ອາຍຸການທີ່ເຕັມໄປດ້ວຍສິ່ງທ້າທາຍຫຼາຍຢ່າງຂອງປະທານ ອີຢູ ໃໝ່

(VOVWORLD) -ນັບແຕ່ວັນທີ 1 ກໍລະກົດ, ໂອຕາລິດ ໄດ້ດຳລົງຕຳແໜ່ງເປັນປະທານສະພາສະຫະພາບ ເອີລົບ (EU) ຢ່າງເປັນທາງການ. ໃນອາຍຸການ 6 ເດືອນຈະມາເຖິງ, ລັດຖະບານຂອງທ່ານນາຍົກລັດຖະມົນຕີ Sebastian Kurz ຕ້ອງແກ້ໄຂຫຼາຍບັນຫາສຳຄັນເຊິ່ງຄວາມໝາຍຂອງບັນດາຂໍ້ຕົກລົງໄດ້ຍົກອອກມານັ້ນ ແນ່ນອນວ່າຈະມີຜົນກະທົບຍາວນານ ແລະ ຢ່າງແຮງເຖິງອະນາຄົດຂອງ EU ຫຼື ຄວາມສາມັກຄີ ຫຼື ແບ່ງແຍກເມື່ອ EU ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຮ້າຍແຮງເຫຼົ່ານັ້ນ.

        ຕາມຂໍ້ກຳນົດແລ້ວ, ປະທານສະພາ EU ໂດຍບັນດາປະເທດສະມາຊິກຜັດປ່ຽນກັນ ຮັບຜິດຊອບພາຍຫຼັງແຕ່ລະ 6 ເດືອນ. ປະເທດທີ່ເປັນປະທານມີໜ້າທີ່ເປັນປະທານບັນດາກອງປະຊຸມຂອງສະພາ EU, ຕັດສິນໂຄງການດຳເນີນງານ, ກຳນົດລາຍການເຮັດວຽກ ແລະ ສ້າງຄວາມສະດວກເພື່ອໂອ້ລົມສົນທະນາໃນທັງກອງປະຊຸມຂອງສະພາ ແລະ ກັບບັນດາລະບອບ EU ອື່ນ.

ຈຸດເວລາສຳຄັນຂອງ EU

       ໂອຕາລິດ ໄດ້ຮັບມອບໝາຍເປັນປະທານ EU ຈາກປະເທດ ບຸນກາຣີ ໃນສະພາບການທີ່ກຸ່ມນີ້ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງກ່ຽວກັບບັນດາການພົວພັນພາຍໃນ ແລະ ພາຍນອກ. ຄວາມໝັ້ນຄົງພາຍໃນກຸ່ມ, ວິກິດການໜີ້ສາທາລະນະ, ຫຼື ບັນຫາຄົນເຂົ້າເມືອງ ເຊິ່ງກຸ່ມນີ້ຫາກໍ່ບັນລຸໄດ້ຂໍ້ຕົກລົງພວມຕ້ອງການເຈດຈຳນົງດ້ານການເມືອງຢ່າງແຂງແຮງ ເພື່ອສາມາດປະຕິບັດໄດ້. ການເຈລະຈາກ່ຽວກັບ Brexit (ເລື່ອງອັງກິດ ຖອນອອກຈາກ EU), ການພົວພັນກັບ ອາເມລິກາ, ລັດເຊຍ… ກໍ່ແມ່ນພາລະແບກຫາບຂອງປະທານ EU ໃໝ່.

ອາຍຸການທີ່ເຕັມໄປດ້ວຍສິ່ງທ້າທາຍຫຼາຍຢ່າງຂອງປະທານ ອີຢູ ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ໂອຕາລິດ Sebastian Kurz

(ພາບ:THX/TTXVN)

