ຫວຽດນາມຮ່ວມເດີນທາງພ້ອມກັບອາຊຽນໃນໄລຍະໃໝ່

ວັນ​ທີ 8/8, ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ຫຼືອາ​ຊຽນໄດ້​ຈັດ​ຕັ້ງ​ສະ​ເຫຼີ​ມສະ​ຫຼອງ 49 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂອງ​ຕົນ (ວັນ​ທີ 8/8/1967- 8/8/2016). ໂດຍ​ຜ່ານ​ເກືອບ 5 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍ​າຍ​ຕົວ​, ອາ​ຊຽນໃນ​ວັນ​ນີ້​ໄດ້​ກາຍ​ເປັນ​ປະ​ຊາ​ຄົມ​ລວມ, ໃນ​ນັ້ນ​ຖື​ເອົາ​ເສດ​ຖະ​ກິດ​ເປັນ​ເສົາ​ຄ້ຳ, ດ້ວຍ​ເປົ້າ​ໝາຍ​ນຳອາ​ຊຽນ​ກາຍ​ເປັນ​ພາກ​ພື້ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ຂະ​ຫຍັ່ນ​ຂັ່ນ​ເຄື່ອນ​ ແລະ ວັດ​ທະ​ນາ​ຖາ​ອອນ. ໂດຍ​ການ​ເປັນ​ສະ​ມາ​ຊິກອາ​ຊຽນ​ເປັນ​ເວ​ລາ 21 ປີ, ຫວຽດ​ນາມ​ພວມມ​າ​ນະພະ​ຍາ​ຍາມພ້ອມ​ກັບ​ປະ​ຊາ​ຄົມອາ​ຊຽນກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ແຂງ​ແຮງກວ່າ.

 

ຫວຽດນາມຮ່ວມເດີນທາງພ້ອມກັບອາຊຽນໃນໄລຍະໃໝ່ - ảnh 1

      ຈາກ​ຈຳ​ນວນ 5 ປະ​ເທດ​ພາ​ຄີ​ໃນ​ເບື້ອງ​ຕົ້ນ, ພາຍຫຼັງ 49 ປີ, ອາ​ຊຽນ​ໄດ້​ກາຍ​ເປັນ​ພາກ​ພື້ນ​ທີ່​ໄດ້​ເຊື່ອມຈອດ​ລະ​ຫວ່າງ 10 ປະ​ເທດ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້, ພ້ອມ​ກັນ​ກໍ່​ສ້າງ​ປະ​ຊາ​ຄົມ ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ. ຜ່ານ 49 ປີແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍ​າຍ​ຕົວ​, ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ທີ່​ເປັນ​ໜ້າ​ຈົດ​ຈຳຂອງ​ອົງ​ການນີ້, ນັ້ນ​ແມ່ນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນເມື່ອ​ທ້າຍ​ປີ 2015 ຊຶ່ງ​ລວມ​ທັງ​ບັນ​ດາ​ເປົ້າ​ໝາຍ​ຈຸດ​ສຸມ ນັ້ນ​ແມ່ນ​ລະ​ດັບ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ໃຫ້​ແຂງ​ແຮງກວ່າ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແກ່ນກາງຂອງ​ອາ​ຊຽນ​ໃນ​ສະ​ພາ​ວະ​ທີ່​ນັບ​ມື້​ນັບ​ສັບ​ສົນ ແລະ ມີ​ບັນ​ດາ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່.

    ຜັນ​ຂະ​ຫຍາຍວິ​ໄສ​ທັດ​ພັດ​ທະ​ນາ​ປະ​ຊາ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

