ຫວຽດນາມຕັ້ງໜ້າຮ່ວມມືໃນ ACMES ແລະ CLMV

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ- ແມ່ນ້ຳຂອງ (ACMES) ຄັັ້ງທີ 8 ແລະ ກອງປະຊຸມສຸດຍອດ ການຮ່ວມມືລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 9 ທີ່ບາງກອກ, ປະເທດໄທ ໃນເວລາ 02 ວັນ ແຕ່ວັນທີ 15 - 16 ມິຖຸນາ. ນັ້ນແມ່ນ 02 ກົນໄກການຮ່ວມມື ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ACMES 8 ແລະ CLMV 9 ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດ ສືບຕໍ່ຊຸກຍູ້ການເຊື່ອມຈອດພາກພື້ນ, ພ້ອມກັນນັ້ນນີ້ກໍແມ່ນໂອກາດ ເພື່ອໃຫ້ຫວຽດນນາມ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ຖືເປັນສຳຄັນການຮ່ວມມື CLMV ແລະ ACMES, ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນລວມຂອງພາກພື້ນ.

ຫວຽດນາມຕັ້ງໜ້າຮ່ວມມືໃນ ACMES ແລະ CLMV - ảnh 1ກອງປະຊຸມອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ   ເດືອນມີນາ 2018 

(ພາບປະກອບ: Duc Anh/VOV5)

ກົນໄກຮ່ວມມືກ່ຽວກັບຍຸດທະສາດເສດຖະກິດແມ່ນ້ຳ 03 ສາຍ ແມ່ນ້ຳ ຄື ແມ່ນ້ຳອາເຢຢາວາດີ - ແມ່ນ້ຳເຈົ້າພະຍາ- ແມ່ນ້ຳຂອງ (ACMES) ແລະ ກົນໄກປະຊຸມສຸດຍອດລະຫວ່າງ 04 ປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນພະຈິກ ປີ 2003. ການຮ່ວມມື ACMES ເພື່ອແນໃສ່ຈຸດປະສົງ ເພີ່ມທະວີການຮ່ວມມືເສດຖະກິດລວມ ແລະ ສອງຝ່າຍ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍທ່າໄດ້ປຽບການປຽບທຽບລະຫວ່າງບັນດາເຂດແຄ້ວນ, ບັນດາປະເທດສະມາຊິກ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ຮັດແຄບຊ່ອງຫວ່າງໃນການພັດທະນາ. ໃນຂະນະນັ້ນ, ກົນໄກຮ່ວມມື CLMV ແມ່ນແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມກ້າວໜ້າຂອງບັນດາປະເທດ CLMV, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດ CLMV ແລະ ບັນດາປະເທດອື່ນໃນພາກພື້ນອາຊຽນ.

        ພາຍຫຼັງ15 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ການຮ່ວມມື CLMV ແລະ ACMES ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນວິວັດທະນາການສ້າງ ປະຊາຄົມ ອາຊຽນ, ປັບປຸງການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ຄວາມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

        ກາລະໂອກາດຊຸກຍູ້ການເຊື່ອມຈອດໃນພາກພື້ນ

        ໃນໄລຍະຜ່ານມາ, ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ໄດ້ກາຍເປັນແຫຼ່ງກຳລັງໜູນສຳຄັນຂອງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ແລະ  ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ມີການເຕີບໂຕແຖວໜ້າໃນໂລກ. ໝາກຜົນທີ່ບັນລຸໄດ້ນັ້ນ ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງ 5 ປະເທດໃນພາກພື້ນ ແລະກໍແມ່ນໝາກຜົນຂອງການໜູນຊ່ວຍອັນໃຫຍ່ຫຼວງ ແລະ ການຮ່ວມມືທີ່ມີປະສິດທິຜົນກັບບັນດາຄູ່ຮ່ວມມືພັດທະນາ, ນັກອຸປະຖຳສາກົນຕ່າງໆ.

