ຫວຽດນາມຕັ້ງໜ້າພ້ອມກັບປະຊາຄົມສາກົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ໃນລະຫວ່າງວັນທີ 16 – 20, ຢູ່ແຂວງເກິນເທີ  ໄດ້ດຳເນີນກອງປະຊຸມ ASEM ກ່ຽວກັບເລື່ອງພ້ອມກັນເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ການກຳນົດທິດໃນອະນາຄົດ. ກອງປະຊຸມບໍ່ພຽງແຕ່ແມ່ນສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມຂອງ ASEM ແລະ ທົ່ວໂລກເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍາດແຍ່ງການສະໜັບສະໜູນ ແລະ ການຮ່ວມມືຂອງບັນດາຄູ່ຮ່ວມມືອາຊີ - ເອີລົບ ໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ.
ຫວຽດນາມຕັ້ງໜ້າພ້ອມກັບປະຊາຄົມສາກົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1 (ພາບປະກອບອີນເຕີແນັດ)

ຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບການຈັດຕັ້ງກອງປະຊຸມໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດເຂົ້າຮ່ວມອຸປະຖຳຄື: ອົດສະຕາລີ, ແດນມາກ, ມຽນມາ, ແຟງລັງ ແລະ ອີຕາລີ. ນີ້ແມ່ນກອງປະຊຸມໃນລະດັບລະຫວ່າງພາກພື້ນອາຊີ - ເອີລົບ ແລະ ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງຫວຽດນາມ ໃນການເປັນເຈົ້າພາບຈັດຕັ້ງໃນຂອບເຂດ ASEM 2018, ນີ້ກໍແມ່ນຂໍ້ລິເລີ່ມທຳອິດຂອງ ASEM ໃນຂົງເຂດນີ້.

ຊຸກຍູ້ການຮ່ວມມືອາຊີ - ເອີລົບ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ

        ກອງປະຊຸມ ASEM ກ່ຽວກັບການພ້ອມກັນເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດມີຄວາມໝາຍສຳຄັນທີ່ສຸດໃນສະພາບການຫວຽດນາມ ພວມຍູ້ແຮງການເຄື່ອນໄຫວ ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງປາຣີ ເຂົ້າໃນໂຄງການດຳເນີນງານ 20, ໂຄງການດຳເນີນງານ 30 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມແມ່ນເວທີປາໄສແລກປ່ຽນບົດຮຽນ ແລະ ຊຸກຍູ້ການຮ່ວມມື, ຍາດແຍ່ງການສະໜັບສະໜູນ ແລະ ໜູນຊ່ວຍຈາກບັນດາສະມາຊິກ ASEM.

        ສິ່ງດັ່ງກ່າວໄດ້ສະແດງອອກຢ່າງລະອຽດຜ່ານບັນດາເນື້ອໃນທີ່ໄດ້ປຶກສາຫາລືຢູ່ກອງປະຊຸມຄື: ສະພາບຕົວຈິງໃນການຜັນຂະຫຍາຍໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາມາດຕະການແກ້ໄຂການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ກາລະໂອກາດໃຫ້ແກ່ການພັດທະນາແບບຍືນຍົງ; ຫັນໄປສູ່ພື້ນຖານເສດຖະກິດມີ ກາກບອນ ຕ່ຳ; ອຸປະຖຳໃຫ້ແກ່ການພັດທະນາ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນສະພາບການປະຕິວັດອຸດສາຫະກຳ 4.0…

        ກອງປະຊຸມກໍ່ແມ່ນໂອກາດເພື່ອໃຫ້ບັນດາປະເທດໃນ ASEM ພ້ອມກັນສົມທົບກັນສ້າງກຳລັງຄວາມສາມາດທີ່ເໝາະສົມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຜ່ານພຶດຕິກຳຕົວຈິງ ແລະ ບົດຮຽນຢູ່ອາຊີ ແລະ ເອີລົບ ໃນການປ້ອງກັນ, ຕ້ານໄຟທຳມະຊາດ, ຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ, ພະລັງງານຜະລິດຄືນໃໝ່, ອຸດສາຫະກຳສະອາດ, ກະສິກຳເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ…

        ບົດບາດ ແລະ ການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງຄື: ບັນດານັກວາງແຜນນະໂຍບາຍ, ວິສາຫະກິດ, ທ້ອງຖິ່ນ, ບັນດາກອງທຶນເງິນຕາ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ແມ່ຍິງ, ຊາວໜຸ່ມ, ບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ສາກົນ ໃນວິວັດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ໄດ້ເນັ້ນໜັກເຖິງໃນຂອບເຂດກອງປະຊຸມ.

