ຮັດແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ, ຄວາມທຸກຍາກ - ຄາດໝາຍຂອງ ຫວຽດນາມ ໃນໄລຍະແຫ່ງການພັດທະນາໃໝ່

(VOVWORLD) - ໃນຫຼາຍປີຜ່ານມາ, ດ້ວຍບັນດາຄວາມມານະພະຍາຍາມກະໂດດຂັ້ນ, ດ້ວຍຫຼາຍແຜນນະໂຍບາຍ, ມາດຕະການ, ພັກ, ລັດ ຫວຽດນາມ ໄດ້ເອົາໃຈໃສ່ທີ່ສຸດເຖິງການຮັດແຄບຊ່ອງຫວ່າງຄວາມຮັ່ງມີ - ທຸກຍາກຂອງສັງຄົມ. ສູ້ຊົນສ້າງສັງຄົມຍຸຕິທຳ, ໃນນັ້ນ, ທຸກຄົນລ້ວນແຕ່ມີສິດອຸທິດສ່ວນ, ປະກອບສ່ວນ, ໄດ້ຮັບຜົນປະໂຫຍດ ກໍ່ແມ່ນຄາດໝາຍຂອງ ຫວຽດນາມ ໃນໄລຍະທາງແຫ່ງການພັດທະນາໃໝ່. ບົດຂຽນຂອງລ້າຍຮວາ, ນັກຂ່າວ VOV.
ຮັດແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ, ຄວາມທຸກຍາກ - ຄາດໝາຍຂອງ ຫວຽດນາມ ໃນໄລຍະແຫ່ງການພັດທະນາໃໝ່ - ảnh 1 ຊາວກະສິກອນປູກຝັງເພື່ອສ້າງລາຍຮັບ

ໃນ 30 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນໃໝ່, ຜົນງານອັນໃຫຍ່ຫຼວງຂອງ ຫວຽດນາມ ແມ່ນໄດ້ຫລຸດຜ່ອນຄວາມທຸກຍາກຢ່າງໄວ, ໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກ, ອຶດຫິວທີ່ສຸດໂດຍພື້ນຖານ. ຕາມການສະຖິຕິຂອງກົມໃຫຍ່ສະຖິຕິແລ້ວ, ໃນ 30 ປີຜ່ານມາ, ຍ້ອນມີການເຕີບໂຕໄວ, ດັ່ງນັ້ນ ຫວຽດນາມ ໄດ້ຊ່ວຍໃຫ້ 30 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກ, ດ້ວຍອັດຕາທຸກຍາກຕາມມາດຕະຖານຄວາມທຸກຍາກຫລຸດລົງຢ່າງແຮງຈາກລະດັບ 58,1% ໃນປີ 1993, ຫຼົງເຫຼືອພຽງລະດັບ 14,5% ໃນປີ 2008 ແລະ ຕ່ຳກ່ວາລະດັບ 5% ໃນປີ 2015. ຮອດປີ 2016, ຫວຽດນາມ ໄດ້ນຳໃຊ້ມາດຕະຖານຄວາມທຸກຍາກໃໝ່ຕາມແບບວິທີຄວາມທຸກຍາກຫຼາຍສົ້ນ  ແລະ ໄດ້ຫລຸດອັດຕາຄວາມທຸກຍາກນັ້ນ ເຫຼືອພຽງ 4% ໃນທົ່ວປະເທດ.

