ອາຊຽນ 51 ປີ ແລະ ບັນດາເປົ້າໝາຍໃໝ່ໃນສະພາວະສາກົນໃໝ່

(VOVWORLD) - ວັນທີ 08 ສິງຫາ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງ (08/08/1967 – 08/08/2018).

ບັນດາຜົນງານເຊິ່ງ ອາຊຽນ ບັນລຸໄດ້ໃນກ່ວາ 5 ທົດສະວັດຜ່ານມາ ໄດ້ນຳ ອາຊຽນ ກາຍເປັນພາກພື້ນພັດທະນາຂະຫຍັນຂັນເຄື່ອນ ແລະ ມີຜົນສະທ້ອນໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. ອາຊຽນ ໄດ້ກາຍເປັນປະຊາຄົມຮ່ວມການຜູກຮັດ ແລະ ພວມຕັດສິນໃຈເພື່ອບັນລຸໄດ້ບັນດາບາດກ້າວໄປໄກກ່ວາໃນອະນາຄົດ ໃນສະພາບການສາກົນ ແລະ ພາກພື້ນພວມມີການຫັນແປຫລາຍຢ່າງ.

ອາຊຽນ 51 ປີ ແລະ ບັນດາເປົ້າໝາຍໃໝ່ໃນສະພາວະສາກົນໃໝ່ - ảnh 1  ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ SOM ຫວຽດນາມ ຫງວຽນກວັກຢຸງ

        ກ່ອນນີ້ 51 ປີ, ວັນທີ 08 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍມີ 5 ປະເທດເຂົ້າຮ່ວມ. ຜ່ານ 51 ປີ, ອາຊຽນ ໄດ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນປະຊາຄົມລວມມີ 10 ປະເທດສະມາຊິກ ໄດ້ກຳນົດຊາຕາກຳຂອງຕົນ ແລະ ນັບມື້ນັບເຕີບໃຫຍ່ກ່ຽວກັບດ້ານການເມືອງກ່ວາ, ໝັ້ນຄົງກ່ຽວກັບເສດຖະກິດກ່ວາ, ປັບປຸງກ່ຽວກັບລະບອບລະບຽບການກ່ວາ, ຜູກຮັດໃນການພົວພັນກ່ວາ.

ຄວາມພາກພູມໃຈກ່ຽວກັບຊາຍຄາລວມ ອາຊຽນ - ຮູບແບບຮ່ວມສຳພັນພາກພື້ນທີ່ປະສົບຜົນສຳເລັດຢ່າງຈົບງາມ

        ຜ່ານໄລຍະປະຫວັດສາດ, ຜ່ານຄວາມມຸ່ງຫວັງໃນເບື້ອງຕົ້ນ, ອາຊຽນ ບໍ່ພຽງແຕ່ຫັນອາຊີຕາເວັນອອກສ່ຽງໃຕ້ຈາກການສູ້ຢັນມາສູ່ການເຈລະຈາ, ຈາກການແຜນການດຳເນີນງານມາສູ່ການຮ່ວມມື, ຈາກການແບ່ງແຍກມາສູ່ຄວາມສາມັກຄີເທົ່ານັ້ນ ຫາກຍັງຍອດສູງແມ່ນການສ້າງຕັ້ງປະຊາຄົມ ອາຊຽນ. ອາຊຽນໃນວັນນີ້, ອາຊີຕາເວັນອອກສ່ຽງໃຕ້ສັນຕິພາບ, ໝັ້ນຄົງ, ສະຖຽນລະພາບ, ພັດທະນາແມ່ນຈຸດພົ້ນເດັ່ນໃນແຜ່ນທີ່ໂລກ ດ້ວຍຄວາມຂາດສະຖຽນລະພາບຫລາຍຢ່າງ. ປະຊາຄົມ ອາຊຽນ ຢືນອັນດັບທີ 6 ໃນໂລກ ດ້ວຍ GDP ບັນລຸເກືອບ 3.000 ຕື້ USD/ປີ. ພ້ອມທັງ, ອາຊຽນ ກໍ່ແມ່ນແຫ່ງປະສົມບັນດາພື້ນຖານວັດທະນະທຳຫລາຍຮູບຫລາຍສີ, ເຕັມໄປດ້ວຍສີສັນຊາດ, ຖານສະຫາຍອ້າຍນ້ອງສາມັກຄີລະຫວ່າງບັນດາຊາດທີ່ດຳລົງຊີວິດຮ່ວມກັນໃນສັນຕິພາບ, ຊີວິດສັງຄົມໄດ້ຮັບປະກັນ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງ.

