ອາຊຽນເປັນເອກະພາບ, ສາມັກຄີກັນໃນບັນຫາທະເລຕາເວັນອອກ

ວັນ​ທີ 6/8, ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ AMM 48 ແລະ​ ບັນ​ດາກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ໄດ້​ໄຂ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ(ARF) ຄັ້ງ​ທີ 22. ເວ​ທີ​ປາ​ໄສ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ພົ້ນ​ເດັ່ນຂອງ​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລຕາ​ເັວນ​ອອກ. ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ການ​ກະ​ທຳຫຼົບຫຼີກຂອງ​ປັກ​ກິງ​ທີ່​ວ່າ ARF ບໍ່​ແມ່ນ​ບ່ອນ​ທີ່​ແທດ​ເໝາະ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ທະ​ເລຕາ​ເວັນ​ອອກ, ບັນ​ຫານີ້​ພັດ​ກາຍ​ເປັນ​ເນື້ອ​ໃນ​ຈຸດ​ສຸມ ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລືຫຼາຍ​ກ່​ວາ​ໝູ່​ຊຶ່ງບໍ່​ພຽງ​ແຕ່​ຢູ່​ໃນ​ບັນ​ດາ​ວາ​ລະກອງ​ປະ​ຊຸມ, ການ​ພົບ​ປະ​ຕ່າງໆຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ, ຫາກ​ຍັງຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່​ບັນ​ດາ​ການ​ພົບ​ປະ​ຢູ່ນອກກອງ​ປະ​ຊຸມ​ອີກ​ດ້ວຍ. ເປັນ​ໜ້າ​ສົນ​ໃຈ​ແມ່ນ ອາ​ຊຽນ​ໄດ້​ມ​ີ​ສຽງ​ເວົ້າ​ລວມ​ທີ່​ແຂງ​ແຮງ​ກ່ຽວ​ກັບ​ບັນ​ຫານີ້.  

ອາຊຽນເປັນເອກະພາບ, ສາມັກຄີກັນໃນບັນຫາທະເລຕາເວັນອອກ  - ảnh 1
ກອງ​ປະ​ຊຸມ SOM ASEAN

     ARF ໄດ້​ຮັບ​ການ​ດຳ​ເນີນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເດືອນ 7/1994 ຢູ່​ປາງກອກ​, ປະ​ເທດໄທ, ດ້ວຍ​ຈຸດ​ໝາຍ​ໃນ​ເບື້ອງ​ຕົ້ນ​ແມ່ນ​ຮັກ​ສາ​ການ​ສົນ​ທະ​ນາ ແລະ ແລກ​ປ່ຽນ​ຄຳ​ເຫັນກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃນ​ຂົງ​ເຂດ​ການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ທູດ​ຢູ່​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ. ມາ​ຮອດ​ປະ​ຈຸ​ບັນ, ARF ມີ 27 ປະ​ເທດ​ເຂົ້າ​ຮ່ວມ ຊຶ່ງ​ລວມ​ທັງ 10 ປະ​ເທດ​ອາ​ຊຽນ, 10 ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາຊຽນ ແລະ 7 ປະ​ເທດ​ອື່ນ. ດ້ວຍ​ຂອບ​ຂະ​ໜາດ ແລະ ການ​ເຂົ້າ​ຮ່ວມ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ARF ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​​ໝັ້ນ​ຄົງໃນ​ພາກ​ພື້ນ.

