ອີຣານ ທຳລາຍຂໍ້ຕົກລົງນິວເຄຼຍ, ປະຕູໄຂອອກສູ່ການເຈລະຈານັບມື້ນັບແຄບລົງ

(VOVWORLD) - ສືບຕໍ່ບັນດາຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ໃນໄລຍະມໍ່ໆມານີ້, ເຕເຮຣານ ຫາກໍ່ຖະແຫຼງກ່ຽວກັບກຳນົດເວລາລໍຖ້າໄດ້ໝົດລົງແລ້ວ ແລະ ປະເທດນີ້ ເລີ່ມຕົ້ນເພີ່ມທະວີການເສີມທາດ ຢູລານຽມ ລື່ນກາຍລະດັບທີ່ໄດ້ກຳນົດ 3,67% ຕາມຂໍ້ຕົກລົງ ຊຶ່ງໄດ້ລົງນາມໃນປີ 2015 ນັບແຕ່ວັນທີ 08 ກໍລະກົດ ເປັນຕົ້ນມາ.

  ສິ່ງດັ່ງກ່າວມີຄວາມໝາຍຄືກັນກັບເລື່ອງ ພາຍຫລັງຄວາມມານະພະຍາຍາມຢ່າງຫລວງຫລາຍ ເພື່ອບັນລຸໄດ້ຂໍ້ຕົກລົງນິວເຄຼຍ, ບັນດາຝ່າຍພວມກັບຄືນສູ່ຈຸດເລີ່ມຕົ້ນ, ຊ້ຳບໍ່ໜຳຍັງມີສະພາບຮ້າຍແຮງກ່ວາເກົ່າ. ມາຮອດປັດຈຸບັນ, ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ສະແດງໃຫ້ເຫັນທັດສະນະແຂງກະດ້າງ ແລະ ຍັງບໍ່ທັນມີຝ່າຍໃດທີ່ມີສັນຍານປະນິປະນອມ.

        ໃນການຜັນແປໃໝ່ສຸດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ຖະແຫຼງວ່າ ເລື່ອງເສີມທາດ ຢູລານຽມ ໄດ້ເລີ່ມຕົ້ນໃນວັນທີ 08 ກໍລະກົດ, ພ້ອມທັງ, ເຕເຮຣານ ໄດ້ກຳນົດໃຫ້ບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນີ້ 60 ວັນເພື່ອແກ້ໄຂບັນດາຄຳຮຽກສິດຂອງ ອີຣານ ກ່ຽວກັບຂໍ້ຕົກລົງນີ້. ໃນໄລຍະເວລານັ້ນ, ອີຣານ ຍັງຄົງຈະສືບຕໍ່ປະຕິບັດແຜນການຂອງຕົນ. ໄລຍະເວລາຍິ່ງດົນ ອີຣານ ຈະເສີມທາດ ຢູລານຽມ ຢູ່ໃນລະດັບຍິ່ງສູງກ່ວາ.

ບັນດາການເຈລະຈາໄດ້ສິ້ນສຸດໃນສະພາບບໍ່ມີທາງອອກ

       ຕາມ JCPOA ໄດ້ລົງນາມໃນປີ 2015 ລະຫວ່າງ ອາຣານ ແລະ ກຸ່ມ P5+1 (ລວມມີ ລັດເຊຍ, ອາເມລິກາ, ອັງກິດ, ຝຮັ່ງ, ຈີນ ແລະ ເຢຍລະມັນ), ອີຣານ ຈຳກັດໂຄງການນິວເຄຼຍຂອງປະເທດນີ້ ເພື່ອແລກເອົາເລື່ອງຍົກເລີກຄຳສັ່ງລົງໂທດ. ຂໍ້ຕົກລົງກຳນົດວ່າ ອີຣານ ໄດ້ເສີມທາດ ຢູລານຽມ ໄດ້ພຽງແຕ່ຢູ່ໃນລະດັບ 3,67% ເທົ່ານັ້ນ, ເຊິ່ງຕ່ຳ ກ່ວາຫລາຍເທົ່າ ເມື່ອທຽບໃສ່ລະດັບ 90% ເພື່ອຜະລິດອາວຸດນິວເຄຼຍ ແລະ ລະດັບ 20% ເຊິ່ງ ອີຣານ ໄດ້ປະຕິບັດກ່ອນທີ່ຂໍ້ຕົກລົງນິວເຄຼຍໄດ້ຮັບການລົງນາມ. ໄປຄຽງຄູ່ກັນນັ້ນ, ອີຣານ ໄດ້ຜະລິດ ຢູລານຽມ ມີອັດຕາເສີມທາດຕ່ຳດ້ວຍປະລິມານສູງສຸດແມ່ນ 300 ກີໂລກຼາມ ແລະ ປະລິມານ ຢູລານຽມ ທີ່ຍັງເຫຼືອສາມາດຂາຍໃຫ້ຕ່າງປະເທດ.

