ຮ່ວມສໍາພັນລະຫວ່າງເຂດ, ພາກ ເພື່ອພັດທະນາເສດຖະກິດທາງພາກກາງ

(VOVWORLD) - ພັດທະນາກຸ່ມ, ຂະແໜງການຢ່າງຄົບຊຸດ ແມ່ນຄໍາຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ກອງປະຊຸມພັດທະນາການທ່ອງທ່ຽວທາງພາກກາງ ແລະ ໄຕງວຽນ ທີ່ຖືກດໍາເນີນໃນທ້າຍ ອາທິດຜ່ານມາ, ຢູ່ນະຄອນເຫວ້ຂອງຫວຽດນາມ. ນີ້ໄດ້ຮັບຖືວ່າ ແມ່ນປັດໄຈແກ່ນສານເພື່ອສ້າງກໍາລັງແຮງໃໝ່ໃຫ້ແກ່ການທ່ອງທ່ຽວທາງພາກກາງ - ໄຕງວຽນ ພັດທະນາ, ປະກອບສ່ວນສໍາຄັນ ເພື່ອຊຸກຍູ້ເສດຖະກິດໃນຂົງເຂດບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ.

ພາກກາງ - ໄຕງວຽນຂອງ ຫວຽດນາມ ລວມມີ 19 ແຂວງ, ນະຄອນ, ມີປະຊາກອນ 24 ລ້ານຄົນ, ມີຝັ່ງທະເລຍາວເກືອບ 1.900 Km ດ້ວຍບັນດາຫາດຊາຍທະເລ ແລະ ອ່າວທີ່ມີຄວາມງາມລະດັບສາກົນຫຼາຍແຫ່ງ. ນີ້ແມ່ນເຂດສໍາຄັນໃນແຜນທີ່ທ່ອງທ່ຽວຂອງຫວຽດນາມ ດ້ວຍສະໜາມບິນ 12 ແຫ່ງ, ໃນນັ້ນ ມີສະໜາມບິນສາກົນ 5 ແຫ່ງ. ໄປຄຽງຄູ່ກັນນັ້ນ ແມ່ນທ່າແຮງຂອງການທ່ອງທ່ຽວວັດທະນະທໍາ ກັບມໍລະດົກໂລກ 14 ແຫ່ງ ແລະ ມໍລະດົກລະດັບຊາດພິເສດ 40 ແຫ່ງ. ໃນປີ 2018,  ຈໍານວນແຂກທ່ອງທ່ຽວທັງໝົດທີ່ມາທ່ຽວເຂດພາກກາງ ແລະ ໄຕງວຽນ ບັນລຸເຖິງ 58 ລ້ານເທື່ອຄົນ (ໃນນັ້ນ, ຈໍານວນແຂກທ່ອງທ່ຽວແມ່ນກວມເອົາ 9,5 ລ້ານເທື່ອຄົນ).

