ຮັກສາທ່າເຕີບໂຕດ້ານເສດຖະກິດໃນປີ 2018

(VOVWORLD) -ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃນຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແນະນຳບົດລາຍງານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມປີ 2017; ແຜນການພັດທະນາເສດຖະກິດ, ສັງຄົມປີ 2018. ຈຸດພົ້ນເດັ່ນໃນບົດລາຍງານແມ່ນຜູ້ນຳລັດຖະບານຢືນຢັນຄາດຄະເນວ່າ, ປີ 2017, ຫວຽດນາມ ຈະບັນລຸໄດ້ໝາກຜົນຢ່າງຮອບດ້ານໃນທຸກຂົງເຂດ. ທັງ 13 ຄາດໝາຍຂອງແຜນການລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເນັ້ນໜັກເຖິງຄວາມຕັດສິນໃຈຂອງລັດຖະບານ ເພື່ອແນໃສ່ບັນລຸໄດ້ລະດັບເຕີບໂຕ 6,5 – 6,7 GDP ໃນປີ 2018. ຕໍ່ໄປນີ້, ບັນນາທິການ VOV ຈະຄັດສະເໜີເນື້ອໃນຕົ້ນຕໍໃນບົດລາຍງານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ຮັກສາທ່າເຕີບໂຕດ້ານເສດຖະກິດໃນປີ 2018 - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: chinhphu.vn)

ບົດລາຍງານໄດ້ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ທາງດ້ານເສດຖະກິດ, ສັງຄົມປີ 2017, ເນັ້ນໜັກເຖິງຄວາມຕັດສິນໃຈຂອງລັດຖະບານ ໃນການແກ້ໄຂຄວາມຫຍຸ້ງຍາກ; ສ້າງລັດຖະບານແຫ່ງການສ້າງສັນ, ກະທຳ, ຮັບໃຊ້ປະຊາຊົນ, ວິສາຫະກິດ; ຮັບປະກັນຊີວິດສັງຄົມ, ຍູ້ແຮງການພົວພັນຕ່າງປະເທດ, ການເຊື່ອມໂຍງ, ພ້ອມທັງວາງອອກຄາດໝາຍ ແລະ ບັນດາມາດຕະການເພື່ອພັດທະນາເສດຖະກິດ, ສັງຄົມປີ 2018.

ບັນດາຕົວເລກປະທັບໃຈໃນການພັດທະນາເສດຖະກິດ, ສັງຄົມປີ 2017

        ໝາກຜົນພົ້ນເດັ່ນທີ່ສຸດໃນປີ 2017 ແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ, ບົນທ່າມຸ່ງໄປເຖິງການປະຕິບັດສຳເລັດຄາດໝາຍເຕີບໂຕ GDP 6,7% ຂອງໝົດປີ 2017. ບັນດາຂະແໜງການ, ຂົງເຂດລ້ວນແຕ່ມີບາດກ້າວເຕີບໂຕດີພໍສົມຄວນ, ມີການປະກອບສ່ວນພໍສົມຄວນເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດ. ກະສິກຳກໍ່ໄດ້ຮັບການຟື້ນຟູຢ່າງແຮງ ພາຍຫຼັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນປີ 2016. ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກໍ່ສ້າງໄດ້ເພີ່ມຂຶ້ນສູງ, ຊົດເຊີຍໄດ້ສະພາບຊຸດໂຊມຂອງອຸດສາຫະກຳຂຸດຄົ້ນແຮ່ທາດໄດ້. ການບໍລິການ, ການທ່ອງທ່ຽວພັດທະນາກະໂດດຂັ້ນ, ໂດຍສະເພາະແມ່ນນັກທ່ອງທ່ຽວສາກົນມາຫວຽດນາມ. ຂາອອກຂາເຂົ້າກໍ່ໄດ້ເພີ່ມຂຶ້ນຢ່າງແຮງ, ລື່ນກາຍຄາດໝາຍທີ່ໄດ້ວາງອອກຂອງໝົດປີ 2017.

