ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ

ກອງ​ປະຊຸມ​ລັດຖະມົນຕີ​ແມ່​ນ້ຳຂອງ - ສ.​ເກົາຫຼີ ຄັ້ງ​ທີ 4 ຫາກໍຖືກອັດລົງໃນ ວັນທີ 29/7 ຢູ່ ສ.ເກົາຫຼີດ້ວຍໝາກຜົນທີ່ສຳຄັນແມ່ນໄດ້ຮັບຮອງເອົາແຜນການ ດຳເນີນງານ​ໄລຍະ 2014 – 2017 ​ແລະ ບັນດາ​ຂັ້ນ​ຕອນ​ນຳ​ໃຊ້​ກອງ​ທຶນ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ. ນີ້​ແມ່ນ​ບາດກ້າວ​ເດີນ​ທີ່​ສຳຄັນ​ນັບ​ແຕ່​ເມື​ອ່ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2011. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ​ສືບ​ຕໍ່​ຢືນຢັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ໃນ​ການ​ຊຸກຍູ້ ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ, ພ້ອມ​ກັນ​ນັ້ນ​ກໍ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາ​ມ-ສ​ເກົາຫຼີ​ເວົ້າສະ​ເພາະ ​ແລະ ບັນດາ​ປະ​ເທດ​ແມ່​ນ້ຳຂອງ​ອື່ນໆ​ເວົ້າ​ລວມ.

ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ - ảnh 1
ບັນດາລັດຖະມົນຕີປະເທດຕ່າງໆເຂົ້າຮ່ວມກອງປະຊຸມ


    ການຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ​ໄດ້​ຮັບ​ການ​ສ້​າງຂຶ້ນ​ເມື່ອ​ປີ 2011 ​ໂດຍ​ຂໍ້​ລິ​ເລີ່​ມຂອງ ສ.​ເກົາຫຼີ ຊຶ່ງ​ລວມມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳປູ​ເຈ​ຍ, ລາວ, ມຽນມາ, ​ໄທ, ຫວຽດນາມ ​ແລະ ສ.​ເກົາຫຼີ. ນັບ​ແຕ່ກອງ​ປະຊຸມ​ລັດຖະມົນຕີ​ແມ່​ນ້ຳຂອງ - ສ.​ເກົາຫຼີ ຄັ້ງ​ທີ 1 ຊຶ່ງ​ຖືກ​ໄຂ​ຂຶ້ນ​ຢູ່​ເຊີ​ອູ​ນ​ເມື່ອ​ປີ 2011, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ ​ໄດ້ ​ແລະ ພວມ​ຢັ້ງຢືນ​ປະສິດທິ​ຜົນ​ທີ່​ນັບ​ມື້​ນັບ​ສູງ, ທັງ​​ໃນ​ຂົງ​ເຂດ​ການ​ເມືອງ ​ແລະ ​ເສດຖະກິດ.

    ຈາກ​ຖະ​ແຫຼ​ງການ​ແມ່​ນ້ຳ​ຮານ​ກາງ​ເຖິງແຜນການດຳເນີນງານ​ແມ່​ນ້ຳຂອງ - ສ.​ເກົາຫຼີ.

   ​ເດືອນ 10/2011, ກອງ​ປະຊຸມ​ລັດຖະມົນຕີ​ແມ່​ນ້ຳຂອງ - ສ.​ເກົາຫຼີ ຄັ້ງ​ທີ 1 ​ໄດ້​ຮັບຮອງ​ເອົາ ຖະ​ແຫຼ​ງການ​ແມ່​ນ້ຳ​ຮານ​ກາງກ່ຽວ​ກັບ​ການ​ສ້າງ “ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ແລະ ສ.​ເກົາຫຼີ ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມ”, ຕາມ​ນັ້ນ​ແລ້ວ ກໍ​ກຳນົດ 3 ຂົງ​ເຂດ​ຮ່ວມ​ມື​ບຸລິມະສິດ, ຊຶ່ງ​ລວມມີ​ການ​ເຊື່ອມ​ຈອດ​ອາ​ຊຽນ, ພັດທະນາ​ແບບ​ຍືນ​ຍົງ ​ແລ​ະ ພັດທະນາ​ເພື່ອ​ມະນຸດ. ບັນດາຈຸດ​ສຸມ​ຊຶ່ງ​ການຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີມຸ່ງ​ໄປ​ເຖິງ​ນັ້ນ, ​ແມ່ນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ສິ່ງ​ແວດ​ລ້ອມ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ, ກະ​ສີ​ກຳ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. ​ແລະ ກໍ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ສ.​ເກົາຫຼີ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ການ​ຊ່ວຍ​ເຫຼືອ​ທຶນ ODA ຂຶ້ນ​ທົບ​ 2 ​ເທົ່າ​ໃຫ້​ແກ່​ບັນດາ​ປະ​ເທດ​ອາ​ຊຽນ​ເຖິງ​ປີ 2015, ​ໃນ​ນັ້ນ​ຕົ້ນຕໍ​ແມ່ນ​ສະຫງວນ​ໃຫ້​ແກ່​ພາກ​ພື້ນ ​ແມ່​ນ້ຳຂອງ.