        ໃນການພົວພັນກັບພາຍນອກ, ນັບທັງກັບບັນດາປະເທດມະຫາອຳນາດໃນໂລກ, ອາຊຽນ ຍາມໃດກໍ່ເປັນເຈົ້າການເຈລະຈາ, ຮ່ວມມື, ແມ່ນກຳລັງຊັກຈຸງບັນດາກົນໄກເວທີປາໄສພາກພື້ນ. ອາຊຽນ ຍາມໃດກໍ່ນຳໜ້າ, ແລກປ່ຽນຢ່າງສ້າງສັນກັບບັນດາຄູ່ຮ່ວມມືກ່ຽວກັບທຸກບັນຫາຄື: ການປ່ຽນແປງຂອງດິນຟ້າອາກາດ, ຕ້ານການກໍ່ການຮ້າຍ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ຈາກນັ້ນ ຍົກສູງທີ່ຕັ້ງສາກົນຂອງ ອາຊຽນ ແລະ ແຕ່ລະສະມາຊິກ.

        ເຖິງຢ່າງໃດກໍ່ຕາມ, ໃນສະພາບການໃໝ່ ເມື່ອສະພາບການຂອງພາກພື້ນ ແລະ ສາກົນພວມມີການປ່ຽນແປງຫລາຍຢ່າງ, ໄດ້ເກີດສິ່ງທ້າທາຍໃຫຍ່ຫລວງຫລາຍຢ່າງຕໍ່ກຸ່ມ ອາຊຽນ ແລະ ແຕ່ລະສະມາຊິກ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ SOM ຫວຽດນາມ ຫງວຽນກວັກຢຸງ ຖືວ່າ:

        “ບັນດາການປ່ຽນແປງຢ່າງແຮງໃນພາກພື້ນ ກໍ່ຄືຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0 ນັ້ນ, ອາຊຽນ ອາດຈະປະຕິບັດໄດ້ບັນດາເປົ້າໝາຍຂອງປະຊາຄົມຫຼືບໍ? ເຖິງວ່າ ອາຊຽນ ມີທີ່ຕັ້ງ ແລະ ບົດບາດໄດ້ຮັບຮູ້ແລ້ວກໍ່ຕາມ ແຕ່ຕໍ່ໜ້າບັນດາການແກ່ງແຍ້ງກ່ຽວກັບດ້ານຍຸດທະສາດຈາກບັນດາປະເທດໃຫຍ່  ແລະ ບັນດາການປ່ຽນແປງຢ່າງວ່ອງໄວຄື ລັດທິອາລັກຂາເພີ່ມນັ້ນ… ອາຊຽນ ອາດຈະຮັກສາບົດບາດເປັນແກ່ນກາງ ໄວ້ໄດ້ຫຼືບໍ? ອາຊຽນ ຈະຮັກສາໄດ້ທິດນຳຈຸດປະສົງຂອງຕົນ ເມື່ອສະໜັບສະໜູນໃຫ້ແກ່ການຫັນການຄ້າ, ການລົງທຶນເປັນເສລີນັ້ນ ອາຊຽນ ຈະປະກອບສ່ວນເຂົ້າໃນການຮັກສາທ່າອ່ຽງນີ້ຫຼື້ບໍ? ນັ້ມແມ່ນບັນດາບັນຫາພວມວາງອອກຕໍ່ ອາຊຽນ.

        ເຖິງວ່າມີສິ່ງທ້າທາຍຫລາຍຢ່າງກໍ່ຕາມ ແຕ່ຕາມທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ແລ້ວ, ຈຸດພົ້ນເດັ່ນ ແລະ ກໍ່ແມ່ນຈຸດສະດວກໃຫຍ່ທີ່ສຸດຂອງ ອາຊຽນ ນັ້ນແມ່ນການຮັບຮູ້ລວມຂອງບັນດາສະມາຊິກ ອາຊຽນ ທັງໝົດ ກ່ຽວກັບຈິດໃຈສາມັກຄີ, ຖືນີ້ແມ່ນປັດໄຈສ້າງໃຫ້ມີຜົນສຳເລັດ ແລະ ກຳລັງດູດດື່ມພິເສດສະເພາະຂອງ ອາຊຽນ.