        ບົດລາຍງານໃຫ້ຮູ້ວ່າ, ໃນ 9 ເດືອນຕົ້ນປີ 2017, ຫວຽດນາມ ໄດ້ຊື້ເງິນຕາຕ່າງປະເທດຕື່ມອີກ 6 ຕື້ USD, ຍົກລະດັບສະສົມເງິນຕາຕ່າງປະເທດຂຶ້ນເຖິງ 45 ຕື້ USD, ເຊິ່ງແມ່ນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ທຶນ FDI ປະຕິບັດບັນລຸລະດັບສະຖິຕິ. ຕະຫຼາດອະສັງຫາລິມະຊັບບັນລຸຄະແນນສູງສຸດນັບແຕ່ປີ 2008; ຄາດວ່າ ທັງປີ GDP ບັນລຸ 6,7%. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຕີລາຄາວ່າ.

        “ບົນພື້ນຖານໝາກຜົນຂອງ 9 ເດືອນຕົ້ນປີ ດ້ວຍຄວາມມານະພະຍາຍາມສູ້ຊົນໃນໄລຍະຈະມາເຖິງທີ່ຍັງເຫຼືອ, ຄາດວ່າ ທັງປີ 2017, ຫວຽດນາມ ບັນລຸ ແລະ ລື່ນກາຍທັງ 13 ຕົວເລກຄາດໝາຍແຜນການທີ່ໄດ້ວາງອອກ. ນີ້ແມ່ນຜົນສຳເລັດໃຫຍ່ຫຼວງຂອງປະເທດຊາດ, ພິເສດໃນສະພາບການພື້ນຖານເສດຖະກິດພວມຫັນປ່ຽນຮູບແບບເຕີບໂຕຕາມທິດຫຼຸດຜ່ອນການຂຸດຄົ້ນຊັບພະຍາກອນເທື່ອລະກ້າວ, ຫັນໄປສູ່ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກະສິກຳເຕັກໂນໂລຊີສູງເທື່ອລະກ້າວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເລື່ອງບັນລຸໄດ້ໝາກຜົນໃນທຸກຂົງເຂດຢ່າງຮອບດ້ານ ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມພາກພູມໃຈໃນທົ່ວສັງຄົມ, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.”

ຮັກສາທ່າເຕີບໂຕເສດຖະກິດປີ 2018

        ຄາດໝາຍສັງລວມປີ 2018 ໃນຂົງເຂດເສດຖະກິດ ເຊິ່ງລັດຖະບານຫວຽດນາມ ກຳນົດແມ່ນ ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງການຫັນປ່ຽນຢ່າງຈະແຈ້ງ, ແທດຈິງໃນການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະຜົນ, ຄຸນນະພາບ, ປະສິດທິພາບ ແລະ ກຳລັງແກ່ງແຍ້ງ. ລະອຽດແມ່ນ ສູ້ຊົນເພີ່ມຍອດຜະລິດຕະພັນພາຍໃນ (GDP) ໃຫ້ໄດ້ແຕ່ 6,5 – 6,7%; ລະດັບລາຄາເຄື່ອງໃຊ້ສອຍຄິດສະເລ່ຍເພີ່ມຂຶ້ນປະມານ 4%; ຍອດວົງເງິນສົ່ງອອກເພີ່ມຂຶ້ນ 7 – 8%. ເພື່ອປະຕິບັດຄາດໝາຍດັ່ງກ່າວໃຫ້ໄດ້, ລັດຖະບານໄດ້ກຳນົດໜ້າທີ່ຕົ້ນຕໍ່ແມ່ນເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ການເຕີບໂຕດ້ານເສດຖະກິດ. ນອກນັ້ນ, ຫວຽດນາມ ກໍ່ສຸມໃສ່ປັບປຸງກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບການລົງທຶນ, ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະຫະກອນ, ຄອບຄົວດຳເນີນທຸລະກິດ, ສ້າງສະພາບແກ່ງແຍ້ງຢ່າງສະເໝີພາບຕາມກົນໄກການຕະຫຼາດ.

