ອາຊຽນ - ຈີນ: ເມື່ອຂາດຄວາມໄວ້ເນື້ອເຊື່ອໃຈ

(vovworld)- ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດກົດໝາຍ ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸ​ດຍອດ ອາ​ຊຽນ ຄັ້ງ​ທີ 24 ​ແລະ ກອງ​ປະຊຸມ Shangri La 13 ​ເຮັດ​ໃຫ້​ໂລກ​ຕົກສະ​ເຫ​ງີ້. ສຳລັບ ອາ​ຊຽນ, ​ໃນ​ທາມ​ກ່າງ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ສອງ​ຝ່າຍ ພວມ​ມີ​ຄວາມ​ຄືບ​ຫນ້າ​ຫລາຍ​ຢ່າງ ​ເພື່ອ​ກ້າ​ວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ການ​ກະທຳ​ຂອງ​ຈີນ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໄປ​ຝືນ​ກັບ​ຄຳ​ໝັ້ນ​ສັນຍາ​ທີ່​ມີ​ຕໍ່​ກຸ່ມ​ອາ​ຊຽນ, ​ເຮັດ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນຂາດຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພາບ​ພົດປະ​ເທດ​ຈີນ ທີ່ພວມ“ບື່ນຕົວ​ຂຶ້ນ​ດ້ວຍສັນຕິພາບ”.

ອາຊຽນ - ຈີນ: ເມື່ອຂາດຄວາມໄວ້ເນື້ອເຊື່ອໃຈ - ảnh 1
ກຳປັ່ນຈີນ ກີດຂວາງກຳປັ່ນ ຟິລິບປີນ
ພາບ:internet

        ພຽງ​ສອງ​ສາມ​ມື້ ພາ​ຍຫລັງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ກະທຳ​ລຳພັງ​ພຽງ​ຝ່າຍ​ດຽວ​ທີ່​ອັນຕະລາຍ​ຈາກ​ຝ່າຍ​ຈີນ.

        ນີ້​ແມ່ນ​ການ​ກະທຳ​ພິ​ເສດ ບໍ່​ເຄີຍ​ມີ​ມາ​ໃນ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ, ​ສ່ວນ​ຫນຶ່ງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຫລັກ​ໝັ້ນ​ຂອງ​ອາ​ຊຽນ ​ໃນ​ຖານະ​ເປັນ​ກຸ່ມ​ຫນຶ່ງ​​ທີ່​ເປັນເອກະ​ພາບຢ່າງ​ຈະ​ແຈ້ງ. ​ເຖິງ​ວ່າ ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ​ ກໍ​ຄື​ຜົນ​ສະທ້ອນ​​ລວມຂອງ​ຈີນ ຢູ່ພາກ​ພື້ນຈະແຕກ​ຕ່າງ​ກັນກໍ່ຕາມ, ​ແຕ່ຖະ​ແຫລ​ງການ ອີກ​ຄັ້ງ​ຫນຶ່ງ​ໄດ້​ລົບ​ລ້າງ​ຄວາມ​ສົງ​ໃສ​ທີ່​ວ່າ​ເລື່ອງ​ກຸ່ມອາ​ຊຽນ​ອາດ​ຈະ​ຖືກ​ແບ່ງ​ແຍກ​ ຍ້ອນ​ກ່ຽວຂ້ອງ​ເຖິງ​ຫົວ​ເລື່ອງ​ທີ່​ສັບສົນ​ນີ້.

