ອາເມລິກາ ບໍ່ຢືນຢູ່ນອກວິກິດການການທູດຢູ່ເຂດອ່າວເປີເຊຍ

(VOVWORLD) - ຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດໂດຍບັງເອີນວ່າຈະ: ກຽມພ້ອມເປັນຄົນກາງໄກ່ເກ່ຍໃຫ້ບັນດາການໂຕ້ຖຽງກັນລະຫວ່າງບັນດາປະເທດເຂດອ່າວເປີເຊຍ ແລະ ກາຕາ ແລະ ສະແດງຄວາມເຊື່ອໝັ້ນວ່າ ຈະບັນລຸໄດ້ຂໍ້ຕົກລົງປອງດອງຊາດໂດຍໄວ. 

ອາເມລິກາ ບໍ່ຢືນຢູ່ນອກວິກິດການການທູດຢູ່ເຂດອ່າວເປີເຊຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump 

(ພາບ:Reuters)

ເປັນຫຍັງທີ່ມາຮອດປະຈຸບັນ, ພາຍຫຼັງເກີດວິກິດການເປັນເວລາ 3 ເດືອນແລ້ວ, ອາເມລິກາ ຈຶ່ງໄດ້ຍົກຂໍ້ສະເໜີນີ້ອອກ ໃນຂະນະທີ່ກ່ອນນັ້ນ ພຽງແຕ່ຢືນຢູ່ນອກເພື່ອກະຕຸກຊຸກຍູ້ບັນດາຝ່າຍຊອກຫາມາດຕະການຢຸດຕິວິກິດການນີ້.  ບັນນາທິການ VOV ມີບົດຂຽນ “ອາເມລິກາ ບໍ່ຢືນຢູ່ນອກວິກິດການການທູດຢູ່ເຂດອ່າວເປີເຊຍ”.

        ຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຖືກຍົກອອກມາທີ່ການປະຊຸມຂ່າວຮ່ວມກັບກະສັດ ກູເວດ Sabah al – Ahmad al – Jaber al- Sabah ຢູ່ນະຄອນຫຼວງ ວໍຊິງຕັນ ໃນທ້າຍອາທິດຜ່ານມາ. ຕາມນັ້ນແລ້ວ, ອາເມລິກາ ພ້ອມແລ້ວທີ່ກາຍເປັນຄົນກາງໄກ່ເກ່ຍ ເພື່ອບັນລຸໄດ້ຂໍ້ຕົກລົງປອງດອງຊາດຢ່າງວ່ອງໄວທີ່ສຸດ.  ໃນການກະທຳອື່ນໆອີກ, ການນຳທຳນຽບຂາວ ກໍ່ໄດ້ດຳເນີນການໂອ້ລົມທາງໂທລະສັບສະເພາະກັບອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດິ, ອົງມົງກຸດລາຊະກຸມມານ ສະຫະລັດ ອາຣັບ ເອມີເຣັດ (UAE) ແລະ ກະສັດ ກາຕາ. ເນື້ອໃນຂອງບັນດາການໂອ້ລົມທາງໂທລະສັບນີ້ລ້ວນແຕ່ມີສານລວມນັ້ນແມ່ນ: ຄວາມສາມັກຄີລະຫວ່າງບັນດາຄູ່ຮ່ວມມື ອາຣັບ ຂອງ ອາເມລິກາ ແມ່ນມີຄວາມຈຳເປັນເພື່ອຊຸກຍູ້ສະຖຽນລະພາບຢູ່ພາກພື້ນ ແລະ ຕ້ານຄືນໄພນາບຂູ່ຈາກ ອີຣານ.

ຢັ້ງຢືນຜົນສະທ້ອນຢູ່ພາກພື້ນ

       ວິກິດການການທູດທີ່ໄດ້ຮັບຖືວ່າ ແມ່ນຮ້າຍແຮງທີ່ສຸດຢູ່ເຂດອ່າວເປີເຊຍ, ລະຫວ່າງຝ່າຍໜຶ່ງແມ່ນ ກາຕາ ກັບອີກຝ່າຍໜຶ່ງແມ່ນບັນດາປະເທດ ໂດຍ ອາຣັບບິ ຊະອຸດິ ນຳໜ້າໄດ້ເກີດຂຶ້ນໃນວັນທີ 5 ມິຖຸນາ. 4 ປະເທດເຂດອ່າວເປີເຊຍແມ່ນ: ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ອີຢິບ ແລະ ບາເຣັນ ໄດ້ຕັດຂາດການພົວພັນທາງການທູດ ແລະ ການຄ້າກັບ ກາຕາ, ປິດລ້ອມເສັ້ນທາງລຳລຽງຂົນສົ່ງທາງທະເລ, ທາງບົກ ແລະ ທາງອາກາດ ທີ່ເຊື່ອມຕໍ່ກັບ ກາຕາ ດ້ວຍຄຳກ່າວຫາ ປະເທດນີ້ສະໜັບສະໜູນ ອີຣານ ແລະ ບັນດາກຸ່ມອິດສະລາມຫົວຮຸນແຮງ.