   ປີ 2012, ສ.​ເກົາຫຼີ​ໄດ້​ຕົກລົງ​ສ້າງ​ຕັ້ງ​ກອງ​ທຶນ​ຊ່ວຍ​ເຫຼືອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ໂຄງການ​ພັດທະນາ​ຢູ່ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້. ກອງ​ທຶນ​ນີ້, ດ້ວຍ​ຈຳນວນ​ເງິນ​ຈະ​ຄ່ອຍໆ​ເພີ່ມ​ຂຶ້ນ, ຖືກ​ໃຊ້​ຈາ​ຍຕ່າງຫາກ​ໂດຍ​ອີງ​ໃສ່​ການ​ຊ່ວຍ​ເຫຼືອ 2 ຝ່າຍ​ຢ່າງ​ເປັນ​ທາງ​ການ​ຂອງ ສ.​ເກົາຫຼີ​ກັບ​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ. ​ແລະ ກໍ​ຢູ່​ທີ່ກອງ​ປະຊຸມ​ລັດຖະມົນຕີການ​ຕ່່າງປະ​ເທດ​ຄັ້ງ​ນີ້​ຢູ່​ເຊີ​ອູ​ນປະ​ເທດສ.​ເກົາຫຼີ, ບັນດາ​ລັດຖະມົນຕີການ​ຕ່່າງປະ​ເທດ​ຂອງ 6 ປະ​ເທດ​ໄດ້​ເປັນ​ເອກະສັນ​ກັນ​ຮັບຮອງ​ເອົາແຜນການດຳເນີນງານ​ໄລຍະ 3 ປີ​ແນ​ໃສ່​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື ພື້ນຖານ​ໂຄງ​ລ່າງ, ພັດທະນາ​ຂຽວ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ທ່່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ​ຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ : 

   “ ທີ່ 1 ​ແມ່ນ​ເພີ່ມ​ທະວີ​ບັນດາ​ໂຄງການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ພິ​ເສດ​ແມ່ນ​ເຊື່​ອມຕໍ່​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ຂົນ​ສ່ົງ, ພະລັງງານ, ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​​ເສດຖະກິດພາກ​ພື້ນ. ທີ່ 2 ​ແມ່ນ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ໃນ​ກຸ່ມ​ມູນ​ຄ່າ​ລວມຂອງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາ​ຍທ່າ​ໄດ້​ປຽບ​ເພີ່ມ​ເຕີມ​ຢ່າງ​ສູງ​ສຸດ​ຂອງ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ - ສ.​ເກົາຫຼີ​ໃນ​ຂົງ​ເຂດ​ຜະລິດ, ປຸ່ງ​ແຕ່ງ​ກະ​ສີ​ກຳ, ​ເຕີບ​ໂຕ​ຂຽວ. ທີ່ ​3 ​ແມ່ນພັດທະນາ​ການ​ພົວພັນ​ຄູ່ຮ່ວມ​ມືພາກ​ລັດ-​ເອກະ​ຊົນ​ແນ​ໃສ່​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມຢ່າງ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ການຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ.”

   ​ແລະ ກໍ​ຕາມແຜນການດຳເນີນງານນີ້, ​ໃນ​ຮອບ 3 ປີ​ທີ່​ຈະ​ມາ​ເຖິງ, ສ.​ເກົາຫຼີ​ຈະ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້ວາ​ຄົມມະນາຄົມ​ຢູ່​ເຂດ​ແມ່​ນ້ຳຂອງ​ເພື່ອ​ໜູນ​ຊ່ວຍ 5 ປະ​ເທດ​ໃນ​ພາກ​ພື້ນ. ສ.​ເກົາຫຼີ​ຍົງ​ຈະ​ໜູນ​ຊ່ວຍ​ຟື້ນ​ຟູ​ປ່າ​ໃຫ້​ແກ່ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໂດຍ​ຜ່ານ​ອົງການ​ຮ່ວມ​ມື​ປ່າ​ອາຊີ.

