ຮັບປະກັນສິດສະເໝີພາບໃຫ້ແກ່ຄົນພິການ

(VOVWORLD) -ປະຈຸບັນ, ຫວຽດນາມ ມີຄົນພິການເກືອບ 8 ລ້ານຄົນ, ກວມເອົາ 7,8% ຈຳນວນພົນລະເມືອງ. ໃນຊຸມປີຜ່ານມາ, ພັກ ແລະ ລັດ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດ ແລະ ໄດ້ສ້າງບັນດາຂອບເຂດກົດໝາຍເພື່ອຮັບປະກັນສິດທິຂອງຄົນພິການ.

ຮັບປະກັນສິດສະເໝີພາບໃຫ້ແກ່ຄົນພິການ - ảnh 1ຮັບປະກັນສິດສະເໝີພາບໃຫ້ແກ່ຄົນພິການ

(ພາບປະກອບ)

ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ມານະພະຍາຍາມຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໜູນຊ່ວຍຄົນພິການເພື່ອໃຫ້ເຂົາເຈົ້າເຊື່ອມໂຍງກັບປະຊາຄົມ. ບົດຂຽນຂອງ ກິມແທງ ເນື່ອງໃນໂອກາດວັນບຸນສາກົນກ່ຽວກັບຄົນພິການ (03 ທັນວາ).

        ໃນຈຳນວນຄົນພິການຫວຽດນາມ 8 ລ້ານຄົນນັ້ນ, ມີຄົນພິການພຽງ 30% ຢູ່ໃນເກນອາຍຸອອກແຮງງານ ທີ່ສາມາດອອກແຮງງານ, ສ້າງລາຍຮັບໃຫ້ແກ່ຕົນເອງ, ຄອບຄົວ ແລະ ສັງຄົມເທົ່ານັ້ນ. ຫວຽດນາມ ພວມມານະພະຍາຍາມແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນພິການ, ທັງຊ່ວຍໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນຕົນເອງຜ່ານຜ່າຄວາມຫຍຸ້ງຍາກ, ເຊື່ອມໂຍງເຂົ້າກັບວົງຄະນະຍາດ, ທັງປະກອບສ່ວນຫຼຸດຜ່ອນການແບກຫາບຂອງຄອບຄົວ ແລະ ສັງຄົມ.

ຮັບປະກັນວຽກເຮັດງານທຳ

        ເພື່ອຮັບປະກັນຊີວິດການເປັນຢູ່ ແລະ ເບິ່ງແຍງດູແລສຳລັບຄົນພິການແລ້ວ, ຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນຮ່າງ, ນະໂຍບາຍກ່ຽວກັບການໜູນຊ່ວຍຊີວິດສັງຄົມ, ສ້າງວຽກເຮັດງານທຳ, ສອນວິຊາຊີບໃຫ້ຄົນພິການ. ມີເອກະສານຫຼາຍສະບັບໄດ້ປະກາດໃຊ້ຄື: ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍຄົນພິການ… ບັນດາເອກະສານດ້ານກົດໝາຍດັ່ງກ່າວໄດ້ສ້າງພື້ນຖານຜັນຂະຫຍາຍບັນດານະໂຍບາຍສຳລັບຄົນພິການຢູ່ທ້ອງຖິ່ນຕ່າງໆ. ທ່ານ ໂຕດຶກ, ຮອງຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ.

        “ກົດໝາຍໄດ້ກຳກົດສິດທິໃນການມີວຽກເຮັດງານທຳຂອງຄົນພິການໃນກົດໝາຍວ່າດ້ວຍຄົນພິການ ແລະ ຫວ່າງມໍ່ໆມານີ້ແມ່ນພວກເຮົາໄດ້ໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດທິຂອງຄົນພິການ. ບັນດາກອບນິຕິກຳກຳນົດເນື້ອໃນດັ່ງກ່າວ ເຊິ່ງພວກເຮົາພວມສ້າງໃຫ້ສົມບູນແບບເທື່ອລະກ້າວ ເພື່ອເໝາະສົມກັບ ຕົວຈິງທາງດ້ານເສດຖະກິດ, ສັງຄົມຂອງຫວຽດນາມ, ຊ່ວຍໃຫ້ຄົນພິການມີໂອກາດສຳຜັດຢ່າງຮອບດ້ານ, ຄົບຖ້ວນກ່ຽວກັບສິດທິໃນການມີວຽກເຮັດງານທຳ, ໃນນັ້ນໄດ້ສຸມໃສ່ເຂົ້າໃນການໜູນຊ່ວຍໃຫ້ຄົນພິການໄດ້ຮຽນວິຊາຊີບ. ພວກເຮົາກໍ່ຈະໜູນຊ່ວຍໃຫ້ຄົນພິການສ້າງວຽກເຮັດງານທຳດ້ວຍຕົນເອງ, ຈັດຕັ້ງການຜະລິດ, ດຳເນີນທຸລະກິດດ້ວຍຕົນເອງ ເພື່ອໃຫ້ເຂົາເຈົ້າສາມາດສ້າງລາຍຮັບດ້ວຍຕົນເອງ, ສ້າງການດຳລົງຊີວິດເປັນປົກກະຕິ ແລະ ມີກາລະໂອກາດພັດທະນາ, ບືນຕົວຂຶ້ນ”.

