ຫວຽດນາມ ໄດ້ກຽມພ້ອມໃຫ້ປີ APEC 2017

(vovworld) - ​​​​ ຫວຽດ​ນາມ​ ໄດ​້ກຽມ​ພ້ອມ​ໃຫ້​ປີ APEC 2017 - ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ ບູ່ຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເມື່ອ​ຕອບ​ສ​ຳ​ພາດ​ຕໍ່ສື່​ມ່ວນ​ຊົນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ເຫດ​ການ​ປີ APEC 2017. ບັນ​ນາ​ທິ​ການ ຖູ່ຍ​ລີງ ຂໍ​ຄັດ​ສະ​ເໜີ​ບັນ​ດາ​ເນື້ອ​ໃນ​​ພື້ນ​ຖານ​ໃນ​​ການຕອບ​ສຳ​ພາດ​ຜ່ານ​ບົດ​ຂຽນ “ຫວຽດ​ນາມ ​ໄດ້ກຽມ​ພ້ອມ​ໃຫ້​ປີ APEC 2017”.

ຫວຽດນາມ ໄດ້ກຽມພ້ອມໃຫ້ປີ APEC 2017 - ảnh 1
ທ່ານເລ​ດິ່ງ​ເທາະ,ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງກ່າວ​ຄ​ຳ​ເຫັນ​ທີ່​ກິດ​ຈະ​ກຳ​ສະ​ຖານ​ທີ່​ຮັບ​ແຂກ​ສາ​ກົນດ່າ​ໜັງ,ກິດ​ຈະ​ກຳ​ຮັບ​ໃຊ້ APEC 2017

        ພາຍຫຼັງ 10 ​ປີ​ທີ່ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ - APEC ຄັ້ງ​ທຳ​ອິດ​ໃນ​ປີ 2006, ​ຮອດປີ 2017, ຫວຽດ​ນາມ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຮັບ​ບົດ​ບາ​ດ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສຳ​ຄັນ​ນີ້ ອີກ​ເທື່ອ​ໜຶ່ງ. ຕ​າມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບູ່ຍແທງ​ເຊ​ີນ ແລ້ວ, ປີ APEC ຫວຽດ​ນາມ 2017  ຈະ​ວາງ​ອອກ​ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ສຳ​ລັບ ຫວຽດ​ນາມ ດ້ວຍ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ.

ຄວາມ​ສະ​ດວກຫຼາຍ​ກ່​ວາ​ສິ່ງ​ທ້າ​ທ​າຍ

ສຳ​ລັບ ຫວຽດ​ນາມ ແລ້ວ, ​ຄ​ວາມສະ​ດວກຫຼາຍ​ທີ່​ສຸດ​ແມ່ນ​ກຳ​ລັງ​ພາຍ​ໃນ​ຂອງ​ປະ​ເທດ ໄດ້​ຮັບ​ການ​ຍົກ​ສູງຫຼາຍ​ພໍ​ສົມ​ຄວນ​ພາຍຫຼັງ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່. ປະ​ຈຸ​ບັນຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ໜ້າ​ຂອງ APEC ໃນ​ການ​ເຕີບ​ໂຕ ແລະ ຮ່ວມ​ສຳ​ພັນ. ໃນ 8 ເດືອນ​ຕົ້ນ​ປີ ແລະ ທັງ​ປີ 2016, ເຖິງວ່າ​ການ​ຄ້າ​ໂລກ​ຖືກ​ຊຸດ​ໂຊມ, ບັນ​ລຸ​ພຽງ​ປະ​ມານ 1,7% ກ​ໍ່​ຕາມ, ​ແຕ່ ຫວຽດ​ນາມ ຍັງຄົງ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​​​ໄດ້ 9%. ລັດ​ຖະ​ບານກໍ່​ພວມ​ຕັດ​ສິນ​ໃຈ​ກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສາ, ປ່ຽນ​ໃໝ່ ແລະ ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ຫັນ​ປ່​ຽນ​ຮູບ​ແບບ​ການ​ເຕີບ​ໂຕ. ນີ້​ແມ່ນ​ພື້ນ​ຖານ​ທີ່​ດີ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ເຊື່ອມ​ໂຍງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ຂອງ APEC. ດ້ານ​ອື່ນ, ຫວຽດ​ນາມ ກໍ່​ພວມ​ຍູ້​ແຮງ​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ, ເຂົ້າ​ຮ່ວມ​ການສຳ​ພັນ​ທະ​ມິດ​ເສດ​ຖະ​ກິດ​​ດ້ວຍຂະ​ໜາດ​ໃຫຍ່​ຄື: TPP, ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຢູ່​ພາກ​ພື້ນ, ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສະ​ຫະ​ພາບ ເອີ​ລົບ, ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອ​ີ​ລົບ… ນີ້​ກາຍ​ເປັນ​ຕ່ອງ​ໂສ່​ສຳ​ຄັນ​ທີ່​ສຸດ​ໃນ​ເຄືອ​ຂ່າຍ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ​ກັບ 59 ຄູ່​ຮ່ວມ​ມື​ໃນ​ນັ້ນ​ມີ 18 ປະ​ເທດ​ສະ​ມາ​ຊິກ​ຂອງ APEC.