    ຈຸດ​ເວລາ​ທີ່​ດີ​ໃຫ້​ແກ່​ກາລະ​ໂອກາດ​ຮ່ວມ​ມື

  ຄວາມ​ສາມາດບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ​ ສ.​ເກົາຫຼີ ​ແລະ ບັນດາ​ປະ​ເທດອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ແມ່ນ​ໃຫຍ່​ຫຼວງ​ຢູ່​ແລ້ວ. ນັ້ນ​ແມ່ນ​ກຳລັງ​ແຮງ​ງານ​ໜຸ່ມ, ຫຼວງ​ຫຼາຍ, ລະດັບ​ພັດທະນາ​ເປັນ​ປົກກະຕິ​ຢູ່​ ບັນດາ​ປະ​ເທດ​ແມ່​ນ້ຳຂອງ, ພ້ອມ​ທັງ​ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ​ທາງ​ດ້ານ​ວັດທະນະທຳ...​ແຕ່​ເລື່ອງ ອາ​ຊຽນພວມ​ກ້າວ​​ມໍ່​ເຂົ້າ​ກັບ​​ເປົ້າໝາຍສ້າງ​ຕັ້ງ​ປະຊາ​ຄົມ​ອາຊຽນ​ໃນ​ປີໜ້າ ກໍ​ແມ່ນ​ກຳລັງ​ໜູນ​ທີ່​ໃຫຍ່​ຫຼວງ​ເພື່ອນ​ຳການຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ ບຸກບືນ​ຂຶ້ນ. ອາ​ຊຽນໜຶ່ງ​ກາຍ​ເປັນ​ຕະຫຼາດ​ຮ່ວມ, ປະຊາ​ຄົມ​ເສດຖະກິດ​ຮ່ວມ​ພວມ​ເປີດ​ບັນດາ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ບັນດາ​ປະ​ເທດ​ອາ​ຊຽນ​ເວົ້າ​ລວມ ​ແລະ ບັນດາປະ​ເທດ​ແມ່​ນ້ຳຂອງ​ເວົ້າ​ສະ​ເພາະ, ກໍ​ຄື​ບັນດາ​ນັກ​ລົງທຶນ​ຢູ່​ພາກ​ພື້ນ​ອາຊີ ​ໃນ​ນັ້ນ​ມີ ສ.​ເກົາຫຼີ. ​ໂດຍ​ຮັບ​ຮູ້​ໄດ້​ເຖິງ​ສິ່ງ​ດັ່ງກ່າວ, ສ.​ເກົາຫຼີມານະ​ພະຍາຍາມ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ຫັນ​ບັນດາ​ກາລະ​ໂອກາດ​ນີ້​​ໃຫ້​ປະກົດ​ຜົນ​​ເປັນ​ຈິງ, ​ໃນ​ນັ້ນ​ ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໂຄງລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

    ຫວຽດນາມ​ມານະ​ພະຍາ​ຍາມຊຸກຍູ້ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ

  ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ໄດ້​ຮັບ​ການ​ລົງທຶນ​ໃຫຍ່​ກ່ວາ​ໝູ່​ຈາກ ສ.​ເກົາຫຼີ, ຫວຽດນາມ​ຍາມ​ໃດ​ກໍ​ສວ​ມບົດບາດ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ລະຫວ່າງແມ່​ນ້ຳຂອງ - ສ.​ເກົາຫຼີ. ບໍ່​ພຽງ​ແຕ່​ແມ່ນ​ຂົວ​ຕໍ່​ທີ່​ຕັ້ງໜ້າ​ຊ່ວຍ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ນີ້, ຫວຽດາມ​ກໍ​ພວມ​ເປັນ​ຈຸດ​ນັດ​ພົບ​ທີ່​ມີ​ຄວາມ​ສາມາດ​ບົ່ມຊ້ອນ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຂອງສ.​ເກົາຫຼີ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ ດັ້ງ​ຊວນ​ກວາງ ຮອງ​ຫົວໜ້າ​ກົມໆ​ລົງທຶນ​ຕ່າງ​ປະ​ເທດ, ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ​ຫວຽດນາມ​ຢືນຢັນ​ວ່າ :
 “ສ.​ເກົາຫຼີ ຍາມ​ໃດ​ກໍ​ແມ່​ນໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ນຳ​ໜ້າ​ໃນ​ການ​ລົງທຶນ​ເຂົ້າ​ຫວຽດນາມ. ມີ​ຫຼາຍ​ນັກ​ລົງທຶນ ສ.​ເກົາຫຼີ ​ໄດ້​ລົງທຶນ​ໃນ​ໂຄງການ​ໃຫຍ່​ທີ່​ສຸດ​ເຂົ້າຫວຽດນາມ. ຜ່ານ​ນັ້ນ ອາດ​ຈະ​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຍາວ​ນານ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ຫວຽດນາມ.”

    ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ແຂງ​ແຮງ​ນັ້ນ, ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມລະຫວ່າງ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ - ສ.​ເກົາຫຼີ, ຫວຽດນາມ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ນີ້. ປີ 2014 ​ແມ່ນ​ປີ​ພົວພັນ​ແລກປ່ຽນແມ່​ນ້ຳຂອງ - ສ.​ເກົາຫຼີ ​ແລະ ກໍ​ແມ່ນ​ປີ​ທຳ​ອິດທີ່​ບັນດາ​ປະ​ເທດ​ແມ່​ນ້ຳຂອງ - ສ.​ເກົາຫຼີສ້າງ ​ແລະ ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ແມ່​ນ້ຳຂອງ - ສ.​ເກົາຫຼີ. ຫວຽດນາມ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