        ນັບແຕ່ນັ້ນມາຮອດປະຈຸບັນ, ມີຫຼາຍປະເທດຄື: ຕວກກີ, ລັດເຊຍ, ກູເວດ ໄດ້ເປັນຄົນກາງໄກ່ເກ່ຍ ແຕ່ບໍ່ທັນບັນລຸໄດ້ຜົນງານເທື່ອ. ເລື່ອງ ອາເມລິກາ ໄດ້ອອກສຽງ “ແກ້ໄຂຂໍ້ຕິດຂັດ” ໃຫ້ແກ່ວິກິດການການທູດຢູ່ເຂດອ່າວຢ່າງເປັນທາງການນັ້ນ, ວົງການນັກໄຈ້ແຍກຖືວ່າ ນີ້ບໍ່ແມ່ນວ່າການກະທຳໂດຍບັງເອີນ ຫາກແມ່ນບັນດາການຄິດໄລ່ຊັ່ງຊາໂດຍມີຈຸດປະສົງ.

        ຜົນປະໂຫຍດຕົ້ນຕໍຂອງ ອາເມລິກາ ຢູ່ເຂດອ່າວແມ່ນຮັກສາເສັ້ນທາງລຳລຽງຂົນສົ່ງນ້ຳມັນເສລີ, ສະກັດກັ້ນບັນດາເຫດບຸກໂຈມຕີກໍ່ການຮ້າຍທີ່ໄດ້ເລີ່ມມາຈາກພາກພື້ນແນໃສ່ ອາເມລິກາ ແລະ ບັນດາພັນທະມິດຢູ່ ເອີລົບ, ສະກັດກັ້ນ ອີຣານແຜ່ອຳນາດຢູ່ພາກພື້ນ. ແຕ່ດົນນານມາແລ້ວ, ຍາມໃດ ວໍຊິງຕັນ ກໍ່ປາດຖະໜາຢາກສ້າງຕັ້ງພັນທະມິດ ອາຣັບ ນິກາຍ Sunni ເອກະພາບ ເພື່ອແນໃສ່ຄວບຄຸມການແຜ່ຂະຫຍາຍຂອງ ອີຣານ ແລະ ຕ້ານລັດທິກໍ່ການຮ້າຍສົງຄາມສາສະໜາ. ປະຈຸບັນ, ບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ກໍ່ໄດ້ຕັ້ງຢູ່ ກາຕາ ແລະ ບາເຣັນ ແລະ ອາຣັບບິ ຊະອຸດິ ແມ່ນສຳພັນທະມິດທີ່ສະໜິດສະໜົມຂອງ ອາເມລິກາ ໃນບັ້ນຮົບຕ້ານການກໍ່ການຮ້າຍ. ຍິ່ງກ່ວານັ້ນ, ອາເມລິກາ ຢາກຫັນບັນດາປະເທດເຂດ ອ່າວ ກາຍເປັນສຳພັນທະມິດທີ່ຈົງຮັກພັກດີຕໍ່ວໍຊິງຕັນ. ດັ່ງນັ້ນ, ບັນດາການປະທະກັນ, ຄວາມເຄັ່ງຕຶງໃນປະຈຸບັນອາດຈະສົ່ງຜົນສະທ້ອນເຖິງບັນດາຜົນປະໂຫຍດຂອງ ອາເມລິກາ ຢູ່ພາກພື້ນນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ນັບແຕ່ເມື່ອວິກິດການເກີດຂຶ້ນ, ປະເທດ ອາເມລິກາ ໄດ້ສວມບົດບາດບໍ່ຈະແຈ້ງໃນການແກ້ໄຂຄວາມຂັດແຍ້ງກັນ ໃນຂະນະພຽງແຕ່ຍົກອອກບັນດາຄຳຮຽກຮ້ອງລວມໆ, ຊຸກຍູ້ບັນດາຝ່າຍລະງັບໃຈເພື່ອຊອກຫາມາດຕະການເຈລະຈາເທົ່ານັ້ນ.

ອາເມລິກາ ບໍ່ຢືນຢູ່ນອກວິກິດການການທູດຢູ່ເຂດອ່າວເປີເຊຍ - ảnh 2

 ກະສັດ ກູເວດ Sabah al – Ahmad al – Jaber al- Sabah

(ພາບ:Reuters)

