ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ກໍ່ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

(VOVWORLD) -ກອງປະຊຸມສໍາມະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງໄກ່ເກ່ຍ ແລະ ຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະ ອາເມລິກາ” ຈະຖືກດໍາເນີນໃນວັນທີ 26 ມີນາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ດ້ວຍໄລຍະເກືອບ 44 ປີ ນັບແຕ່ເມື່ອສິ້ນສຸດສົງຄາມ ແລະ 25 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ ໄດ້ບັນລຸໝາກຜົນຕັ້ງໜ້າໃນການຮ່ວມມື ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ແລະ ເຫດການດັ່ງກ່າວ ອີກຄັ້ງໜຶ່ງໄດ້ຢັ້ງຢືນໃຫ້ເຫັນຄວາມມານະພະຍາຍາມຈາກສອງຝ່າຍ ເພື່ອແນໃສ່ ສ້າງຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ກໍ່ສ້າງສາຍພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ອາເມລິກາ. 

        ຫວຽດນາມ ແລະ ອາເມລິກາ ໄດ້ເຄີຍຜ່ານຜ່າສົງຄາມດ້ວຍບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງ. ມີຫຼາຍລ້ານຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ. ນັ້ນແມ່ນການສູນເສຍອັນໃຫຍ່ຫຼວງທີ່ສຸດ ເຊິ່ງຫຼາຍຄອບຄົວຂອງສອງປະເທດຕ້ອງແບກຫາບ, ພິເສດ, ສົງຄາມ ຍັງໄດ້ກໍ່ຜົນຮ້າຍຢ້ອນຫຼັງອັນໜັກໜ່ວງທີ່ສຸດໃຫ້ແກ່ຫຼາຍລຸ້ນຄົນຂອງຫວຽດນາມ. ນັບແຕ່ເມື່ອສອງປະເທດສ້າງການພົວພັນທາງການທູດເປັນປົກກະຕິມາຮອດປັດຈຸບັນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຄື ຊອກຫາທະຫານຖືກຫາຍສາບສູນ, ການເກັບກູ້ລະເບີດຍັງບໍ່ທັນແຕກ, ລ້າງທາດພິດ ດີໂອຊີນ... ໄດ້ຮັບຖືວ່າ ແມ່ນວຽກງານບຸລິມະສິດແຖວໜ້າຂອງການຮ່ວມມືລະຫວ່າງສອງປະເທດ.

        ຈຸດປະກາຍແຈ້ງໃນການພົວພັນຈາກສັດຕູຫັນມາເປັນເພື່ອນມິດຂອງກັນ

        ນັບແຕ່ເມື່ອສິ້ນສຸດສົງຄາມຫວຽດນາມ, ຫວຽດນາມໄດ້ມອບສົ່ງອັດຖິຂອງທະຫານ ອາເມລິກາ ທີ່ຖືກຫາຍສາບສູນ ປະມານ 150 ຊຸດ ໃຫ້ແກ່ ອາເມລິກາ. ກົງກັນຂ້າມ, ລັດຖະບານ ອາເມລິກາ, ບັນດາອົງການທະຫານຜ່ານເສິກ, ກໍໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອສະໜອງຂໍ້ມູນກ່ຽວກັບທະຫານຫວຽດນາມ ທີ່ຫາຍສາບສູນ.  ນີ້ແມ່ນພະຍານຫຼັກຖານສໍາລັບການຮ່ວມມືອັນແໜ້ນແຟ້ນລະຫວ່າງບັນດາກໍາລັງຂອງສອງປະເທດໃນຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອແນໃສ່ຮໍາບາດແຜ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ນີ້ກໍແມ່ນຈຸດປະກາຍແຈ້ງ ແລະ ການເລີ່ມຕົ້ນທີ່ດີ ໃນວິວັດການຂອງສອງປະເທດ ຈາກ “ສັດຕູ” ມາເປັນຄູ່ຮ່ວມມືຮອບດ້ານຄືໃນປັດຈຸບັນ.

