫ​ນ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ.

           

ໄມ​ຕິ​ຈິດ​ມິດ​ຕະ​ພາບ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າ​ງ​ຢ່າງບໍ່​ຢຸດ​ຢັ້ງ

ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ -ລາວ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ. ສອງ​ຝ່າຍ ໄດ້​ມີ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ທນ ແລະ ການ​ພົບ​ປະ​ຂັ້ນ​ສູງ​ກໍ​ຄື​ທຸກ​ຂັ້ນ​ເປັນ​ປະ​ຈຳ. ໃນ​ປີ 2016, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ 350 ຄະ​ນະ, ໃນ​ນັ້ນ ມີ 130 ຄະ​ນະ​ ແຕ່​ຂັ້ນ​​ຮອງລັດ​ຖະ​ມົນ​ຕີ​ຂຶ້ນ​ໄປ.

ໃນ​ໄລ​ຍະ​ມໍ່​ໆ​ມານີ້, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕິ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ເມື່​ອ​ເດືອນ 11/2016. ການ​ພົວ​ພັນ​ດ້ານ​ການ​ເມືອງ ຫວຽດ​ນາມ ແລະ ລາວ ນັບ​ມື້​ນັບ​ສະ​ຫ​ນິດ​ຕິດ​ພັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ພັດ​ທະ​ນາ ແລະ ເຂົ້າ​ສູ່​ລວງ​ເລິກ​ໃນ​ທຸກ​ຂົງ​ເຂດ, ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາ​ກ​ພື້ນ ແລະ ໃນ​ໂລ​ກ​ໄວ້​ຢ່າງ​ໝັ້ນ​ຄົງ. ຫວຽດ​ນາມ​ໄດ້​ຫ​ນູນ​ຊ່ວຍ​ລາວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​ປະ​ທານ ອາ​ຊຽນ 2016 ແລະ ກອງ​ປະ​ຊຸ​ມ​ຂັ້​ນ​ສູງ ອາ​ຊຽນ ເມືຶ່​ອ​ເດືອນ 9/2016 ສຳ​ເລັດ​ຜົນ.  ສອງ​ຝ່າຍ​ໄດ້​ສົມ​ທົບ​ນຳ​ກັນ​ເປັນ​ຢ່າງ​ດີ​ໃນ​ການ​ຮ່ວມ​ມື​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ -ລາວ​ໃຫ້ມີ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ; ຕໍ່​ສູ້​ຕ້ານ​ບັນ​ດາ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລ​ະ​ປັກ, ບັນ​ດາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາ​ດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທ​ດ​ມີ​ການ​ຫັນ​ປ່ຽນ​ສຳ​ຄັນ​ຫລາຍ​ຢ່າງ. ມາ​ຮອດ​ປະ​ຈຸ​ບັນ, ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ລາວ ບັນ​ລຸ​ປະ​ມານ 5,1 ຕື້ ໂດ​ລາ​ສະ​ຫະ​ລັດ, ຢືນ​ອັນ​ດັບ 3 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ລົງ​ທຶນ​ຢູ່​ລາວ. ມີ​ຫລາຍ​ໂຄງ​ການ​ລົງ​ທຶນ​ເສີມ​ຂະ​ຫ​ຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ມີ​ກຳ​ໄລ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫ​ນ້າ​ເຂົ້າ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ, ສ້າງວຽກ​ເຮັດ​ງານ​ທຳ, ສະ​ຫວັດ​ດີ​ການສັງ​ຄົມ, ຊ່ວຍ​ ສ​ປ​ປ​ລາວ​ປະ​ຕິ​ບັດ​ນະ​ໂຍ​ບາ​ຍ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ຢ່າງ​ດີ ແລະ ໄດ້​ຮັບ​ການ​ຮັບ​ຮູ້, ຕີ​ລາ​ຄາ​ສູງ ຈາກ​ຝ່າຍ​ລາວ.

ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແຫນງ​ການ, ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ບັນ​ດາ​ທ້ອງ​ຖິ່ນ ນັບ​ມື້​ນັບ​ສວມ​ບົດ​ບາດ​ສຳ​ຄັນ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ. ບັນ​ດາ​ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ຢູ່​ລາວ, ຫ​ນູນ​ຊ່ວຍ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃນ​ການກໍ່​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ, ສົ່ງ​ເສີມ​ສຸ​ຂະ​ພາບ, ບຳ​ລຸງ​ສ້າງ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ຫວຽດ​ນາມ ແລະ​ລາວ ກໍ​ສົມ​ທົບ​ກັນ​ຢ່າງ​ແຫ​ນ້ນ​ແຟ້ນ, ສະ​ຫ​ນັບ​ສະ​ຫ​ນູນ​ເຊິ່ງ​ກັນ ແລະ​ກັນ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ອື່ນ ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ແລະ ຮັກ​ສາ​ຄວາມ​ສາ​ມັກ​ຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ມີ​​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ.

ກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ ລັດ​ຖະ​ບານ ຫວຽດ​ນາມ -ລາວ ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ ແລະ​ລາວ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ໃນ​ທຸກ​ດ້ານ. ສະ​ພາບ​ການ​ນີ້ຈະ​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ລັດ, ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ຊີ້​ນຳ​ນຳ​ພາ ຊຸກ​ຍູ້​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