ຫວຽດນາມ ແລະ ອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ

(VOVWORLD) - ວັນທີ 02 ສິງຫາ, ຢູ່ປະເທດ ສິງກະໂປ ຈະໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM-51) ແລະ ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດທີ່ກ່ຽວຂ້ອງ.

ເນື້ອໃນສຳຄັນໜຶ່ງທີ່ໄດ້ຮັບການແລກປ່ຽນຢູ່ AMM 51 ແມ່ນບັນດາການກຳນົດທິດ ແລະ ມາດຕະການແກ້ໄຂໃຫ້ແກ່ການກໍ່ສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍບັນດາແຜນການສັງລວມ ສ້າງປະຊາຄົມ ຕາມວິໄສທັດ ອາຊຽນ 2025. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ ຈະຕັ້ງໜ້າແລກປ່ຽນ ເພືີ່ອຊຸກຍູ້ບັນດາບຸລິມະສິດລວມຂອງ ອາຊຽນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືຢ່າງແທດຈິງ.

ປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2015. ນີ້ແມ່ນຜົນງານຢ່າງໃຫຍ່ຫລວງຂອງວິວັດການຮ່ວມສຳພັນ ແລະ ເຊື່ອມໂຍງຂອງ ອາຊຽນ, ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ສັນຕິພາບ ແລະ  ການພັດທະນາ. ພາຍຫລັງເຄື່ອນໄຫວມາເປັນເວລາ 3 ປີ, ປະຊາຄົມ ອາຊຽນ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ ໃນທັງ 3 ເສົາຄ້ຳແມ່ນ ການເມືອງ, ຄວາມໝັ້ນຄົງ - ເສດຖະກິດ ແລະ ວັດທະນະທຳ - ສັງຄົມ.

ສັນຍານຕັ້ງໜ້າໃນການກໍ່ສ້າງປະຊາຄົມ

        ກ່ຽວກັບການຮ່ວມມືຄວາມໝັ້ນຄົງດ້ານການເມືອງ, ດ້ວຍເປົ້າໝາຍກໍ່ສ້າງປະຊາຄົມໂດຍອີງໃສ່ລະບຽບກົດໝາຍ ເພື່ອມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ, ບັນດາການເຄື່ອນໄຫວໃນ ແຜນການສັງລວມກໍ່ສ້າງປະຊາຄົມຕາມວິໄສທັດ ອາຊຽນປີ 2025 ໄດ້ຮັບການຜັນຂະຫຍາຍຢ່າງທົ່ວເຖິງ, ມີປະສິດທິຜົນດີພໍສົມຄວນ. ວິວັດການນີ້ ກໍ່ເພີ່ມລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ເພີ່ມທະວີການພົວພັນກັບຕ່າງປະເທດ ກໍ່ຄືເພີ່ມທະວີກຳລັງຄວາມສາມາດກ່ຽວກັບລະບອບລະບຽບການຂອງ ອາຊຽນ.

        ບັນດາກົນໄກໂດຍ ອາຊຽນ ສ້າງຕັ້ງ, ນຳພາຄື: ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ເປີດກ້ວາງ…ໄດ້ຮັບການເປີດກ້ວາງທັງດ້ານຂອບຂະໜາດ, ສ້າງຄວາມຊິນເຄີຍເຈລະຈາ, ຮ່ວມມື, ມຸ່ງໄປເຖິງການສ້າງໂຄງປະກອບພາກພື້ນແບບຍືນຍົງ, ໂປ່ງໃສ ແລະ ໄຫວພິບ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ.