        “ກວດກາຄືນ, ຫຼຸດຜ່ອນເງື່ອນໄຂດຳເນີນທຸລະກິດ, ຫັນລະບຽບການບໍລິຫານເປັນງ່າຍດ່າຍ, ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ; ສະໜອງການບໍລິການສາທາລະນະຜ່ານເຄືອຂ່າຍອີນເຕີແນັດ, ຜັນຂະຫຍາຍການປະຕິບັດບັນຊີລາຍຊື່ການບໍລິການສາທາລະນະຜ່ານເຄືອຂ່າຍອີນເຕີແນັດຢູ່ລະດັບ 3 ແລະ 4 ສຳລັບ 700 ລະບຽບການບໍລິຫານ. ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ມີແຜນການຢ່າງລະອຽດ, ຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດບັນດາມາດຕະການ ເພື່ອສ້າງການຫັນປ່ຽນຢ່າງແຮງ; ສູ້ຊົນຮອດປີ 2018 ປັບປຸງບັນດາຕົວເລກຄາດໝາຍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຄວາມສາມາດແກ່ງແຍ້ງ, ໂດຍສະເພາະແມ່ນກຸ່ມບັນດາຕົວເລກຄາດໝາຍທີ່ຍັງຕ່ຳ ເພື່ອສືບຕໍ່ຍົກສູງດັດຊະນີຈັດອັນດັບຂອງຫວຽດນາມ”.

        ໄປຄຽງຄູ່ກັບການເພີ່ມທະວີຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຢືນຢັນຈະສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຢ່າງຄົບຊຸດ, ຮອບດ້ານ, ແທດຈິງ.

        “ລັດຖະບານປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂໜີ້ເສຍ ຢ່າງເຂັ້ມງວດ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊື່ອ ພາຍຫຼັງສະພາແຫ່ງຊາດຮັບຮອງເອົາ ແລະ ແຜນການສ້າງໂຄງປະກອບລະບົບອົງການສິນເຊື່ອຄືນໃໝ່ ຕິດພັນກັບການແກ້ໄຂໜີ້ເສຍຮອດປີ 2020; ສ້າງການຫັນປ່ຽນການຄຸ້ມຄອງທະນາຄານໂດຍພື້ນຖານ, ມີປະສິດທິຜົນ ແລະ ເຄື່ອນໄຫວຢ່າງປອດໄພ. ຜັນຂະຫຍາຍຢ່າງຂ້ຽວຂາດການສ້າງໂຄງປະກອບຄືນໃໝ່, ຫັນວິສາຫະກິດຂອງລັດເປັນຫຸ້ນສ່ວນ ຕາມແຜນຮ່າງ, ຄວາມຄືບໜ້າ, ຂັ້ນຕອນທີ່ໄດ້ວາງອອກຢ່າງຂ້ຽວຂາດ; ແກ້ໄຂບັນດາກໍລະນີຕັ້ງໃຈຜັນະຫຍາຍຢ່າງຊັກຊ້າ; ສຸມໃສ່ແກ້ໄຂຂໍ້ຕິດຂັດ, ສົ່ງເສີມການສະສົມ, ສຸມໃສ່ການໂຮມທີ່ດິນ, ທົ່ງນາ ຕິດພັນກັບການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່, ຫັນປ່ຽນໂຄງປະກອບແຮງງານຊົນນະບົດ; ຫັນປ່ຽນໂຄງປະກອບການຜະລິດ, ລະດູການ, ຂະແໜງອາຊີບຢູ່ບັນດາເຂດຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ”.

        ດ້ວຍໝາກຜົນທີ່ບັນລຸໄດ້ໃນການບໍລິຫານເສດຖະກິດ, ສັງຄົມໃນ 9 ເດືອນຜ່ານມາ ແລະ ຄວາມຕັດສິນໃຈທີ່ເຂັ້ມແຂງ, ລັດຖະບານຫວຽດນາມ ຈະສູ້ຊົນບັນລຸບັນດາຄາດໝາຍ, ຕົວເລກຄາດໝາຍປີ 2017 ຢູ່ໃນລະດັບສູງສຸດ ແລະ ປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມປີ 2018 ໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