ອີຢູເຫັນດີເປັນເອກະພາບວາງບັນດາບາດກ້າວທຳອິດຫຼັງເຫດການ Brexit

(vovworld) - ວັນ​ທີ 28/6, ຢູ່ Brussel, ປະ​ເທດ ​ແບນ​ຊິກ, ສະຫະພາບ​ເອີ​ລົບ (ອີ​ຢູ) ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ພິ​ເສດ​​ແນ​ໃສ່ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ບັນດາ​ລະບຽບ​ການເພື່ອ​ໃຫ້​ ອັງກິດ​ຖອນອອກ​ຈາກ ອີ​ຢູ (ຫຼື​ເອີ້ນ​ວ່າ Brexit). ​ໂດຍ​ດຳ​ເນີນ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸ​ມສຸດ​ຍອດ ອີ​ຢູ, ວາລະ​ປະຊຸມ​ດ່ວນ​ນີ້ ​ເພື່ອ​ແນ​ໃສ່​ວາງ​ອອກ​ບັນດາ​ບາດກ້າວ​ທີ່​ຈຳ​ເປັນ​​ຂອງ ອີ​ຢູ​ໃນ​ຕໍ່ໜ້າ, ​ເພືອຮັບປະກັນ​ໃຫ້​ກຸ່ມ​ນີ້​ບໍ່​ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ.

ອີຢູເຫັນດີເປັນເອກະພາບວາງບັນດາບາດກ້າວທຳອິດຫຼັງເຫດການ Brexit - ảnh 1
ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ
ຄູ່ຕຳແໜ່ງ ອັງກິດ Philip Hammond ທີ່ການປະຊຸມຂ່າວໃນວັນທີ 27/6
(ພາບ: AFP/TTXVN)

        ຂໍ້​ຕົກລົງ “ຖອນ​ອອກ“ ຂອງ​ຊາວ​ ອັງກິດ​ໃນ​ວັນ​ທີ 23/6 ຜ່ານ​ມາ ອາດ​ໄດ້​ຮັບ​ຖື​ວ່າ​ແມ່ນ ບາດ​ລ້ຽວປະຫວັດສາດ​ຂອງທະວີບ​ນີ້. ການ​ອອກ​ຈາກ​ ອີ​ຢູຂອງ ​ອັງກິດ, ​ເຊິ່ງ​ແມ່ນ​ສະມາຊິກ​ສຳຄັນ​ໃນ​ ອີ​ຢູນັ້ນ, ​ໄດ້ ​ແລະ ພວມ​ວາງ​ອອກ​ບັນດາ​ການ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ໃນ​ກຸ່ມ, ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ໂຍງ​​ຕໍ່​ໄປ.

