ຮັບປະກັນລັກສະນະວັດທະນະທຳມະນຸດໃນການພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ

(VOVWORLD)-ຕໍ່ໜ້າຄວາມຮຽກຮ້ອງປ່ຽນແປງໃໝ່ຂອງພື້ນຖານເສດຖະກິດປະເທດຊາດ, ເພື່ອບັນລຸໄດ້ລະດັບເຕີຍໂຕຢ່າງໄວ, ຍືນຍົງ, ພັກ ແລະ ລັດ ໄດ້ຄົ້ນຄວ້າ, ພິຈາລະຈາບັນດາບັນຫາທີ່ໄດ້ວາງອອກ ເພື່ອປັບປຸງລະບອບເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ຢ່າງສົມບູນແບບ. ນີ້ກໍ່ແມ່ນເນື້ອໃນເຊິ່ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປຶກສາຫາລືທີ່ກອງປະຊຸມຄັ້ງທີ 5 ພວມດຳເນີນຢູ່ຮ່າໂນ້ຍ. ບົດຂຽນຂອງນັກຂ່າວ ມິງເຈົາ, ຖຸຍຮັ່ງ “ຮັບປະກັນລັກສະນະວັດທະນະທຳມະນຸດໃນການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ”.
ຮັບປະກັນລັກສະນະວັດທະນະທຳມະນຸດໃນການພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ - ảnh 1 (ພາບປະກອບອີນເຕີແນັດ)

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກກອມມູນິດຫວຽດນາມ ປີ 2001 ໄດ້ຢືນຢັນຮູບແບບເສດຖະກິດຂອງຫວຽດນາມ ໃນໄລຍະຂ້າມຜ່ານ ແມ່ນພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນທີ່ເຄື່ອນໄຫວຕາມກົນໄກການຕະຫຼາດ, ມີການຄຸ້ມຄອງຂອງລັດ ຕາມກຳນົດທິດສັງຄົມນິຍົມ (ເອີ້ນຫຍໍ້ແມ່ນ ເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ). ການເລືອກເຟັ້ນນັ້ນແມ່ນເລີ່ມມາຈາກບັນດາຜົນປະໂຫຍດຂອງການພັດທະນາເສດຖະກິດ ສັງຄົມທີ່ນຳມາໃຫ້ຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ສືບຕໍ່ປັບປຸງລະບອບເສດຖະກິດດັ່ງກ່າວໃຫ້ສົມບູນກວ່າ ເພື່ອນຳມາເຊິ່ງຜົນປະໂຫຍດສູງກວ່າໃຫ້ແກ່ປະຊາຊົນ.

ເປັນເອກະພາບ ແລະ ເຮັດແຈ້ງຄວາມຮັບຮູ້ກ່ຽວກັບພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ

        ໃນພຶດຕິກຳຕົວຈິງຂອງຊຸມປີປ່ຽນແປງໃໝ່ ໄດ້ຊີ້ໃຫ້ເຫັນການຫັນໄປສູ່ຮູບແບບເສດຖະກິດການຕະຫຼາດຂອງພັກກອມມູນິດຫວຽດນາມ ແມ່ນຖືກຕ້ອງ. ຍ້ອນມີຮູບແບບເສດຖະກິດນັ້ນ, ຫວຽດນາມ ໄດ້ເລີ່ມຂຸດຄົ້ນໄດ້ຄວາມສາມາດບົ່ມຊ້ອນພາຍໃນປະເທດ ໄປຄຽງຄູ່ກັບການດຶງດູດທຶນ ແລະ ເຕັກນິກຈາກຕ່າງປະເທດ, ສາມາດປົດປ່ອຍການຜະລິດໃນສັງຄົມ, ພັດທະນາກຳລັງການຜະລິດ, ປະກອບສ່ວນຮັບປະກັນລະດັບເຕີບໂຕ GDP ຄິດສະເລ່ຍແຕ່ລະປີໃນລະດັບສູງ. ລະບົບພື້ນຖານໂຄງລ່າງດ້ານເຕັກນິກ ແລະ ສັງຄົມໄດ້ຮັບການເພີ່ມທະວີ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຍົກສູງການສະສົມສັງຄົມ, ສ້າງປະຖົມປັດໃຈໃຫ້ແກ່ການພັດທະນາໃນອະນາຄົດ.