ຫວຽດ​ນາມ ມີ​ການ​ກະ​ກຽມ​ຢ່າງລະ​ອຽດ​ໃຫ້​ແກ່ APEC 2017

       ອາດ​ເວົ້​າ​ໄດ້​ວ່າ, APEC 2017 ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ​ຖືກຈັດ​ຕັ້ງ​ແຕ່ນີ້​ຮອດ​ປີ 2020. ດ້ວ​ຍ​ຫົວ​ຂໍ້ ສ້າງ​ກຳ​ລັງ​ໜູນ​ໃໝ່ ພ້ອມ​ກັນ​ເພີ່​ມ​ພູນ​ຄຸນ​ສ້າງ​ໃຫ້​ອະ​ນາ​ຄົດ​ລ​ວມ, APEC 2017 ລວມ​ມີ​ປະ​ມານເກືອບ 200 ການ​ເຄື່ອນ​ໄຫວ ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ 10 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ​ຕ​ະຫຼອດ​ປີ. ຫວຽດ​ນາມ ໄດ້​ເລີ່ມ​ປະ​ຕິ​ບັດ​ວຽກ​ງານກ​ະ​ກຽມ​ໃຫ້​ແກ່​ເຫດ​ການ​ສ​ຳ​ຄັນ​ນີ້ກ່ອນນີ້ 3 ປີ​ແລ້ວ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບູ່ຍ​ແທງ​ເຊີນ ​ຊ​ີ້​ແຈ້ງວ່າ:

        “ແຕ່​ປີ 2014, 2015 ຫວຽດ​ນາມ ໄດ້​ມີ​ການ​ແລກ​ປ່ຽນ​ກັບ​ບັນ​ດາສະ​ມາ​ຊິກ​ຂອງ APEC ກ່ຽວ​ກັບ​ບົດ​ຮຽນ​ໃນ​ການ​ຈັດ​ຕັ້ງ ແລະ ກະ​ກຽມ​ເນື້ອ​ໃນ ແລະ ​ຄະ​ນ​ະ​ກຳ​ມະ​​ການ​ແຫ່ງ​ຊາດກ່ຽວ​ກັບ APEC 2017 ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 7/2015 ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ເປັນ​​ຫົວ​ໜ​້າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 24 ອົງ​ການ​ຂັ້ນ​ທ້ອ​ງ​ຖິ່ນ ເຊິ່ງ​ແມ່ນ​ບັນ​ດາ​ສະ​ມາ​ຊິກ ມີ​ໜ້າ​ທີ່​ປະ​ສານ​​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2017. ບົນ​ພື້ນ​ຖານນັ້ນ, ພວກ​ເຮົາ ໄດ້​ປະ​ຕິ​ບັດ​ສຳ​ເລັດຫຼາຍ​ວຽກ​ງານຫຼັກ​ແຫຼ່ງ, ນັບ​ແຕ່​ການ​​ໄດ້ເລືອກ​ເຟັ້ນ​ສະ​ຖານ​ທ​ີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​​ສູງ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ, ສະ​ເໜີ​ບັນ​ດາ​ບຸ​ລິ​ມະ​ສິດ, ບຳ​ລຸງ​ສ​້າງ​ຖັນ​ແຖວ​ພະ​ນັກ​ງານ​ກະ​ກຽມ​ໃຫ້​ປີ APEC ຮັບ​ປະ​ກັ​ນດຳ​ເນ​ີນ​ໄປ​ຖືກ​ກັບ​ຄວາມ​ຄືບ​ໜ້າ ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ.”

ຫວຽດນາມ ໄດ້ກຽມພ້ອມໃຫ້ປີ APEC 2017 - ảnh 2
ການ​ນຳ​ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ ຫວຽດ​ນາມ ກວດ​ກາ​ກິດ​ຈະ​ກຳ​ສຳ​ຄັນ​ຮັບ​ໃຊ້ APEC 2017
(ພາບ: ງອກ​ຮ່າ - ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)


        ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບູ່ຍ​ແທງ​ເຊີນ​ ແລ້ວ, ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ກະ​ກຽມ ໃຫ້​ປີ APEC 2017 ໄດ້​​ສ​ຳ​ເລັດ​ໂດຍ​ພື້ນ​ຖານ​ຖືກ​ກັບ​ຄວາ​ມ​ຄືບ​ໜ້າ ແລະ ​ຂັ້ນ​ຕອນເຊິ່ງ​ ຫວຽດ​ນາມ ໄດ້​ວາງ​ອອກ​. ຫວຽດ​ນາມ ໄດ້​ກຽມ​ພ້ອມ​ຮັບ​​ໜ້າ​ທີ່​​ເປັນ​ປະ​ທານ​ປີ APEC 2017. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບູ່ຍ​ແທງ​ເຊີນ​​ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ບັນ​ດາ​ຂໍ້​ສະ​ເໜີ​ເຊິ່ງ​ພວກ​ເຮົາ​ໄດ້​ຍົກ​ອອກ​ມາ​ແມ່ນຖືກ​ກັບ​ຄວາມ​ສົນ​ໃຈ​ລວມ, ພ້ອມ​ທັງ​ເໝາະ​ສົມ​ກັບ​ທ່າ​ອ່ຽງ, ​ສ່ອງ​ແສງ​ໃຫ້​ເຫັນຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ ກໍ່​ຄື​ຂອງ​ປະ​ເທດ​ພວກ​ເຮົາ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ. ຍ້ອນ​ມີ​ການ​ກະ​ກຽມ​ຢ່າງ​ລະ​ອຽດ ແລະ ​ມີການ​ຂົນ​ຂວາຍ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມ​າ​ຊິກ​ຢ່າງວ່ອງ​ໄວ ດັ່ງ​ນັ້ນ ຫົວ​ຂໍ້ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ທີ່​ພວກ​ເຮົາ​ໄດ້​ສະ​ເໜີ​ລ້ວນ​ແຕ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​​ຈາກບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ພິ​ເສດ, ຜ່ານກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງບໍ່​ເປ​ັນ​ທາງ​ການ​​ຕ່າງໆຂອງ​ພວກ​ເຮົາ​​ທີ່ຈັດ​ຕັ້ງ​​ຫວ່າງ​ແລ້​ວນີ້.”

        ຍົກ​ສູງວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ

       ຕາມ​ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບູ່ຍ​ແທງ​ເຊີນ​ ແລ້ວ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ກໍ່​ຄື: ​ບັນ​ດາ​ແຂວງ, ນະ​ຄອນ ໄດ້​ກະ​ກຽ​ມ​ພື້ນ​ຖານ​ດ້ານ​ວັດ​ຖຸ ແລະ ພິ​ທ​ີ​ການ, ຄວາມ​ສະ​ຫງົບ, ສາ​ທາ​ລະ​ນະ​ສຸກ​ໃຫ້​ແກ່​ປີ APEC 2017 ເປັນ​ຢ່​າງ​ດີ. ວຽກ​ງານ​ກະ​ກຽມ​ກ່ຽວ​ກັບ​ພິ​ທີ​ການ, ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານຮັບ​ໃຊ້​ກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງຮີບ​ເຮັ່ງ. ພິ​ເສດ, ແວບ​ໄຊ​ທາງ​ການ​ຂອງ​ປີ APEC 2017 ກໍ່​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ແຕ່​ເດືອນ 11/2016 ເພື່ອ​ສະ​ໜອງ​ຂໍ້​ມູນ​ຂ່າວ ກ່ຽວ​ກັບ APEC ແລະ ທັງ​ປີ APEC 2017, ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ຜູ້​ແທນ ແລະ ນັກ​ຂ່າວ​ສ​າ​ກົນ​ຈົດ​ທະ​ບຽນ ແລະ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ​ທີ່​ສຸດ. ການ​ເລືອກ​ເຟັ້ນ​ສັນ​ຍາ​ລັກ​ຂອງ​ປີ APEC 2017 ກໍ່​ໄດ້​​ສຳ​ເລັດ​ແລ້ວ. ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ເປັນ​ເຈົ້າ​ການ​ໃນ​ການ​ສ​ົ່ງ​ສານ​ຂອງ APEC 2017 ເຖິງ​ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ວິ​ສາ​ຫ​ະ​ກິດ ແລະ ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ຜ່ານ​ການ​ເພີ່ມ​ທະ​ວີ​ບັນ​ດາ​ຫົວ​ຂໍ້, ຫົວ​ເລື່ອງ, ບັນ​ດາ​ລາຍ​ການ​ສະ​ເພາະ​ເພື່ອ​ສະ​ໜອງ​ຂໍ້​ມູນ​ຂ່າວ​​ເຊິ່ງປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຂະ​ໜາດ​ໃຫຍ່, ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ຕົ້ນ​ຕໍ​ຂອງ APEC ໃນ​ປີ 2017. ​ພ້ອມ​ກັບ​ບັນ​ດາ​ຮູບ​ເງົາ​ເລື່ອງສັ້ນ, ກໍ່​ຍັງ​ມີ​ບັນ​ດາ​ສື່ສິ່ງ​ພິມ​ທີ່​ແນະ​ນຳ​ກ່ຽວ​ກັບ​ປີ APEC 2017, ໂຄ​ສະ​ນາ​ຮູບ​ພາບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ບັນ​ດາ​ກາ​ລະ​ໂອ​ກາດ ແລະ ຄວາມ​ສະ​ມາດ​ບົ່ມ​ຊ້ອນ​ໃນ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂະ​ແໜງ​ທ່ອ​ງ​ທ່ຽວ​ຂອງ​ປະ​ເທດ ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ, ໃນ​​ໄລ​ຍະ​ຈັດຕັ້ງ ແລະ ຫຼັງ​ປີ APEC 2017. ນັ້ນ​ແມ່ນ​ຂໍ້​ກຸນ​ແຈ​ເພື່ອ​ໃຫ້ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ປີ APEC 2017.


ຂ່າວ/ບົດ​ອື່ນ