        ສິ່ງທີ່ໜ້າສົນໃຈແມ່ນ ບໍ່ຢຸດຢູ່ໃນການປຶກສາຫາລືເທົ່ານັ້ນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ຊຸກຍູ້ການພົວພັນຄູ່ຮ່ວມມືດ້ານດິນຟ້າອາກາດຢູ່ອາຊີ - ເອລົບ ຜ່ານບັນດາຂໍ້ສະເໜີເພີ່ມທະວີການຮ່ວມມືທີ່ເໝາະສົມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຄື: ການຖ່າຍທອດເຕັກໂນໂລຊີ, ສ້າງລະບົບເຄືອຂ່າຍ, ລະບົບຕີລາຄາລວມ; ຍົກລະດັບການປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກ…

ກາລະໂອກາດໃຫ້ແກ່ຫວຽດນາມ

        ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນ 1 ໃນຈຳນວນ 3 ເຂດທົ່ງພຽງໃນໂລກທີ່ມີຄວາມສ່ຽງສູງທີ່ສຸດ ຍ້ອນສະພາບນ້ຳທະເລຍິ່ງຂຶ້ນສູງ. ການປ່ຽນແປງຂອງດິນຟ້າອາກາດ ໄດ້ນາບຂູ່ຢ່າງຮ້າຍແຮງເຖິງການຮັບປະກັນດ້ານສະບຽບອາຫານ ແລະ ການພັດທະນາກະສິກຳ.

        ຕໍ່ໜ້າສະພາບການດັ່ງກ່າວ, ໃນຊຸມປີຜ່ານມາ, ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ, ນະຄອນເກິນເທີ ເວົ້າສະເພາະ ໄດ້ ແລະ ພວມມານະພະຍາຍາມປະຕິບັດມາດຕະການແກ້ໄຂຫຼາຍຢ່າງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີຫຼາຍໂຄງການ, ກິດຈະກຳໄດ້ຮັບການຜັນຂະຫຍາຍຈາກວຽກງານສົມທົບກັນ, ອຸປະຖຳຂອງບັນດາອົງການຈັດຕັ້ງສາກົນ. ຜ່ານນັ້ນ, ປະກອບສ່ວນຈຳກັດຜົນຮ້າຍ ແລະ ຄ່ອຍໆປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ ASEM ໃນຄັ້ງນີ້ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຂອງບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ກອງປະຊຸມແມ່ນກາລະໂອກາດທີ່ດີ ເພື່ອໃຫ້ຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມບັນດາແຂວງ, ນະຄອນຮ່ຳຮຽນເອົາບົດຮຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພະລັງງານຜະລິດຄືນໃໝ່, ຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ, ລະດົມບັນດາຝ່າຍພ້ອມກັນເຂົ້າຮ່ວມຕ້ານການປ່ຽນແປງຂອງດິນຟ້າອາກາດ…

        ກອງປະຊຸມ ASEM ກ່ຽວກັບການພ້ອມກັນເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຖຶກດຳເນີນໃນສະພາບ ນັບມື້ນັບມີຫຼາຍປະເທດຖືກຜົນສະທ້ອນທີ່ຫຍໍ້ທໍ້ຈາກບັນດາໄພພິບັດທຳມະຊາດ. ເລື່ອງຊຸກຍູ້ການຮ່ວມມືລະຫວ່າງເຂດອາຊີ - ເອີລົບ ໃນສະພາບການນີ້ ແມ່ນກາລະໂອກາດທີດີເພື່ອຮັບປະກັນການພັດທະນາແບບຍືນຍົງຂອງແຕ່ລະປະເທດສະມາຊິກ, ໃນນັ້ນມີຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