ສະພາບ​ການພາຍຫຼັງ Brexit ປະສົບ​ກັບ​ຄວາມຫຍຸ້ງຍາກ

ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ດຳ​ເນີນ​ໃນ​ວັນ​ທີ 28 ​ແລະ 29/6 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາກອງ​ປະຊຸມ “​ເຈັບ​ແສບ“ ທີ່​ສຸດ​ໃນ​ປະຫວັດສາດ, ​ເມື່ອ​ຢູ່​ທີ່​ນີ້​ບັນດາ​ການ​ນຳ ອີ​ຢູ ປຶກສາ​ຫາລື​ກ່ຽວ​ກັບ Brexit ​ແລະ​ວິວັດທະນາ​ການ ອັງກິດ​ເຮັດ​ລະບຽບ​ການ​ອອກ​ຈາກ​ກຸ່ມ. ຄາດ​ວ່າ​, ອີງ​ຕາມ​ບາງ​ມາດຕາ​ໃນ​ສົນທິສັນຍາ Lisbon ກ່ຽວ​ກັບ​ອີ​ຢູ, ວິວັດທະ​ນາ​ການ​ດັ່ງກ່າວ​ຕ້ອງ​​ເສຍ​ເວລາເຖິງ 2 ປີ ຈຶ່ງ​ສຳ​ເລັດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ວິວັດທະນາ​ການ​ດັ່ງກ່າວ​ພວມ​ປະສົບ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ, ​ເພາະວ່າ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ກໍລະນີ​ສະມາຊິກ​​ໃດອອກ​ຈາກ​ ອີ​ຢູຄື​​ໃນປະຈຸ​ບັນ. ນອກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron, ຜູ້​ປະກາດ​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ, ​ໃຫ້​ຮູ້​ວ່າ, ບໍ່​ສາມາດ​ປະຕິບັດ​ບາດກ້າວ​ທາງ​ການ​ເພື່ອ​ໃຫ້​ອັງກິດ​ຖອນ​ອອກ​ຈາກ​ ອີ​ຢູ​​ໂດຍ​ໄວ​ໄດ້, ຫາກ​ວຽກ​ງານ​ດັ່ງກ່າວ​ໂດຍ​ນາຍົກລັດຖະມົນຕີຜູ້ສືບ​ທອດ​ຮັບຜິດ​ຊອບ. ການ​ລົງ​ປະຊາ​ມະຕິ​ຫວ່າງ​ແລ້ວ​ນີ້ ​ບໍ່​ຖືກ​ຜູກ​ມັດ​ດ້ານ​ນິຕິ​ກຳ, ດັ່ງ​ນັ້ນ​ນັກ​ການ​ເມືອງ​ບາງ​ທ່ານ​ໄດ້​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ອັງກິດ ປ່ອນ​ບັດ​ກ່ອນ​ທີ່​ດຳ​ເນີນ Brexit ຢ່າງ​ເປັນ​ທາງ​ການ. ອຳນາດ​ການ​ປົກຄອງ Scotland ​ໃຫ້​ຮູ້​ວ່າ, ອາດ​ຈະ​ປ່ອນ​ບັດ​ປະຕິ​ເສດ Brexit. ຕາມ​ຂໍ້​ຕົກລົງ​ລະຫວ່າງ ອັງກິດ ​ແລະ Scotland, Wales ​ແລະ ອາຍ​ແລນ​ເໜືອ​ແລ້ວ, ກົດໝາຍ​ໂດຍ​ ລອນ​ດອນ​ປະກາດ​ໃຊ້ ​ເພື່ອ​ແນ​ໃສ່​ຮັບຮອງ​ເອົາ​ຂໍ້​ຕົກລົງ​ອອກ​ຈາກ​ ອີ​ຢູ, ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ 3 ອົງການນິຕິບັນຍັດ​ຂອງ​ທັງ 3 ​ເຂດ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ວົງ​ການ​ການ​ນຳ ອີ​ຢູ ພັດ​ຢາກ​ໃຫ້ Brexit ດຳ​ເນີນ​ໄປ​ຢ່າງ​ວ່ອງ​ໄວ, ​ເພື່ອ​ແນ​ໃສ່​ຈຳກັດ​ຜົນ​ສະທ້ອນ​ໃຫ້​ແກ່ Brexit. ຍ້ອນ​ເຫດ​ນັ້ນ​ຄວາມ​ວິຕົກ​ກັງວົນ​ໃນ​ປະຈຸ​ບັນ​ນັ້ນ​ແມ່ນ​ການ​ໂຕ້​ຖຽງ​ກັນ​ລະຫວ່າງ​ລອນ​ດອນ ​ແລະ ບັນດາ​ສະມາຊິກ​ທີ່​ຍັງ​ເຫຼືອ​ຂອງ​ກຸ່ມ ກ່ຽວ​ກັບ​ຈຸດ​ເວລາ ​ແລະ ວິທີ​​ເພື່ອ​ໃຫ້ ອັງກິດ​ຖອນອອກ​ຈາກ​ອີ​ຢູ.

