ຫວຽດນາມເຈລະຈາກ່ຽວກັບສິດທິມະນຸດຢ່າງກົງໄປກົງມາ ແລະ ເປີດອົກເປີດໃຈ

(vovworld) – ”ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ໄດ້​ສະໜອງ​ຂໍ້​ມູນ​​ໃນ​ທຸກ​ຂົງ​ເຂດ ຢ່າງ​ຄົບ​ຖ້ວນ, ຊີ້​ແຈ້ງ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ 4 ປີຜ່າ​ມາ” ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ລວມຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ກຸ່ມ​ເຮັດ​ວຽກ​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ (UPR) ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ (ສປຊ), ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່​ເຊີ​ແນວ (ສະ​ວິດ). ຕາມ​ການ​ຕີ​ລາຄາ​ລວມ​ແລ້ວ, ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ເຂັ້ມ​ງວດ, ​ເປີດ​ອົກ​ເປີດ​ໃຈ ​ແລະ ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ ໃນ​ຂົງ​ເຂດ​ສິດທິ​ມະນຸດ.

ຫວຽດນາມເຈລະຈາກ່ຽວກັບສິດທິມະນຸດຢ່າງກົງໄປກົງມາ  ແລະ ເປີດອົກເປີດໃຈ - ảnh 1

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມວາລະປະຊຸມຄັ້ງທີ 18 ກ່ຽວກັບ UPR

ຢູ່ສະພາສິດທິມະນຸດ ສປຊ

(ພາບ: TTXVN)

        ກ່ອນ​ອື່ນ​ໝົດ​, ການ​ຮັບຮອງ​ເອົາ ບົດ​ລາຍ​ງານ​ແຫ່ງ​ຊາດ ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ 2 ຂອງ​ຫວຽດນາມ ​ຢູ່​ເຊີ​ແນວ (ສະ​ວິດ), ສະ​ແດງ​ໃຫ້​ເຫັນ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຕີ​ລາຄາ​ສູງ​ຂອງ​ປະຊາ​ຄົມ​ໂລກ ​ແລະ ສະພາ​ສິດທິ​ມະນຸດ ສປຊ ທີ່​ມີ​ຕໍ່​ຫວຽດນາມ ​ໃນ​ຂົງ​ເຂດ​ສິດ​ທະ​ມະນຸດ.

ບັນດາຜົນງານ​ດ້ານ​ມະນຸດສະທຳ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ ​ແມ່ນ​ອີງ​ຕາມ​ຜົນງານ​ດ້ານ​ສິດທິ​ມະນຸດ​ຢູ່​ຫວຽດນາມ; ອີງ​ຕາມ​ການ​ຮັບ​ເອົາ​ ​ແລະ ການປະ​ຕິ​ບັນບັນດາຄວາມ​ເຫັນປະກອບ​ຂອງ​ປະຊາ​ຄົມ​ໂລກ ​ເຊິ່ງ ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ 1 (ສະພາ​ສິດທິ​ມະນຸດ ສປຊ) ຍົກ​ອອກ​ມາ​, ເມື່ອ​ປີ 2009.. ນັ້ນ​ແມ່ນ​ການ​ປະຕິບັດ 96/123 ຂໍ້​ສະ​ເໜີ, ​ເຊິ່ງ ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ກຳນົດ​ຢ່າງ​ເຂັ້ມ​ງວດ ​ແລະ ຕັ້ງໜ້າ. ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ປັບປຸງ​ລະ​ບົດ​ກົດໝາຍ, ສ້າງ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ສິດທິ​ມະນຸດ; ຍູ້​ແຮງ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ພັດທະນາ​ເສ​ດຖະກິດ​ຢ່າງ​ໝັ້ນຄົງ, ການ​ຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ບັນດາ​ສິດ​ເສລີ​ໂດຍ​ພື້ນຖານ​ຂອງ​ປະຊາຊົນ​ກວ່າ​ອີກ.