        ຍ້ອນມີລະບົບນະໂຍບາຍຢ່າງຄົບຖ້ວນ, ສະນັ້ນມາຮອດປະຈຸບັນ, ມີຫຼາຍທ້ອງຖິ່ນໄດ້ສ້າງຕັ້ງ ແລະ ຈັດແບ່ງທຶນຈາກກອງທຶນວຽກເຮັດງານທຳໃຫ້ແກ່ຄົນພິການ ເພື່ອໜູນຊ່ວຍ, ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ. ປະຈຸບັນ, ມີແຮງງານກວ່າ 15.000 ຄົນເປັນຄົນພິການ ແລະ ມີແຮງງານກວ່າ 16.000 ຄົນເປັນຄົນພິການພວມເຮັດວຽກຢູ່ບັນດາວິສາຫະກິດ, ບັນດາຮາກຖານຜະລິດດຳເດີນທຸລະກິດ, ໃນຄອບຄົວສ້າງເສດຖະກິດ ຫຼື ໄດ້ຮັບການໜູນຊ່ວຍຈາກກອງທຶນວຽກເຮັດງານທຳ.

ໄດ້ຮັບການເບິ່ງແຍງດູແລສາທາລະນະສຸກ

        ໃນຂົງເຂດສາທາລະນະສຸກ, ປະຈຸບັນໄດ້ມີ 100% ຈຳນວນຄົນພິການທີ່ນອນໃນຄອບຄົວທຸກຍາກຂອງຫວຽດນາມ ໄດ້ຮັບບັດປະກັນສຸຂະພາບ. ຄົນພິການຫຼາຍຄົນໄດ້ຮັບການຟື້ນຟູສະມັດຕະພາບຂອງຕົນ, ໄດ້ຮັບການສະໜອງບັນດາເຄື່ອງອຸປະກອນໜູນຊ່ວຍໃນການດຳລົງຊີວິດຄື: ອັງຄະທຽມ, ລັດເຂັນ, ລົດຖີບ… ເຖິງຢ່າງໃດກໍ່ຕາມ, ຍ້ອນເງື່ອນໄຂປະສົບກັບຄວາມຫຍຸ້ງຍາກ, ສະນັ້ນມີຄົນພິການຫຼາຍຄົນຍັງປະສົບກັບຄວາມຫຍຸ້ງຍາກໃນການສຳຜັດກັບບັນດາການບໍລິການສາທາລະນະສຸກ, ໂດຍສະເພາະແມ່ນຄົນພິການຢູ່ເຂດຫ່າງໄກສອກຫຼີກ. ດ້ວຍຄວາມປາດຖະໜາຢາກຮັບປະກັນໃຫ້ຄົນພິການໄດ້ຮັບການເບິ່ງແຍງດູແລສຸຂະພາບຢ່າງສະເໝີພາບຄືຄົນທຳມະດານັ້ນ, ກົດໝາຍຫວຽດນາມ ໄດ້ກຳນົດຢ່າງລະອຽດລະບອບດັ່ງກ່າວໃນລະບົບກົດໝາຍຂອງຫວຽດນາມ. ທ່ານໂຕດຶກ, ຮອງຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ຕື່ມອີກວ່າ.

        “ພວກເຮົາມີລະບົບໂຮງໝໍ, ເຄືອຂ່າຍສາທາລະນະສຸກຂອງຂະແໜງສາທາລະນະສຸກ ແລະ ສູນສັນຍະກຳ ແລະ ຟື້ນຟູສະມັດຕະພາບຄົນພິການຂຶ້ນກັບຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເຊິ່ງໄດ້ຕັ້ງຢູ່ຂອບເຂດທົ່ວປະເທດ. ພວກເຮົາຄວນສ້າງບັນດາລາຍການລະດັບຊາດກ່ຽວກັບການຟື້ນຟູສະມັດຕະພາບຄົນພິການ, ພັດທະນາກົນໄກນະໂຍບາຍໜູນຊ່ວຍໃຫ້ຄົນພິການ ມີກາລະໂອກາດຟື້ນຟູສຸຂະພາບ, ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດເຂົ້າຮ່ວມຂົງເຂດດັ່ງກ່າວ”.

        ເປົ້າໝາຍຂອງແຜນຮ່າງໜູນຊ່ວຍຄົນພິການ 2012 – 2020 ຂອງຫວຽດນາມ ແມ່ນ, ແຕ່ລະປີມີຈຳນວນຄົນພິການ 90% ໄດ້ຊົມໃຊ້ບັນດາການບໍລິການສາທາລະນະສຸກ ດ້ວຍບັນດາຮູບແບບທີ່ແຕກຕ່າງກັນ; ມີເດັກນ້ອຍ ແລະ ຄົນພິການປະມານ 70.000 ຄົນໄດ້ຮັບການຜ່າຕັດສັນຍະກຳ, ຟື້ນຟູສະມັດຕະພາບ ແລະ ໄດ້ຮັບການສະໜອງເຄື່ອງອຸປະກອນໜູນຊ່ວຍທີ່ເໝາະສົມ. ກ່ຽວກັບວຽກເຮັດງານທຳ, ເປົ້າໝາຍແມ່ນຮອດທ້າຍປີ 2020, ຄົນພິການຫວຽດນາມ 100% ທີ່ສາມາດອອກແຮງງານ, ມີທັກສະດ້ານອາຊີບຈະມີວຽກເຮັດງານທຳ. ຂະແໜງການທຸກຂັ້ນ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ພວມສຸມໃສ່ສ້າງບັນດາກອບກົດໝາຍໃຫ້ສົມບູນແບບ ແລະ ສ້າງບັນດາເງື່ອນໄຂຕົວຈິງເພື່ອຮັບປະກັນການເຊື່ອມຕົວ, ຄວາມສະເໝີພາບສຳລັບຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