        ໜຶ່ງໃນບັນດາປັດໄຈຊຸກຍູ້ ອາເມລິກາ ສະແດງບົດບາດຂອງຕົນໃນວິກິດການຢູ່ເຂດອ່າວຢ່າງເປັນທາງການນັ້ນແມ່ນການຢ້ຽມຢາມຫວ່າງມໍ່ໆມານີ້ຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເຖິງ ກູເວດ, ສະຫະລັດ ອາຣັບ ເອມີເຣັດ (UAE) ແລະ ກາຕາ. ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov ຢັ້ງຢືນວ່າ ລັດເຊຍ ກຽມພ້ອມໃນການໜູນຊ່ວຍເພື່ອຍົກອອກມາດຕະການທີ່ອາດສາມາດຮັບຮູ້ໄດ້. ການມີໜ້າຂອງ ລັດເຊຍ ຢູ່ເຂດ ອ່າວ ເຮັດໃຫ້ ອາເມລິກາ ມີຄວາມວິຕົກວັງວົນ, ບໍ່ສາມາດຢືນຢູ່ນອກໄດ້. ນອກຈາກນັ້ນ, ເລື່ອງ ກາຕາ ຄ່ອຍໆທຳລາຍທ່າຖືກຕົກຢູ່ໂດດດ່ຽວ ກໍ່ເຮັດໃຫ້ ອາເມລິກາ ຕ້ອງຍູ້ໄວວິວັດການແກ້ໄຂວິກິດການຢູ່ເຂດອ່າວໂດຍໄວ. ອາທິດຜ່ານມາ, ກາຕາໄດ້ປະກາດນຳໃຊ້ທ່າກ່ຳປັ່ນທະເລ Hamad, ສາມາດແລກປ່ຽນການຄ້າກັບຫຼາຍປະເທດຢູ່ໃນໂລກ, ພ້ອມທັງຫລຸດຜ່ອນຄວາມກົດດັນຈາກຄຳສັ່ງປິດລ້ອມຂອງບັນດາປະເທດ ບ້ານໃກ້ເຮືອນຄຽງ. ກາຕາ ແລະ ຕວກກີ, ອີຣານ ກໍ່ພວມປຶກສາຫາລືເລື່ອງນຳໃຊ້ລະບົບທາງບົກຂອງ ອີຣານ ເພື່ອແນໃສ່ຊຸກຍູ້ການຄ້າລະຫວ່າງບັນດາປະເທດນີ້ກັບ ກາຕາ. ເມື່ອວິວັດການນີ້ໄດ້ສຳເລັດແລ້ວ, ການພົວພັນລະຫວ່າງ ໂດຮາ ແລະ ບັນດາປະເທດນອກເຂດອ່າວຈະໄດ້ຮັບການເປີດກ້ວາງ ແລະ ເລື່ອງ “ປິດລ້ອມ ກາຕາ” ຂອງບັນດາປະເທດເຂດອ່າວ ຈະບໍ່ມີປະໂຫຍດອີກ.

        ໃນຕົວຈິງແລ້ວ, ບໍ່ມີເວລາໃດ ທີ່ອາເມລິກາ “ລະເລີຍ” ຕໍ່ເຂດອ່າວ ເປີເຊຍ ແລະ ຕາເວັນອອກກາງ ຫາກພຽງແຕ່ແມ່ນການປັບປຸງນະໂຍບາຍໃນແຕ່ລະໄລຍະເທົ່ານັ້ນ. ດ້ວຍຂໍ້ສະເໜີເປັນຄົນກາງໄກ່ເກ່ຍໃຫ້ແກ່ວິກິດການການທູດຢູ່ເຂດ ອ່າວ ໄດ້ຮັບຖືວ່າແມ່ນຖືກກັບເວລາຂອງອຳນາດການປົກຄອງປະທານາທິບໍດີ Donald Trump ເພື່ອແນໃສ່ແກ່ງແຍ້ງຜົນສະທ້ອນກັບ ລັດເຊຍ, ເພີ່ມທະວີບົດບາດຢູ່ ຕາເວັນອອກກາງ. ແຕ່ເຖິງຢ່າງໃດກໍ່ຕາມ, ແຜນການປອງດອງຂອງທ່ານ Trump ຈະບັນລຸຜົນສຳເລັດໄດ້ຫຼືບໍ່ ແມ່ນອີງໃສ່ຫຼາຍປັດໄຈ. ເຂດອ່າວ ພວມໃນໄລຍະຕ້ອງປະເຊີນໜ້າກັບການຂັດແຍ້ງກັນ ແລະ ການປະທະກັນຫຼາຍຢ່າງ ແລະ ເຖິງວ່າ ຢູ່ເບື້ອງຫຼັງການຄິດໄລ່ຊັ່ງຊາເຖິງຜົນປະໂຫຍດນັ້ນ, ການເຂົ້າຮ່ວມຂອງ ອາເມລິກາ ໃນບົດບາດເປັນຄົນກາງໄກ່ເກ່ຍຍັງຄົງໄດ້ຮັບຄວາມຊົມເຊີຍຈາກຫາງສຽງ ດ້ວຍຄວາມຫວັງຈະສ້າງບັນດາບາດກ້າວບຸກທະລຸຊ່ວຍຫລຸດຜ່ອນວິກິດການທີ່ນັບມື້ນັບປີນຂັ້ນໄດນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