        ການຮ່ວມມືເສດຖະກິດໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກ້ວາງຂວາງ. ບັນດາມາດຕະການຫັນເປັນເສລີ ແລະ ສ້າງຄວາມສະດວກກ່ຽວກັບດ້ານການຄ້າໄດ້ປະຕິບັດ ເພື່ອຊ່ວຍຫລຸດຜ່ອນລາຍຈ່າຍ, ຍົກສູງຄຸນນະພາບການຮ່ວມມືພາຍໃນກຸ່ມ. ໝາກຜົນແມ່ນ ອາຊຽນ ສືບຕໍ່ເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດຄູ່ຮ່ວມມື ໂດຍຜ່ານການປັບປຸງຍົກລະດັບບັນດາ FTA ທີ່ມີຢູ່ແລ້ວ ແລະ ບັນດາ FTA ຈະລົງນາມໃໝ່, ພິຈາລະນາການເຈລະຈາກັບບັນດາຄູ່ຮ່ວມມືອື່ນ. ຍາດແຍ່ງກາລະໂອກາດຂອງການປະຕິວັດ 4.0, ອາຊຽນ ກໍ່ໄດ້ອອກຖະແຫຼງການຂັ້ນສູງ ອາຊຽນ ກ່ຽວກັບຫົວຄິດປະດິດສ້າງ, ຊຸກຍູ້ການຮ່ວມມືໜູນຊ່ວຍການເລີ່ມທຸລະກິດ (start up), ສະໜອງແຫຼ່ງທຶນໃຫ້ວິສາຫະກິດຂະໜາດກາງ, ນ້ອຍ ແລະ ນ້ອຍທີ່ສຸດ, ພັດທະນາ ແລະ ຮ່ວມສຳພັນບັນດາເຂດເສດຖະກິດພິເສດ, ບັນດາເຂດທ່ອງທ່ຽວຊີວະພາບ…ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ ໄດ້ຜັນຂະຫຍາຍໃນບັນດາຂົງເຂດບຸລິມະສິດ.

        ການຮ່ວມມືວັດທະນະທຳ - ສັງຄົມມຸ່ງໄປເຖິງກຸ່ມເປົ້າໝາຍສັງຄົມຜູ້ດ້ອຍໂອກາດຄື: ແຮງງານເຂົ້າເມືອງ, ຜູ້ເຖົ້າຜູ້ແກ່, ເດັກນ້ອຍພິການໄດ້ຮັບການຍູ້ແຮງ. ຫລາຍປະເທດໄດ້ຮັບຮອງເອົາການເຄື່ອນໄຫວສຳຄັນຈຳນວນໜຶ່ງຄື: ປົກປ້ອງສິດຂອງຜູ້ອອກແຮງງານອົບພະຍົບໃນ ອາຊຽນ ແລະ ບັນດາຂໍ້ຕົກລົງສຳຄັນອື່ນກ່ຽວກັບແມ່ຍິງ, ຊາວໜຸ່ມ…ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມກໍ່ສ້າງປະຊາຄົມ ອາຊຽນ ໃນໄລຍະຜ່ານມາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ຖືວ່າ:

        “ບັນດາຜົນສຳເລັດດັ່ງກ່າວ ໄດ້ສະແດງໃຫ້ເຫັນການຮ່ວມມື, ອາຊຽນ ມີແງ່ຫວັງຫລາຍຢ່າງ, ສະແດງໃຫ້ເຫັນຄວາມຜູກນັດເຊື່ອມໂຍງຍັງຄົງແມ່ນບຸລິມະສິດລວມ, ຮ່ວມແຮງຮ່ວມໃຈບືນຕົວຂຶ້ນຍັງຄົງແມ່ນເຄື່ອງມືຕົ້ນຕໍ ເພື່ອບັນລຸໄດ້ເປົ້າໝາຍຂອງ ອາຊຽນ ແລະ ອາຊຽນ ສືບຕໍ່ເປັນຄູ່ຮ່ວມມືສຳຄັນ, ເປັນຕົ້ນແມ່ນສຳລັບບັນດາປະເທດພັດທະນາ”.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເພື່ອເປົ້າໝາຍລວມ