        ປັດຈຸບັນ, ພາກພື້ນພວມຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາຢ່າງສະດວກ. ດັ່ງນັ້ນ, ກອງປະຊຸມ ACMES ແລະ CLMV ຄັ້ງນີ້ ແມ່ນກາລະໂອກາດ ເພື່ອໃຫ້ບັນດາຝ່າຍພ້ອມກັນປຶກສາຫາລືກ່ຽວກັບສະພາບແວດລ້ອມພັດທະນາໃໝ່, ເປັນເອກະພາບຕໍ່ບັນດາເນື້ອໃນ ແລະມາດຕະການຮ່ວມມື ເພື່ອສ້າງພາກພື້ນເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີຄວາມແກ້ງແຍ້ງ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. ທີ່ກອງປະຊຸມອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ  ທີ່ໄດ້ຈັດຂຶ້ນເມື່ອຕົ້ນປີ 2018, ທ່ານ Hunsen ນາຍົກລັດຖະມົນຕີກຳປູເຈຍ  ເນັ້ນໜັກວ່າ:

        “ພວກເຮົາຄວນຮ່ວມສຳພັນນຳກັນຢ່າງມີປະສິດທິຜົນກວ່າ ກ່ຽວກັບການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຄົມມະນາຄົມ, ຮັບຮອງເອົາບັນດາຂໍ້ຕົກລົງ ກ່ຽວກັບການຫັນການຄົມມະນາຄົມ, ສ້າງຕັ້ງບັນດາເຂດເສດຖະກິດລຽບຕາມເຂດຊາຍແດນເປັນສະດວກ ເພື່ອປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວເສດຖະກິດເປັນຫຼາຍຮູບຫຼາຍແບບກວ່າ. ຂ້າພະເຈົ້າຖືວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາຫຼາຍຮູບຫຼາຍແບບໃຫ້ບັນດາປະເທດສະມາຊິກທັງໝົດ. ໄລຍະຈະມາເຖິງ, ພວກເຮົາຄວນເອົາໃຈໃສ່ເຖິງການເຊື່ອມຈອດຢືດ ໃຫ້ຫຼາຍກວ່າ ໂດຍຜ່ານການຖ່າຍທອດເຕັກໂນໂລຢີ, ເຮັດແນວໃດ ເພື່ອໃຫ້ການເຄື່ອນຍ້າຍແຮງງານການຄ້າ ແລະ ການລົງທຶນມີຄວາມສະດວກກວ່າ”.

        ຊຸກຍູ້ການຮ່ວມມືເພື່ອອະນາຄົດທີ່ໝັ້ນຄົງ

        ໂດຍແມ່ນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ໄລຍະຜ່ານມາ, ຫວຽດນາມໄດ້ມີການປະກອບສ່ວນສຳຄັນເຂົ້າໃນການຮ່ວມມື CLMV ແລະ ACMES. ດ້ວຍທີ່ຕັ້ງເປັນປະຕູ ທາງທິດຕາເວັນອອກຂອງອະນຸພາກພື້ນແມ່ນ້ຳຂອງ, ຫວຽດນາມແມ່ນປັດໄຈທີ່ບໍ່ອາດຂາດໄດ້ຂອງບັນດາແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ແລະ ແລວເສດຖະກິດທາງທິດໃຕ້. ຫວຽດນາມ ໄດ້ເປັນເຈົ້າການ ສະເໜີ ແລະ ຜັນຂະຫຍາຍຂໍ້ລິເລີ່ມໃໝ່ຫຼາຍຂໍ້, ປະກອບສ່ວນສ້າງເອກະສານສຳຄັນສະບັບຕ່າງໆ, ສ້າງຕັ້ງ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມ, ສະໜອງໜູນຊ່ວຍພັດທະນາໃຫ້ບັນດາປະເທດສະມາຊິກ, ໃນນັ້ນມີການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ກໍ່ສ້າງພື້ນຖານໂຄງລ່າງ. ທີ່ກອງປະຊຸມອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ທີ່ໄດ້ດຳເນີນເມື່ອຕົ້ນປີ 2018, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະເໜີວ່າ:

        “ພວກເຮົາ ຄວນຜັນຂະຫຍາຍ 03 ເສົາຄໍ້ຳສຳຄັນ. ທີໜຶ່ງແມ່ນ ຄວາມໝັ້ນຄົງທາງດ້ານເສດຖະກິດ, ຄວາມກົມກຽວລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ. ຕ້ອງມີຍຸດທະສາດພັດທະນາໃນໄລຍະຍາວທີ່ດີກວ່າ. ທີສອງແມ່ນ, ຄວາມໝັ້ນຄົງກ່ຽວກັບສະພາບແວດລ້ອມ, ຢູ່ພາກພື້ນ ບັນດາກົນໄກການຮ່ວມມືຕ້ອງໄດ້ຮັບການຍູ້ແຮງ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ປະຊາຊົນ ແລະ ສັງຄົມ. ທີສາມແມ່ນ ຄວາມໝັ້ນຄົງດ້ານວັດທະນະທຳສັງຄົມ, ເຮັດແນວໃດ ເພື່ອໃຫ້ໃຫ້ປະຊາຊົນທຸກຄົນ ໄດ້ດຳລົງຊີວິດຢ່າງມີສັນຕິພາບ, ສະໜິດສະໜົມ, ມີຄວາມກົມກຽວ, ບໍ່ພຽງແຕ່ສະເພາະແມ່ນການພັດທະນາເສດຖະກິດເທົ່ານັ້ນ. ຂ້າພະເຈົ້າຫວັງວ່າ ດ້ວຍແຜນນະໂຍບາຍຂອງຫວຽດນາມ ຈະຊຸກຍູ້ທິດໝັ້ນຄົງດັ່ງກ່າວ”.

        ພາຍຫຼັງການເຄື່ອນໄຫວມາເປັນເວລາ 15 ປີ, ການຮ່ວມມື CLMV ແລະ ACMES ບັນລຸໄດ້ໝາກຜົນຫຼາຍຢ່າງ. ບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງພາກພື້ນ ປຽບເໝືອນກຳລັງແຮງງານໃຫຍ່, ມີຄວາມແກ້ງແຍ້ງລາຄາ, ທີ່ຕັ້ງພູມສາດເສດຖະກິດຍຸດທະສາດພວມໄດ້ຮັບການເສີມຂະຫຍາຍ, ປະກອບສ່ວນຮັບປະກັນແງ່ຫວັງຄວາມຕັ້ງໜ້າຕື່ມອີກ.

        ກອງປະຊຸມສຸດຍອດ ACMES ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 9 ໄດ້ຈັດຕັ້ງຢູ່ປະເທດໄທ ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດາການນຳພິຈາລະນາສະພາບການປະຕິບັດບັນດາແຜນການດຳເນີນງານ ທີ່ໄດ້ຮັບການຮັບຮອງດ້ວຍຄວາມເປັນເອກະພາບຕໍ່ກັບ ບັນດາມາດຕະການຮ່ວມມື ເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງບັນດາພື້ນຖານເສດຖະກິດ, ຊຸກຍູ້ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ການຮັບມືກັບບັນດາສິ່ງທ້າທາຍລວມ ເພື່ອອະນາຄົດສັນຕິພາບ, ວັດທະນາຖາວອນຂອງອະນຸພາກພື້ນແມ່ນ້ຳຂອງ ແລະດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກ, ໃນນັ້ນ ມີຫວຽດນາມ, ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອາເຢຢາວາດີ - ແມ່ນ້ຳເຈົ້າພະຍາ- ແມ່ນ້ຳຂອງ ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 9 ຈະເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພັດທະນາໃນພາກພື້ນແມ່ນ້ຳຂອງ, ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນລວມຢູ່ພາກພື້ນນັບມື້ນັບຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