ພັດທະນາການທ່ອງທ່ຽວຕາມເຂດ, ພາກ

        ເຖິງວ່າ ມີທ່າໄດ້ປຽບ ແລະ ມີລາຍຮັບຈາກການທ່ອງທ່ຽວທີ່ບັນລຸໄດ້ຫຼາຍພໍສົມຄວນ ແຕ່ໃນໄລຍະຜ່ານມາ, ການທ່ອງທ່ຽວທາງພາກກາງ ແລະ ໄຕງວຽນ ແມ່ນພັດທະນາຕາມວົງກວ້າງເປັນສ່ວນໃຫຍ່ ໂດຍຜ່ານການຂຸດຄົ້ນຊັບພະຍາກອນທ່ອງທ່ຽວແບບທໍາມະຊາດ.  ການພັດທະນາຂອງຂະແໜງການທ່ອງທ່ຽວ ຍັງບໍ່ສົມກັບທີ່ຕັ້ງບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງເຂດ, ພາກ. ສາເຫດຕົ້ນຕໍຂອງສະພາບຕົວຈິງດັ່ງກ່າວແມ່ນ ຍ້ອນຄວາມຫຼ້າຫຼັງໃນການວາງແຜນຜັງ ແລະ ງົບປະມານການລົງທຶນ ແລະ ພັດທະນາຂະແໜງການທ່ອງທ່ຽວ. ໃນຂະນະນັ້ນ, ພາກກາງ - ໄຕງວຽນ ມີເງື່ອນໄຂຄົບຖ້ວນເພື່ອພັດທະນາບັນດາຮູບແບບການທ່ອງທ່ຽວຄື ການທ່ອງທ່ຽວເພື່ອພັກຜ່ອນບໍາລຸງສຸຂະພາບ; ການທ່ອງທ່ຽວວັດທະນະທໍາ - ປະຫວັດສາດ; ການທ່ອງທ່ຽວທະເລໝູ່ເກາະ; ການທ່ອງທ່ຽວມໍລະດົກ, ພູຜາປ່າໄມ້, ຖໍ້າ... ເມື່ອເຕື້ອງເຖິງເນື້ອໃນດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ໜຶ່ງຮູບແບບການທ່ອງທ່ຽວ ລວມມີຫຼາຍຂະແໜງການກ່ຽວຂ້ອງ, ໃນນັ້ນ ສຸມໃສ່ຊັບພະຍາກອນການທ່ອງທ່ຽວທໍາມະຊາດ, ສ້າງຂຶ້ນໂດຍອີງໃສ່ທໍາມະຊາດ, ປິ່ນອ້ອມແມ່ນບັນດາການບໍລິການກິນດື່ມ, ນອນ, ພັກເຊົາ ແລະ ການລະຫຼີ້ນບັນເທິງ. ນອກຈາກນັ້ນ, ຍັງມີບັນດາຂະແໜງການສະໜອງບັນດາປັດໄຈສົ້ນເຂົ້າ, ບັນດາການບໍລິການໜູນຊ່ວຍທີ່ກ່ຽວຂ້ອງເຖິງການເງິນທະນາຄານ, ປະກັນໄພ; ສະໜອງບັນດາຜະລິດຕະພັນຂອງທ້ອງຖິ່ນ, ການຄຸ້ມຄອງຊັບສົມບັດ, ພິເສດແມ່ນການເບິ່ງແຍງສຸຂະພາບ, ຄວາມສະຫງົບປອດໄພ. ສະນັ້ນ, ຕ້ອງພັດທະນາເປັນກຸ່ມ, ເປັນຂະແໜງການໃຫ້ຄົບຊຸດ ຫາກບໍ່ແມ່ນການຂຸດຄົ້ນຊັບພະຍາກອນທ່ອງທ່ຽວລ້າໆເທົ່ານັ້ນ. ຂ້າພະເຈົ້າຫວັງວ່າ ບັນດາທ້ອງຖິ່ນຈະມີຄວາມເຂົ້າໃຈກ່ຽວກັບຄໍານິຍາມດັ່ງກ່າວຢ່າງເຖິງຖອງ ເພື່ອພັດທະນາຂະແໜງການທ່ອງທ່ຽວແບບຍືນຍົງ”.

ຮ່ວມສໍາພັນລະຫວ່າງເຂດ, ພາກ ເພື່ອພັດທະນາເສດຖະກິດທາງພາກກາງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN)

        ພ້ອມກັບການພັດທະນາການທ່ອງທ່ຽວຕາມກຸ່ມ, ເຂດ, ພາກ ແລ້ວ ບັນດາແຂວງທາງພາກກາງ - ໄຕງວຽນ ກໍຄວນໄດ້ຮັບການປ່ຽນແປງວິທີການໂຄສະນາຮູບພາບການທ່ອງທ່ຽວຢູ່ຫວຽດນາມ, ໂດຍເອົາໃຈໃສ່ເປັນພິເສດເຖິງການພັດທະນາວັດຖຸພັນຂອງທ້ອງຖິ່ນ, ບັນດາຜະລິດຕະພັນທ່ອງທ່ຽວຕິດພັນກັບການດໍາລົງຊີວິດຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ພ້ອມກັບບັນດາຜະລິດຕະພັນຂອງທ້ອງຖິ່ນແລ້ວ, ຂະແໜງການທ່ອງທ່ຽວ ຕ້ອງຄິດເຖິງເລື່ອງ ນໍາວັດທະນະທໍາຂອງທ້ອງຖິ່ນມາສູ່ແຂກທ່ອງທ່ຽວຢ່າງເລິກເຊິ່ງ ແລະ ດູດດື່ມກວ່າ. ບັນດາທ້ອງຖິ່ນຢູ່ເຂດພາກກາງ - ໄຕງວຽນ ຕ່າງກໍມີຈຸດວັດທະນະທໍາສະເພາະຂອງໃຜລາວ. ຈົ່ງນໍາຈິດວິນຍານເຂົ້າບັນດາເລື່ອງລາວວັດທະນະທໍາປະຫວັດສາດຂອງປະເທດຊາດ. ພິເສດ, ສໍາລັບເຂດພາກກາງ ຄວນພັດທະນາການທ່ອງທ່ຽວເຂດຊຸມຊົນ home-stay ເພື່ອນໍາແຂກທ່ອງທ່ຽວສາກົນຫຍັບມໍ່ເຂົ້າກັບປະຊາຊົນ, ນໍາວັດທະນະທໍາຂອງທ້ອງຖິ່ນອອກສູ່ໂລກ, ສ້າງລາຍຮັບດີທີ່ສຸດໃຫ້ແກ່ປະຊາຊົນ”.