        ຕາມໂຄງການດຳເນີນງານຮອບດ້ານເຊິ່ງລັດຖະບານ ໂອຕາລິດ ປະກາດນັ້ນ, ບຸລິມະສິດອັນໃຫຍ່ຫຼວງ ໃນອາຍຸການເປັນປະທານຜັດປ່ຽນເປັນເວລາ 6 ເດືອນຂອງປະເທດນີ້ແມ່ນຊຸກຍູ້ບັນຫາຄວາມໝັ້ນຄົງ ແລະ ນະໂຍບາຍການເຂົ້າເມືອງ. ດ້ວຍຄຳຂວັນທີ່ວ່າ “ເອີລົບ ປົກປ້ອງ”, ທັດສະນະຂອງ ໂອຕາລິດ ຮຽກຮ້ອງນະໂຍບາຍຊາວອົບພະຍົບຂອງ ເອີລົບ ເຄັ່ງຂັດກ່ວາ, ເພີ່ມທະວີການປົກປ້ອງບັນດາເສັ້ນຊາຍແດນທາງນອກຂອງ ສະຫະພາບ ເອີລົບ, ຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຊົນ, ຮັບມືກັບໄພເຂົ້າເມືອງຜິດກົດໝາຍ. ໂອຕາລິດ ກໍ່ມີແຜນນະໂຍບາຍຊຸກຍູ້ບັນດາການເຈລະຈາກ່ຽວກັບງົບປະມານຍາວນານໃຫ້ແກ່ສະຫະພາບ ເອີລົບ, ໄລຍະ 2021 – 2027. ນອກຈາກນັ້ນ ແລ້ວ, ໂອຕາລິດ ກໍ່ມີແຜນນະໂຍບາຍເປີດກ້ວາງປະຕູຂອງສະຫະພາບ ເອີລົບ ເພື່ອຕ້ອນຮັບບັນດາສະມາຊິກໃໝ່.

        Brexit ກໍ່ແມ່ນບັນຫາບຸລິມະສິດຕ້ອງໄດ້ຮັບການແກ້ໄຂ ເພື່ອໃຫ້ປະເທດ ອັງກິດ ອາດຈະຖອນຕົວອອກຈາກ EU ໃນເດືອນ ມີນາ 2019 ຢ່າງສະດວກ, ສ້າງການພົວພັນດ້ານເສດຖະກິດ 2 ຝ່າຍລະຫວ່າງ ອັງກິດ ແລະ EU ໃຫ້ເປັນຮູບປະທຳ.

        ໃນການພົວພັນກັບ ລັດເຊຍ, ໃນບົດບາດເປັນປະທານ EU, ໂອຕາລິດ ຈະຊຸກຍູ້ການພົວພັນຕາມທິດສະໜິດສະໜົມກັບບັນດາປະເທດມະຫາອຳນາດນີ້ ພາຍຫຼັງບັນດາຄຳສັ່ງລົງໂທດ ເພື່ອຫລຸດຜ່ອນຄວາມເສຍຫາຍໃຫ້ແກ່ວິສາຫະກິດເອີລົບ. ສຳລັບ ອາເມລິກາ ແລ້ວ, ໂອຕາລິດ ຕ້ອງເຮັດແນວໃດເພື່ອຊຸກຍູ້ການເຈລະຈາສະກັດກັ້ນໄພອັນຕະລາຍກ່ຽວກັບສົງຄາມດ້ານການຄ້າ.

ອາຍຸການທີ່ບໍ່ງ່າຍດາຍ

       ຄາດໝາຍທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງຄືແນວນັ້ນ ແຕ່ບັນດາຄວາມຫຍຸ້ງຍາກພາວະວິໄສ ກໍ່ຄືວຽກງານພາຍໃນຂອງກຸ່ມອາດຈະເຮັດໃຫ້ບັນດາຄາດໝາຍທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງຂອງ ໂອຕາລິດ ຍາກທີ່ຈະປະກົດຜົນເປັນຈິງໄດ້.