        ຢູ່ນະຄອນຫຼວງ ວໍຊິງຕັນ DC ຫວ່າງແລ້ວນີ້, ທ່ານ ຮ່່າກິມງອກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ໄດ້ມອບແຜ່ນ DVD ຊຶ່ງແມ່ນຟິມຮູບເງົາເອກະສານ ເລົ່າກ່ຽວກັບຂະບວນວິວັດຄົ້ນຫາອັດຖິຂອງທະຫານອາເມລິກາຜູ້ໜຶ່ງ ທີ່ຫາຍສາບສູນຢູ່່ຫວຽດນາມ.  ແຜ່່ນ DVD ໄດ້ມອບໃຫ້ທ່ານນາງ Ann Griffiths, ປະທານສະຫະພັນແຫ່ງຊາດບັນດາຄອບຄົວຂອງສະເລີຍເສິກ ແລະຜູ້ຫາຍສາບສູນ ອາເມລິກາ ໂດຍຜ່ານພົນທະຫານຖືກຫາຍສາບສູນ, ເຊິ່ງກໍ່ແມ່ນຜູ້ທີ່ມີີອ້າຍຄີງໄດ້ເສຍສະຫຼະໃນສົງຄາມຫວຽດນາມ. ທ່ານນາງ Ann Griffiths ໃຫ້ຮູ້ວ່າ ຕົນເອງມີຄວາມຕື້ນຕັນໃຈ ແລະ ດີໃຈຫຼາຍ ເມື່ອຊອກເຫັນອັດຖິອ້າຍຂອງຕົນ ພາຍຫຼັງຊອກຫາມາເປັນເວລາ 24 ປີ.

        “ເຖິງແມ່ນວ່າຈະຍັງມີຄວາມຫວັງລິບລີ່ກໍ່ຕາມແຕ່ຄອບຄົວ ແລະ ພໍ່ແມ່ຂອງຂ້າພະເຈົ້າ ບໍ່ເຄີຍຄິດວ່າສິ່ງນີ້ຈະເກີດຂຶ້ນ. ຂ້າພະເຈົ້າມີຄວາມປະຫຼາດໃຈ ແລະ ມີີຄວາມສຸກທີ່ສຸດ ພາຍຫຼັງໄດ້ຮັບຂ່າວນີ້. ຄວາມຮູ້ສຶກນັ້ນ ມັນສຸດຍອດຫຼາຍ, ພິເສດແມ່ນ ເມື່ອຮູ້ວ່າ ມີເລື່ອງຫຍັງເກີດຂຶ້ນກັບອ້າຍຂອງຂ້າພະເຈົ້າ, ອ້າຍຂອງຂ້າພະເຈົ້າຖືກເສຍສະຫຼະຊີວິດໃນວັນທີ 21 ກັນຍາ 1966. ຂ້າພະເຈົ້າຄິດວ່າ ນີ້ແມ່ນຄວາມຮູ້ສຶກລວມຂອງບັນດາຄອບຄົວຂອງຊາວ ອາເມລິກາ ທີ່ມີຍາດຕິພີ່ນ້ອງຖືກຫາຍສາບສູນ. ນີ້ແມ່ນພະຍານຫຼັກຖານພິສູດຕໍ່ໂລກໄດ້ຮູ້ວ່າ ຈາກສອງປະເທດເປັນສັດຕູຂອງກັນ, ອາເມລິກາ ແລະ ຫວຽດນາມ ສາມາດຮ່ວມມືກັນ ແລະ ນໍາການພົວພັນສອງຝ່າຍກ້າວຂຶ້ນສູ່ລະດັບພັດທະນາທີ່ດີຄືໃນປັດຈຸບັນ.”

        ຄວາມຕື້ນຕັນໃຈຂອງທ່ານນາງ Ann Griffiths  ກໍຄືຄວາມຮູ້ສຶກຂອງຫຼາຍຄອບຄົວ ອາເມລິກາ ທີ່ມີອັດຖິຂອງຍາດຕິພີ່ນ້ອງໄດ້ “ກັບຄືນເມືອ”ນັ້ນ ກໍ່ຍ້ອນມີການຮ່ວມມື ແລະ ນະໂຍບາຍມະນຸດສະທໍາຂອງຫວຽດນາມ. ເພື່ອໃຫ້ມີບັນດາໝາກຜົນດັ່ງກ່າວ ທັງສອງຝ່າຍລ້ວນແຕ່ຕ້ອງກ້າຫານເອົາຊະນະຕົນເອງ ດ້ວຍການຍຶດໝັ້ນໃນການກະທໍາ, ຄວາມສະຫຼາດສ່ອງໃສທາງດ້ານສະຕິປັນຍາ ແລະ ວິໄສທັດຍຸດທະສາດ ແລະ ຄວາມເຊື່ອໝັ້ນອັນແຮງກ້າຕໍ່ອະນາຄົດອັນໃສແຈ້ງຂອງສອງປະເທດ ແລະ ສອງຊາດ. ທ່ານ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແບ່ງປັນວ່າ:

        “ກະຊວງປ້ອງກັນປະເທດ ອາເມລິກາ ຕີລາຄາສູງ ກ່ຽວກັບການຮ່ວມມືຂອງພວກເຮົາກັບ ອາເມລິກາ ໃນການຊອກຫາຄົນອາເມລິກາ ທີ່ຖືກຫາຍສາບສູນໃນປາງສົງຄາມ.  ອາດເວົ້າໄດ້ວ່າ ນີ້ແມ່ນໜຶ່ງຂົງເຂດການຮ່ວມມືທີ່ພວກຂ້າພະເຈົ້າພາກພູມໃຈທີີ່ສຸດ.  ພວກຂ້າພະເຈົ້າເຮັດດ້ວຍນໍ້າໃຈມະນຸດສະທໍາ, ຄວາມຮັບຜິດຊອບ, ເພື່ອກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເພີ່ມທະວີການຮ່ວມມືກັບ ອາເມລິກາ”.

        ສ້າງໜ້າປະຫວັດສາດອະນາຄົດລະຫວ່າງ ຫວຽດນາມ - ອາເມລິກາ

        ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນເນື້ອໃນຈຸດສຸມໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອາເມລິກາ ໃນປັດຈຸບັນ. ໄລຍະຜ່ານມາ, ນອກຈາກບັນດາຄວາມມານະພະຍາຍາມຊອກຫາທະຫານຖືກຫາຍສາບສູນແລ້ວ, ສອງຝ່າຍກໍ່ໄດ້ປະຕິບັດສໍາເລັດການລ້າງທາດພິດ ດີໂອຊີນ ຢູ່ສະໜາມບິນ ດ່າໜັງ ແລະ ເລີ່ມຕົ້ນຜັນຂະຫຍາຍການລ້າງທາດພິດ ດີໂອຊີນ ຢູ່ສະໜາມບິນ ບຽນຮວ່າ, ດົ່ງນາຍ. ທັງຫວຽດນາມ ແລະ ອາເມລິກາ ລ້ວນແຕ່ມີທັດສະນະເປັນເອກະພາບ ໂດຍຖືວ່າ ນີ້ແມ່ນເນື້ອໃນຮ່ວມມື ທີ່ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ສອງຝ່າຍ ພ້ອມກັບບັນດາບຸລິມະສິດອື່ນໆ ຄືການຄ້າ, ການຮ່ວມມືທາງດ້ານປ້ອງກັນຄວາມສະຫງົບ, ບັນຫາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ... ເພາະວ່າ ນີ້ບໍ່ພຽງແຕ່ແມ່ນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຂອງອະດີດຕະການເທົ່ານັ້ນ ຫາກຍັງແມ່ນການສ້າງພື້ນຖານຄວາມໄວ້ເນື້ອເຊ່ືອໃຈໃຫ້ແກ່ການຮ່ວມມືໃນອະນາຄົດລະຫວ່າງສອງຝ່າຍ.

        ໃນບັນດາການຢ້ຽມຢາມ ແລະ ພົບປະແລກປ່ຽນສອງຝ່າຍ, ບັນດາການນໍາ ອາເມລິກາ ຕ່າງກໍເຕື້ອງເຖິງບັນຫານີ້ ແລະ ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມື ແລະ ປະຕິບັດບັນດາຄໍາໝັ້ນສັນຍາຂອງຕົນ ເພື່ອຊ່ວຍເຫຼືອຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ກອງປະຊຸມສໍາມະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງໄກ່ເກ່ຍ ແລະ ຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະ ອາເມລິກາ” ທີ່ຈະດໍາເນີນໃນວັນທີ 26 ມີນາ ຢູ່່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ, ແນ່ນອນວ່າ ຈະແມ່ນບາດກ້າວຕໍ່ໄປ ເພື່ອແນໃສ່ກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ທີ່ກໍາລັງໃນທ່າພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