    ທະ​ເລຕາ​ເວັນ​ອອກແມ່ນ​ບັນ​ຫາ​ທີ່​ຮ້ອນ​ເຮັ່ງຢູ່ ARF 22

  ໄລ​ຍະ​ມໍ່ໆ​ມານີ້, ພ້ອມ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ອື່ນ​ທີ່​ມີຕໍ່ຄວາມ​ໝັ້ນ​ຄົງໃນ​ພາກ​ພື້ນ, ບັນ​ດາ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຢູ່ ທະ​ເລຕາ​ເວັນ​ອອກ​ໄດ້ ແລະ ພວມ​ກາຍ​ເປັນ​ເນື້ອ​ໃນ​ຈຸດ​ສຸມຂອງ​ບັນ​ດາເວ​ທີ​ປາ​ໄສ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ. ແລະ ເພື່ອ​ຊອກ​ຫາ​ທິດ​ກ້າວ​ເດີນ​ອັນ​ຖືກ​ຕ້ອງ​ເພື່ອ​ແກ້​ໄຂ​ບັນ​ຫາ ທະ​ເລຕາ​ເວັນ​ອອກນັ້ນ, ກໍ​ບໍ່​ອາດ​ປະ​ຕິ​ເສດ​ຕໍ່​ການ​ສົ່ງ​ຜົນ​ສະ​ທ້ອນ​ຂອງ ARF ໄດ້.

    ຜູ້​ຄົນ​ທັງຫຼາຍ​ຍັງ​ຈື​ດີ​ວ່າ ໃນເວ​ທີ​ປາ​ໄສ​ ARF ຄັ້ງ​ທີ 21 ຢູ່​ມຽນ​ມາ​ປີ 2014, ARF ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ບັນ​ຫາ ທະ​ເລຕາ​ເວັນ​ອອກ, ໃນ​ນັ້ນ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງເລິກ​ເຊິ່ງ​ຕໍ່ໜ້າ​ບັນດາ​ການ​ກະ​ທຳ​ຂອງ​ຈີນ ທີ່​ເຮັດ​ໃຫ້​ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ສິ່ງ​ທີ່​ເປັນ​ໜ້າ​ໃສ່​ໃຈ ແມ່ນ​ແຕ່​ລະ​ປະ​ເທດ​ອາ​ຊຽ​ນ ກໍ​ລ້ວນ​ແຕ່​ມີ​ທັດ​ສະ​ນະ​ສະ​ເພາ​ະ​ຂອງ​ຕົນ​ກ່ຽວ​ກັບ​ບັນ​ຫາທະ​ເລຕາ​ເວັນ​ອອກ, ດັ່ງ​ນັ້ນ ​ເລື່ອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ, ນັບ​ທັງ​ບັນ​ດາ​ປະ​ເທດ​ທີີ່​ມີ​ການ​ຂັດ​ແຍ້ງ ແລະ ບັນ​ດາ​ປະ​ເທດບໍ່​ມີ​ການ​ຂັດ​ແຍ້ງ ໄດ້​ເປັນ​ເອ​ກະ​ພາບ​ກັນ ອອກ​ຖະ​ແຫຼງ​ການ​ຮ່ວມ​ເຊັ່ນ​ນັ້ນ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ​ອາ​ຊຽນ. ສ່ວນ​ຢູ່ເວ​ທີ​ປາ​ໄສ​ ARF ປີນີ້, ໃນ​ສະ​ພາ​ວະ​ທີ່​ຈີນ​ຍູ້​ແຮງ​ການກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ, ກໍ່​ສ້າງ​ລານ​ບິນຢູ່​ເກາະ​ບາງ​ແຫ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກ​າະ​ເຈືອງ​ຊາ​ຂອງ​ຫວຽດ​ນາມນັ້ນ, ບັນ​ຫາທະ​ເລຕາ​ເວັນ​ອອກຍິ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ARF.

    ອາ​ຊຽນ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ແຍ້ງ​ຢູ່ທະ​ເລຕາ​ເວັນ​ອອກ