        ນັບແຕ່ເມື່ອປະຊາຄົມ ອາຊຽນ ສ້າງຕັ້ງໃນທ້າຍປີ 2015, ຫວຽດນາມ ພວມພ້ອມກັບບັນດາປະເທດສະມາຊິກ ອາຊຽນ ຕັ້ງໜ້າປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາ ແລະ ສະເໜີຂໍ້ລິເລີ່ມໃນຂົງເຂດຕ່າງໆ. ສິ່ງທີ່ເປັນໜ້າສົນໃຈນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນສອງປະເທດມີອັດຕາສ່ວນການປະຕິບັດບັນດາມາດຕະການບຸລິມະສິດສູງສຸດ ໃນແຜນການສັງລວມກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ. ຫວຽດນາມ ກໍ່ມີການປະກອບສ່ວນສຳຄັນຫລາຍຢ່າງ ເຂົ້າໃນການເປີດກ້ວາງການພົວພັນ ແລະ ຍູ້ແຮງການຮ່ວມມືລະຫວ່າງ ອາຊຽນ ກັບຄູ່ຮ່ວມມືຕ່າງໆ. ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໃຫ້ຮູ້ວ່າ:

        “ກ່ຽວກັບການເມືອງຄວາມໝັ້ນຄົງ, ຫວຽດນາມ ໄດ້ເປັນເຈົ້າການພັດທະນາບັນດາກົນໄກຮັບປະກັນຄວາມໝັ້ນຄົງ ໂດຍຜ່ານການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ມາດຖານການປະພຶດ. ແນວຄວາມຄິດ ແລະ ຂໍ້ລິເລີ່ມຫລາຍຢ່າງຂອງ ຫວຽດນາມ ໄດ້ຮັບການຮັບຮອງເອົາ ແລະ ໝູນໃຊ້ຢ່າງກ້ວາງຂວາງ, ໃນນັ້ນ ມີບັນດາຂໍ້ລິເລີ່ມກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ກົນໄກການຮ່ວມມື. ການຮ່ວມມືເສດຖະກິດ ກໍ່ແມ່ນຈຸດພົ້ນເດັ່ນໃນວິວັດການ ຫວຽດນາມ ເຂົ້າຮ່ວມການກໍ່ສ້າງປະຊາຄົມ ອາຊຽນ. ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ກວດກາຄືນ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາກ່ຽວກັບການຄ້າ, ສິນຄ້າ, ການບໍລິການ, ການລົງທຶນ, ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການສ້າງຄວາມສະດວກດ້ານການຄ້າ, ພັດທະນາການຄ້າເອເລັກໂຕນິກ…

        ໂດຍແມ່ນສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ອາຊຽນ, ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51  ແລະ ບັນດາກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດທີ່ກ່ຽວຂ້ອງຄັ້ງນີ້. ຄະນະຜູ້ແທນ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມບັນດາເນື້ອໃນທັງໝົດຂອງກອງປະຊຸມ, ຊຸກຍູ້ບັນດາບຸລິມະສິດລວມຂອງພາກພື້ນ ແລະ ຂອງ ຫວຽດນາມ ຄືຮັດແຄບຊ່ອງຫວ່າງການພັດທະນາ, ຍູ້ແຮງການຄ້າພາຍໃນກຸ່ມ, ດຶງດູດການລົງທຶນ, ສົ່ງເສີມການທ່ອງທ່ຽວ, ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືພາຍໃນ ແລະ ນອກອາຊຽນ.

        ອາຊຽນ ມີຄວາມສຳຄັນຍຸດທະສາດສຳລັບ ຫວຽດນາມ, ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ. ປະກອບກຳລັງເຫື່ອແຮງເພື່ອກໍ່ສ້າງປະຊາຄົມ ອາຊຽນ ໃຫ້ປະສົບຜົນສຳເລັດນັ້ນ ກໍ່ແມ່ນການປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງ ຫວຽດນາມ, ຂອງບັດດາປະເທດສະມາຊິກກໍ່ຄືປະຊາຊົນທຸກຖ້ວນໜ້າໃນພາກພື້ຶ້ນ ./.

ຕອບກັບ

ຂ່າວ/ບົດ​ອື່ນ