ຫວຽດນາມມານະພະຍາຍາມປະຕິບັດວິໄສທັດປະຊາຄົມອາຊຽນ 2025

(VOVWORLD) -ວັນທີ 13 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຖືກໄຂຂຶ້ນຢູ່ນະຄອນຫຼວງ ມານີລາ, ປະເທດຟິລິບປີນ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບບັນດາການນຳຂອງ 10 ປະເທດອາຊຽນ ແລະ ບັນດາຝ່າຍຄູ່ເຈລະຈາໄດ້ເຂົ້າຮ່ວມກອງປະຊຸມ.

ຫວຽດນາມມານະພະຍາຍາມປະຕິບັດວິໄສທັດປະຊາຄົມອາຊຽນ 2025 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ທີ່ບັນດາກອງປະຊຸມຄັ້ງນີ້, ການນຳບັນດາປະເທດອາຊຽນ ໄດ້ສຸມໃສ່ປຶກສາຫລືກ່ຽວກັບທິດທາງ ແລະ ມາຕະການເພີ່ມທະວີການຮ່ວມສຳພັນ, ຫັນວິໄວທັດປະຊາຄົມອາຊຽນ 2015 ໃຫ້ປະກົດຜົນເປັນຈິງ, ຈາກນັ້ນສົ່ງສານກ່ຽວກັບອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເຂັ້ມແຂງດ້ວຍຕົນເອງ, ເຂດພາກພື້ນເປີດກວ້າງກັບພາຍນອກໃນປະຊາຄົມບັນດາປະເທດທົ່ວໂລກ.

        ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ລວມມີ: ອາຊຽນ + 1, ອາຊຽນ + 3 ແລະ ກອງປະຊຸມຂັ້ນສູງອາຊີຕາເວັນອອກ ແມ່ນເຫດການສຳຄັນທີ່ສຸດໃນປີຂອງອາຊຽນ. ນອກນັ້ນ, ຢູ່ມານີລາ ກໍຈະດຳເນີນກອງປະຊຸມຂັ້ນສູງແມ່ຂອງ - ຍີປຸ່ນ ຄັ້ງທີ 9.

        ກອງປະຊຸມຕ່າງໆໃນຄັ້ງນີ້ໄດ້ມີການເຂົ້າຮ່ວມຂອງການນຳ 10 ປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືສຳຄັນຂອງອາຊຽນ ຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ອິນເດຍ, ລັດເຊຍ ແລະ ອົດສະຕາລີ, ນິວຊີແລນ, ບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ສາກົນສຳຄັນຄື ອີຢູ ແລະ ສະຫະປະຊາຊາດ.

ເພີ່ມທະວີການຮ່ວມສຳພັນລະຫວ່າງອາຊຽນແລະບັນດາຄູ່ຮ່ວມມື

        ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ທ່າອ່ຽງການປ້ອງກັນເພີ່ມຂຶ້ນ ແລະ ບັນດາສິ່ງທ້າທ້າຍໄດ້ປະກົດຂຶ້ນນັບມື້ນັບຫຼາຍ, ເຊິ່ງແຕກຕ່າງກັບບັນດາຄັ້ງກ່ອນ, ກອງປະຊຸມສຸດຍອດອາຊຽນ 31 ໄດ້ເນັ້ນໜັກເຖິງການປັບປຸງ, ເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການເຕີບໂຕດ້ານເສດຖະກິດ; ຮັດແຄບຊ່ອງຫວ່າງໃນການພັດທະນາ ແລະ ຍົກສູງກຳລັງຄວາມສາມາດຂອງປະຊາຄົມອາຊຽນ. ສິ່ງດັ່ງກ່າວແມ່ນເພື່ອແນໃສ່ມຸ່ງໄປເຖິງອາຊຽນ ເຂັ້ມແຂງດ້ວຍຕົນເອງ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນໃນບັນດາປະເທດສະມາຊິກ ແລະ ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.

        ທີ່ບັນດາກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ຮ່ວມມື, ບັນດາການນຳຈະສຳຫຼວດກວດຄືນ ແລະ ວາງອອກທິດທາງ ແລະ ມາດຕະການເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນຈຳນວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍຄືປຶກສາຫາລືກ່ຽວກັບບົດບາດໃຈກາງຂອງອາຊຽນ ໃນໂຄງສ້າງພາກພື້ນ, ຫັນວິໄສທັດອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