  ນັບ​ຕັ້ງ​ແຕ່ ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ອາ​ຊຽນໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ທີ່​ໄດ້​ວາງ​ອອກ. ໃນ​ຂົງ​ເຂດ​ສັນ​ຕິ​ພາບ ແລ​ະ​ຄວາມ​ໝັ້ນ​ຄົງ, ດ້ວຍ​ການ​ເຄື່ອນ​ໄຫວ​ປະ​ມານ 300 ປະ​ການ​ໃນ​ແຜ​ນ​ການໄດ້​ຮັບ​ການ​ປະ​ຕິ​ບັດ, ກວມ​ເອົາ​ປະ​ມານ 40%. ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ອາ​ຊຽນໄດ້​ເປີດ​ກ້​ວາງ​ການ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ ແລະ ປະ​ຕິ​ບັດ​ຂໍ້​ຕົກ​ລົງໃນ​ຂອບ​ເຂດ​ຂອງປະ​ຊາ​ຄົມເສດ​ຖະ​ກິດ​ອາ​ຊຽນ. ໃນ 7 ເດືອນ​ທີ່​ຜ່ານ​ມາ, ນັບ​ຕັ້ງ​ແຕ່​ໄດ້​ຮັບ​ການ​ສ້າ​ງ​ຕັ້ງ​ຂຶ້ນ, ຜົນງານ​ທີ່​ດີ​ພໍ​ສົມ​ຄວນ​ຂອງ ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຊຽນ, ນັ້ນ​ແມ່ນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການ​ທີ່​ໄດ້​ວາງ​ອອກ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ຄື​ສືບ​ຕໍໍ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ (RCEP) ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊີ​ປາ​ຊີ​ຝິກ ແລະ ອາ​ຊຽນພາຍຫຼັງ​ທີ່​ໄດ້​ສ້າງ​ຕັ້ງ​ປະ​ຊາ​ຄົມ ນັ້ນ​ແມ່ນ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຈາກ​ປະ​ຊາ​ຄົມ​ໂລກ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ເນັ້ນ​ໜັກ​ວ່າ :

   “ ດັ່ງ​ທີ່ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວ​ວ່າ ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ 49 ທີ່​ຜ່ານ​ມາຢູ່​ລາວ, ໄດ້​ມີ 4 ປະ​ເທດ​ຢູ່ນອກ​ພາກ​ພື້ນ​ໄດ້​ເຂົ້າ​ຮ່ວມ​ສັນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື, ມີ​ຕື່ມ​ 2 ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນ​ແຕ່​ລະ​ຂົງ​ເຂດ. ປະ​ຈຸ​ບັນ, ໂລກ​ກໍ​ລ້ວນ​ແຕ່​ຮູ້​ຈັກ​ເຖິງ​ການ​ສ້າງ​ຕັ້ງ ປະ​ຊາ​ຄົມ​ອາ​ຊຽນ ກໍ​ຄື​ອິດ​ທິ​ພົນ​ຂອງ ອາ​ຊຽນ​ໃນ​ເວ​ທີ​ສາ​ກົນ ”

   ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ​ໃນ ອາ​ຊຽນ​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ຮ່ວມ

  ໃນ​ວິ​ວັດ​ການ​ແຫ່ງ​ການ​ສ້າງ​ຕັ້ງ​ວ ແລະ ຂະ​ຫຍາຍ​ຕົວ, ອາ​ຊຽນໄດ້​ມີ​ຄວາມ​ສະ​ດວກຫຼາຍ​ຢ່າງ​ຍ້ອນ​ມີ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ແຕ່​ໃນ​ປະ​ຈຸ​ບັນ, ອາ​ຊຽນກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫ​ຍ່​ຕໍ່​ໜ້າ​ສະ​ພາບການ​ຜັນ​ແປ​ຂອງ​ໂລກ. ພ້ອມ​ກັນ​ນັ້ນ, ອາ​ຊຽນກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ​ຄື​ການ​ຜັນ​ແປ​ທີ່​ສັບ​ສົນຢູ່​ທະ​ເລ​ຕາ​ເວັນ​ອອກ. ເຄັດ​ລັບ​ເພື່ອ​ສ້າງ​ໃຫ້​ມີ ອາ​ຊຽນ ຄື​ໃນ​ປະ​ຈຸ​ບັນ ກໍ​ແມ່ນ​ນ້ຳ​ໃຈ​ສາ​ມັກ​ຄີ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ໃຫ້​ຮູ້​ວ່າ :

    “ອາ​ຊຽນໄດ້​ມີ​ການ​ເຫັນ​ດີ​ເປັນ​ເອ​ກະ​ສັນ ແລະ ສຳ​ຄັນ, ນັ້ນ​ແມ່ນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ ມີ​ທີ່​ຕັ້ງ​ສຳ​ຄັນ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ໄດ້. ບັນ​ດາ​ປະ​ເທດ​ກໍ​ເປັນ​ເອ​ກະ​ສັນ​ກັນ​ຕໍ່ຫຼັກ​ການ​ພື້ນ​ຖານ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ, ນັ້ນ​ແມ່ນ​ບັນ​ດາ​ປະ​ເທດ​ຕ້ອງ​ປະ​ຕ​ິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ສຳ​ລັບ​ອາ​ຊຽນ-ຈີນ ແມ່ນ​ຕ້ອງ​ປະ​ຕິ​ບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC) ແລະ ກ້າວ​ໄປ​ສູ່​ການ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ. ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ປະ​ເທດ​ພາຍນອກ​ເພາະ​ເຂົາ​ເຈົ​້າ​ມີ​ຜົນ​ປະ​ໂຫຍດ, ພ້ອມ​ກັນ​ນັ້ນ ກໍ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ”