 Brexit ​ໄດ້​ກໍ່​ຜົນ​ກະທົບຢ່າງ​ຫຍໍ້​ທໍ້​ເຖິງ​ດ້ານເສດຖະກິດ, ການ​ເມືອງ​ ​ຂອງ​ອັງກິດ, ​ແລະອີ​ຢູ ໃນ​ທັນທີ. ສຳລັບ​ ອັງກິດ, ຖ້າ​ຖອນ​ອອກ​ຈາກ​ ອີ​ຢູ, ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຈະ​ຫຼຸດ​ລົງ​ແຕ່ 3,8%-7,5%. ບໍ່​ພຽງ​ແຕ່​ມີ​ການ​ກະທົບ​ເຖິງ​ພື້ນຖານ​ເສດຖະກິດ​ເທົ່າ​ນັ້ນ, Brexit ຍັງ​ກະທົບ​ເຖິງ​ດ້ານ​ການ​ເມືອງ​ຢ່າງ​ຈະ​ແຈ້ງ​ອີກ. ​ເລື່ອງທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ລາ​ອອກ​ຈາກ​ຕຳ​ແໜ່​ງ, ມັນ​ຈະ​ເປີດ​ສາກ​ໃຫ້​ແກ່​ວິ​ກິດ​ການ​ໃນ​ພັກ​ຮັກສາ​ເດີມ​ກຳ​ອຳນາດ ກໍ່​ຄື​ໃນ​ລະບົບ​ການ​ເມືອງ​ຂອງ ​ອັງກິດ. ມີ​ຫຼາຍ​ຄຳ​ເຫັນ​ຍັງ​ວິຕົກ​ກັງວົນ​ວ່າ Brexit ຈະ​ກໍ່​ໃຫ້​ເກີດ​ສະພາບ​ຊຸດ​ໂຊມ ຫຼື​ວິ​ກິດ​ການ​ດ້ານເສດຖະກິດ​ອີກ. ສຳລັບ ອີ​ຢູ, ​ໃນ​ສະພາບ​ ເອີ​ລົບ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານເສດຖະກິດ, ການ​ເງິນ ​ແລະ ບັນຫາ​ຕ່າງໆ​ຄື​ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ ​ແລະ ລັດທິ​ກໍ່​ການ​ຮ້າຍ​ນັ້ນ, Brexit ​ໄດ້​ເຮັດ​ໃຫ້​ແນວ​ຄິດ​ສົງ​ໄສ​ ເອີ​ລົບ​ເພີ່ມ​ຂຶ້ນ. ກ່ຽວ​ກັບ​ດ້ານ​ເສດຖະກິດ​, ອີ​ຢູ ຕ້ອງ​ປະສົບ​ສະພາບ​ໜັກໜ່ວງບໍ່​ແມ່ນ​ໜ້ອຍ.ກ່ຽວ​ກັບ​ງົບປະມານ, 27 ປະ​ເທດ​ສະມາຊິກ​ທີ່​ຍັງ​ເຫຼືອ​ຂອງ​ອີ​ຢູ ຈະ​ຕ້ອງ​ເພີ່​ມ​ເຕີມງົບປະມານ​ທີ່​ຍັງ​ຂາດ​ເຂີນ​ຂອງ​ ອີ​ຢູ ພາຍຫຼັງ​ ອັງກິດ​ຖອນ​ອອກ​ຈາກ​ກຸ່ມ​ນີ້. ກ່ຽວ​ກັບ​ດ້ານ​ການ​ຄ້າ, ບັນດາ​ປະ​ເທດ​ທີ່​ຍັງ​ເຫຼືອຂອງ ​ອີ​ຢູ​ໃນ​ປະຈຸ​ບັນ​ ມີການ​ຄ້າ​ເຫຼືອ​ປະມານ 100 ຕື້​ເອີ​ໂຣກັບ ​ອັງກິດ. ຕາມ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້ວ, Brexit ຈະ​ສ້າງ​ບັນດາ​ຮົ້ວ​ກີດຂວາງດ້ານ​ການຄ້າ​ລະຫວ່າງ​ ລອນ​ດອນ​ກັບ ​ອີ​ຢູ, ພ້ອມ​ທັງ​ເຮັດ​ໃຫ້ລະດັບ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດຂອງ​ ອັງກິດ​ຊຸດ​ໂຊມ ​ແລະ ​ເງິນ​ປອນ​ຂອງ​ ອັງກິດ​ຖືກ​ຫຼຸດ​ລາຄາ, ຈາກ​ນັ້ນ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ການ​ເຄື​່ອນ​ໄຫວ​ສົ່ງ​ອອກ​ຂອງ ​ອີ​ຢູ​ໄປ​ຍັງ ​ເອີ​ລົບ.

ຮຽງ​ບ່າ​ຮຽງ​ໄຫຼ່​ກັນ​ພາຍຫຼັງ​ເຫດ Brexit

ປະຈຸ​ບັນ, ຄວາມ​ມີ​ສະຖຽນ​ລະ​ພາບ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ໃຫ້​ທັງ 27 ປະ​ເທດ​ສະມາຊິກ​ຂອງ ອີ​ຢູ ກໍ່​ຄື​ ອັງກິດ. ຍ້ອນ​ເຫດ​ນັ້ນ, ໜ້າ​ທີ່​ອັນ​ຮີບ​ດ່ວນ​ໃນ​ປະຈຸ​ບັນ​ແມ່ນ​ເຮັດ​ແນວໃດ​ເພື່ອ​ຮັກສາ​ໂຄງ​ປະກອບ​ໃຫ້​ອະນາຄົດ​ຂອງ​ກຸ່ມ​​ໄວ້​ຢ່າງ​ໝັ້ນຄົງ, ປົກ​ປ້ອງ​​ເຂດ​ນຳ​ໃຊ້​ສະກຸນ​ເງິນ​ລວມ ​ເອີ​ໂຣ, ສະກັດ​ກັ້ນ​ບັນດາ​ການ​ກະທົບ​ທີ່​ພວມ​ເກີດ​ຂຶ້ນ​ສຳລັບ​ເງິນ​ປອນ​ຂອງ​ ສັງ​ກິດ​ແລະ ​ໃນ​ບັນດາ​ຕະຫຼາດ​ການ​ເງິນ. ຍ້ອນ​ເຫດ​ນັ້ນ, ​ໃນ​ຊຸມ​ມື້​ຜ່ານ​ມາບັນດາ​ການ​ພົບ​ປະ​ດ້ານ​ການທູດ​ຂອງ​ການ​ນຳ​ ອີ​ຢູ​ໄດ້​ດຳ​ເນີນ​ໄປ​ຢ່າງ​ລຽນຕິດ​.

