ຫວຽດນາມຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນ-ສະຫະພັນລັດເຊຍ

ວັນ​ທີ 16/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽ​​ນາມ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ພົວ​ພັນ​ຄູ​່ເຈ​ລະ​ຈາອາ​ຊຽນ-ສະ​ຫະ​ພັນລັດ​ເຊຍ (1996-2016). ການ​ຢ້ຽມ​ຢາມກໍ​ເປັນ​ການຢັ້ງ​ຢືນ​ວ່າ ຫວຽດ​ນ​າມຖື​ເປັນ​ສຳ​ຄັນ​ທີ່​ສຸດ​ການ​ພົວ​ພັນ​ກັບ ສະ​ຫະ​ພັນລັດ​ເຊຍ​ເວົ້າ​ສະ​ເພາະ ແລະ ອາ​ຊຽນ- ສະ​ຫະ​ພັນລັດ​ເຊຍເວົ້າ​ລວມ, ເຊີນ​ຊູ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ​ໃນ​ສະ​ພາບ​ການ​ໃໝ່​ຂອງ​ໂລກ.

 

ຫວຽດນາມຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນ-ສະຫະພັນລັດເຊຍ - ảnh 1
ພະ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ​ອອກ​ຕ້ອນ​ຮັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກຢູ່​ສະ​ໜາມ​ບິນ Vnukovo ແຫ່ງ   ສະ​ຫະ​ພັນລັດ​ເຊຍ​                  (TTXVN)

      ການ​ຢ້ຽມ​ຢາມ ສະ​ຫະ​ພັນລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແມ່ນ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ທ່ານ​ເຂົ້າດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ- ສະ​ຫະ​ພັນລັດ​ເຊຍພວມ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນຫຼາຍ​ຂົງ​ເຂດ.

     ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອຫວຽດ​ນາມ- ສະ​ຫະ​ພັນລັດ​ເຊຍ

ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ- ສະ​ຫະ​ພັນລັດ​ເຊຍ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ຊຶ່ງ​ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ຢ່າງ​ຢຸດຢັ້ງ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ການ​ເມືອງ​ສູງ. ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຖືກ​ດຳ​ເນີນ​ເປັນ​ປະ​ຈຳ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ. 2 ປະ​ເທດ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ບຸ​ລິ​ມະ​ສິດ​ໃນ​ປີ 2015 ຢ່າງ​ມີ​ປະ​ສິດ​ທິ​ຜົນ ແນໃສ່ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ; ຈັດ​ຕັ້ງ​ການ​ສົນ​ທະ​ນາ​ຍຸດ​ທະ​ສາດປ້ອງ​ກັນ​ຊາດເປັນ​ປະ​ຈຳຢ່າງ​ມີ​ປະ​ສິ​ດ​ທິ​ຜົນ. ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ- ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນລັດ​ເຊຍ ຍັງ​ຄົງສາ​ມາດ​ຮັກ​ສາທ່າ​ເຕີບ​ໂຕ​ໄວ້​ໄດ້. ປະ​ຈຸ​ບັນ, ລັດ​ເຊຍ​ຢືນ​ອັນ​ດັບ​ທີ 17 ໃນ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ້ວນ​ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ດ້ວຍ 114 ໂຄງ​ການ ແລະ ມີ​ຍອດ​ທຶນ​ຈົດ​ທະ​ບຽນ 2 ຕື້ USD . ພະ​ລັງ​ງານ ແລະ ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດທີ່​ມີ​ມາ​ແຕ່​ດົນ​ນານ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ, ອັນ​ໄດ້ສ້າງ​ແຫຼ່ງ​ລາຍ​ຮັບຫຼາຍ​ພໍ​ສົມ​ຄວນ​ເຂົ້າ​ງົບ​ປະ​ມານ​ຂອງ 2 ລັດ. ຕີ​ລາ​ຄາ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ຕະ​ງອກ​ເຕີ້ນ ຮອງ​ປະ​ທານ​ຮັບ​ຜິດ​ຊອບ​ສະ​ພາ​ທິດ​ສະ​ດີສູນ​ກາງ ຖື​ວ່າ : 

    “ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ແມ່ນ​ມີ​ລັກ​ສະ​ນະ​ຕົວ​ຈິງ​ສູງ, ອີງ​ໃສ່​ລະ​ດັບ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ​ຂອງ​ແຕ່​ລະ​ປະ​ເທດ​ດ້ວຍ​ຖາ​ນະ​ແມ່ນ​ປັດ​ໄຈ​ກະ​ທົບ. ທັງ 2 ປະ​ເທດ​ຕ່າງ​ກໍ​ມີ​ຄວາມ​ຫວັງ​ມີ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ. ໃນ​ຈ​ຕົວ​ຈິງ, ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ, ເຕັກ​ນິກ​ການ​ທະ​ຫານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນລັດ​ເຊຍ ຄື​ດັ່ງ​ການ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ ແລະ ອະ​ນາ​ຄົດ​ທີ່​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ 2 ຝ່າຍ ”

     ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ​ລວມ​ທັງ​ໝົດ​ກວ່າ 200 ສະ​ບັບ, ສ້າງ​ຂອບ​ເຂດ​ດ້ານ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ທັງ​ລວງ​ກ້​ວາງ ແລະ ລວງ​ເລິກ. ເພາະ​ສະ​ນັ້ນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສະ​ຫະ​ພັນລັດ​ເຊຍ​ຄັ້ງ​ນີ້ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ, 2 ຝ່າຍ​ຈະ​ພ້ອມ​ກັນ​ສຳຫຼວດກວດ​ຄືນ​ການ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດບັນ​ດາ​ໂຄງ​ການ​ໃຫຍ່​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ລະ​ອຽດ ກໍ​ຄື​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ກໍ​ມີ​ຄວາມ​ສົນ​ໃຈ.

    ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ໃນການ​ພົ​ວ​ພັນຄູ່​ເຈ​ລະ​ຈາລັດ​ເຊຍ - ອາ​ຊຽນ

   ປີ 2016, ອາ​ຊຽນ ແລະ ສະ​ຫະ​ພັນລັດ​ເຊຍຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ 2 ຝ່າຍ, ໄລ​ຍະ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ນັບ​ຕັ້ງ​ແຕ່​ປີ 1996 ຂະ​ນະ​ທີ່​ລັດ​ເຊຍ​ໄດ້​ກາຍ​ເປັນ​ຄູ​່​ຮ່ວມ​ເຈ​ລະ​ຈາ​ຢ່າງ​ສົມ​ບູນ​ຂອງ​ອາຊຽນ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ບາດ​ກ້າວ​ອັນ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ. ຝ່າບ​ລັດ​ເຊຍ​ໄດ້​ຢືນ​ຢັນຫຼາຍ​ຄັ້ງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຖື​ເປັນ​ສຳ​ຄັນການຮ່ວມ​ມື​ກັບ​ອາ​ຊຽນ, ເນັ້ນ​ໜັກ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ໃນ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025, ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ, ຮ່ວມ​ມື​ຫນູນ​ຊ່ວຍຕ້ານກໍ່​ການ​ຮ້າຍ ແລະ ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພາກ​ພື້ນ ແລະ ຮັດ​ແຄບ​ຄວາມ​ແຕກ​ໂຕນ​ໃນ​ການ​ພັດ​ທະ​ນາ. ກ່ຽວ​ກັບ​ການ​ພົວ​ພັນ​ອາ​ຊຽນ - ສະ​ຫະ​ພັນລັດ​ເຊຍໃນ​ປະ​ຈຸ​ບັນ, ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ຕະ​ງອກ​ເຕີ້ນ ຖື​ວ່າ : 

   “ ດ້ວຍ​ບົດ​ບາດ​ແຖວ​ໜ້າ​ໃນ​ການ​ຮ່ວມ​ສຳ​ພັນ​ດ້ານ​ກຳ​ລັງ​ໃໝ່​ທີ່​ພວ​ມ​ພົ້ນ​ເດັ່ນ​ຂຶ້ນ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ພວມ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ແຜນຍຸດ​ທະ​ສາດ​ຂອງ​ໂລກ. ດັ່ງ​ນັ້ນ​ກ​ານ​ກັບ​ຄືນ​ສູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງສະ​ຫະ​ພັນລັດ​ເຊຍ ແມ່ນ​ຍຸດ​ທະ​ສາດ​ຕ້ອງ​ເປັນ​ໄປ. ໃນ​ວິ​ວັດ​ການນີ້, ສະ​ຫະ​ພັນລັດ​ເຊຍຖື​ຫວຽດ​ນາມ​ແມ່ນ​ຕ່ອງ​ໂສ້​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ”

     ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາອາ​ຊຽນ - ສະ​ຫະ​ພັນລັດ​ເຊຍຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກພ້ອມ​ກັບ​ບັນ​ດາ​ການ​ນຳ​ອາ​ຊຽນ ແລະ ສະ​ຫະ​ພັນລັດ​ເຊຍຈະ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ລ​ະ​ອຽດ, ວາງ​ອອກ​ກຳ​ນົດ​ທິດ​ເພີ່ມ​ທະ​ວີ​ການ​ພົວ​ພັນຄູ່​ເຈ​ລະ​ຈາອາ​ຊຽນ - ສະ​ຫະ​ພັນລັດ​ເຊຍ ກໍ​ຄື​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ 2 ຝ່າຍ​ເຂົ້າ​ສູ່​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ຄາດ​ວ່າ​ຈະ​ຮັບ​ຮອງ​ເອົາ​ເອ​ກະ​ສານ​ບາງ​ສະ​ບັບ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ແຜນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລັດ​ເຊຍ-ອາ​ຊຽນ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