        “ພາຍຫລັງກ່ວາ 50 ປີ ເຂົາເຈົ້າຖອດຖອນໄດ້ບົດຮຽນວ່າ ຕ້ອງຜູກຮັດ, ສາມັກຄີເປັນເອກະພາບກັນ ຈຶ່ງພັດທະນາໄດ້. ອາຊຽນ ໄດ້ສ້າງບັນດາກົນໄກໂດຍ ອາຊຽນ ສ້າງ ແລະ ຊັກຈຸງ. ບັນດາກົນໄກນີ້ ພວມເສີມຂະຫຍາຍຄຸນປະໂຫຍດ, ໄດ້ຮັບການຍອມຮັບຈາກບັນດາປະເທດ. ທີ່ຕັ້ງຂອງ ອາຊຽນ ກໍ່ໄດ້ຮັບຄວາມເຄົາລົບຈາກບັນດາປະເທດ ແລະ  ຢັ້ງຢືນວ່າ ບໍ່ພຽງແຕ່ຢູ່ ອາຊີ-ປາຊີຟິກ ເທົ່ານັ້ນ ຫາກຍັງທົ່ວມະຫາສະໝຸດອິນເດຍ ອີກດ້ວຍ.

ອາຊຽນ 51 ປີ ແລະ ບັນດາເປົ້າໝາຍໃໝ່ໃນສະພາວະສາກົນໃໝ່ - ảnh 2ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມວົງແຄບຢູ່ ສິງກະໂປ (ພາບ: ກະຊວງການຕ່າງປະເທດ)

ພ້ອມກັນມຸ່ງໄປເຖິງການກໍ່ສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

        ເຂົ້າຮ່ວມອາຊຽນແຕ່ປີ 1995, ຫວຽດນາມ ມີຄວາມເອກອ້າງທະນົງໃຈໃຈທີ່ໄດ້ຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກ ປະກອບສ່ວນເຂົ້າຊາຍຄາລວມ ອາຊຽນ ໃນວັນນີ້. 23 ປີຜ່ານມາ, ຫວຽດນາມ ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງພ້ອມກັບບັນດາບາດກ້າວເຕີບໃຫຍ່ເຂັ້ມແຂງຂອງ ອາຊຽນ. ຫວຽດນາມ ໄດ້ມີຜົນສະທ້ອນໃດໜຶ່ງຕໍ່ໂຄງສ້າງເອກະພາບຂອງ ອາຊຽນ ກໍ່ຄືຮັກສາສັນຕິພາບ, ວັດທະນາຖາວອນຢູ່ພາກພື້ນ, ກໍ່ສ້າງປະຊາຄົມຮ່ວມປະສົບຜົນສຳເລັດ ແລະ ມຸ່ງໄປເຖິງວິໄສທັດ ອາຊຽນ ໄກກ່ວາອີກ.

        ປີ 2018, ອາຊຽນ ກຳນົດຫົວເລື່ອງແມ່ນ ສ້າງ ອາຊຽນ ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ. ລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ ໄດ້ຮັບການສະແດງຢ່າງຈະແຈ້ງໃນການຮັບຮູ້ລວມຂອງ ອາຊຽນ ໃນບັນດາບັນຫາຄື: ສປປ.ເກົາຫຼີີ, ບັນຫາທະເລຕາເວັນອອກ, ການກໍ່ການຮ້າຍ, ໄພທຳມະຊາດ…ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍ່ພຽງແຕ່ສະແດງໃຫ້ເຫັນໃນບັນຫາດ້ານການເມືອງເທົ່ານັ້ນ ຫາກຍັງທັງບັນຫາເສດຖະກິດຄື: ຍູ້ແຮງການເຊື່ອມຕໍ່ຂອງ ອາຊຽນ, ຮັດແຄບຄວາມແຕກໂຕນກັນໃນການພັດທະນາໃນ ອາຊຽນ ອີກດ້ວຍ. ລັກສະນະຫົວຄິດປະດິດສ້າງໄດ້ສະແດງຢູ່ແນວຄວາມຄິດສ້າງຕັ້ງຕາໜ່າງນະຄອນອັດສະລິຍະ ແລະ ສະພາບຕົວຈິງ ໄດ້ເຂົ້າສູ່ການເຄື່ອນໄຫວແຕ່ຕົ້ນເດືອນ ກໍລະກົດ ຜ່ານມາແລ້ວ.

        ຂ່ຳນັບຮັບຕ້ອນເຫດການ ອາຊຽນ ຄົບຮອບ 51 ແຫ່ງວັນສ້າງຕັ້ງ, ດ້ວຍຄວາມເຫັນດີເປັນເອກະພາບ, ຄວາມຕັດສິນໃຈ ແລະ ຄວາມຮັບຮູ້ລວມ, ອາຊຽນ ພວມເຊື່ອໝັ້ນຕົນເອງມີບາດກ້າວແຮງບົນເສັ້ນທາງກໍ່ສ້າງປະຊາຄົມສາມັກຄີ, ນັບມື້ນັບພັດທະນາເພື່ອສັນຕິພາບ ແລະ ວັດທະນາຖາວອນ ./.

ຕອບກັບ

ຂ່າວ/ບົດ​ອື່ນ