     21ປີແຫ່ງ​ການຮ່ວມ​ເດີນ​ທາງ,ຫວຽດ​ນາມ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​​ອາດ​​ຕັດອອກ​ຈາກ​ອາ​ຊຽນ​ໄດ້

        21 ປີ ​ແຫ່ງ​ການເຂົ້າ​ເປັນ​ສະ​ມາ​ຊິກອາຊຽນ, ຫວຽດ​ນາມ​ນາມ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ກວ້າງ​ເລິກ​ເຂົ້າ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມລວມ ຂອງ​ອາ​ຊຽນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້​າ​ໃນ​ວຽກ​ງານ​ລວມ​ຂອງ​ອາ​ຊຽນ. ນັບ​ແຕ່​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ, ຫວຽດ​ນາ​ມ​ໄດ້​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າເຂົ້າໃນ​ແຜນ​ການ​ກໍ່ສ້າງ​ ແລະ ຜັນ​ຂະ​ຫຍາຍ​ວິ​ໄສ​ທັດປະ​ຊາ​ຄົ​ມ​ອາ​ຊຽນ 2015 ກໍ່​ຄືບັນ​ດາ​ຍຸດ​ທະ​ສາດ​ທີ່​ໄດ້​ວາງ​ອອກ ໃນ​ທຸກ​ຂົງ​ເຂດ. ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຫວຽດ​ນາມ ເລ​ຮ​ວາຍ​ຈຸງ ຢືນ​ຢັນ​ວ່າ:

    “ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ເທດ​ລາວ ປະ​ທານ​ອາຊຽນ ປີ 2016 ເພື່ອ​ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​​ແກ່ນກາງ​ຂອງ​ອາ​ຊຽນ. ຫວຽດ​ນາມ ກໍ່​ໄດ້​ຍົກ​ອອກ​​ຂໍ້​ລິ​ເລີ່ມຫຼາຍ​​ຂໍ້ໃນ​ບັນ​ດາ​ຂົງ​ເຂດ​ຢ່າງ​ລະ​ອຽດ. ຕົວ​ຢ່າງ​ເຊັ່ນ: ຢູ່​ເວ​ທີ​ປາ​ໄສ​​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ (ARF)ໃນມໍ່ໆ​ມານີ້​ຢູ່​ລາວ, ຫວຽດ​ນາມ​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່ມຖື​ກ​ບັນ​ດາ​ປະ​ເທດ​ຮັບ​ຮອງ​ເອົາ​ເຊິ່ງ​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ການ​ການ​ສົມ​ທົບລະ​ຫວ່າງບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ທະ​ເລ. ໃນ​ສະ​ພາບການ​ຢູ່​​ທະ​ເລ​ຕາ​ເວັນ​ອອກທີ່ພວມ​​ສັບ​ສົນ​ຄື​ປັດ​ຈຸ​ບັນ ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ​ແມ່ນ​ມີຜົນ​ປະ​ໂຫຍດຫຼາຍທີ່​ສຸດ.”

     ດ້ວຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ ແລະ ຕັດ​ສິນ​ໃຈ ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ປະ​ຊາ​ຄົມ​ອາ​ຊຽນ ຈະ​ສືບ​ຕໍ່​ກ້າວ​​ໄປເຖິງ​ບັນ​ດາ​ເປົ້າ​ໝາຍ​ຮ່ວມ​ສຳ​ພັນ​ສູງກວ່າ. ​ໂດຍ​ແມ່ນພາກ​ສ່ວນ​ມີຄວາມ​ຜູກ​ພັນຢ່າງສະ​ໜິດ​ແໜ້ນ ແລະ ເປັນສະ​ມາ​ຊິກ​ໜຶ່ງ​ມີ​​ຄວາມ​ຮັບ​ຜິດ​ຊອບໃນ​ອາ​ຊຽນ, ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ສະ​ໜິດ​ຕິດ​ພັນ​ແໜ້ນ​ແຟ​້ນກັບ​ອາຊຽນ ໃນການ​ຮ່ວມ​ສຳ​ພັນ ແລະ ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