        ຄຳ​ເວົ້າ ​ແລະ ການ​ກະທຳ​ ຂອງ​ຈີນ ​ແມ່ນ​ແຕກ​ຕ່າງກັນ

        ​ໃນ​ຈຸດ​ເວລາ​ທ້າຍ​ປີ 2013, ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ​ແລະ ກອງ​ປະຊຸມ​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ​ໃນ​ຄາວ​ນັ້ນ ບັນດາ​ການ​ນຳ ຈີນ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​​ຫນ້າ​ສົນ​ໃຈທີ່​ວ່າ: ຈີນ ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ“ ຮ່ວມ​ຊາຕະ​ກຳ, ​ແບ່ງ​ທຸກ​ແບ່ງ​ສຸກ​ນຳ​ກັນ”. ສອງ​ຝ່າຍ ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ ​ແລະ ພັດທະນາ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ຮັກສາ​ນ້ຳ​ໃຈ​ສາມັກຄີ”. ນອກ​ນັ້ນ, ທີ່​ພິທີ​ສະ​ເຫລີ​ມສະຫລອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ, ອາ​ຊຽນ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເມື່ອ​ເຫັນ​ວ່າ ທ່ານ​ນາຍົກລັດຖະມົນຕີ ຈີນ ຫລີ​ເຄືອ​ຊຽງ ສະ​ເຫ​ນີ ຍົກ​ການ​ພົວພັນ​ລະ​ຫວ່າງ ອາ​ຊຽນ ​ແລະ ຈີນ ຈາກ “ທົດ​ສະ​ວັດ​ຄຳ​ຂຶ້ນສູ່​ທົດ​ສະ​ວັດ​ເພັດ” ດ້ວຍ​ເລື່ອງລົງ​ນາມ​ໃນ​ສົນທິສັນຍາ 3 ດີ“ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ, ມິດຕະພາບທີ່​ດີ ​ແລະ ການ​ຮ່ວມ​ມືທີ່​ດີ”. ບໍ່​ພຽງ​​ແຕ່​ເທົ່າ​ນັ້ນ, ຈີນ  ຍັງ​ຍົກ​ອອກ​ຂໍ້​ລິ​ເລີ່​ມກໍ່ສ້າງ​ເສັ້ນທາງ​ການ​ຄ້າ​ບົນ​ທະ​ເລ​ໃນ​ສັດຕະວັດ​ທີ 21, ​ເພື່ອ​ຈຸດປະສົງ​ພັດທະນາ​ດ້ານ​ການ​ຄ້າ ​ແລະ ​ເປີດ​ກວ້າງ​ຜົນ​ສະທ້ອນ​ຂອງ​ພື້ນຖານ​ອະລິຍະ​ທຳ​ຈີນ ຫາກ​ບໍ່​ມີ​ຈຸດປະສົງ​​ເປີດ​ກວ້າງຜືນ​ແຜ່ນດິນ.

ອາຊຽນ - ຈີນ: ເມື່ອຂາດຄວາມໄວ້ເນື້ອເຊື່ອໃຈ - ảnh 2
ກຳປັ່ນ ຈີນ ບຸກໂຈມຕີ ກຳປັ່ນຫວຽດນາມ
ພາບ:new.go.vn

ກ່ອນ​ຫນ້າ​ນັ້ນ, ​ເດືອນ 5/2013 ​ເລື່ອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫວາງ​ອີ ​ເລືອກ​ເຟັ້ນອາ​ຊຽນ ​​ແມ່ນ​ສະຖານ​ທີ່​ຢ້ຽມຢາມ​ທຳ​ອິດ​ໃນ​ການ​​ໄປ​ປະຕິບັດ​ງານຢູ່​ຕ່າງປະ​ເທດ ​ໃນ​ຖານະ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ໄດ້​ເຮັດ​ໃຫ້ ອາ​ຊຽນ ມີ​ຄວາມ​ປາດ​ຖະຫນາ​ວ່າ ຈີນ ຈະ​​ໃຫ້​ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ຖື​ວ່າ ອາ​ຊຽນ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ສຳຄັນ.

