ຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນໄວ້ໃຫ້ໝັ້ນຄົງ

(VOVWORLD) - ໃນວິວັດການພັດທະນາປະເທດ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກ້ວາງຂວາງ, ບັນຫາການຮັກສາຄວາມເປັນເອກະລາດໄວ້ໃຫ້ໝັ້ນຄົງ, ເປັນເຈົ້າຕົນເອງ ພິເສດແມ່ນຄວາມເປັນເອກະລາດ, ເປັນເຈົ້າຕົນເອງກ່ຽວກັບເສດຖະກິດ ພວມວາງອອກບັນດາສິ່ງທ້າທາຍໃໝ່ສຳລັບ ຫວຽດນາມ. 

ບັນຫາການແກ້ໄຂການພົວພັນລະຫວ່າງການຮັກສາເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນໃຫ້ໝັ້ນຄົງ ແມ່ນຕິດພັນກັບຄວາມເປັນເຈົ້າການ, ຄຸນນະທາດ ແລະ ການເລືອກເຟັ້ນ. ຕໍ່ໄປນີ້ ຂໍເຊີນທ່ານຜູ້ຟັງຮັບຟັງບົດທີ່ມີຫົວຂໍ້ວ່າ: “ຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນໄວ້ໃຫ້ໝັ້ນຄົງ” ຂອງນັກຂ່າວ ຫງວຽນຍຸງ.
ພາຍຫລັງ 30 ກ່ວາປີແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ຈາກປະເທດພັດທະນາຢ່າງຊັກຊ້າ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດພວມພັດທະນາ, ໄດ້ສ້າງຕັ້ງການພົວພັນທາງການທູດກັບ 185 ປະເທດ, ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການລົງທຶນກັບ 224 ຕະຫລາດຢູ່ທຸກທະວີບ.
ພັດທະນາເສດຖະກິດ ເພື່ອເຊື່ອມໂຍງເປັນເຈົ້າຕົນເອງ
ແຕ່ຍັງມີໄພອັນຕະຫລາຍເກີດຂຶ້ນກັບບັນດາພື້ນຖານເສດຖະກິດອື່ນໆ, ເມື່ອປະເທດ ຫວຽດນາມ ມີພົນລະເມືອງເກືອບ 80% ທຳການຜະລິດກະສິກຳ ແຕ່ແນວພັນປູກ, ແນວພັນສັດລ້ຽງ, ແນວພັນເຂົ້າ…ຫລາຍຊະນິດ ຍັງຂຶ້ນກັບການນຳເຂົ້າ. ຜະລິດຕະພັນກະເສດ ຫວຽດນາມ ຕົ້ນຕໍແມ່ນສົ່ງອອກເປັນວັດຖຸດິບ, ຍັງບໍ່ທັນຄວບຄຸມໄດ້ຄຸນຄ່າເທື່ອ ສະນັ້ນຈຶ່ງຂຶ້ນກັບຕະຫລາດຕ່າງປະເທດ. ເຕັກໂນໂລຊີຂອງ ຫວຽດນາມ ກໍ່ຍັງຫຼ້າຫຼັງຢູ່, ພິເສດແມ່ນອຸດສາຫະກຳສຳຮອງ ຍັງບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຂອງຂະແໜງປະດິດສ້າງເທື່ອ. ຕາມທ່ານສາດສະດາຈານ, ປອ ເຈືອງຢາງລອງ, ຮອງຫົວໜ້າກົມໃຫຍ່ການເມືອງ, ຜູ້ອຳນວຍການວິທະຍາຄານການເມືອງຕຳຫລວດປະຊາຊົນແລ້ວ, ເພື່ອຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງໄວ້ໃຫ້ໝັ້ນຄົງ ຄວນພັດທະນາພື້ນຖານເສດຖະກິດແຂງແຮງ:
“ຈຸດສຸມຂອງບັນຫາ ຍັງຄົງແມ່ນຈຸດອຸດຕັນກ່ຽວກັບເສດຖະກິດໃນວິວັດການເຊື່ອມໂຍງ. ຖ້າບໍ່ເປັນເອກະລາດກ່ຽວກັບເສດຖະກິດ ແມ່ນບໍ່ມີສິ່ງໃດ ມີເອກະລາດ. ເລື່ອງພວກເຮົາພວມເປັນຫ່ວງໃນປະຈຸບັນ ແມ່ນເຮັດແນວໃດ ເພື່ອເປັນເຈົ້າຕົນເອງກ່ຽວກັບດ້ານເສດຖະກິດ. ໃນການພົວພັນເຊື່ອມໂຍງ ສິ່ງແນ່ນອນແມ່ນການເປັນເຈົ້າຕົນເອງນັ້ນແມ່ນຄວາມລະເມີເຝີ້ຝັນ. ພື້ນຖານເສດຖະກິດໂລກ ແມ່ນພື້ນຖານເສດຖະກິດອີງໃສ່ຊຶ່ງກັນ ແລະ ກັນ, ແຕ່ສິ່ງໃດພວກເຮົາບໍ່ອາດສາມາດ ພວກເຮົາຕ້ອງເປັນເຈົ້າການ.”