ບັນ​ຫາທະ​ເລຕາ​ເວັນ​ອອກ ຊ້ຳ​ບໍ​ໜຳ​ຍັງ​ຮ້ອນ​ເຮັ່ງ​ນັບ​ແຕ່​ຈຸດ​ເວ​ລາ​ຍັງ​ບໍ່​ທັນ​ໄຂເວ​ທີ​ປາ​ໄສ​. ກ່ອນ​ທີ່​ມາ​ຮ່ວມກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຈີນ ຫວາງ​ອີ ໄດ້​ກ່າວ​ເຕືອນ​ວ່າ ການ​ນຳບັນ​ຫາທະ​ເລຕາ​ເວັນ​ອອກມາ​ປຶກ​ສາ​ຫາ​ລື​ຢູ່ ເວ​ທີ​ປາ​ໄສ​​ອາ​ຊຽນ ແມ່ນ​ສິ່ງ​ທີ່​ໄຮ້​ຄຸນ​ປະ​ໂຫຍດ ແລະ ເຮັດ​ໃຫ້​ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ. ບັນ​ຫາທະ​ເລຕາ​ເວັນ​ອອກຄວ​ນຍົກ​ອອກຢູ່ພຽງ​ແຕ່​ການ​ເຈ​ລະ​ຈາ 2 ຝ່າຍ​ເທົ່າ​ນັ້ນ. ແຕ່​ໃນ​ບົດ​ກ່າວ​ປາ​ໄສ​ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ AMM 48 ເມື່ອ​ວັນ​ທີ 4/8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ​ມາ​ເລ​ເຊຍ NaJib Razak ໄດ້​ຢືນ​ຢັນ​ເຖິງຫຼາຍ​ບັນ​ຫາ​​ໃຫຍ່ຂອງ​ສາ​ກົນ, ໃນ​ນັ້ນ, ມີ​ການ​ທວງເອົາ​ອະ​ທິ​ປະ​ໄຕ​ເຂດ​ນ້ຳ​ແດນ​ດິນ​​ແຊກ​ຊ້ອນ​ກັນທີ່​ສັບ​ສົນ​ທີ່​ສຸດ ຊຶ່ງ​ແຕ່​ລະ​ປະ​ເທດບໍ່​ສາ​ມາດ​ແກ້​ໄຂ​ໂດຍ​ຕ່າງ​ຫາກ​ໄດ້. ຮ່າ​ງ​ຖະ​ແຫຼງ​ການ​ຂອງບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເພີີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ, ເປັນ​ຕົ້ນ​ແມ່ນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ຕ້ອງ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ​ ບົນ​ພື້ນ​ຖານ​ເຄົ​າ​ລົບ​ກົດ​ໝາຍ​ສາ​ກົນ. ຄຳ​ຢືນ​ຢັນ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ​ມາ​ເລ​ເຊຍ NaJib Razak ພ້ອມ​ກັບ​ຮ່າງ​ຖະ​ແຫຼງ​ການ​ຮ່ວມ​ຂອງບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ເຈົ້າ​ພາບ​ມາ​ເລ​ເຊຍເວົ້າ​ສະ​ເພາະ  ແລະ ອາ​ຊຽນ​ເວົ້າ​ລວມ ບໍ່​ຍອມ​ຮັບ​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ຈີນ​ທີ່​ວ່າ AMM 48 ບໍ່​ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບບັນ​ຫາທະ​ເລຕາ​ເວັນ​ອອກ. ຄວາມ​ເປັນ​ເອ​ກະ​ພາບ​ກັນ​ນີ້ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ບາດ​ກ້​າວ​ເດີນ​ຕໍ່​ໄປ ສະ​ແດງ​ໃຫ້​ເຫັນ​ຄວາມຜູກ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ສຽງ​ເວົ້​າ​ລວມ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ຄວາມ​ຜູກ​ພັນ​ກັນ​ຄື​ດັ່ງ​ກ່າວ ແມ່ນ​ກຳ​ລັງ​ໜູນ​ເພື່ອ​ສ້າງ​ກຳ​ລັງ​ແ​ຮງ​ລວມ​ໝູ່, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຮ​່ວມ.

