ຮັກສາທ່າພັດທະນາຢ່າງແຮງ, ຮອບດ້ານໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ

(VOVWORLD) - ວັນທີ 04 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. 

ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ເປັນລະອຽດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕື່ມອີກ, ພ້ອມທັງນຳການພົວພັນລະຫວ່າງ 2 ອົງການນິຕິບັນຍັດ 2 ປະເທດໃຫ້ພັດທະນາທັງໃນ 2 ຝ່າຍ ແລະ ຫລາຍຝ່າຍ.

        ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງນັບແຕ່ປີ 2009 ແລະ ໄດ້ຮັບການຮັກສາທ່າພັດທະນາຢ່າງແຮງ, ຮອບດ້ານ ນັບມື້ນັບເຂົ້າສູ່ລວງເລິກ.

        ສິ່ງດັ່ງກ່າວໄດ້ຢັ້ງຢືນເຈດຈຳນົງ ແລະ ຄວາມຕັດສິນໃຈດ້ານການເມືອງຂອງການນຳກໍ່ຄືປະຊາຊົນ 2 ປະເທດ, ສ້າງພື້ນຖານດ້ານການເມືອງສຳຄັນ ເພື່ອນຳການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ພັດທະນາຢູ່ໃນລະດັບສູງໃໝ່ໃນທຸກຂົງເຂດ.

ການຮ່ວມມືຢ່າງມີປະສິດທິຜົນໃນຫລາຍຂົງເຂດ

        ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ, ຢືນອັນດັບຫນຶ່ງ ກ່ຽວກັບການລົງທຶນ, ຢືນອັນດັບ 2 ກ່ຽວກັບທຶນ ODA (ຖັດຈາກ ຍີ່ປຸ່ນ), ຢືນອັນດັບ 3 ກ່ຽວກັບການຄ້າ (ຖັດຈາກ ຈີນ ແລະ ສະຫະພາບ ເອີຣົບ). ບັນດາກົນໄກການຮ່ວມມື 2 ຝ່າຍສືບຕໍ່ໄດ້ຮັບການຮັກສາຄື: ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ ແລະ ວິທະຍາສາດເຕັກນິກ ຫວຽດນາມ - ສ.ເກົາຫຼີ, ຄະນະກຳມະການປະສົມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືໃນຂົງເຂດໄຟຟ້ານິວເຄຼຍ, ພະລັງງານ ແລະ ອຸດສາຫະກຳ.

        ໃນ 10 ເດືອນຕົ້ນປີ 2018, ວົງເງິນການຄ້າ 2 ປະເທດບັນລຸໄດ້ 54,2 ຕື້ USD. ສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ ມີຜົນສັກສິດນັບແຕ່ວັນທີ 20 ທັນວາປີ 2015 ໄດ້ສ້າງກຳລັງໜູນໃໝ່ ປະກອບສ່ວນປະຕິບັດຄາດໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ໃນປີ 2020 ອີງຕາມຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດທີ່ໄດ້ລົງນາມໃນເດືອນ ມີນາ 2018. ໃນ 10 ເດືອນຕົ້ນປີ 2018,  ສ.ເກົາຫຼີ ຢືນອັນດັບທີ 2/104 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນຢູ່ ຫວຽດນາມ ດ້ວຍທຶນຈົດທະບຽນແມ່ນ 6,5 ຕື້ USD, ກວມເອົາ 23,4% ຍອດເງິນລົງທຶນ.

ສ.ເກົາຫຼີ ແມ່ນຄູ່ຮ່ວມມືທີ່ສະໜອງທຶນ ODA ໃຫຍ່ອັນດັບ 2 ຂອງ ຫວຽດນາມ (ຖັດຈາກ ຍີ່ປຸ່ນ) ແລະ ຫວຽດນາມ ແມ່ນປະເທດໄດ້ຮັບທຶນອຸປະຖຳ ODA ຫລາຍທີ່ສຸດຈາກ ສ.ເກົາຫຼີ. ສ.ເກົາຫຼີ ໄດ້ໜູນຊ່ວຍທຶນກູ້ຢືມບຸລິມະສິດ 1,2 ຕື້ USD ຈາກກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ສຳລັບໄລຍະ 2012 – 2015 ແລະ 1,5 ຕື້ USD ສຳລັບໄລຍະ 2016 – 2020, ເຊິ່ງສຸມໃສ່ເຂົ້າໃນ 3 ຂົງເຂດຄື: ການເຕີບໂຕສີຟ້າ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ເບິ່ງລວມແລ້ວ, ບັນດາໂຄງການ ODA ຂອງ ສ.ເກົາຫຼີ ລ້ວນແຕ່ນອນໃນຂົງເຂດໃຫ້ບຸລິມະສິດສູງຂອງ ຫວຽດນາມ, ຜັນຂະຫຍາຍຖືກຕາມຄວາມຄືບໜ້າ, ມີລະດັບປ່ອຍສິນເຊື່ອເພີ່ມຂຶ້ນໃນແຕ່ລະປີ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນໃນຊຸມປີມໍ່ໆມານີ້, ສ.ເກົາຫຼີ ພົ້ນເດັ່ນຂຶ້ນ ແມ່ນໜຶ່ງໃນບັນດາຕະຫລາດຈຸດສຸມສົ່ງແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມຫລາຍສົມຄວນ. ປີ 2017, ແຂກທ່ອງທ່ຽວ ສ.ເກົາຫຼີ ມາ ຫວຽດນາມ ບັນລຸ 2,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 56% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ໃນ 10 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວ ສ.ເກົາຫຼີ ມາ ຫວຽດນາມ ບັນລຸ 2,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 48,3%. ກົງກັນຂ້າມ, ແຂກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ສ.ເກົາຫຼີ ກໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ, ສະເລ່ຍແຕ່ລະເດືອນ ມີຖ້ຽວບິນໂດຍກົງລະຫວ່າງ 2 ປະເທດກ່ວາ 1.000 ຖ້ຽວ.