ເມື່ອ​ຕອບ​ຄືນ​ເຈດ​ຕະນາ​ດີ​ຈາກ​ຈີນ, ອາ​ຊຽນ ກໍ່​ຍາດ​ແຍ່ງທຸກກາລະ​ໂອກາດ​ເພື່ອ​ປັບປຸງ​ການ​ພົວພັນກັບ​​ຄູ່​ຮ່ວມມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ​ໄດ້​ຕັ້ງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ເຂົ້າ​ໃນ​ບັນດາ​ຂໍ້​ສະ​ເໜີ​ຂອງ ປັກ​ກິງ ກ່ຽວ​ກັບ​ອະ​ນາ​ຄົດ​ໃນ​ພາກ​ພື້ນ.  ບໍ່​ພຽງ​ແຕ່​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຂໍ້​ສະ​ເໜີ​ສັນຍາ “3 ດີ”, ​ເຫັນ​ດີ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລ​ອາ​ຊຽນ - ຈີນ ​ເທ​ົ່ານັ້ນ, ຫາກອາ​ຊຽນ ຍັງ​ຕັ້ງ​ໜ້າ​ສະ​ເໜີ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພື່ອ​ແນ​ໃສ່ກຳ​​ກາລະ​ໂອກາດ​ໃນ​ເສັ້ນທາງ​ຮ່ວມມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ກວ້າງຂວາງ​ກວ່າ​ອີກ ​ໃນ​ທົດສະ​ວັດ​ທີ 2 ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນ - ຈີນ. ອາ​ຊຽນ ​ເຫັນ​ດີ​ປະຕິບັດ​ຖະ​ແຫຼ​ງການ DOC ຢ່າງຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ຕັ້ງໜ້າ​ທາ​ບທາມ​ຄວາມ​ເຫັນ​ສ້າງ COC. ຍິ່ງ​ກວ່າ​ນັ້ນ, ອາ​ຊຽນ ຍັງ​ປາດ​ຖະໜາ “ຄວາມ​​ໄຝ່ຝັນ​ຂອງຈີນ” ກໍ່​ສາມາດ​ກາຍ​ເປັນ “ຄວາມ​ໄຝ່​ຝັນ​ຂອງອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ດ້ວຍ​ເລື່ອງ​ຈີນ​ຈະ​ປ່ຽນ​ແປງ​ວິທີ​ສຳ​ພັດ​ກ່ຽວ​ກັບ​ບັນດາ​ການ​ຂັດ​ແຍ້ງຢູ່​ທະ​ເລ​ຕາ​ເວັນ​ອອກ​ກັບ​ບາງ​ປະ​ເທດ​ໃນ​ພາກ​ພື້ນ.

        ​ເພາະສະ​ນັ້ນ, ​ເລື່ອງ​ຈີນ ສະ​ແດງ“ນ້ຳ​ໃຈ​ມິດຕະພາບ” ກັບ ອາ​ຊຽນ ​ເມື່ອ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຂະຫນາດ​ໃຫຍ່​ຢູ່​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ຕຳ​ ​ແລະ ສີດ​ນ້ຳ​ໃສ່​ ກຳ​ປັ່ນ​ຫວຽດນາມ, ຕຳ​ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ​ໃຫ້ຈົມ​ນ້ຳ ພ້ອມ​ທັງ​ນາບ​ຂູ່​ວ່າ​: “ຈະ​ໃຫ້​ຫວຽດນາມ ບົດຮຽນ” ຖ້າ​ຫາກ​ສູ້​ຢັນ” ​ສິ່ງ​ດັ່ງກ່າວໄດ້​ເຮັດ​ໃຫ້ ອາ​ຊຽນ ​ແລະ ປະຊາ​ຄົມ​​ໂລກຕົກສະ​ເຫ​ງີ້”.

        ການ​ກະທຳ​ຂອງ​ຈີນ ​​ໄດ້​ນາບ​ຂູ່​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ​ໄປ​ຝືນ​ກັບ​ກົດໝາຍ​ສາກົນ, ລະ​ເມີດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ປັກ​ກີ​ງ ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ. ພິ​ເສດ ການ​ກະທຳ​ຂອງ​ຈີນ ​ໄດ້​ປະຕິ​ເສດ​ຄຳ​ໝັ້ນ​ສັນຍາ​ທັງ​ໝົດ​ລະຫວ່າງ ຈີນ ​ແລະ ອາ​ຊຽນກ່ອນ​ນີ້ ​ແມ່ນພ້ອມ​ກັນ​ມານະ​ພະຍາຍາມ​ກໍ່ສ້າງ​ພາກ​ພື້ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາ​ວອນ.