    ຈີນ​ສືບ​ຕໍ່ຫຼົບ​ຫຼີກວິ​ວັດ​ທະ​ນາ​ການ​ກ້າວ​ໄປ​ເຖິງ COC

 ໃນ​ຕົວ​ຈິງ, ຄວາມ​ສາ​ມັກ​ຄີ​ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ອາ​ຊຽນ ເຄີຍ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ສິ່ງນີ້​ໄດ້​ຮັບ​ການຢັ້ງ​ຢືນ​ເມື່ອ​ເດືອນ 5/2015 ຂະ​ນະ​ທີ່ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ ຄັ້ງ​ທີ 26 ອອກ​ຖະ​ແຫຼງ​ການ​ໂດຍ​ຊີ້​ແຈ້ງ​ກ່ຽວ​ກັບ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ຢູ່ທະ​ເລຕາ​ເວັນ​ອອກນັ້ນ, ຈີນ​ໄດ້​ມີ​ປະ​ຕິ​ກິ​ລີ​ຍາ​ໃນ​ທັນ​ທີ່. ປະ​ເທດນີ້​ເດັດ​ດຽວ​ຄັດ​ຄ້ານ​ອັນ​ທີ່​ເອີ້ນ​ວ່າ “ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ທີ່ແນ​ໃສ່ກໍ່​ຄວາມ​ເສຍ​ຫາຍຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ປັກ​ກິງກັບ​ອາ​ຊຽນ”. ຫຼື​ວ່າ ໃນ​ມໍ່​ໆມານີ້, ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ,  ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຫຼຽວ​ເຈີນ​ເຢີນ ຖະ​ແຫຼງວ່າ ກອງ​ປະ​ຊຸມບໍ່​ຄວນ​ປຶກ​ສາ​ຫາ​ລືບັນ​ຫາທະ​ເລຕາ​ເວັນ​ອອກ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ຕໍ່​ໜ້າຄວາມ​ສາ​ມັກ​ຄີ​ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ອາ​ຊຽນໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ກໍ​ຄື​ປະ​ສົບ​ກັບ​ການ​ຕຳ​ໜິ​ຕິ​ຕຽນ​ຢ່າງ​ຮຸນ​ແຮງ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ, ກ່ອນ​ທີ່​ດຳ​ເນີນເວ​ທີ​ປາ​ໄສ​ ARF, ຈີນ​ໄດ້​ຖະ​ແຫຼງວ່າ ປະ​ເທດນີ້​ໄດ້​ຢຸດ​ການກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ​ຢູ່ທະ​ເລຕາ​ເວັນ​ອອກ. ພ້ອມ​ກັນ​ນັ້ນ, ປັກ​ກິງ​ຍັງ​ຢືນ​ຢັນ​ ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັບ​ອາ​ຊຽນ​ຊຸກ​ຍູ້ວິ​ວັດ​ທະ​ນາ​ການ​ກ້າວ​ໄປ​ເຖິງປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລຕາ​ເວັນ​ອອກ COC .

    ແຕ່​ດົນ​ນານ​ມາ​ແລ້ວ, ປັກ​ກິງ​ໄດ້​ຊອກ​ຫາ​ທຸກວິ​ທີ​ທາງ​ເພື່ອຫຼົບຫຼີກ ແລະ ເຮັດ​ໃຫ້ວິ​ວັດ​ທະ​ນາ​ການ​ກ້າວ​ໄປ​ເຖິງ COC ຊັກ​ຊ້າ​ລົງ ໃນ​ຂະ​ນະ​ທີ່​ຈີນ​ພະ​ຍາ​ຍາມ​ຍູ້​ແຮງ​ການ​ປະ​ກົດ​ຕົວ​ຂອງ​ເຂົາ​ເຈົ້າ​ຢູ່ທະ​ເລຕາ​ເວັນ​ອອກ. ຖະ​ແຫຼງ​ການ​ຂອງ​ຈີນ ພ້ອມ​ກັບ​ການ​ເຫັນ​ດີ​ສ້າງ​ຕັ້ງ​ສາຍ​ໂທ​ລະ​ສັບ​ດ່ວນ​ບົນ​ທະ​ເລ​ລະ​ຫວ່າງ​ອາ​ຊຽນ ແລະ ຈີນນັ້ນ, ດ້ານ​ໜຶ່ງ ທັງ​ປາດ​ຖະ​ໜາ​ອາດ​ຊ່ວຍ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່ທະ​ເລຕາ​ເວັນ​ອອກ, ທັງ​ເຮັດ​ໃຫ້​ຫາງ​ສຽງ​ມີ​ຄວາມ​ລະ​ແວງ​ສົງ​ໄສ. ເພາະ​ສະ​ນັ້ນ, ເວ​ທີ​ປາ​ໄສ​ ARF ຄັ້ງ​ທີ 22 ພວມ​ຄອຍ​ຖ້າ​ບັນ​ດາ​ສັນ​ຍານ​​ທີ່​ຕັ້ງ​ໜ້າໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