ການຮ່ວມມືດ້ານວັດທະນະທຳ, ກິລາ, ພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດກໍ່ໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ຕາມການສະຖິຕິຂອງກົມຄຸ້ມຄອງຂາເຂົ້າ-ຂາອອກ ສ.ເກົາຫຼີ ແລ້ວ, ຮອດເດືອນ ຕຸລາ 2018, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ  ມີ 190.000 ກ່ວາຄົນ. ສ.ເກົາຫຼີ ກໍ່ມີປະຊາຄົມອາໄສຢູ່ ຫວຽດນາມ ປະມານ 150.000 ຄົນ, ສ່ວນຫລາຍເປັນນັກທຸລະກິດ. 2 ຝ່າຍເຄີຍຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຢູ່ແຕ່ລະປະເທດເປັນປະຈຳ. ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ 2 ປະເທດ. 60 ແຂວງ, ນະຄອນ, ທ້ອງຖິ່ນຂອງ 2 ປະເທດ ໄດ້ລົງນາມ ແລະ ພວມຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນ. ລັດຖະບານ 2 ປະເທດ ພວມຊຸກຍູ້ການເຈລະຈາເຊັນສັນຍາໜູນຊ່ວຍດ້ານນິຕິກຳໃນຂົງເຂດກົດໝາຍແພ່ງ, ການຄ້າ ແນໃສ່ຮັບປະກັນສິດຜົນປະໂຫຍດອັນຊອບທຳ, ສ້າງເງື່ອນໄຂເພື່ອໃຫ້ພົນລະເມືອງແຕ່ລະປະເທດມີຄວາມອຸ່ນອ່ຽງໃຈດຳລົງຊີວິດ, ເຮັດວຽກຢູ່ປະເທດປະຈຳຖິ່ນ…

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສ.ເກົາຫຼີ

        ໃນໄລຍະຜ່ານມາ, ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຮັບການປັບປຸງ ແລະ ພັດທະນາອັນດີງາມທັງໃນ 2 ຝ່າຍ ແລະ ຫລາຍຝ່າຍຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຄຸດທະສາດ ຫວຽດນາມ - ສ.ເກົາຫຼີ. ໃນ 2 ອາຍຸການມໍ່ໆມານີ້, ບັນດາປະທານສະພາແຫ່ງຊາດ ສ.ເກົາຫຼີ ລ້ວນແຕ່ໄປຢ້ຽມຢາມ ຫວຽດນາມ (ປະທານສະພາແຫ່ງຊາດ Chung Ui-Hwa ຢ້ຽມຢາມ ຫວຽດນາມ ໃນເດືອນ ມີນາ 2015; ປະທານສະພາແຫ່ງຊາດ Chung Sye-kyun ຢ້ຽມຢາມ ຫວຽດນາມ ເມື່ອເດືອນ ເມສາ 2017). ຝ່າຍ ຫວຽດນາມມີທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຢ້ຽມຢາມ ສ.ເກົາຫຼີ ໃນເດືອນ ກໍລະກົດ 2017. 2 ຝ່າຍເຄີຍແລກປ່ຽນຄະນະຜູ້ແທນຂອງບັນດາອົງການຂຶ້ນກັບສະພາແຫ່ງຊາດເປັນປະຈຳ. ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ 2 ປະເທດໄດ້ມີເຄື່ອນໄຫວຢ່າງຕັ້ງໜ້າ, ພົບປະແລກປ່ຽນເປັນປະຈຳ ແລະ ສົມທົບກັນຈັດຕັ້ງບັນດາເຫດການເນື່ອງໃນໂອກາດວັນບຸນໃຫຍ່ຂອງ 2 ປະເທດ.

        ໃນສະພາບການນັ້ນ, ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແນໃສ່ຢັ້ງຢືນເລື່ອງຖືເປັນສຳຄັນຂອງ ຫວຽດນາມ, ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່. ພ້ອມກັນນັ້ນ ແມ່ນຢັ້ງຢືນການສະໜັບສະໜູນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ ແລະ ຜັນຂະຫຍາຍປະຕິບັດຂໍ້ຕົກລົງການຮ່ວມມື ໂດຍ 2 ສະພາແຫ່ງຊາດລົງນາມໃນເດືອນ ກໍລະກົດ 2013, ນຳການພົວພັນລະຫວ່າງ 2 ອົງການນິຕິບັນຍັດ 2 ປະເທດໃຫ້ພັດທະນາທັງໃນ 2 ຝ່າຍ ແລະ ຫລາຍຝ່າຍ./.

ຕອບກັບ

ຂ່າວ/ບົດ​ອື່ນ