        ເຖິງຢ່າງໃດກໍ່ຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຫັນໄປສູ່ພື້ນຖານເສດຖະກິດການຕະຫຼາດທີ່ທັນສະໄໝຢ່າງຄົບຖ້ວນ, ພືຶ້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຂອງຫວຽດນາມ ຍັງມີຄວາມຫ່າງໄກເມື່ອທຽບໃສ່ໂລກ ຍ້ອນຄວາມຮັບຮູ້ກ່ຽວກັບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມບໍ່ທັນຈະແຈ້ງເທື່ອ, ຍັງບໍ່ທັນທ່ວງທັນກັບຄວາມຮຽກຮ້ອງປ່ຽນໃໝ່ກ່ຽວກັບການພັດທະນາເສດຖະກິດ. ສະນັ້ນ, ນີ້ແມ່ນຈຸດເວລາຕ້ອງສືບຕໍ່ເປັນເອກະພາບ ແລະ ເຮັດແຈ້ງຄວາມຮັບຮູ້ກ່ຽວກັບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ. ນັກຊ່ຽວຊານດ້ານເສດຖະກິດ ວໍຈິ໋ແທ່ງ, ໃຫ້ຮູ້ວ່າ:

        “ເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມພວກເຮົາໄດ້ປຶກສາຫາລືມາຫຼາຍປີແລ້ວ, ປະຈຸບັນແມ່ນຈຸດເວລາສຳຄັນເພື່ອສັງເກດກ່ຽວກັບບັນຫານີ້ຕື່ມອີກ, ມີຄວາມສຳຄັນຍ້ອນໂລກໄດ້ມີການປ່ຽນແປງ, ສຳຄັນຍ້ອນຫວຽດນາມ ພວມຢູ່ບາດລ້ຽວໃນການປະຕິຮູບ ແລະ ການພັດທະນາ. ຖ້າຫາກສັງເກດບັນຫາພື້ນຖານທີ່ສຸດຂອງລະບອບແມ່ນມີ 3 ແງ່ມູມ. ທີ່ໜຶ່ງແມ່ນລະບຽບການປະຕິບັດ, ທີ 2 ແມ່ນການຈັດຕັ້ງ, ທີ 3 ແມ່ນວິທີຜັນຂະຫຍາຍການປະຕິບັດພື້ນຖານເສດຖະກິດດັ່ງກ່າວ”.

        ຮັບປະກັນລັກສະນະວັດທະນະທຳມະນຸດຂອງເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ

        ທ່ານສາດສະດາຈານ, ປະລິຍາເອກ ຫງວຽນກວາງທ໋າຍ, ເລຂາທິການໃຫຍ່ສະມາຄົມວິທະຍາສາດເສດຖະກິດຫວຽດນາມ, ຖືວ່າ: ການກໍ່ສ້າງ ແລະ ພັດທະນາປະເທດຊາດຕາມຮູບແບບເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ເດັດດຽວປະຕິບັດໃນຫຼາຍປີຜ່ານມາ ແລະ ຈະສືບຕໍ່ປະຕິບັດໃນໄລຍະຈະມາເຖິງ. ທ່ານ ຫງວຽນກວາງທ໋າຍ ຢືນຢັນວ່າ.