        ເຖິງຢ່າງໃດກໍ່ຕາມ, ໃນເດືອນ ພຶດສະພາ 2018, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖອນ ອາເມລິກາ ອອກຈາກຂໍ້ຕົກລົງພຽງລຳພັງຝ່າຍດຽວ ແລະ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່. ວັນທີ 08 ພຶດສະພາ ຜ່ານມາ, ພາຍຫລັງ ອາເມລິກາ ຖອນຕົວອອກຈາກ JCPOA ມາເປັນເວລາ 1 ປີ, ອີຣານ ໄດ້ຖະແຫຼງຢຸດຕິການປະຕິບັດບາງຄຳໝັ້ນສັນຍາ, ຕາມນັ້ນແລ້ວ ຈະເພີ່ມທະວີລະດັບເສີມທາດ ຢູລານຽມ ລື່ນກາຍລະດັບ 3,67%, ພ້ອມທັງວາງກຳນົດເວລາ 60 ວັນສຳລັບ 5 ປະເທດທີ່ຍັງເຫຼືອເຂົ້າຮ່ວມຂໍ້ຕົກລົງນີ້ ຕ້ອງປະຕິບັດພັນທະຂອງເຂົາເຈົ້າ ເພື່ອຮັບປະກັນຜົນປະໂຫຍດເສດຖະກິດຂອງ ອີຣານ ຕາມຂໍ້ຕົກລົງ. ເຖິງຢ່າງໃດກໍ່ຕາມ, ພາຍຫລັງ 2 ເດືອນ (ຮອດວັນທີ 08 ກໍລະກົດ), ໝາຍຄວາມວ່າ ກຳນົດເວລາ 60 ວັນໄດ້ຜ່ານໄປແລ້ວ, ບັນດາສະມາຊິກອື່ນໆຂອງກຸ່ມ P5+1 ຍັງຄົງຂາດຄວາມສາມາດໃນການເກ້ຍກ່ອມ ອາເມລິກາ ກັບຄືນເຂົ້າຮ່ວມ JCPOA ແລະ ຢຸດຕິບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວສຳລັບ ອີຣານ. ເຖິງວ່າບັນດາປະເທດ ອີຢູ ໄດ້ຍົກອອກບັນດາຄຳຖະແຫຼງຢ່າງແຂງແຮງ, ຢັ້ງຢືນການສະໜັບສະໜູນ ແລະ ປົກປ້ອງຂໍ້ຕົກລົງນິວເຄຼຍ ອີຣານ ກໍ່ຕາມ, ແຕ່ໃນສະພາບຕົວຈິງ, ຕະຫລອດ 1 ປີຜ່ານມາ, ອີຢູ ຍັງຄົງສະແດງໃຫ້ເຫັນ ພວມຕົກຢູ່ໃນກັງວົນສັບສົນ ກ່ຽວກັບບັນດາວິທີການແກ້ໄຂໃນເຈ້ຍ ແນໃສ່ຮັກສາຂໍ້ຕົກລົງນີ້, ແຕ່ພັດບໍ່ມີບາດກ້າວເດີນທີ່ມີປະສິດທິຜົນໃດໆຢ່າງແທ້ຈິງ.