        ເສີມຂະຫຍາຍບົດບາດຂອງວິສາຫະກິດເອກະຊົນໃນການພັດທະນາການທ່ອງທ່ຽວ

        ຜົນງານທີ່ໄດ້ຮັບມາຈາກການພັດທະນາການທ່ອງທ່ຽວຢູ່ເຂດພາກກາງ - ໄຕງວຽນ ແມ່ນມີການປະກອບສ່ວນອັນສໍາຄັນຂອງບັນດານັກລົງທຶນຍຸດທະສາດ, ບັນດາວິສາຫະກິດໃຫຍ່ ຄື Sungroup, Vingroup,... ບັນດາບໍລິສັດທ່ອງທ່ຽວ, ພິເສດແມ່ນບໍລິສັດການບິນ 4 ແຫ່ງ, ໃນນັ້ນມີ ບໍລິສັດການບິນ VietnamAirlines, Vietjet, ດ້ວຍຈໍານວນແຂກທ່ອງທ່ຽວສາກົນ 80% ມາທ່ຽວ ຫວຽດນາມ ຜ່ານສາຍການບິນ. ດ້ວຍສະພາບຕົວຈິງນັ້ນ, ເລື່ອງມີກົນໄກສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ ສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ບັນດາແຂວງ ເພື່ອພັດທະນາການທ່ອງທ່ຽວເຂດພາກກາງ - ໄຕງວຽນ ນັ້ນ, ກໍແມ່ນປັດໄຈສໍາຄັນ. ທ່ານ ປະລິນຍາເອກ ເຈິ່ນຢູລີກ, ຫົວໜ້າກຸ່ມໃຫ້ຄໍາປຶກສາຮ່ວມສໍາພັນພັດທະນາເຂດແຄມທະເລທາງພາກກາງ, ຖືວ່າ:

        “ສໍາລັບຂະແໜງການທ່ອງທ່ຽວ, ບົດບາດຂອງເສດຖະກິດເອກະຊົນແມ່ນສໍາຄັນກວ່າ. ເບ່ິງຄືວ່າ ບັນດາວິສາຫະກິດນໍາໜ້າໃນການສ້າງຈຸດພົ້ນເດັ່ນໃນຂະແໜງການທ່ອງທ່ຽວ ແມ່ນບັນດາວິສາຫະກິດເອກະຊົນພາຍໃນປະເທດເກືອບທັງໝົດ. ຄວນວາງນະໂຍບາຍເພື່ອໃຫ້ບັນດາວິສາຫະກິດ, ບັນດາກຸ່ມບໍລິສັດເອກະຊົນພາຍໃນປະເທດດັ່ງກ່າວ ພັດທະນາການທ່ອງທ່ຽວ. ຖ້າຫາກອົງການຈັດຕັ້ງເອກະຊົນດັ່ງກ່າວ ຕິດພັນກັບຊຸມຊົນ, ວິສາຫະກິດຂະໜາດນ້ອຍສາມາດແຜ່ຂະຫຍາຍອອກສູ່ວົງກວ້າງ ແມ່ນອາດຈະມີກໍາລັງແຮງກວ່າສົມກັບເປັນການຮ່ວມສໍາພັນພັດທະນາການທ່ອງທ່ຽວ”.

        ໄປຄຽງຄູ່ກັນນັ້ນ, ເລື່ອງລົງທຶນຢ່າງແຮງເຂົ້າພື້ນຖານໂຄງລ່າງ ເພື່ອພັດທະນາການທ່ອງທ່ຽວຢູ່ທາງພາກກາງ - ໄຕງວຽນ, ທ່ານນາຍົກລັດຖະມົນຕີຫາກໍເຊັນມະຕິວ່າດ້ວຍການໝູນໃຊ້ ວິຊາເອເລັກໂຕນິກສໍາລັບ 34 ປະເທດຕື່ມອີກ, ໄດ້ຍົກຈໍານວນປະເທດ ແລະ ເຂດແຄວ້ນ ທີ່ ຫວຽດນາມ ນໍາໃຊ້ວິຊາເອເລັກໂຕນິກຂຶ້ນເຖິງ 105 ແຫ່ງ.

        ການທ່ອງທ່ຽວສວມບົດບາດສໍາຄັນໃນການພັດທະນາເສດຖະກິດເຂດພາກກາງ - ໄຕງວຽນ. ປີ 2018, ຍອດລາຍຮັບທັງໝົດທີ່ເກັບມາໄດ້ຈາກການທ່ອງທ່ຽວຂອງເຂດດັ່ງກ່າວ ກວມເອົາປະມານ 19% ຍອດລາຍຮັບຈາກການທ່ອງທ່ຽວຂອງທັງປະເທດ. ໄລຍະຈະມາເຖິງ,ຖ້າຫາກບັນດາແຂວງທາງພາກກາງ - ໄຕງວຽນ ໝູນໃຊ້ການຮ່ວມສໍາພັນກຸ່່ມ, ຂະແໜງການທ່ອງທ່ຽວໄດ້ເປັນຢ່າງດີ ພ້ອມທັງສ້າງກໍາລັງດຶງດູດເພື່ອໃຫ້ບັນດາວິສາຫະກິດເພີ່ມທະວີການລົງທຶນນັ້ນ, ແນ່ນອນວ່າ ເສດຖະກິດຢູ່ເຂດດັ່ງກ່າວ ຈະນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