        “ເສດຖະກິດການຕະຫຼາດແທດຈິງ ນັ້ນແມ່ນປະຕິບັດຕາມກົດເກນຂອງຕະຫຼາດ, ລະຫວ່າງການສະໜອງ - ຄວາມຕ້ອງການຂອງລາຄາຕະຫຼາດ ແລະ ຂອງການແກ່ງແຍ້ງຕະຫຼາດສາກົນ ແລະ ໂດຍສະເພາະແມ່ນການເຊື່ອມໂຍງ. ສະນັ້ນ, ສູນກາງໄດ້ກຳນົດວ່າພື້ນຖານເສດຖະກິດການຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນແມ່ນຄວາມຮຽກຮ້ອງສູງສຸດ. ແຕ່ພວມເຮົາກໍ່ເນັ້ນໜັກເຖິງລັກສະນະວັດທະນະທຳມະນຸດຂອງການສ້າງລັດທິສັງຄົມນິຍົມຂອງຫວຽດນາມ. ພວກເຮົາສູ້ຊົນໃຫ້ເປັນພື້ນຖານເສດຖະກິດການຕະຫຼາດພັດທະນາຢ່າງໄວ, ຍືນຍົງ ແຕ່ພ້ອມທັງກໍ່ມຸ່ງໄປເຖິງປະຊາຊົນ ເພື່ອໃຫ້ປະຊາຊົນແຕ່ລະຄົນ ແລະ ທັງຊາດ ໄດ້ຊົມໃຊ້ຜົນງານຈາກພາລະກິດປ່ຽນແປງໃໝ່, ພັດທະນາ”.

        ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ, ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມແມ່ນພາລະກິດ, ແມ່ນວິວັດທະນາການທີ່ບໍ່ເຄີຍມີມາກ່ອນ ສະນັ້ນມີບັນຫາທີ່ວາງອອກໃນເງື່ອນໄຂປະຈຸບັນແມ່ນຕ້ອງສືບຕໍ່ພິຈາລະນາ, ປັບປຸງໃຫ້ສຳເລັດ. ທ່ານນາງຮອງສາດສະດາຈານ, ປະລິຍາເອກ ຫງວຽນທິຍືຮ່າ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ຖືວ່າ.

        “ຄວນສຸມໃສ່ແກ້ໄຂບັນດາບັນຫາກ່ຽວກັບກຳມະສິດ, ຈັດຕັ້ງບັນດາວິສາຫະກິດ, ສ້າງໂຄງປະກອບຄືນໃໝ່. ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອສ້າງເງືຶ່ອນໄຂສຳຄັນທີ່ສຸດ ແນໃສ່ຍູ້ແຮງການຄົ້ນຄວ້າໝູນໃຊ້ວິທະຍາສາດເຕັກໂນໂລຊີສູງເຂົ້າໃນການຜະລິດ, ນີ້ແມ່ນບັນຫາສຳຄັນເພື່ອຍົກສູງສະມັດຕະພາບການອອກແຮງງານ. ໃນໄລຍະຈະມາເຖິງ, ຄວນສຸມໃສ່ພັດທະນາເຂົ້າຂົງເຂດກະສິກຳຊົນນະບົດ, ເພື່ອສ້າງການກະທົບ ເຮັດໃຫ້ຂົງເຂດນີ້ສາມາດຂຸດຄົ້ນໄດ້ບັນດາຄວາມສາມາດບົ່ມຊ້ອນ ແລະ ກາຍເປັນທີ່ຕັ້ງອັນໃຫຍ່ຫຼວງຂອງພື້ນຖານເສດຖະກິດປະເທດເຮົາ”.

        ພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ ສຳລັບຫວຽດນາມ ແມ່ນສິ່ງທີ່ຈຳເປັນຂອງເສດຖະກິດ, ແມ່ນໜ້າທີ່ຮີບດ່ວນເພື່ອຫັນປ່ຽນພື້ນຖານເສດຖະກິດທີ່ຫຼ້າຫຼັງໃຫ້ກາຍເປັນພື້ນຖານເສດຖະກິດທັນສະໄໝ, ເຊື່ອມໂຍງເຂົ້າໃນການຈັດແບ່ງແຮງງານສາກົນ. ນັ້ນແມ່ນທິດທາງຖືກຕ້ອງເພື່ອພັດທະນາກຳລັງການຜະລິດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທັງໝົດຂອງປະເທດຢ່າງມີປະສິດທິຜົນ ເພື່ອປະຕິບັດໜ້າທີ່ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