ຍັງ​ມີຜົນງານ​ທີ່​ພົ້ນ​ເດັ່ນ​ໜຶ່ງອີກ​ ນັ້ນແມ່ນ​ເລື່ອງ​ຫວຽດນາມ ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ປີ 2013, ​ໃນ​ນັ້ນ​ຂົງ​ເຂດ​ສິດທິ​ມະນຸດ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຄົບ​ຖ້ວນ ​ແລະ ຮອບດ້ານ​ກວ່າ​ໃນ​ລັດຖະທຳ​ມະນູນ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ປະຕິບັດ​ສິດທິ​ມະນຸດ​ໃຫ້​ດີກ​ວ່າ​ອີກ. ​ເລື່ອງ​ເພີ່ມ​ເຕີມ ​ແລະ ປະກາດ​ໃຊ້​ບັນດາ​ເອກະສານ​ກົດໝາຍ​ໃໝ່ທີ່​ມີ​ຄວາມ​ສຳຄັນ​ຄື: ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ກຳມະບານ, ກົດໝາຍ​ວ່າ​ດ້ວຍ​ການຮ້ອງທຸກ, ກົດໝາຍ​ວ່າ​ດ້ວຍການ​ຟ້ອງ​ຮ້ອງ, ກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ, ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ… ນັ້ນ, ​ໄດ້​​ຊ່ວຍ​ປັບປຸງ​ກອບ​ກົດໝາຍ​ກ່ຽວ​ກັບ​ສິດ​ທິມະນຸດ​ຢູ່​ຫວຽດນາມ ​ກວ່າ​ອີກ. ກ່ຽວ​ກັບ​ເລື່ອງ​ຮັບປະກັນ​ບັນດາ​ສິດ​ໂດຍ​ພື້ນຖານ​ຂອງ​ພົນລະ​ເມືອງ, ບັນດາ​ດັດຊະນີ​ກ່ຽວ​ກັບ​ເສດຖະກິດ, ວັດທະນະທຳ - ສັງຄົມ, ການລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ ​ເຊິ່ງຫວຽດນາມ​ ດຳ​ເນີນ​ໃນ​ຫຼາຍ​ຢີຜ່ານ​ມານັ້ນ ​ໄດ້​ບັນລຸ​ຜົນງານ​ທີ​ຕັ້ງໜ້າ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພັດທະນາ​ເສດຖະກິດ, ວັດທະນະທຳ - ສັງຄົມ ​ທີ່ຕິດ​ພັນ​ກັບ​ການ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີກວ່າ.

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ ກໍ່​ໄດ້​ຮັບ​ການສະ​ແດງ​ອອກ ຜ່ານ​ຂໍ້​ສັງ​ເກດ​ຂອງ​ປະຊາ​ຄົມ​ໂລກ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ເລື່ອງບັນດາ​ປະ​ເທດ​ອາ​ຊຽນ ​ ​ຊົມ​ເຊີຍການ​ປະກອບສ່ວນ​ຂອງ​ຫວຽດນາມ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ອາ​ຊຽນກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ສະ​ເໜີ​ຫວຽດນາມ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ມະນຸດສະທຳ​ອາ​ຊຽນ, ​ແລະ ​ເລື່ອງ​ຫວຽດນາມ​ ໄດ້​ຮັບ​ເລືອກ​ເປັນ​ສະມາ​ຊິກ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2014-2016 ​ໃນ​ວັນ​ທີ 13/11/2013 ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ສຸດ, ກໍ່​ຄື​ເລື່ອງນັກ​ລາຍ​ງານ​ພິ​ເສດ​ຂອງ ສປຊ ກ່ຽວ​ກັບ​ສິດ​ວັດທະນະທຳ, ທ່ານ​ນາງ Farrida Sha – heed, ປະກອບ​ຄຳ​ເຫັນ​ເມື່ອ​ມາ​ຢ້ຽມຢາມ​ຫວຽດນາມ​ໃນ​ເດືອນ 12/2013 ວ່າ: ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່​ຄວາມ​ກ້າວໜ້າ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ການລົບ​ລ້າງ​ຄວາມອຶດ​ຫີ​ວ​ຫຼຸດຜ່ອນ​ຄວາມທຸກ​ຍາກຢູ່​ບັນ​ດາ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ເຊິ່ງຫວຽດນາມ​ ບັນລຸ​ໄດ້​ໃນ​ການ​ຮັບປະກັນ, ​ເສີມ​ຂະຫຍາຍ​ສິດ​ວັດທະນະທຳ​ໃຫ້​ປະຊາຊົນ​ທຸກ​ຄົນນັ້ນ, ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​​”.