ພາຍຫຼັງຖືກປະຊາໄຊໃນບັນດາຂອດຕິດຕໍ່ພົວພັນທາງການທູດ, ເລື່ອງກັກກ່ຳປັ່ນຂົນສົ່ງນ້ຳມັນ Grace 1 ຂອງອີຣານ ຢູ່ເຂດຊ່ອງແຄບທະເລ Gibraltar ສືບຕໍ່ແມ່ນເຫດທີ່ຮ້າຍແຮງສຳລັບເຕເຮຣານ, ເຮັດໃຫ້ບັນດາການນຳຂອງປະເທດນີ້ບໍ່ປະນິປະນອມຕື່ມອີກ. ເຕເຮຣານ ໄດ້ຕົກລົງທຳລາຍລະດັບສະສົມ ຢູລານຽມ 300 ກ.ຣ ລະດັບຕ່ຳ; ສືບຕໍ່ເສີມທາດ ຢູລານຽມ ລື່ນກາຍລະດັບ 3,67%; ພ້ອມທັງຢຸດຕິເລື່ອງດັດແປງເຕົານິວເຄຼຍປະເພດນ້ຳໜັກ Arak ຕາມທິດຮັບໃຊ້ຈຸດປະສົງພົນລະເຮືອນ, ສິ່ງດັ່ງກ່າວໝາຍຄວາມວ່າສາມາດເຊື່ອມຕໍ່ການເຄື່ອນໄຫວຜະລິດ Plutonium ໃນລະດັບເປັນອາວຸດ.

ປະຕູໄຂອອກສູ່ການເຈລະຈານັບມື້ນັບແຄບລົງ

        ນັບແຕ່ເມື່ອອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍພຽງລຳພັງຝ່າຍດຽວ ແລະ ຈັດວາງບັນດາມາດຕະການລົງໂທດຄືນໃໝ່ ແນໃສ່ກໍ່ຄວາມກົດດັນຢ່າງສຸດຂີດສຳລັບອີຣານ, ມາຮອດປະຈຸບັນ, ທັງອາເມລິກາ ແລະ ອີຣານ ລ້ວນແຕ່ສະແດງທັດສະນະແຂງກະດ້າງ ແລະ ບໍ່ມີສັນຍານໃດໆທີ່ສະແດງໃຫ້ເຫັນວ່າຝ່າຍໃດຝ່າຍໜຶ່ງຈະປະນິປະນອມກັນ. ເລື່ອງອີຣານ ຖະແຫຼງວ່າ ນັບແຕ່ວັນທີ 07 ກໍລະກົດ ເລີ່ມເສີມທາດ ຢູລານຽມ ລື່ນກາຍລະດັບທີ່ໄດ້ກຳນົດ ຕາມຂໍ້ຕົກລົງແມ່ນບາດກ້າວເດີນທີ່ໄດ້ຮັບການຄາດຄະເນໄວກ່ອນ ແລະ ມີການຄິດໄລ່ຂອງເຕເຮຣານ, ເຊິ່ງໄດ້ຊີ້ໃຫ້ເຫັນຄວາມຕັດສິນໃຈຂອງປະເທດນີ້ໃນການຮັບປະກັນບັນດາຜົນປະໂຫຍດຂອງຕົນ.

        ຕາມຖະແຫຼງການຂອງອີຣານ ແລ້ວ, ເປັນຫຍັງເຂົາເຈົ້າຕ້ອງມີຂໍ້ຕົກລົງທີ່ແຂງກະດ້າງຄືແນວນັ້ນ ຍ້ອນວ່າ ວໍຊິງຕັນ ໄດ້ລະເມີດຂໍ້ຕົກລົງນິວເຄຼຍ ແລະ ຈັດວາງບັນດາມາດຕະການລົງໂທດເພື່ອຕ້ານອີຣານ ພຽງແຕ່ຝ່າຍດຽວ, ໃນຂະນະທີ່ບັນດາປະເທດທີ່ຍັງເຫຼືອໃນກຸ່ມ P5+1 ແມ່ນເຢຍລະມັນ, ຝລັ່ງ, ອັງກິດ, ຈີນ ແລະ ລັດເຊຍ ພັດບໍ່ມີຄວາມອາດສາມາດແກ້ໄຂບັນດາບັນຫາທີ່ຍັງເຫຼືອໃນ JCPOA ກ່ຽວກັບມາດຕະການແກ້ໄຂສຳລັບໂຄງການນິວເຄຼຍຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