​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​​ເມື່ອ​ວັນ​ທີ 26/6, ປະທານາທິບໍດີ ຝລັ່ງ Francois Hollande ​ແລະ​ ນາຍົກລັດຖະມົນຕີ ​ເຢຍລະ​ມັນ, ທ່ານ​ນາງ Merkel ​ໄດ້​ເຫັນ​ດີ​ຕໍ່​ວິທີ​ການ​ແກ້​ໄຂ​ບັນດາ​ສະພາບ​ການ​ພາຍຫຼັງ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ທີ 23/6 ຢູ່​ ອັງກິດ. ສອງ​ຝ່າຍ​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ກະທຳ ​ເພື່ອ​ສະກັດ​ກັ້ນ​ຄວາມ​ເສຍ​ຫາຍ​ໃນ ອີ​ຢູ. ປະຈຸ​ບັນ​ເຢຍລະ​ມັນ ​ແລະ ຝລັ່ງ ​ໄດ້​ຮຽບຮຽງ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ 3 ຂົງ​ເຂດ​ຕົ້ນຕໍ​ສຳ​ເລັດ​ແລ້ວ, ​ໃນ​ນັ້ນ​ລວມມີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ເຂົ້າ​ເມືອງ ​ແລະ ຫຼົບ​ໄພ, ວຽກ​ເຮັດ​ງານ​ທຳ ​ແລະ ການ​ເຕີບ​ໂຕ ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ ພ້ອມ​ກັນ​ປຶກສາ​ຫາລື. ຕໍ່​ຈາກ​ນັ້ນ, ການ​ພົບ​ປະ 3 ຝ່າຍ ລະຫວ່າງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ, ປະທານາທິບໍດີ ຝລັ່ງ ​ແລະ ນາຍົກລັດຖະມົນຕີ ອີ​ຕາ​ລີ ຈະ​ຖືກ​ຈັດ​ຕັ້ງ​ຢູ່​ນະຄອນຫຼວງ ​ແບກ​ແລງ ຂອງ​ເຢຍລະ​ມັນ. ນະ​ທີ່​ນີ້, ການ​ນຳ​ທັງ 3 ທ່ານ ຈະ​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຊອກ​ຫາ​ມາດ​ຕະການ​ສະກັດ​ກັ້ນ​ການ​ກະທົບ​ຈາກ Brexit ​ໃນ​ກຸ່ມ​ໂດຍ​ໄວ. ​ເບິ່ງ​ຄື​ວ່າ, Brexit ບໍ່ພຽງ​ແຕ່​ຢຸດຕິ​ໄວ້​ໃນ​ຂອບ​ເຂດ​ເອີ​ລົບ​ເທົ່າ​ນັ້ນ.

​ແນ່ນອນ​ວ່າ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ, ບັນຫາ Brexit ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ຫຼາຍ​ກວ່າ​ອີກ. ອັງ​ກິດ​ຖອນ​ອອກ​ຈາກ ອີ​ຢູ, ບໍ່​ຮູ້​ວ່າ ​ເອີ​ລົບ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ຫຼື​ບໍ່. ບັນດາ​ການ​ນຳ​ ອີ​ຢູພວມ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ແກ້​ໄຂ​ໃຫ້ຄຳ​ຖາມ​ນີ້. ​ແລະ​ເຂົາ​ເຈົ້າ​ພວມ​ລໍຖ້າ​ກອງ​ປະຊຸມ​ສຸດ​ຍອດ ອີ​ຢູຄັ້ງ​ນີ້, ອີ​ຢູຈະ​ເຫັນ​ດີ​ເຫັນ​ພ້ອມ​ດຳ​​ເນີນບາດກ້າວ​ທຳ​ອິດ​ພາຍຫຼັງ​ເຫດ Brexit , ​ເພື່ອ​ຮັກສາກຳ​ປັ່ນ​ເອີ​ລົບ​ບໍ່ໃຫ້​ໄປຫຼົງທິດຫຼື​ບໍ.

ຂ່າວ/ບົດ​ອື່ນ