        ທີໜຶ່ງ, ປີ 2018 ແມ່ນປີມີລັກສະນະຕັດສິນຂອງ EU, ເມື່ອມີຫຼາຍລະບອບຂອງອົງການນີ້ພວມກະກຽມການສ້າງໂຄງປະກອບກ່ຽວກັບດ້ານບຸກຄະລາກອນຍ້ອນມີການເລືອກຕັ້ງທົ່ວປະເທດຫຼາຍຄັ້ງໄດ້ດຳເນີນຢູ່ບັນດາປະເທດສະມາຊິກ ກໍ່ຄືການເລືອກຕັ້ງລັດຖະສະພາ ເອີລົບ ໃນປີໜ້າ. ໃນສະພາບການນັ້ນ, ປະຈຸບັນ, ລັດຖະບານຫຼາຍປະເທດພວມສຸມໃສ່ເຂົ້າໃນບັນດາບັນຫາມີຄວາມໝາຍແທດຈິງ ທີ່ກ່ຽວຂ້ອງເຖິງຊີວິດທາງດ້ານການເມືອງພາຍໃນປະເທດຫຼາຍກ່ວາຢູ່ໃນລະດັບຂອງ EU. ດັ່ງນັ້ນ, ອາດຈະແມ່ນ “ຄວາມສຸມຈິດສຸມໃຈ” ໃນ EU ຖືກຈຳກັດ.

ທີ່ສອງແມ່ນ ໃນບັນດາບັນຫາສັບສົນທີ່ຍັງຄົງຄ້າງຂອງ ອີຢູ ຍັງຄົງສະແດງໃຫ້ເຫັນປະຈັກຕາ ຫລັກໝັ້ນທີ່ບໍ່ມີຄວາມເປັນເອກະພາບກັນຂອງບັນດາປະເທດສະມາຊິກ, ພົ້ນເດັ່ນກວ່າໝູ່ ແມ່ນ ບັນຫາຊາວອົບພະຍົບ. ເຖິງວ່າກອງປະຊຸມສຸດຍອດ ອີຢູ ຫາກໍໄດ້ານສິ້ນສຸດລົງໃນວັນທີ 29 ມິຖຸນາ ແລະບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາຫາດັ່ງກ່າວກໍຕາມ, ແຕ່ຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດເອີຣົບຕາເວັນອອກ ແລະ ເອີຣົບຕາເວັນຕົກ ຍັງປະກົດອອກຢູ່ ເຮັດໃຫ້ເລື່ອງປະຕິບັດຂໍ້ຕົກລົງດັ່ງກ່າວ ແມ່ນ ບໍ່ມີວີ່ແວວ.

        ໄລຍະຜ່ານມາ, ໂອຕາລິດ ໄດ້ສະແດງຄວາມຕັດສິນໃຈຢາກສະກັດກັ້ນການແບ່ງແຍກໃນກຸ່ມ ອີຢູ ແລະ ການເຄື່ອນໄຫວປຽບເໝືອນວ່າ ເປັນຄົນກາງເຈລະຈາລະຫວ່າງບັນດາຝ່າຍ. ໃນຖານະຕໍາແໜ່ງໃໝ່, ພາຍໃຕ້ການຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຜູ້ໜຸ່ມນ້ອຍທີ່ສຸດໃນປະຫວັດສາດ, ຍິ່ງໄປກວ່ານັ້ນ, ໂອຕາລິດເຄີຍດໍາລົງຕໍາແໜ່ງເປັນປະທານສະພາ ອີຢູ ສອງເທື່ອແລ້ວ ( 1998 ແລະ 2006), ນີ້ແມ່ນຈຸດເວລາ ເພື່ອໃຫ້ປະເທດເອີຣົບຕາເວັນຕົກນີ້ ໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດ ແມ່ນປັດໄຈຊຸກຍູ້ຄວາມສາມັກຄີໃນອີຢູ.ເຖິງຢ່າງໃດກໍຕາມ ໃນສະພາບການທີ່ອີຢູ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫລາຍຢ່າງທີ່ກ່ຽວຂ້ອງເຖິງ ເລື່ອງອັງກິດຖອນຕົວອອກຈາກອີຢູ (Brexit), ບັນຫາຄົນເຂົ້າເມືອງ, ການແບ່ງປັນຜົນປະໂຫຍດລະຫວ່າງບັນດາປະເທດສະມາຊິກ, ບັນຫາຄວາມສະຫງົບພາຍໃນກຸ່ມ ກໍຄືບັນຫາງົບປະມານຂອງອີຢູ...ໃນໄລຍະ 6 ເດືອນທີ່ດໍາລົງຕໍາແໜ່ງ ເປັນປະທານ EU ແມ່ນການທົດສອບທີ່ຫຍຸ້ງຍາກສໍາລັບວຽນນາ. 

ຕອບກັບ

ຂ່າວ/ບົດ​ອື່ນ