        ຫວນຄືນວິວັດທະນາການສ້າງຕັ້ງປະຊາຄົມອາຊຽນ, ມາຮອດປະຈຸບັນ, ສະມາຄົມ ບັນລຸໄດ້ຜົນງານຕັ້ງໜ້າ ແລະ ປະເອີບໃຈຫຼາຍຢ່າງ, ສະແດງໃຫ້ເຫັນຜ່ານຄວາມຄືບໜ້າໃນການໃຫ້ຄຳໝັ້ນສັນຍາໃນວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນການສັງລວມໄປພ້ອມ. ສິ່ງທີ່ໜ້າສົນໃຈ, ກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງໄດ້ຮັບການຜັນຂະຫຍາຍ 223 ໃນຍອດຈຳນວນ 290 ແຜນການເຄື່ອນໄຫວ, ກວມອັດຕາ 77%. ອາຊຽນ ກໍຢັ້ນຢືນໄດ້ບັນຊີລາຍຊື່ບັນດາບັນຫາລະຫວ່າງຂະແໜງ, ລະຫວ່າງເສົາຄ້ຳ ເຊິ່ງຕ້ອງການໄດ້ຮັບການຊຸກຍູ້, ລວມມີ: ການປ້ອງກັນຕ້ານການຄ້າມະນຸດ, ຄວາມໝັ້ນຄົງ ແລະ ການຮ່ວມມືບົນທະເລ, ການຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງອີນເຕີແນັດ, ປົກປັກຮັກສາ ແລະ ສ້າງສາສັນຕິພາບ ພາຍຫຼັງການປະທະກັນ, ສິດທິມະນຸດ, ການຕ້ານຢາເສັບຕິດ, ອາດຊະຍາກຳສິ່ງແວດລ້ອມ, ຕ້ານການຟອກເງິນ…

        ກ່ຽວກັບການພົວພັນກັບບັນດາຄູ່ຮ່ວມມື, ການພົວພັນຂອງອາຊຽນ ກັບບັນດາຄູ່ເຈລະຈາສືບຕໍ່ໄດ້ຮັບການຍູ້ແຮງ. ປະຈຸບັນ, ອາຊຽນ ມີການພົວພັນຄູ່ເຈລະຈາກັບ 11 ຄູ່ຮ່ວມມື, ໃນນັ້ນມີ 7 ຄູ່ຮ່ວມມືຍຸດທະສາດ.

        ຄາດວ່າ, ຈະມີເອກະສານນັບສີບໆສະບັບ ໄດ້ຮັບການລົງນາມ ແລະ ຮັບຮອງເອົາຢູ່ທີ່ບັນດາກອງປະຊຸມຄັ້ງນີ້, ໃນນັ້ນມີບັນດາບັນຫາປົກປ້ອງ ແລະ ຊຸກຍູ້ສິດຂອງຄົນງານອົບພະຍົບ, ບັນຫາອີນເຕີແນັດ ແລະ ເສດຖະກິດດີຈີຕອນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຕ້ານການສໍ້ລາດບັງຫຼວງ, ປົກປັກຮັກສາສິ່ງແວດລ້ອມທະເລ ແລະ ຝັ່ງທະເລຢູ່ທະເລຕາເວັນອອກ…

ຫວຽດນາມ ຕັ້ງໜ້າປະກອບສ່ວນປະຕິບັດວິໄສທັດປະຊາຄົມອາຊຽນ

        ເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບໃນການປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຫັນດີເຫັນພ້ອມ, ເພີ່ມທະວີການຮ່ວມສຳພັນ ແລະ ປັບປຸງນ້ຳໃຈສາມັກຄີ, ເພື່ອແນໃສ່ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ. ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງນີ້ ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຫວຽດນາມ ປາດຖະໜາຢາກປະກອບສ່ວນຮັດແໜ້ນ ແລະ ປັບປຸງນ້ຳໃຈສາມັກຄີອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ເລິກເຊິ່ງຂຶ້ນຕື່ມ. ການປະກອບສ່ວນຂອງຫວຽດນາມ ກໍໄດ້ປະກອບສ່ວນສ້າງສັນສະພາບແວດລ້ອມທີ່ມີຄວາມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຂອງທັງພາກພື້ນ, ພ້ອມທັງຍົກສູງໂສມໜ້າຂອງຫວຽດນາມ ສືບຕໍ່ປ່ຽນໃໝ່, ເປັນເຈົ້າການເຂົ້າຮ່ວມ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນບັນດາເນື້ອໃນຮ່ວມມືພາກພື້ນ, ຈາກນັ້ນປົກປ້ອງບັນດາຜົນປະໂຫຍດຂອງຫວຽດນາມ ຢ່າງມີປະສິດທິຜົນກວ່າ.

        ກໍ່ທີ່ມານີລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງແມ່ຂອງ - ຍີ່ປຸ່ນ ຄັ້ງທີ 9 ໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເປັນເຈົ້າພາບຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີກຳປູເຈຍ, ທ່ານນາຍົກລັດຖະມົນຕີລາວ, ທ່ານນາຍົກລັດຖະມົນໄທ, ທ່ານປະທານາທິບໍດີມຽນມາ. ກອງປະຊຸມຈະຕີລາຄາສະພາບການປະຕິບັດແຜນການກະທຳຜັນຂະຫຍາຍຍຸດທະສາດໂຕກຽວ 2015 ແລະ ປຶກສາຫາລືບັນດາທິດທາງຮ່ວມມືແມ່ຂອງ - ຍີ່ປຸ່ນ ໃນໄລຍະຈະມາເຖິງ.

        ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຫຼາຍຢ່າງ, ຜ່ານການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ຢືນຢັນຄວາມມານະພະຍາຍາມຂອງຫວຽດນາມ ເພື່ອແນໃສ່ປັບປຸງຄວາມສາມັກຄີອາຊຽນ, ນຳມາເຊິ່ງການພັດທະນາກວມລວມ, ໝັ້ນຄົງ ແລະ ສະເໝີພາບໃຫ້ປະຊາຊົນທຸກໆຄົນໃນປະຊາຄົມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