ການ​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ​

ປະຊາ​ຄົມ​ໂລກ​ມີ​ທັດສະນະ​ຢ່າງ​ຖືກຕ້ອງ, ກົງ​ໄປ​ກົງ​ມາ, ສັດຈະ​ວິພາກ ​ແລະ ​ເຕັມ​ໄປ​ດ້ວຍ​ລັກສະນະ​ໃຈ​ແຍກ, ຕີ​ລາຄາ ກ່ຽວ​ກັບ​ການ​ປະຕິບັດ​ສິດທິມະນຸດ​ຂອງ​ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ມີບາງ​ຄຳ​ເວົ້າ​ທີ່​ຂາດ​ເຈດ​ຕະນາ​ດີ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ດ້ວຍ​ຈຸດປະສົງ​ ​ແລະ ສາຍ​ເຫດ​ທີ່​ຕ່າງ​ກັນ, ​ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ວິທີ​ຕຳ​ໜິຕິຕຽນ​ຫວຽດນາມ, ຫາກ​ບໍ່​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ໃນ​ການ​ຊຸກຍູ້​ສິດທິ​ມະນຸດ, ສິດ​ເສລີ​ຂອງ​ປະຊາຊົນ, ການ​ກະທຳດັ່ງກ່າວ​ແມ່ນ​ບໍ່​ຍຸຕິ​ທຳ. ​ເມື່ອ​ໃຫ້​ຂໍ້​ສັງ​ເກດ, ຕີ​ລາຄາ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ຫວຽດນາມ ຄວນ​ມີ​ທັດສະນະ​ພາວະ​ວິ​ໄສ​ກວ່າ, ມີ​ຄວາມ​ເປັນ​ຈິງ​ກວ່າ ອີງ​ຕາມ​ແຕ່ລະ​ປະ​ເທດ, ຫາກ​ບໍ່​ໄດ້​ຈັດ​ວາງ ​ແລະ ມີ​ທັດສະນະແບບ​ອັດຕະວິ​ໄສ.

​ເລື່ອງ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ແຫ່ງ​ຊາດ ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ 2 ຂອງ​ຫວຽດນາມ, ອີກ​ເທື່ອ​ໜຶ່ງ​ໄດ້​ພິສູດ​ໃຫ້​ເຫັນ​ລັກສະນະ​ໂປ່​ງ​ໃສ, ຈິດ​ໃຈ​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ, ຈິງ​ໃຈ ​ແລະ ​ເຂັ້ມ​ງວດ​ຂອງ​ຫວຽດນາມ.

ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ​ຂອງ​ໂຄງການ​ພັດທະນາ ສປຊ ຢູ່​ຫວຽດນາມ, ​ໄດ້​ປະກອບ​ຄຳ​ເຫັນ​ວ່າ: “ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ, ​ເພາະວ່າ​ລັດຖະບານ​ຫວຽດນາມ​ ໄດ້​ນຳ​ໃຊ້ ​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ ​ເຊິ່ງສະພາ​ສິດທິ​ມະນຸດ ສປຊ ​ໄດ້​ວາງ​ອອກ​ຢ່າງ​ຖືກຕ້ອງ, ໝາຍ​ຄວາມ​ວ່າ​ນຳ​ໃຊ້​ກົນ​ໄກ​ເຈລະຈາ​ລະຫວ່າງ​ທຸກ​ເປົ້າ​ໝາຍ​ໃນ​ສັງຄົມ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ ​ແລະ ການ​ທ້າ​ທາຍ​ກ່ຽວ​ກັບ​ສິດທິ​ມະນຸດ“. ນັ້ນ​ແມ່ນ​ຄວາມ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