ເປັນເຈົ້າການເລືອກເຟັ້ນນະໂຍບາຍເຊື່ອມໂຍງ
ເລື່ອງ ຫວຽດນາມ ລົງນາມ, ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່ ໄດ້ສ້າງກາລະໂອກາດຫລາຍຢ່າງ ແຕ່ກໍ່ວາງອອກຄວາມສ່ຽງໃໝ່, ພິເສດ ແມ່ນໃນສະພາບການໂລກມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຫລາຍຢ່າງ. ຕາມທ່ານຮອງສາດສະດາຈານ, ປອ ຫງວຽນຫວູຕຸງ ຜູ້ອຳນວຍການສະຖາບັນການຕ່າງປະເທດແລ້ວ ການຮັກສາຄວາມເອກະລາດ, ເປັນເຈົ້າຕົນເອງກ່ຽວກັບເສດຖະກິດ ມີການພົວພັນຢ່າງແໜ້ນແຟ້ນກັບການຮັກສາຄວາມເອກະລາດ, ເປັນເຈົ້າຕົນເອງກ່ຽວກັບແນວທາງ. ດັ່ງນັ້ນ, ຄວາມເປັນເຈົ້າການໃນການເຊື່ອມໂຍງ, ເປັນເຈົ້າການໃນການເລືອກເຟັ້ນນະໂຍບາຍເຊື່ອມໂຍງ ຈະຫລີກລ້ຽງໄດ້ກໍລະນີຕ້ອງອາໄສ. ພຽງແຕ່ເປັນເຈົ້າການໃນການເຊື່ອມໂຍງ ຈຶ່ງສາມາດຮັບມືໄດ້ເທົ່ານັ້ນ, ຫັນສິ່ງທ້າທາຍເປັນກາລະໂອກາດ ແລະ ຫັນກາລະໂອກາດເປັນກຳລັງແຮງອັນແທ້ຈິງ ເພື່ອເພີ່ມພູນຄູນສ້າງພື້ນຖານເອກະລາດ, ເປັນເຈົ້າຕົນເອງຂອງປະເທດຊາດ:
“ຫຼັກການກ່ຽວກັບການແກ້ໄຂການພົວພັນເອກະລາດ, ເປັນເຈົ້າຕົນເອງ ຍັງຍົກສູງຄວາມຕັດສິນເອງຂອງພວກເຮົາ ໃນວິວັດການເລືອກເຟັ້ນນະໂຍບາຍເຊື່ອມໂຍງ. ບົນພຶດຕິກຳຕົວຈິງແລ້ວ ການເລືອກເຟັ້ນນີ້ ພວມຄ່ອຍໆຫລຸດໜ້ອຍລົງ. ການເລືອກເຟັ້ນນີ້ ໄດ້ຖືກສ້າງຂຶ້ນຈາກບັນດາກຳລັງພາຍນອກ ຊຶ່ງພວກເຮົາຍາກທີ່ຈະປະຕິບັດໄດ້.”
ຮັບການລົງທຶນຢ່າງມີເລືອກເຟັ້ນ
ບັນດານັກຄົ້ນຄວ້າໃສ່ໃຈວ່າ ເລື່ອງຊຸກຍູ້ການພັດທະນາເສດຖະກິດ, ຮັບການລົງທຶນ ແມ່ນບຸລິມະສິດຂອງການເຊື່ອມໂຍງ. ເຖິງຢ່າງໃດກໍ່ຕາມ, ເລື່ອງຮັບການລົງທຶນກໍ່ຄວນມີການເລືອກເຟັ້ນ, ບໍ່ອາດແລກປ່ຽນດ້ວຍທຸກສິ່ງທຸກຢ່າງ ຕາມທ່ານສາດສະດາຈານ, ປອ ຫງວຽນຈ້ອງຈວນ ສັງກັດສະຖາບັນມະຫາບັນດິບວິທະຍາສາດສັງຄົມ ຫວຽດນາມ ແລ້ວ, ສະພາບຮັບການລົງທຶນບໍ່ເລືອກເຟັ້ນ ຈະນຳມາໃຫ້ໄພອັນຕະລາຍຫລາຍຢ່າງ:
“ຄວາມສາມາດເຊື່ອມໂຍງເຂົ້າກັບສາກົນກ່ຽວກັບທຸກດ້ານອື່ນໆ ໃນນັ້ນ ມີການເປີດປະຕູຕະຫລາດ, ເປີດປະຕູປະເທດ. ຫລຸດມາດຖານເພື່ອຮັບການລົງທຶນຈາກຕ່າງປະເທດແມ່ນໄພອັນຕະລາຍທີ່ສຸດ. ຖ້າຫາກຫລຸດມາດຕະຖານດ້ານສິ່ງແວດລ້ອມນັ້ນ ລາຍຈ່າຍເພື່ອແກ້ໄຂສິ່ງນັ້ນຕາມພາຍຫລັງ ຈະຍິ່ງກ່ວາສິ່ງທີ່ພວກເຮົາໄດ້ຮັບ. ນະໂຍບາຍຂອງລັດແມ່ນຖືກຕ້ອງທີ່ສຸດ, ໝາຍຄວາມວ່າ ສ້າງທຸກເງື່ອນໄຂ ເພື່ອດຶງດູດການລົງທຶນແມ່ນຖືກຕ້ອງ, ແຕ່ຕ້ອງດຶງດູດ ລົງທຶນໂດຍມີການເລືອກເຟັ້ນ. ”
ໃນສະພາວະ ພວມເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກນັບມື້ນັບແຂງແຮງ, ຫວຽດນາມ ປະຕິບັດບັນດາຫຼັກການພື້ນຖານແມ່ນ ເປັນເຈົ້າການ, ມີຄຸນນະທາດ ແລະ ເລືອກເຟັ້ນ ເພື່ອຮັກສາໄດ້ຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ./. 




ຕອບກັບ

ຂ່າວ/ບົດ​ອື່ນ