        ຍັງມີຊ່ອງຫວ່າງດ້ານລາຍຮັບລະຫວ່າງບັນດາກຸ່ມຊຸມຊົນ

       ເຖິງຢ່າງໃດກໍ່ຕາມ, ໃນວິວັດແຫ່ງການພັດທະນາ, ຍ້ອນຫຼາຍສາຍເຫດ, ຊ່ອງຫວ່າງລະຫວ່າງຄວາມຮັ່ງມີ - ທຸກຍາກໃນສັງຄົມບໍ່ທັນໄດ້ຮັບການຮັດແຄບຄືດັ່ງຄວາມມຸ່ງຫວັງເທື່ອ. ຄົ້ນຄ້ວາກ່ຽວກັບສະພາບການຂາດຄວາມສະເໝີພາບຢູ່ ຫວຽດນາມ ເຊິ່ງອົງການບໍ່ຂຶ້ນກັບລັດຖະບານ Oxfam ດຳເນີນໄດ້ສະແດງໃຫ້ເຫັນວ່າລາຍຮັບໃນໜຶ່ງປີຂອງກຸ່ມ 210 ຄົນຮັ່ງມີທີ່ສຸດຢູ່ ຫວຽດນາມ ອາດສາມາດເຮັດໃຫ້ 3,2 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກໄດ້.  ບັນດາດັດຊະນີເພື່ອວັດແທກຄວາມຂາດສະຖຽນລະພາບຄື Gini, ແມ່ນໄລ່ລາຍຮັບຂອງກຸ່ມ 10% ຈຳນວນຜູ້ຮັ່ງມີທີ່ສຸດປຽບທຽບກັບກຸ່ມ 10% ຈຳນວນຜູ້ທຸກຍາກທີ່ສຸດ, ກໍ່ສະແດງໃຫ້ເຫັນການເພີ່ມຄວາມຂາດສະເໝີພາບ. ຊ່ອງຫວ່າງກ່ຽວກັບລາຍຮັບລະຫວ່າງບັນດາກຸ່ມຊຸມຊົນ, ບັນດາເຂດພູມສັນຖານນັບມື້ນັບກ້ວາງອອກ, ສຸມໃສ່ເຂົ້າໃນເຂດທຸກຍາກທີ່ສຸດຂອງພາກເໜືອ, ເຂດ ໄຕງວຽນ ແລະ ເຂດທິດເໜືອພາກກາງ. ໃນຂະນະນັ້ນ, ດັດຊະນີການໃຊ້ສອຍ (CPI) ອາດຈະມີການເໜັງຕິງ, ພາໄປເຖິງການຫລຸດຜ່ອນກາລະໂອກາດໄດ້ສຳພັດກັບບັນດາການບໍລິການພື້ນຖານຂອງຄົນທຸກຍາກ, ພິເສດແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ. ນັກວິສາວະກອນ ບຸ່ຍກົງເຄ໋, ສະຫະພັນບັນດາສະມາຄົມວິທະຍາສາດ, ເຕັກນິກ ຮ່າໂນ້ຍ, ຖືວ່າ:

        “ໃນຂົງເຂດສາທາລະນະສຸກມີຄວາມຜິດດ່ຽງຢ່າງຈະແຈ້ງທີ່ສຸດ. ຄົນທຸກຍາກຍັງລໍຄອຍການໜູນຊ່ວຍຈາກລັດ, ຫາກບໍ່ສາມາດຈ່າຍຈຳນວນເງິນຫຼາຍເພື່ອປິ່ນປົວພະຍາດດ້ວຍຄຸນນະພາບສູງໄດ້. ມີຫຼາຍຄອບຄົວທຸກຍາກທີ່ສຸດ, ປະກັນສຸຂະພາບບໍ່ສາມາດຊຳລະ, ໜູນຊ່ວຍໄດ້ ຈະຕ້ອງຂາຍເຮືອນຊານ, ຄອບຄົວຕົກຢູ່ໃນສະພາບບໍ່ມີເຮືອນຢູ່ຍ້ອນດເປັນພະຍາດ. ນັ້ນແມ່ນຄວາມຫຍຸ້ງຍາກສຳລັບຄົນທຸກຍາກ. ແຕ່ສຳລັບຄົນຮັ່ງມີ ຍັງມີເງື່ອນໄຂເພື່ອໄດ້ຮັບການປິ່ນປົວດ້ວຍເຕັກນິກສູງ.”

ຮັດແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ, ຄວາມທຸກຍາກ - ຄາດໝາຍຂອງ ຫວຽດນາມ ໃນໄລຍະແຫ່ງການພັດທະນາໃໝ່ - ảnh 2ຊາວກະສິກອນລ້ຽງສັດເພື່ອສ້າງລາຍຮັບ

(ພາບປະກອບ)

        ຄວາມກ້າວໜ້າດ້ານສະເໝີພາບທາງສັງຄົມຕິດພັນກັບການເຕີບໂຕດ້ານເສດຖະກິດ

       ຄວາມຜິດດ່ຽງລະຫວ່າງຄວາມຮັ່ງມີ - ທຸກຍາກແມ່ນບັນຫາທີ່ບໍ່ສາມາດຫຼິກລ້ຽງໄດ້ໃນພື້ນຖານເສດຖະກິດການຕະຫຼາດ, ແຕ່ຊ່ອງຫວ່າງລະຫວ່າງຄວາມຮັ່ງມີ - ທຸກຍາກຢູ່ໃນລະດັບຄືແນວໃດເພື່ອຮັບປະກັນຊີວິດສັງຄົມ, ສ້າງຄວາມສະຖຽນລະພາບທາງສັງຄົມ. ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມນີ້, ກອງທຶນ “ເພື່ອຄົນທຸກຍາກ” ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງຄາດໝາຍບໍ່ພຽງແຕ່ໜູນຊ່ວຍກໍ່ສ້າງເຮືອນຢູ່ , ໜູນຊ່ວຍບ້ວງເງິນໜຶ່ງໃຫ້ຄົນທຸກຍາກເທົ່ານັ້ນ, ຫາກຍັງຕ້ອງຊ່ວຍໃຫ້ຄົນທຸກຍາກໄດ້ສຳຜັດກັບວິທະຍາສາດ, ເຕັກນິກ, ສື່ສານສັງຄົມ, ການດຳລົງຊີວິດອີກດ້ວຍ ເພື່ອໃຫ້ເຂົາເຈົ້າຮູ້ວິທີທຳມາຫາກິນ, ມີມານະຈິດບືນຕົວຂຶ້ນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ທ່ານນາງ ເຈືອງທິງອກແອ໋ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຮອງຫົວໜ້າຄະນະຂົນຂວາຍກອງທຶນ “ເພື່ອຄົນທຸກຍາກ” ສູນກາງ, ຖືວ່າ:

        “ພວກຂ້າພະເຈົ້າເຄີຍຕິດພັບກັບບັນດາໂຄງການຄາດໝາຍເພື່ອໜູນຊ່ວຍໂຄງການຕ່າງໆຕື່ນອີກ. ຕົວຢ່າງຄື: ໂຄງການຫລຸດຜ່ອນຄວາມທຸກຍາກຂອງບັນດາເມືອງທຸກຍາກຕາມຂໍ້ຕົກລົງ 30a ຂອງລັດຖະບານ ຫຼື ໜູນຊ່ວຍໃຫ້ຄອບຄົວທຸກຍາກຢູ່ເມືອງທຸກຍາກຕາມຂໍ້ຕົກລົງ 167, ກໍ່ສ້າງເຮືອນຢູ່ໃຫ້ແກ່ເມືອງທຸກຍາກ.ແນວໂຮມໄດ້ສົມທົບກັບອຳນາດການປົກຄອງ, ແບ່ງງານໃຫ້ສະມາຊິກກຳມະບານ, ສະມາຊິກສະມາຄົມ, ໜູນຊ່ວຍຊ່ວຍເຫຼືອກັນຕາມແຕ່ລະກຸ່ມ, ຕາມແຕ່ລະອົງການຈັດຕັ້ງມະຫາຊົນກາຍເປັນການໜູນຊ່ວຍຄົບຊຸດ.”

        ຕາມທ່ານ ບຸ່ຍສີເລີ້ຍ, ຮອງຫົວໜ້າກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ແລ້ວ, ປະຕິບັດຄວາມສະເໝີພາຍທາງສັງຄົມຕ້ອງຕິດພັນຢ່າງແໜ້ນແຟ້ນລະຫວ່າງນະໂຍບາຍເຕີບໂຕເສດຖະກິດກັບນະໂຍບາຍສັງຄົມ. ພ້ອມນັ້ນ, ພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການຮັບປະກັນ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ເຮັດແນວໃດໃຫ້ປະຊາຊົນນັບມື້ນັບໄດ້ຮັບຜົນປະໂຫຍດຈາກບັນດາຜົນງານຂອງພາລະກິດແຫ່ງການປ່ຽນໃໝ່, ການກໍ່ສ້າງລັດທິສັງຄົມນິຍົມໃຫ້ດີທີ່ສຸດ:

        “ປະຕິບັດບັນດາກາລະໂອກາດຄວາມສະເໝີພາບເພື່ອແກ້ໄຂບັນຫາຄົນງານ, ວຽກເຮັດງານທຳ, ລາຍຮັບດີທີ່ສຸດ ໃຫ້ຄົນງານເພື່ອສ້າງກາລະໂອກາດເພື່ອໃຫ້ທຸກຄົນໄດ້ຮ່ຳຮຽນ, ໄດ້ຮັບເງິນເດືອນຢ່າງເໝາະສົມ. ຮັບປະກັນເງື່ອນໄຂວຽກເຮັດງານທຳ, ຄວາມປອດໄພ, ມີເງື່ອນໄຂຜະລິດຄືນໃໝ່, ສຸມໃສ່ສ້າງວຽກເຮັດງານທຳໃຫ້ແກ່ຄົນງານທີ່ຍັງເຫຼືອຈາກຂົງເຂດກະສິກຳ. ປະຕິບັດບັນດາວຽກງານເຫຼົ່ານີ້ ແມ່ນພວກເຮົາໄດ້ສຸມໃສ່ແກ້ໄຂຄວາມທຸກຍາກ, ຊຸກຍູ້ການເຕີບໂຕ ແລະ ຮັດແຄບຊ່ອງຫວ່າງຄວາມຮັ່ງມີ - ທຸກຍາກ. ຂ້າພະເຈົ້າຄິດວ່ານີ້ແມ່ນມາດຕະການສຳຄັນທີ່ສຸດ.”

        ຫວຽດນາມ ພວມປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ຮັບແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ - ຄວາມທຸກຍາກນັບມື້ນັບກ່ວາອີກ. ຮັບແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ - ຄວາມທຸກຍາກ, ຮັບປະກັນຄວາມຍຸຕິທຳສັງຄົມ ກໍ່ແມ່ນພື້ນຖານເພື່ອພັດທະນາສັງຄົມແບບຍືນຍົງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