        ຄວາມ​ໄຝ່ຝັນ “ບືນ​ຕົວ​ຂຶ້ນ​ດ້ວຍສັນ​ຕິ​ພາບ”

        ຄວາມ​ຈິງ, ດ້ວຍ​ການ​ກະທຳ​ນາບ​ຂູ່ ​ແລະ ​ເກາະ​ຜິດ​ບົນ​ທະ​ເລ ສຳລັບ​ຫວຽດນາມ, ຈີນ ຖືກ​ປະລາ​ໄຊ​ໃນ​ການ​ເກ້​ຍກອມ​​​ໂລກ​ເວົ້າລວມ, ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເວົ້າ​ສະ​ເພາະທີ່ວ່າ: ​ເຂ​ົາ​ເຈົ້າ​ພວມ​ພົ້ນ​ເດັ່ນ​ຂຶ້ນ​​ດ້ວຍສັນຕິ​ພາບ. ພ້ອມ​ກັບ​ເລື່ອງ ຈີນ ​​ໄດ້ເມ​ີນ​ເສີຍ​ຕໍ່ບັນດາ​ຄຳ​ຮຽກຮ​​້ອງ​ອັນ​ຊອບ​ທຳ​ຂອງ ຟິລິບ​ປິນ ​ແລະ ພັນທະທີ່​ມີ​ຕໍ່​ສານ​ສາກົນ​​​ເຊິ່ງ​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນຢູ່ ຫາດ​ຊາຍ​ທະ​ເລ​ Scarborough ​ໃນ​ທະ​ເລ​ຕາ​ເວັນ​ອອກ, ຫາງ​ສຽງ​ພວມ​ຕັ້ງຄຳ​ຖາມ​ວ່າ: ຈີນ ຈະ​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ ຄື​ແນວ​ໃດ ​ເມື່ອ​ປະ​ເທດ​ນີ້​ບໍ່​ຫົວຊາ​ຕໍ່​ກົດ​ໝາຍ​ສາກົນ​​ເມື່ອສ້າງ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ແບບ​ມະຫາ​ອຳນາດ​ຢູ່​ພາກ​ພື້ນ?​ ​ເລື່ອງ​ທຳລາຍ​ອິດ​ທິພົນ​ຊື່​ສຽງ ​ແລະ ພາບ​ພົດ​ຂອງ​ຕົນ​ດ້ວຍ​ການ​ກະທຳ​ທີ່ໄປ​ຝືນ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ​ຂັ້ນ​ສູງນັ້ນ​ ​​ຈະ​​ເປັນ​ຜົນ​ປະ​ໂຫຍ​ດຍາວ​ນານ​ຂອງ ຈີນ ຫຼື​ບໍ່?

        ສຳລັບ​ແຕ່ລະ​ປະ​ເທດ, ສະພາບ​ແວ​ດລ້ອມ​ແຫ່ງ​ສັນຕິພາບ, ສະ​ຖຽນລະ​ພາບ ​ເພື່ອ​ພັດທະນາ​ແມ່ນ​ເງື່ອນໄຂຂາດບໍ່ໄດ້. ແຕ່ໃນປະຈຸບັນ, ສະພາບແວດລ້ອມ

​ແຫ່ງສັນຕິພາບນັ້ນພວມຖືກທຳລາຍ, ບັນດາປະເທດບ້ານໃກ້ເຮືອນຄຽງກໍ່ຂາດ ຄວາມໄວ້ເນື້ອເຊື່ອໃຈຕໍ່ຈີນ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ໃຫ້ຈີນຕົກຢູ່ໂດດດຽວບົນ​ເສັ້ນທາງກາຍເປັນປະເທດມະຫາອຳນາດ, ຕາມວິທີທີ່ເອີ້ນວ່າ “ບື່ນຕົວຂຶ້ນດ້ວຍ ສັນຕິພາບ”.



ຕອບກັບ

ຂ່າວ/ບົດ​ອື່ນ